ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ໄປຮອດຝຣັ່ງ ເພື່ອເຈລະຈາ ກ່ຽວກັບ ເລື່ອງຕໍ່ຕ້ານ ການກໍ່ການຮ້າຍ


Trump France
please wait
Embed

No media source currently available

0:00 0:00:58 0:00

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເດີນທາງໄປຮອດນະຄອນຫຼວງ
ປາຣີ ໃນວັນພະຫັດມື້ນີ້ ​ເພື່ອເຈລະກ່ຽວກັບ ເລື່ອງຕໍ່ຕ້ານການກໍ່ການຮ້າຍ ກັບ
ປະທານາທິບໍດີຝຣັ່ງ ທ່ານ Emmanuel Macron ແລະ ເພື່ອເຂົ້າຮ່ວມສະຫລອງ
ວັນຊາດຂອງຝຣັ່ງ ຫຼື Bastille Day ພ້ອມກັນກັບລະນຶກເຖິງ ​ວັນ​ຄົບ ຮອບ 100 ປີ
ທີ່ກຳລັງ ສະຫະລັດ ເຂົ້າຮ່ວມສູ້ລົບ ໃນສົງຄາມໂລກຄັ້ງທີນຶ່ງ.

ເມື່ອນຶ່ງປີກ່ອນ ທ່ານທຣຳ ໄດ້ບັນລະຍາຍວ່າ ປາຣີ “ຢູ່ໃນສະພາບ ທີ່ວຸ້ນວາຍ ​
ເປັນອັນຕະລາຍ ແທ້ໆເລີຍ”
ຍ້ອນມີການປະຕິບັດການ ຂອງພວກກໍ່ການຮ້າຍ
ຢູ່ທີ່ນັ້ນ. ເມື່ອບໍ່ດົນມານີ້ ທ່ານໄດ້ສະເໜີແນະ ວ່າ ການໂຈມຕີຂອງກຸ່ມລັດອິສລາມ
ທີ່ປາຣີ ໄດ້ເຮັດໃຫ້ຊື່​ສຽງຂອງປາຣີ ​ໃນ​ຖານະ​ເປັນ​ຈຸດໝາຍ​ປາຍທາງ ລະດັບໂລກນັ້ນ
​ໄດ້​ຮັບ​ຄວາມ​ເຊື່ອມ​ເສຍ.

ໃນຂະນະທີ່ທ່ານທຣຳ ໄດ້ຖອນສະຫະລັດ ອອກຈາກຂໍ້ຕົກລົງສາກົນ ປາຣີ ປີ 2015
ທີ່ຈະຄວບຄຸມການປ່ອຍ ແກັສເຮືອນແກ້ວ ຊຶ່ງທ່ານທຣຳ ໄດ້ກ່າວວ່າ ທ່ານໄດ້ຖືກ
ເລືອກມາ ເພື່ອເປັນໂຕແທນຂອງ “ເມືອງ Pittsburg ບໍ່ແມ່ນ ປາຣີ.” ເຖິງຢ່າງໃດ
ກໍຕາມ ຕໍ່ຈາກນັ້ນມາ ທ່ານກໍໄດ້ຮັບເອົາການເຊື້ອເຊີນຂອງທ່ານ Macron ເພື່ອມາ
ຮ່ວມການສະເຫຼີມສະຫຼອງວັນຊາດ​ຂອງຝຣັ່ງ ທີ່​ມີ​ຂຶ້ນ ໃນກາງເດືອນກໍລະກົດ.

ນອກຈາກການພົບປະກັບທ່ານ Macron ໃນວັນພະຫັດມື້ນີ້​ແລ້ວ ທ່ານທຣຳຍັງຈະ ຮັບປະທານອາຫານທ່ຽງ ກັບ ບັນດາເຈົ້າໜ້າທີ່ທະຫານສະຫະລັດ ແລະ ຈະໄປຊົມ
ຂຸມຝັງສົບ ຂອງ ທ່ານ Napoleon Bonaparte.

ທ່ານ Macron ໄດ້ກ່າວກ່ອນໜ້າການມາຢ້ຽມຢາມຂອງທ່ານທຣຳ ວ່າ “ພວກເຮົາ
ຈະປຶກສາ ຫາລື ກ່ຽວກັບບັນຫາທັງໝົດ ທີ່ເປັນຜົນປະໂຫຍດ ສຳລັບພວກເຮົາ
ຊຶ່ງຮວມທັງບັນຫາທີ່ພວກເຮົາບໍ່ສາມາດຕົກລົງກັນໄດ້ໃນເວລາທີ່ ພວກເຮົາມີ
ນຳກັນ ແຕ່ຍັງມີບັນຫາຫຼາຍຢ່າງ ທີ່ພວກເຮົາກຳລັງເຮັດວຽກຮ່ວມກັນ ເຊັ່ນວ່າ
ໄພຂົ່ມຂູ່ຈາກການກໍ່ການຮ້າຍ ວິກິດການໃນ ຊີເຣຍ ແລະ ລີເບຍ ແລະ ເລື່ອງ
ຕ່າງໆ ທີ່ເປັນຜົນປະໂຫຍດສຳລັບພວກເຮົາ.”

ເຈົ້າໜ້າທີ່ອາວຸໂສຂອງສະຫະລັດ ທ່ານນຶ່ງ ໄດ້ບອກບັນດານັກຂ່າວວ່າ ທຳນຽບຂາວ
ຄາດໝາຍວ່າ ສົງຄາມກາງເມືອງ ໃນຊີເຣຍ ແລະ ການຮ່ວມມືລະຫວ່າງ ສະຫະລັດ
ແລະ ຝຣັ່ງ ຊຶ່ງທັງບັນຫາດັ່ງກ່າວ ແລະ ເລື່ອງການຕໍ່ຕ້ານການກໍ່ການຮ້າຍນັ້ນ ກໍຈະ
ໃຊ້ເວລາສ່ວນຫຼາຍ ໃນການປຶກສາຫາລືກັນແລ້ວ ໃນຂະນະດຽວກັນ ກໍອາດຈະຍັງ
ນຳເອົາບາງເລື່ອງ ຈາກກອງປະຊຸມສຸດຍອດກຸ່ມ G-20 ໃນເຢຍຣະມັນ ຂຶ້ນມາ
ປຶກສາກັນຕື່ມ.

ຝຣັ່ງເປັນສ່ວນນຶ່ງຂອງກຸ່ມແນວໂຮມ ທີ່ນຳພາໂດຍສະຫະລັດ ຊຶ່ງໄດ້ທຳການໂຈມຕີ
ທາງອາກາດ ຕໍ່ເປົ້າໝາຍຕ່າງໆ ຂອງກຸ່ມລັດອິລາມ ໃນຊີເຣຍ ແລະ ອີຣັກ ຕັ້ງແຕ່ທ້າຍ
ປີ 2014 ເປັນຕົ້ນມາ. ການໂຈມຕີທັງຫຼາຍ ໃນປີນີ້ ສ່ວນໃຫຍ່ແລ້ວ ແມ່ນໄດ້ເກີດຂຶ້ນ
ຢູ່ໃນຊີເຣຍ ບ່ອນທີ່ພວກຫົວຮຸນແຮງໄດ້ປະກາດເອົາເມືອງ ຣັກກາ ເປັນເມືອງຫຼວງ
ຂອງພວກເຂົານັ້ນ.

Trump Heads for Difficult Encounter in France
please wait

No media source currently available

0:00 0:02:14 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG