ການປະກາດຂຶ້ນພາສີເມື່ອທ້າຍອາທິດຜ່ານມາຂອງປະທານາທິບໍດີ ທ່ານດໍໂນລ ທຣໍາ ສົ່ງຜົນກະທົບໃນ ອອຕຕາວາ, ແມັກຊິໂກ ຊິຕີ້, ປັກກິ່ງ ແລະທີ່ນີ້ ໃນ ນິວຢອກ, ຮົງກົງ , ໂຊລ ແລະ ໄຕ້ຫວັນ.
ໃນທົ່ວໂລກ ຕະຫຼາດຮຸ້ນຫຼຸດລົງ ໃນວັນຈັນທີ່ຜ່ານມາຫຼັງຈາກທ່ານ ດໍໂນລ ທຣໍາ ໄດ້ວາງພາສີນໍາເຂົ້າ 25% ຕໍ່ ແມັກຊິໂກ ແລະ ການາດາ ແລະ 10% ຕໍ່ ຈີນ.
ໃນວໍຊິງຕັນ ທ່ານ ທຣໍາເວົ້າເຖິງຂໍ້ຕົກລົງກັບແມັກຊິໂກເມື່ອວັນຈັນທີ່ຜ່ານມາວ່າ ຈະລະຫງັບພາສີນໍາເຂົ້າເປັນເວລາ 1 ເດືອນເພື່ອແລກກັບການປະນິປະນອມຈາກ ແມັກຊິໂກ ຊິຕີ້. ຊຶ່ງໝາຍເຖິງການຢຸດຢັ້ງການອົບພະຍົບແລະການເຄື່ອນຍ້າຍຢາເສບຕິດຜິດກົດໝາຍຂ້າມຊາຍແດນພາກໃຕ້ເຂົ້າມາ. ຕະຫຼາດຮຸ້ນທັງຫຼາຍຟື້ນໂຕຢ່າງວ່ອງໄວ ຫຼັງຈາກການປະກາດຂອງທ່ານ. ນອກຈາກນີ້ທ່ານທຣໍາ ຍັງປະກາດຢຸດການເກັບພາສີນໍາເຂົ້າແບບດຽວກັນນີ້ກັບ ການາດາ ໃນວັນຈັນຜ່ານມານໍາດ້ວຍ.
ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ກ່າວວ່າ “ ເຮົາຕ້ອງຢຸດບໍ່ໃຫ້ຜູ້ຄົນຫຼັ່ງເຂົ້າມາ ແລະເຮົາຕ້ອງຢຸດ ເຟນຕານອລ. ຊຶ່ງລວມເຖິງ ຈີນນໍາດ້ວຍ. ເຟນຕານອລ ເຮັດໃຫ້ຄົນເສຍຊີວິດຢ່າງໜ້ອຍ 200,000 ຄົນໃນປີນີ້. ເຟນຕານອລເຂົ້າມາຈາກຈີນ ຜ່ານແມັກຊິໂກ ແລະການາດາ ແລະພວກເຂົາຕ້ອງຢຸດມັນ ແລະຫາກພວກເຂົາບໍ່ຢຸດມັນ ພາສີນໍາເຂົ້າຈະຮ້າຍແຮງກ່ວາເກົ່າ.”
ປະທານາທິບໍດີ ແມັກຊິໂກ ທ່ານນາງ ຄລໍເດຍ ເຊນບອມ ກ່າວໃຫ້ຄວາມຫວັງເມື່ອວັນຈັນຜ່ານມາ ວ່າ “ ຂ້າພະເຈົ້າໝັ້ນໃຈວ່າ ໃນເດືອນນີ້ ເຮົາຈະສາມາດມີຜົນຮັບດີຫຼາຍຢ່າງ, ຜົນດີສຳລັບປະຊາຊົນຂອງເຈົ້າ, ຜົນຮັບທີ່ດີສຳລັບປະຊາຊົນແມັກຊິໂກ ແລະນີ້ຄືຜົນຮັບຂອງຂໍ້ຕົກລົງ. ມັນເປັນການສົນທະນາທີ່ດີດ້ວຍຄວາມນັບຖື.”
ນັກວິຊາການດ້ານເສດຖະສາດກ່າວວ່າ ຜູ້ບໍລິໂພກຈະເລີ້ມຮູ້ສຶກເຖິງຄວາມເຄັ່ງຕຶງໃນບໍ່ຊ້າ ແລະຊີ້ໃຫ້ເຫັນເຖິງຄວາມຄ້າຍຄຽງກັນ ໃນປະຫວັດສາດ.
ທ່ານ ສຕີຟ ຄາມິນ ເຈົ້າໜ້າທີ່ອາວຸໂສ ຢູ່ສະຖາບັນວິສາຫະກິດອາເມຣິກັນ ກ່າວຜ່ານຊຸມວ່າ “ ສີ່ງນີ້ພາເຮົາຫວນກັບໄປຫາໃນຊ່ວງປີ 1930, ຊຶ່ງທ່ານອາດຈະຈື່ໄດ້ວ່າ ສົງຄາມການຄ້າເປັນນຶ່ງໃນປັດໄຈທີ່ເຮັດໃຫ້ພາວະເສດຖະກິດຕົກຕໍ່າຄັ້ງໃຫຍ່ ເພີ້ມຄວາມຮຸນແຮງຂຶ້ນ. ເນື່ອງຈາກເສດຖະກິດທົ່ວໂລກສ້າງກຳແພງກັ້ນເພື່ອກີດຂວາງການນໍາເຂົ້າ. ໃນໄລຍະຍາວ, ການເກັບພາສີທີ່ສູງຈະເຮັດໃຫ້ປະລິມານການຄ້າໂລກໂດຍລວມຫຼຸດລົງ ຊຶ່ງຈະເຮັດໃຫ້ການແຂ່ງຂັນຫຼຸດລົງ ແລະການແຜ່ກະຈາຍຂອງນະວັດຕະກຳທາງເທັກໂນໂລຈີໄປທົ່ວໂລກຈະຫຼຸດລົງ. ແລະນັ້ນ ກໍກາຍເປັນໄລຍະຍາວຂຶ້ນກວ່າເກົ່າ, ຊຶ່ງອາດຈະສົ່ງຜົນໃຫ້ການເຕີບໂຕທາງເສດຖະກິດຂອງສະຫະລັດ ແລະໂລກຫຼຸດລົງ.”
ເມື່ອວັນຈັນທີ່ຜ່ານມາ ທ່ານ ຟູ່ ຊົງ ເອກອັກຄະລັດຖະທູດຈີນປະຈຳສະຫະປະຊາຊາດ ກ່າວວ່າ ປັກກິ່ງຈະຫັນໄປຫາອົງການການຄ້າໂລກ (WTO) ເພື່ອໃຫ້ແກ້ໄຂ. ທ່ານ ຟູ ຊົງ ເວົ້າວ່າ
“ ພວກເຮົາເຊື່ອວ່າ ແມ່ນການລະເມີດກົດລະບຽບຂອງອົງການການຄ້າໂລກ. ດັ່ງນັ້ນ ນັ້ນແມ່ນເຫດຜົນທີ່ຈີນ ຈຶ່ງຍື່ນຄໍາຮ້ອງຕໍ່ WTO ແລະ ພວກເຮົາຮູ້ດີວ່າອາດຈະຖືກບັງຄັບໃຫ້ໃຊ້ມາດຕະການຕອບໂຕ້ ແລະຂໍເນັ້ນໜັກວ່າ ບໍ່ມີຜູ້ຊະນະໃນສົງຄາມການຄ້າ.”
ທ່ານ ດໍໂນລ ທຣໍາຍອມຮັບວ່າ ການເຄື່ອນໄຫວດັ່ງກ່າວ ອາດຈະເຮັດໃຫ້ລາຄາສິນຄ້າສູງຂຶ້ນ ແຕ່ກ່າວວ່າ ພາສີທີ່ສູງຂຶ້ນຈະ “ ຄຸ້ມຄ່າ” ທີ່ຈະເສີມສ້າງຜົນປະໂຫຍດຂອງສະຫະລັດ.
ອ່ານຂ່າວເປັນພາສາອັງກິດ
President Donald Trump’s weekend tariff announcement is being felt in Ottawa, in Mexico City, in Beijing — and here, in New York Hong Kong Seoul …and Taipei. Around the world, markets fell Monday after Trump dropped 25 percent tariffs on Mexico and Canada, and 10 percent on China.
In Washington, Trump spoke of his agreement Monday with Mexico to pause the tariffs for a month in exchange for concessions from Mexico City meant to stop migration flows and the movement of illegal drugs across the southern border. Markets quickly made up some losses after his announcement. He also announced a similar pause with Canada later on Monday.
President Donald Trump
"We have to stop people from pouring in, and we have to stop fentanyl, and that includes China. Fentanyl has killed this year at least 200,000 people. It's pouring in from China through Mexico and Canada. And they've got to stop it. And if they don't stop it, the tariffs are going to get worse. A lot worse."
Mexican President Claudia Sheinbaum sounded a hopeful note on Monday.
"I'm sure that in this month, we'll be able to have results, good results for your people, good results for the people of Mexico, and this was the result of the agreement. It was a good conversation, with respect."
Economic scholars say consumers will start to feel the pinch soon and pointed to historical parallels. Steve Kamin, American Enterprise InstituteZoom
“This brings us back to the 1930s, you know, when, as you may recall, a trade war was one of the factors that deepened the Great Depression, as economies all over the world erected barriers in order to keep imports out. // CUT // In the longer term, keeping tariffs high would end up reducing the total amount of global trade, which would diminish competition and reduce the diffusion across the world of technological innovations. And that could end up over a longer term, reducing the pace of U.S. and global economic growth.”
China’s ambassador to the United Nations, Fu Cong, on Monday said Beijing would turn to the World Trade organization for recourse.
Fu Cong, China's Ambassador to the United Nations
"We do believe that this is in violation of the WTO rules. So, that's why China is filing a complaint at the WTO. And we're also aware we may be forced to take countermeasures. And let me also emphasize that there is no winner in a trade war."
Trump acknowledged that the move could raise prices but said the higher tariffs would be “worth the price” to bolster U.S. interests.
ຟໍຣັມສະແດງຄວາມຄິດເຫັນ