ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຍົກ​ເລີກ ພາ​ສີ ຕໍ່ ເມັກ​ຊິ​ໂກ ແລະ ກາ​ນາ​ດາ


ຮູບ​ຄົນ​ງານ​ຜູ້​ນຶ່ງ ທີ່​ໂຮງ​ງານ​ເຫຼັກ​ກ້າ ໃນ​ເມືອງມອນ​ຕາ​ເຣ ປະ​ເທດ​ເມັກ​ຊິ​ໂກ. (ວັນ​ທີ 27 ສິງ​ຫາ 2018)
ຮູບ​ຄົນ​ງານ​ຜູ້​ນຶ່ງ ທີ່​ໂຮງ​ງານ​ເຫຼັກ​ກ້າ ໃນ​ເມືອງມອນ​ຕາ​ເຣ ປະ​ເທດ​ເມັກ​ຊິ​ໂກ. (ວັນ​ທີ 27 ສິງ​ຫາ 2018)

ສະ​ຫະ​ລັດໄດ້​ຕົກ​ລົງ ທີ່​ຈະ​ຍົກ​ເລີກ​ ການ​ເກັບ​ພາ​ສີ​ອາ​ລູ​ມີ​ນຽມ ​ແລະ​ເຫຼັກ​ກ້າ ຈາກ​ກາ​ນາ​ດາ​ ແລະ​ເມັກ​ຊິ​ໂກ.

ການ​ຕົກ​ລົງ​ດັ່ງ​ກ່າວ ຊຶ່ງ​ມີ​ການ​ລາຍ​ງານ​ເປັນ​ເທື່ອ​ທຳ​ອິດ​ໃນ​ວັນ​ສຸກວານນີ້ ໂດຍ​ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ​ທ໌ ບັງ​ຄັບ​ໃຫ້​ລັດ​ຖະ​ບານ​ເມັກ​ຊິ​ໂກ​ແລະ​ກາ​ນາ​ດາຮັບ​ຜ່ານ ​ມາດ​ຕະ​ການ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ສົ່ງ​ເຫຼັກ​ກ້າ​ຈາກ​ຈີນມາ​ຍັງ​ສະ​ຫະ​ລັດ​ຜ່ານ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ.

ການ​ຕົກ​ລົງ​ນີ້​ຈະ​ເລີ້ມ​ມີ​ຜົນ​ບັງ​ຄັບ​ໃນ​ວັນ​ອາ​ທິດມື້​ອື່ນ ແລະ​ຊ່ວຍ​ແຜ້ວ​ທາງ​ໃຫ້​ລັດ​ຖະ​ສະ​ພາ​ຮັບ​ຮອງ​ເອົາ ​ຂໍ້​ຕົກ​ລົງ​ການ​ຄ້າ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ.

ທ່ານ​ທ​ຣຳ​ໄດ້​ປະ​ກາດ​ເກັບ​ພາ​ສີ​ດັ່ງ​ກ່າວ ເມື່ອ​ເດືອນ​ມີ​ນາ​ປີ 2018 ໂດຍ​ອ້າງ​ເຫດ​ຜົນ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ. ສະ​ຫະ​ລັດ​ຍັງ​ສືບ​ຕໍ່​ຢືນ​ຢັດ​ວ່າ ການ​ຜະ​ລິດ​ເຫຼັກ​ກ້າ​ແລະ​ອາ​ລູ​ມີ​ນຽມ​ເກີນ​ຂອບ​ເຂດ​ຂອງ​ຈີນ ເຮັດ​ໃຫ້​ລາ​ຄາ​ຂອງ​ແຮ່​ທາດ​ທັງ​ສອງ​ຕົກ​ຕ່ຳ​ລົງ​ຢູ່​ໃນ​ທົ່ວ​ໂລກ ແລະ​ບັງ​ຄັບ​ໃຫ້​ໂຮງ​ງານ​ຕ່າງໆ​ຂອງ​ສະ​ຫະ​ລັດ​ຕ້ອງ​ໄດ້​ອັດ​ກິດ​ຈະ​ການ​ລົງ.

​ລົດ​ສຸ​ບາ​ຣຸ​ ທີ່​ຫາ​ກໍ​ຜະ​ລິດ​ໃໝ່ໆ ພວມ​ລໍ​ຖ້າ​ການ​ສົ່ງ​ອອກ ທີ່​ທ່າ​ກຳ​ປັ່ນ​ໂຢ​ໂກ​ຮາ​ມາ ໃນ​ປະ​ເທດ​ຍີ່​ປຸ່ນ. (ວັນ​ທີ 30 ພຶດ​ສະ​ພາ 2017)
​ລົດ​ສຸ​ບາ​ຣຸ​ ທີ່​ຫາ​ກໍ​ຜະ​ລິດ​ໃໝ່ໆ ພວມ​ລໍ​ຖ້າ​ການ​ສົ່ງ​ອອກ ທີ່​ທ່າ​ກຳ​ປັ່ນ​ໂຢ​ໂກ​ຮາ​ມາ ໃນ​ປະ​ເທດ​ຍີ່​ປຸ່ນ. (ວັນ​ທີ 30 ພຶດ​ສະ​ພາ 2017)

ສະ​ມາ​ຊິກ​ສະ​ພາ​ສູງ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ຫຼາຍ​ຄົນ​ ກ່າວ​ວ່າ ຕົນ​ຈະ​ບໍ່​ລົງ​ຄະ​ແນນ​ສຽງສະ​ໜັບ​ສະ​ໜຸນ​ຂໍ້​ຕົກ​ລົງ​ການ​ຄ້າ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ​ຂອງ​ທ່ານ​ທ​ຣຳ​ໃນ​ຂະ​ນະ​ທີ່​ຍັງ​ມີ​ການ​ເກັບ​ພາ​ສີ​ນີ້​ຢູ່. ພາ​ສີ​ດັ່ງ​ກ່າວ​ແມ່ນຈ່າຍ​ໂດຍ​ພວກ​ຜູ້ນຳ​ເຂົ້າສິນ​ຄ້າ​ຕ່າງ​ປະ​ເທດຊາວ​ອາ​ເມ​ຣິ​ກັນ ຊຶ່ງ​ໃນ​ທີ່​ສຸດ​ກໍ​ມັກ​ຈະ​ໃຫ້​ຜູ້​ບໍ​ລິ​ໂພກ​ຊາວ​ອາ​ເມ​ຣິ​ກັນ​ເປັນ​ຜູ້​ຮັບ​ພາ​ລະ​ແທນ. ການ​ເກັບ​ພາ​ສີ​ຕອບ​ໂຕ້​ຂອງ​ເມັກ​ຊິ​ໂກ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພວກ​ພໍ່​ໄຮ່​ຊາວ​ສວນ​ໃນລັດໄອ​ໂອ​ວາ​ທາງ​ພາກ​ກາງຂອງ​ສະ​ຫະ​ລັດ ໂດຍ​ໄດ້​ຫຼຸດກ​ານ​ສົ່ງ​ອອກ​ຜ​ະ​ລິດ​ຕະ​ພັນ​ການ​ກະ​ເສດ​ຂອງ​ສະ​ຫະ​ລັດ​ລົງ​ຢ່າງ​ຫຼວງ​ຫຼາຍ.

ສົງ​ຄາມ​ການ​ຄ້າ ​ລະ​ຫ​ວ່າງ​ສະ​ຫະ​ລັດ ​ກັ​ບ​ຈີນ ​ໄດ້​ເພີ້ມ​ຄວາມ​ເຂັ້ມ​ຂຸ້ນ​ຂຶ້ນ​ໃນ​ອາ​ທິດນີ້ ເວ​ລາ​ວໍ​ຊິງ​ຕັນ​ປະ​ກາດ​ວ່າ ຕົນ​ໄດ້​ຈັດ​ເອົາ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ຍັກ​ໃຫຍ່​ຫົວເຫວີຍ​ຂອງ​ຈີນ ເຂົ້າ​ໄວ້​ໃນ​ບັນ​ຊີ​ດຳ ຊຶ່ງ​ຈະ​ຂັດ​ຂວາງ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ທີ່​ຈະ​ເຮັດ​ທຸ​ລະ​ກິດ​ກັບ​ບໍ​ລິ​ສັດ​ຂອງ​ສະ​ຫະ​ລັດ. ຈີນ​ໄດ້​ຕອບ​ໂຕ້​ຄືນ ດ້ວຍ​ການ​ປະ​ກາດ​ເກັບ​ພາ​ສີ 60 ຕື້​ໂດ​ລາ​ຕໍ່​ຜະ​ລິດ​ຕະ​ພັນ​ຂອງ​ສະ​ຫະ​ລັດ ຊຶ່ງ​ຈະ​ເລີ້ມ​ມີ​ຜົນ​ບັງ​ຄັບ​ໃນ​ວັນ​ທີ 1 ມິ​ຖຸ​ນາ​ຈະ​ມານີ້.

ສົງ​ຄາມ​ການ​ຄ້າ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນແມ່ນ​ມີ​ຜົນ​ກະ​ທົບ​ຢ່າງ​ແຮງ​ຕໍ່​ຕະ​ຫຼາດ​ການ​ເງິນ​ຂອງ​ໂລກໃນ​ຂະ​ນະ​ທີ່​ຮຸ້ນ​ຕ່າງໆ​ພວມດີ້ນ​ຮົນ​ຫາ​ທິດ​ທາງ ທ່າມ​ກາງ​ເມັກ​ໝອດ​ຂອງ​ຄວາມ​ບໍ່​ແນ່ນອນ.

ການ​ປະ​ກາດ​ໃນ​ວັນ​ສຸກວານນີ້ ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ທ່ານ​ທ​ຣຳ​ໄດ້​ຕໍ່​ເວ​ລາ​ 6 ເດືອນ​ໃຫ້​ແກ່​ສະ​ຫະ​ພາບ​ຢູ​ໂຣບ​ແລະ​ຍີ່​ປຸ່ນ ຫລຸດ​ການ​ສົ່ງ​ອອກ​ລົດ​ມາ​ຍັງ​ສະ​ຫະ​ລັດ ຫຼື​ຖ້າ​ບໍ່​ດັ່ງ​ນັ້ນ​ແລ້ວ ກໍອາດຈະ​ປະ​ເຊີນ​ກັບ​ການ​ເກັບ​ພາ​ສີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG