ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ໄປຄໍານັບ ຜູ້ສະຫຼະຊີວິດ ໃນສົງຄາມ ໃນວັນລະນຶກເຖິງ ທະຫານທີ່ເສຍຊີວິດໄປ ໃນສົງຄາມ


ປະທານາທິບໍດີ Donald Trump ຢືນຢູ່ກັບຮອງປະທານາທິບໍດີ Mike Pence ແລະນາຍພົນ Omar Jones ທີ່ເຂົ້າຮ່ວມພິທີລະນຶກເຖິງທະຫານທີ່ເສຍຊີວິດໄປໃນສົງຄາມຫຼື Memorial Day ໃນວັນທີ 25 ພຶດສະພາ, 2020
ປະທານາທິບໍດີ Donald Trump ຢືນຢູ່ກັບຮອງປະທານາທິບໍດີ Mike Pence ແລະນາຍພົນ Omar Jones ທີ່ເຂົ້າຮ່ວມພິທີລະນຶກເຖິງທະຫານທີ່ເສຍຊີວິດໄປໃນສົງຄາມຫຼື Memorial Day ໃນວັນທີ 25 ພຶດສະພາ, 2020

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ ສະຫລະຊີວິດໃນສົງຄາມເພື່ອຊາດ ເນື່ອງໃນວັນລະນຶກເຖິງທະຫານທີ່ເສຍຊີວິດໄປໃນສົງຄາມຫຼື Memorial Day ໃນວັນຈັນວານນີ້ ຢູ່ໃນພິທີວາງພວງມາລາ ແບບສະຫງົບເຂັ່ງຂຶມ ຢູ່ທີ່ສຸສານແຫ່ງຊາດອາລິງຕັນຢູ່ນອກນະຄອນຫຼວງວໍຊິງຕັນ.

ຜູ້ນໍາສະຫະລັດທ່ານນີ້ ໄດ້ຈັບພວງມາລາສີແດງ, ສີຂາວ ແລະສີຟ້າ ແລະໄດ້ຄໍານັບຂຸມຝັງສົບຂອງທະຫານນີລະນາມທີ່ສະລັກຄໍາວ່າ “ຢູ່ທີ່ນີ້ແມ່ນທະຫານ ອາເມຣິກັນທີ່ມີແຕ່ພະເຈົ້າເທົ່ານັ້ນຮູ້ຈັກ ໄດ້ພັກຜ່ອນຢູ່ຢ່າງມີກຽດສະຫງ່າງາມ.” ແລ້ວນັກເປົ່າແກກໍເປົ່າ “ໄວ້ອາໄລສົບທະຫານ” ຂຶ້ນ.

ຕິດຕາມໄປນໍາທ່ານປະທານາທິບໍດີກໍຄື ຮອງປະທານາທິບໍດີໄມຄ໌ ເພັນສ໌ ແລະລັດຖະມົນ
ຕີກະຊວງປ້ອງກັນປະເທດ, ທ່ານ ມາກ ແອສເພີ (Mark Esper). ສະຕີໝາຍເລກນຶ່ງ,
ທ່ານນາງ ເມລາເນຍ ທຣໍາ (Melania Trump) ແລະສະຕີ ໝາຍເລກສອງ, ທ່ານນາງ
ແຄເຣັນ ເພັນສ໌ (Karen Pence) ຢືນຫລຽວໄປເບິ່ງຢູ່ ເທິງແທ່ນບັນໃດ ພ້ອມກັນກັບຜູ້
ມີກຽດເຂົ້າຮ່ວມຫລາຍຄົນ.

ແຕ່ວ່າ ກໍມີຫລັກຖານສະແດງໃຫ້ເຫັນວ່າ ຍັງສືບຕໍ່ໄປມີໄພຂົ່ມຂູ່ຂອງໄວຣັສໂຄໂຣນາຢູ່ໃນພິທີປະຈໍາປີຢູ່ໃນສຸສານອາລິງຕັນ, ຊຶ່ງເປັນສຸສານທີ່ສໍາຄັນທີ່ສຸດຂອງທະຫານສະຫະລັດຢູ່. ທ່ານທຣໍາບໍ່ໄດ້ກ່າວຄໍາປາໄສຕໍ່ຝູງຊົນຄືກັນກັບຫລາຍໆ ປີຜ່ານມາ ແລະຜູ້ຄົນທີ່ເຂົ້າຮ່ວມພິທີກໍໄດ້ຮັກສາການຢູ່ຫ່າງກັນສອງແມັດ. ພະນັກງານທະຫານບາງຄົນກໍໃສ່ໜ້າກາກປິດປາກໄວ້.

ໃນຂະນະທີ່ຂະບວນລົດຂອງທ່ານທຣໍາຂັບຜ່ານເນີນຫຍ້າຂຽວໆ ຂອງສຸສານຢູ່ ນັ້ນສຽງປືນໃຫຍ່ກໍດັງຂຶ້ນ ເພື່ອຄໍານັບທະຫານທີ່ເສຍຊີວິດໄປ. ທະຫານໃນຊຸດ ເຄື່ອງແບບໄດ້ສະແດງການຄໍານັບຂະນະທີ່ຂະບວນລົດຂັບຜ່ານເສົາຫີນຈາລຶກ ປັກຢູ່ຂຸມຝັງສົບເປັນແຖວໆຈົນນັບບໍ່ຖ້ວນ, ທຸກເສົາຫີນລ້ວນແລ້ວແຕ່ມີທຸງຊາດ ອາເມຣິກັນນ້ອຍໆ ຕິດຢູ່.

ໃນເວລາຕໍ່ມາ, ທ່ານ ທຣໍາກໍໄດ້ໄປຢ້ຽມຢາມຄ້າຍທະຫານຝອດແມັກ ເຮັນຣີ (Fort McHenry) ທີ່ນະຄອນບາລຕີມໍຊຶ່ງຕັ້ງຢູ່ປະມານ 70 ກິໂລແມັດຫ່າງຈາກນະຄອນຫລວງວໍຊິງຕັນ ບ່ອນທີ່ສົງຄາມບັ້ນນຶ່ງທີ່ມີການຕໍ່ສູ້ຢ່າງເປັນປະຫວັດການໃນປີ 1812 ແລະໄດ້ຖືກໃຊ້ເປັນສິ່ງດົນບັນດານໃຫ້ມີເພັງຊາດສະຫະລັດ, “The Star-Spangled Banner” ຊຶ່ງແປວ່າ “ຜືນທຸງຂອງດວງ
ດາວທີ່ເປັ່ງແສງປະກາຍ.”

ທ່ານ ທຣໍາ ໄດ້ກ່າວຄໍາປາໄສແບບສັ້ນໆ ຢູ່ທີ່ນັ້ນ ໃນຂະນະທີ່ທຸງຊາດອາເມຣິກັນ ປັກເປັນແຖວປີວສະບັດຢູ່. ທ່ານໄດ້ສະແດງຄວາມລະນຶກເຖິງບຸນຄຸນຂອງ ນັກລົບຂອງສະຫະລັດທີ່ໄດ້ເສຍຊີວິດໄປ ແລະເຖິງຄົນເກືອບຮອດ 1 ແສນຄົນຢູ່ໃນສະຫະລັດທີ່ເສຍຊີວິດໄປຍ້ອນໄວຣັສໂຄໂຣນາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG