ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ທຣໍາວ່າ ທ່ານຍິນດີ ໄປໃຫ້ການ ກ່ຽວກັບ ເລື່ອງຣັດເຊຍ ແຊກແຊງ ການຕັ້ງ ປີ 2016


ປະທານາທິບໍດີດໍ​ໂນ​ລ ທຣໍາ ລົມກັບນັກຂ່າວ ໃນໄລຍະທີ່ມີການພົບປະກັບນາຍົກເລໂອ ວາຣາດກາ (Leo Varadkar) ຂອງໄອຣ໌ແລນ ຢູ່ຫ້ອງການ ໃນທໍານຽບຂາວ ໃນວັນທີ 15 ມີນາ, 2018.
ປະທານາທິບໍດີດໍ​ໂນ​ລ ທຣໍາ ລົມກັບນັກຂ່າວ ໃນໄລຍະທີ່ມີການພົບປະກັບນາຍົກເລໂອ ວາຣາດກາ (Leo Varadkar) ຂອງໄອຣ໌ແລນ ຢູ່ຫ້ອງການ ໃນທໍານຽບຂາວ ໃນວັນທີ 15 ມີນາ, 2018.

ປະທານາທິບໍດີດໍ​ໂນ​ລ ທຣໍາ ​ໄດ້ສະ​ແດງ​ໃຫ້​ເຫັນໃນ​ວັນ​ພະຫັດ​ວານ​ນີ້ວ່າ ​ທ່ານ
​ຍິນດີ​ທີ່​ຈະໄປ​ໃຫ້​ການ​ ​ຕໍ່ໄອ​ຍະ​ການ​ພິ​ເສດ​ທີ່​ດໍາ​ເນີນ​ການ​ສືບສວນ​ກ່ຽວກັບ​ການ
​ແຊກ​ແຊງ​ຂອງຣັດ​ເຊຍ ​ເຂົ້າ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ໃນ​ປີ 2016 ​ແລະ
​ບັນຫາ​ອື່ນໆ.

​ເມື່ອ​ຖືກ​ນັກ​ຂ່າວຜູ້ນຶ່ງ​ຖາມ​ວ່າ ທ່ານ​ຍິນ​ດີ​ທີ່​ຈະ​ໃຫ້​ພວກ​ສືບສວນ​ສໍາພາດ​ທ່ານ​ບໍ່
ທ່ານ​ທຣໍາຕອບ​ວ່າ "ຂ້າພະ​ເຈົ້າຈະຍິນ​ດີ".

ທ່ານປະທານາທິບໍດີ ​ໄດ້​ໃຫ້​ຄໍາ​ເຫັນ​ດັ່ງກ່າວ ​ໃນ​ຂະນະ​ທີ່​ທ່ານ​ກໍາລັງ​ຍ່າງ​ອອກ​
ຈາກ​ຫ້ອງ​ການ​ທູດ​ໃນ​ທໍານຽບຂາວ​ໄປ ພາຍຫລັງ​ທີ່​ໄດ້​ເຊັນ​ເອກະສານທີ່​ອອກ
​ຄໍາ​ສັ່ງ​ໃຫ້​ລັດ​ຖະບານ​ຂອງ​ທ່ານ​ ດໍາ​ເນີນ​ການ​ທາງ​ດ້ານ​ການ​ຄ້າຕໍ່ຈີນ​ແລ້ວ.

ທ່ານ​ທຣໍາ​ໄດ້ຕອບຄໍາ​ຖາມ​ນັ້ນ ພາຍຫລັງ​ທີ່ທ່ານຈອນ ​ໂດ​ວດ໌ (John Dowd),
ທະນາຍຄວາມ​ສ່ວນ​ຕົວ​ຄົນ​ນຶ່ງຂອງ​ທ່ານ ​ໄດ້​ຢືນຢັນ​ວ່າທ່ານລາ​ອອກແລ້ວ.

ທ່ານຈອນ ໂດວດ໌ (John Dowd), ທະນາຍຄວາມສ່ວນຕົວຄົນນຶ່ງຂອງທ່ານທຣໍາ
ທ່ານຈອນ ໂດວດ໌ (John Dowd), ທະນາຍຄວາມສ່ວນຕົວຄົນນຶ່ງຂອງທ່ານທຣໍາ

ເປັນ​ທີ່​ຮູ້​ກັນ​ດີ​ວ່າທ່ານ ​ໂດ​ວດ໌ (Dowd) ​ໄດ້​ໃຫ້​ຄໍາ​ປຶກສາ​ແກ່​ທ່ານ​ທຣໍາ ​ເພື່ອ​ບໍ່​
ໃຫ້​ທ່ານ​ຕ້ອງ​ໄດ້​ໄປ​ນັ່ງ​ໃຫ້ພວກ​ທີ່​ເຮັດ​ວຽກກັບໄອ​ຍະ​ການ​ພິ​ເສດໂຣ​ເບີດ ມັລ​ເລີ
ຊຶ່ງ​ເປັນ​ອະດີດ​ຫົວໜ້າອົງການ​ສັນຕິ​ບານ​ກາງ ຫລື FBI ​ສໍາພາດທ່ານ.

​ໃນ​ເວລາ​ບໍ່ຮອດ​ນຶ່ງ​ອາທິດ​ກ່ອນໜ້ານີ້ ທ່ານ ​ໂດ​ວດ໌ (Dowd) ​ໄດ້​ໂທ​ໄປ​ບອກກະ
ຊວງ​ຍຸຕິ​ທໍາ ທີ່​ຮັບຜິດຊອບ ​ຄຸ້ມ​ຄອງ​ອົງການ​ເອັຟບີ​ໄອ (FBI) ​ແລະໄອ​ຍະ​ການ
​ພິ​ເສດວ່າ​ໃຫ້​ຍຸດຕິ​ການ​ສືບສວນ​ກ່ຽວກັບ​ເລື່ອງຣັດ​ເຊຍ. ທໍາ​ອິດທ່ານ​ໂດ​ວດ໌ ​ເວົ້າ
ວ່າ ທ່ານເວົ້າ​ເຊັ່ນ​ນັ້ນ ​ແມ່ນ​ເວົ້າໃນ​ນາມ​ຕາງໜ້າ​ໃຫ້​ແກ່ທ່ານປະທານາທິບໍດີ ແຕ່
​ວ່າ ຫລັງ​ຈາກ​ນັ້ນທ່ານກັບ​ອະທິບາຍ​ໃຫ້​ແຈ້ງ​ຂຶ້ນວ່າ ທ່ານ​ເວົ້າ​ເຊັ່ນ​ນັ້ນບໍ່​ແມ່ນ​ໃນ​
ນາມ​ຕາງໜ້າ​ໃຫ້​ແກ່​ປະທານາທິບໍດີ ​ແຕ່​ຢ່າງ​ໃດ.

Trump Lawyer Resigns as Democrats Issue New Warning on Russia Probe
please wait

No media source currently available

0:00 0:02:49 0:00


ການ​ລາ​ອອກ​ຂອງ​ທ່ານ ​ໂດ​ວດ໌ ​ມີ​ຂຶ້ນບໍ່ພໍ​ເທົ່າ​ໃດ​ມື້ ພາຍຫລັງ​ທີ່ທ່ານປະທານາທິ
ບໍດີ ໄດ້​ເອົາ​ທະນາຍ​ຄວາມ ​ໂຈ​ເຊັບ ດິຈີ​ໂນ​ວາ (Joseph diGenova) ອະດີດ​ທະ
ນາຍຄວາມ​ສະຫະລັດ ທີ່​ມີ​ຊື່ສຽງ​ໃນ​ການ​ພັກ​ດັນ​ໃຫ້​ມີ​ຍຸດ​ທະ​ສາດ​ດ້ານ​ກົດໝາຍ
ທີ່​ຮຸນ​ແຮງ​ຂຶ້ນ ​ເຂົ້າ​ມາ​.

ຍັງ​ມີ​ຂ່າວ​ລື​ກັນຢູ່​ໃນ​ທໍານຽບຂາວ​ອີກ​ວ່າ ທ່ານປະທານາທິບໍດີກໍາລັງ​ຊອກ​ຫາ​ຄົນ
ມາແທນ ທ່ານ ທີ ຄອບ (Ty Cobb) ທີ່​ເປັນ​ສະມາຊິກ​ຂອງ​ທີ​ມກົດໝາຍຂອງ​ທ່ານ
​ອີກ​ຜູ້​ນຶ່ງນັ້ນອີກດ້ວຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG