ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ພົບປະກັບເຈົ້າໜ້າທີ່ຫຼາຍທ່ານ ໃນການຊອກຄົ້ນແຕ່ງຕັ້ງຄະນະລັດຖະບານ


ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ແລະ ທ່ານ Mitt Romney ຈັບມືກັນໃນເວລາທີ່ທ່ານ Romney ເດີນທາງອອກຈາກສະໂມສອນ ກັອລຟ ໃນເມືອງ Bedminster, ລັດ New Jersey. 19 ພະຈິກ, 2016.
ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ແລະ ທ່ານ Mitt Romney ຈັບມືກັນໃນເວລາທີ່ທ່ານ Romney ເດີນທາງອອກຈາກສະໂມສອນ ກັອລຟ ໃນເມືອງ Bedminster, ລັດ New Jersey. 19 ພະຈິກ, 2016.

ທ່ານ ມິດ ຣອມນີ ນຶ່ງໃນບັນດາຜູ້ຕ້ອງຕິທ່ານ ທຣຳ ໜັກທີ່ສຸດຈາກພັກຣິພັບບລິກັນ ໃນ ຕອນຕົ້ນໆຂອງການໂຄສະນາຫາສຽງທາງດ້ານການເມືອງ ກໍແມ່ນຜູ້ນື່ງໃນບັນດາເຈົ້າໜ້າ ທີ່ ທີ່ໄດ້ທະຍອຍກັນເຂົ້າມາພົບ ທ່ານ ດານາລ ທຣຳ ໃນວັນເສົາວານນີ້ ໃນຂະນະທີ່ປະທາ ນາທິບໍດີທີ່ຖືກເລືອກໃໝ່ ກຳລັງເຮັດວຽກເພື່ອມາກຳຕໍ່າແໜ່ງທີ່ສຳຄັນສຳຄັນຢູ່ນີ້.

ພວກອື່ນໆ ທີ່ໄດ້ເດີນທາງໄປຍັງສະໜາມກັອຟ ໄປພົບທ່ານ ທຣຳ ທີ່ລັດ ນິວ ເຈີຊີກໍມີລວມ ທັງ ນັກເຄື່ອນໄຫວທີ່ແຂງຂັນທາງດ້ານການສຶກສາຄື ທ່ານນາງ Michelle Rhee ກັບ ທ່ານນາງ Betsy DeVos ແລະ ທ່ານນາຍພົນທີ່ບຳນານແລ້ວ ທ່ານ James Mattis ຜູ້ ຊຶ່ງກຳລັງຖືກພິຈາລະນາວ່າ ຈະໃຫ້ເປັນຜູ້ນຳຂອງທຳນຽບຫ້າແຈ.

ທ່ານ ທຣຳ ໄດ້ບອກພວກນັກຂ່າວຢູ່ນອກສະໂມສອນກັອຟແຫ່ງຊາດຂອງ ທຣຳ ພ້ອມ ດ້ວຍທ່າທາງຍົກໂປ້ວ່າ ການພົບປະກັບທ່ານ ຣອມນີ ແມ່ນເປັນໄປ “ດ້ວຍດີ.”

ທ່ານ ຣອມນີ ຜູ້ທີ່ໄດ້ເອີ້ນທ່ານ ທຣຳ ໃນຕອນເປັນຜູ້ສະໜັກແຂ່ງຂັນ ວ່າ “ຈອມປອມ” ແລະ “ຄົດລ້ຽວ” ໄດ້ບອກພວກນັກຂ່າວວ່າ ທ່ານ ແລະ ທ່ານ ທຣຳ ໄດ້ສົນທະນາກັນຢ່າງ ຖີ່ຖ້ວນແລະເລິກເຊິ່ງ ກ່ຽວກັບກິດຈະການຂອງໂລກ.

ທ່ານ ຣອມນີ ຜູ້ຊຶ່ງໄດ້ປະລາໄຊຈາກພັກຣິພັບບລິກັນ ໃຫ້ແກ່ປະທານາທິບໍດີ ບາຣັກ ໂອ ບາມາ ໃນ ປີ 2012 ໄດ້ຖືກທ່ານ ທຣຳ ກ່າວເຖິງ ວ່າຢາກໃຫ້ມາກຳຕໍ່າແໜ່ງ ລັດຖະມົນຕີ ຕ່າງປະເທດ. ແຕ່ການພົບປະກັນ ລະຫວ່າງ ທ່ານ ທຣຳ ກັບທ່ານ ຣອມນີ ບໍ່ໄດ້ມີຮ່ອງ ຮອຍໃດໆສະແດງໃຫ້ເຫັນໃນວັນເສົາວານນີ້ ທີ່ເມືອງ Bedminster ວ່າຜູ້ໃດຈະມາກຳຕຳ ແໜ່ງດັ່ງກ່າວ. ທ່ານ ຣອມນີ ໄດ້ກ່າວລຸນຫຼັງການພົບພໍ້ກັນວ່າ “ພວກເຮົາໄດ້ສົນທະນາ ກັນຢ່າງກວ້າງຂວາງເຖິງບັນຫາຫຼາຍຢ່າງຂອງໂລກບ່ອນທີ່ ສະຫະລັດ ມີຜົນປະໂຫຍດ ທີ່ສຳຄັນຢູ່. ພວກເຮົາໄດ້ສົນທະນາກັນໃນເລື່ອງດັ່ງກ່າວ ທັງແລກປ່ຽນທັດສະນະກັນ ກ່ຽວກັບ ຫົວຂໍ້ເຫຼົ່ານັ້ນ.”

ໃນວັນເສົາວານນີ້ ລາຍການກອງປະຊຸມຂອງທ່ານ ທຣຳ ແມ່ນມີລວມທັງ ທ່ານ Wilbur Ross ລັດຖະມົນຕີ ບົ່ມຊ້ອນດ້ານການຄ້າ ຜູ້ຊຶ່ງໄດ້ຮັບຜົນກຳໄລເປັນຫຼາຍໆພັນລ້ານໃນ ການລົງທຶນໃສ່ບໍຣິສັດທີ່ລົ້ມລະລາຍແລະຊັບສິນລົ້ມແຫຼວ ແລະທ່ານ David McCormick ຜູ້ບໍຣິຫານທຸຣະກິດ ຫົວໜ້າບໍຣິສັດລົງທຶນ​ Bridgewater Associates ລວມທັງ ທ່ານ ຄຣິສ ຄຣິສຕີ ຜູ້ປົກຄອງລັດ ນິວ ເຈີຊີ ຊຶ່ງຫາກໍຖືກປົດລົງຈາກຕໍ່າແໜ່ງບົດ ບາດໃນທີມງານຄະນະເລືອກຕັ້ງເຈົ້າໜ້າທີ່ໄລຍະຂ້າມຜ່ານຂອງທ່ານທຣຳເມື່ອບໍ່ດົນນີ້.

Mitt Romney, who had been one of Donald Trump's harshest Republican critics during early stages of the U.S. political campaign, was one of a parade of officials meeting with Donald Trump on Saturday as the president-elect works to fill key positions in his administration.

Others traveling to Trump's New Jersey golf course for meetings included education activists Michelle Rhee and Betsy DeVos, as well as retired Gen. James Mattis, who is among those being considered to lead the Pentagon.

Trump told reporters outside the Trump National Golf Club, a thumbs-up gesture and said, "Went great," as he and Romney exited.

Romney, who had called candidate Trump a "phony" and a "con man", told reporters he and Trump had "a very thorough and in-depth discussion" about world affairs.

Romney, the losing Republican candidate against President Barack Obama in 2012, has been mentioned recently as Trump's possible choice for secretary of state. No indication about who will fill that job emerged from the Trump-Romney talks Saturday in Bedminster.

"We had a far reaching conversation with regards to the various theatres of the world where there are interests of the United States of real significance," Romney said after the meeting. "We discussed those areas and exchanged our views on those topics."

On Sunday, Trump's schedule includes meetings with Wilbur Ross, a potential commerce secretary who made billions by investing in bankrupt companies and distressed assets, and business executive David McCormick, head of investment firm Bridgewater Associates, as well as New Jersey Governor Chris Christie, who was recently demoted in his role on Trump's transition team, according to media reports.

XS
SM
MD
LG