ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ເຂົ້າສະແດງຄວາມເຄົາລົບ ຕໍ່ມື້ລາງຜູ້ພິພາກສາ ກິນສເບີກ


ປະທານາທິບໍດີ ດໍໂນລ ທຣຳ ແລະ ສະຕີໝາຍເລກນຶ່ງ ທ່ານນາງ ເມລາເນຍ ທຣຳ ສະແດງຄວາມເຄົາລົບ ໃນຂະນະທີ່ໂລງສົບຂອງຜູ້ພິພາກສາ ຣູດທ໌ ເບເດີ ກິນສເບີກ ຖືກວາງຢູ່ຕຶກສານສູງສຸດ, ນະຄອນຫຼວງ ວໍຊິງຕັນ. 24 ກັນຍາ, 2020.
ປະທານາທິບໍດີ ດໍໂນລ ທຣຳ ແລະ ສະຕີໝາຍເລກນຶ່ງ ທ່ານນາງ ເມລາເນຍ ທຣຳ ສະແດງຄວາມເຄົາລົບ ໃນຂະນະທີ່ໂລງສົບຂອງຜູ້ພິພາກສາ ຣູດທ໌ ເບເດີ ກິນສເບີກ ຖືກວາງຢູ່ຕຶກສານສູງສຸດ, ນະຄອນຫຼວງ ວໍຊິງຕັນ. 24 ກັນຍາ, 2020.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ພົບກັບສຽງຮ້ອງໂຮບໍ່ເຫັນດ້ວຍ ແລະ ການຮ້ອງຄຳວ່າ “ລົງຄະແນນເອົາລາວອອກຈາກຕຳແໜ່ງ” ໃນເວລາທີ່ທ່ານ ແລະ ພັນລະຍາ, ທ່ານນາງ ເມລາເນຍ, ໄດ້ປາກົດຕົວຢູ່ສານສູງສຸດ ເພື່ອສະແດງຄວາມເຄົາລົບຕໍ່ມື້ລາງຜູ້ພິພາກສາ ຣູດທ໌ ເບເດີ ກິນສເບີກ ໃນວັນພະຫັດວານນີ້.

ທ່ານປະທານາທິບໍດີທີ່ໃສ່ໜ້າກາກປ້ອງກັນໂຣກນັ້ນ, ບໍ່ໄດ້ໃຫ້ຄຳເຫັນໃນຂະນະທີ່ທ່ານໄດ້ຢືນຢູ່ບໍ່ດົນໃກ້ກັບໂລງສົບຂອງທ່ານນາງ ກິນສເບີກ ເຊິ່ງຕັ້ງຢູ່ເທິງຂັ້ນໄດຂອງຕຶກສານສູງສຸດ.

ສົບທ່ານນາງ ກິນສເບີກ ໄດ້ຮັບການເຄົາລົບໃນພິທີສ່ວນຕົວເມື່ອວັນພຸດທີ່ຜ່ານມາ ໃນຫໍໃຫຍ່ຂອງສານສູງສຸດ ເຊິ່ງເຂົ້າຮ່ວມໂດຍຄອບຄົວຂອງທ່ານນນາງ ແລະ ເພື່ອນຮ່ວມງານຜູ້ພິພາກສາ. ສົບຂອງທ່ານນາງຕໍ່ມາໄດ້ຖືກຍ້າຍໄປຂັ້ນໄດດ້ານໜ້າຂອງຕຶກ ເພື່ອໃຫ້ສາທາລະນະຍ່າງຜ່ານ ແລະ ສະແດງຄວາມເຄົາລົບ ຈົນຮອດຕອນຄໍ່າຂອງວັນພະຫັດວານນີ້.

ວັນສຸກມື້ນີ້, ຈະມີການສະແດງຄວາມເຄົາລົບຕໍ່ທ່ານນາງ ກິນສເບີກ ອີກ, ໃນຂະນະທີ່ໂລງສົບຂອງທ່ານນນາງຈະຖືກນຳຂ້າມຖະໜົນໄປຫໍຮູບປັ້ນແຫ່ງຊາດຂອງລັດຖະສະພາ ແຄັບປິຕອລ ສະຫະ ລັດ, ບ່ອນທີ່ມັນຈະຖືກວາງຢູ່ເທິງແທ່ນໄມ້ອັນດຽວກັນທີ່ຖືກສ້າງຂຶ້ນສຳລັບໂລງສົບຂອງປະທານາ ທິບໍດີ ເອບຣາແຮມ ລິນຄອນ ຫຼັງຈາກການລອບສັງຫານທ່ານໃນປີ 1865. ທ່ານນາງ ກິນສເບີກ ຈະເປັນແມ່ຍິງຄົນທຳອິດທີ່ຖືກນຳໄປດອຍໄວ້ຢູ່ໃນຕຶກຂອງລັດຖະບານ ໃນຫໍລັດຖະສະພາ.

ສົບຂອງຜູ້ເປັນສັນຍາລັກຂອງສິດທິພົນລະເມືອງ ທ່ານນາງ ໂຣຊາ ພາກສ໌ ໄດ້ຮັບກຽດໃຫ້ວາງຢູ່ໃນຫໍ ໂຣທັນດາ ແຫ່ງປະຫວັດສາດຂອງລັດຖະສະພາ ແຄັບປິຕອລ ຫຼັງຈາກການເສຍຊີວິດຂອງລາວໃນປີ 2005, ເປັນການໃຫ້ກຽດພິເສດຕໍ່ປະຊາຊົນສາມັນທີ່ມີຊື່ສຽງ.

ຖະແຫຼງການສະບັບນຶ່ງໂດຍສານສູງສຸດໄດ້ກ່າວວ່າ ສົບຂອງທ່ານນາງ ກິນ-ສເບີກ ຈະຖືກນຳໄປຝັງໃນອາທິດໜ້າ ໃນພິທີສ່ວນຕົວຢູ່ສຸສານແຫ່ງຊາດ ອາລິງຕັນ.

ຜູ້ພິພາກສາສານສູງສຸດ ທ່ານ ຈອນ ໂຣເບີດສ໌ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຂອງສານ ກ່ຽວກັບ ການສູນເສຍທ່ານນາງ ກິນສເບີກ, ເຊິ່ງທ່ານ ໄດ້ກ່າວວ່າ “ຖືກຮັບຮູ້ຢ່າງກວ້າງ ຂວາງ, ແຕ່ພວກເຮົາຮູ້ວ່າມັນກະທົບໜັກທີ່ສຸດຕໍ່ຄອບຄົວດັ່ງກ່າວ. ຊີວິດຂອງທ່ານນາງ ກິນສເບີກ ແມ່ນນຶ່ງໃນຫຼາຍສະບັບຂອງຄວາມຝັນຊາວ ອາເມຣິກັນ.”

ທ່ານນາງ ກິນສເບີກ ໄດ້ເສຍຊີວິດໃນວັນສຸກສັບປະດາທີ່ຜ່ານມາ ຮວມອາຍຸໄດ້ 87 ປີ ຍ້ອນໂຣກມະເຮັງເນື້ອຮ້າຍໃນມ້າມ, ເຮັດໃຫ້ການຮັບໃຊ້ໜ້າທີ່ໃນສານສູງສຸດຂອງປະເທດ 27 ປີ ຂອງທ່ານນາງສິ້ນສຸດລົງ. ສະຖານະພາບຂອງທ່ານນາງໃນສານສູງສຸດແມ່ນຜູ້ນຳຫົວເສລີນິຍົມສຽງສ່ວນນ້ອຍ.

U.S. President Donald Trump was met with boos and chants of “vote him out” as he and his wife, Melania, appeared Thursday at the Supreme Court to pay respects to late Justice Ruth Bader Ginsburg.

The president, wearing a face mask, made no remarks as he stood briefly a short distance from Ginsburg’s casket as she lay in repose at the top of the court building’s steps.

Ginsburg was honored Wednesday with a private ceremony in the Supreme Court’s Great Hall attended by her family and fellow justices. Her casket was then moved to the front steps for the public to file past and pay their respects until Thursday night.

Friday, there will be another tribute to Ginsburg, as her casket will be taken across the street to the U.S. Capitol’s National Statuary Hall, where it will rest on the same wooden platform built for the casket of President Abraham Lincoln after his assassination in 1865. Ginsburg will be the first woman to lie in state at the Capitol.

Civil rights icon Rosa Parks lay in honor in the Capitol’s historic Rotunda after her death in 2005, a distinction given to eminent private citizens.

A statement by the U.S. Supreme Court said Ginsburg will be buried next week in a private ceremony at Arlington National Ceremony.

Chief Justice John Roberts offered the court’s “heartfelt condolences” on the loss of Ginsburg, which he said “is widely shared, but we know that it falls most heavily on the family. Justice Ginsburg’s life was one of the many versions of the American dream.”

Ginsburg died last Friday at age 87 of metastatic pancreatic cancer, ending a 27-year tenure on the nation’s highest court. Her status as leader of the court’s liberal minority, along with her pre-jurist work seeking legal equality for women and girls in all spheres of American, made her a cultural icon, earning her the nickname “The Notorious R.B.G.”

Her death has sparked a political battle over her replacement. Trump and Senate Republicans vowed to name and confirm a new justice before the Nov. 3 presidential election, which would give the court a solid 6-3 conservative majority. Trump announced Tuesday that he will name his nominee for the lifetime appointment on Saturday.

XS
SM
MD
LG