ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໗ ເມສາ ໒໐໒໕

ທ່ານ ທ​ຣຳ ດຳ​ເນີນ​ການ​ທາງ​ການ​ທູດຫຼາຍ​ດ້ານ ເພື່ອ​ສິ້ນ​ສຸດ​ສົງ​ຄາມ ຢູ​ເຄ​ຣນ


ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້ ດ້ວຍ​ການ​ບັນ​ຍາຍ​ເປັນ​ພາ​ສາ​ລາວ.

ຫຼັງ​ຈາກ​ການ​ແລກ​ປ່ຽນ​ນັກ​ໂທດ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ກັບ ຣັດ​ເຊຍ, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ເປີດ​ການ​ດຳ​ເນີນ​ງານ​ທາງ​ການ​ທູດ ຫຼາຍ​ດ້ານ ເພື່ອ​ຢຸດ​ຄວາມ​ຂັດ​ແຍ້ງ​ໃນ​ປະ​ເທດ ຢູ​ເຄ​ຣນ, ໂດຍ​ກ່າວ​ວ່າ​ ທ່ານ​ຈະ​ພົບ​ປະ​ກັບ​ຜູ້​ນຳ ຣັດ​ເຊຍ​ ໃນ​ໄວໆ​ນີ້ ແລະ ຈະ​ສົ່ງ​ທີມ​ງານ​ທີ່​ນຳ​ໂດຍ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ ໄປ​ພົບ​ກັບ​ຜູ້​ນຳ​ຂອງ ຢູ​ເຄ​ຣນ ໃນ​ວັນ​ສຸກມື້ນີ້.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນລ ທ​ຣຳ ໄດ້​ວາງ​ເງື່ອນ​ໄຂ​ການ​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ ຢ່າງ​ຕໍ່​ເນື່ອງ​ ໂດຍ​ເລີ່ມ​ຕົ້ນ​ດຳ​ເນີນ​ການ​ທາງ​ການ​ທູດ ເພື່ອ​ຢຸດ​ການ​ຮຸກ​ຮານ ຢູ​ເຄ​ຣນ ຂອງ ຣັດ​ເຊຍ ທີ່​ດຳ​ເນີນ​ມາ​ໄດ້​ສາມ​ປີ​ແລ້ວ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ “ຄື​ວ່າ ​ພວກ​ເຮົາ​ກຳ​ລັງ​ຈະ​ໄດ້​ຄວາມ​ໝັ້ນ​ຄົງສຳ​ລັບ​ເງິນ​ຂອງ​ພວກ​ເຮົາ. ເຮົາ​ຈະ​ເຮັດ​ໃຫ້​ມັນ​ໝັ້ນ​ຄົງ​ດ້ວຍກ​ານ, ເຂົາ​ເຈົ້າ​ມີ​ແຮ່​ທາດ​ຫາ​ຍາກ, ແລະ ເຂົາ​ເຈົ້າ​ມີ​ນ້ຳ​ມັນ ແລະ ແກັ​ສ, ແລະ ເຂົ​າເຈົ້າ​ກໍ​ມີ​ແນວ​ອື່ນໆຫຼາຍ​ຢ່າງ. ແລະ ພວກ​ເຮົາກໍ​ກຳ​ລັງ​ຂໍ​ຄວາມ​ໝັ້ນ​ຄົງ​ສຳ​ລັບ​ເງິນ​ຂອງ​ພວກ​ເຮົາ. ແລະ ເຂົາ​ເຈົ້າ​ກໍ​ໄດ້​ເຫັນ​ດີ​ນຳ. ຢູ​ເຄ​ຣນ ໄດ້​ເຫັນ​ດີ​ຕໍ່​ມັນ. (ນັກຂ່າວຖາມທ່ານວ່າ ທ່ານຈະບໍ່ສົ່ງການຊ່ວຍເຫຼືອໃດໆໄປໃຫ້ຢູເຄຣນ?) ພວກ​ເຮົາ​ຈະ​ສົ່ງ​ເງິນ​ໄປ​ຢູ່, ແຕ່​ພວກ​ເຮົາ​ຢາກ​ໃຫ້​ມັນ​ມີ​ຄວາມ​ໝັ້ນ​ຄົງ, ແລະ ເງິນ​ດັ່ງ​ກ່າວ ​ກໍ​ຈະ​ປອດ​ໄພ.”

ບັນ​ດາ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ໄດ້​ອະ​ນຸ​ມັດ​ເງິນ​ສະ​ໜັບ​ສະ​ໜູນ​ທາງ​ການ​ທະ​ຫານ ແລະ ບໍ່​ແມ່ນ​ທາງ​ການ​ທະ​ຫານ​ປະ​ມານເກືອບ 183 ຕື້​ໂດ​ລາ​ສຳ​ລັບ ຢູ​ເຄ​ຣນ ຕັ້ງ​ແຕ່​ເດືອນ​ກຸມ​ພາ 2022 ຕາມ​ລາຍ​ງານ​ການ​ກຳ​ກັບ​ເບິ່ງແຍງ ​ສະ​ບັບ​ໃໝ່ ທີ່​ສົ່ງ​ເຖິງ​ລັດ​ຖະ​ສະ​ພາ​ ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ. ເງິນ​ທີ່​ຍັງ​ເຫຼືອ​ຢູ່​ແມ່ນບໍ່​ເຖິງ 40 ຕື້​ໂດ​ລາ.

ຄຳ​ເຫັນ​ຂອງ​ທ່ານ​ ທ​ຣຳ ຖື​ເປັນ​ການ​ປິດ​ທ້າຍ ​ວັນ​ແຫ່ງ​ການ​ທູດ​ທີ່​ວຸ້ນ​ວາຍ ລວມ​ເຖິງ​ການ​ລົມ​ໂທ​ລະ​ສັບ ​ລະ​ຫວ່າງ ​ທ່ານ ທ​ຣຳ ກັບ​ຄູ່​ຕຳ​ແໜ່ງ ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ. ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກໍ​ໄດ້ຢືນ​ຢັນ​ວ່າ​ ທ່ານ ແລະ ທ່ານ ທ​ຣຳ ໄດ້​ລົມ​ກັນ​ເປັນ​ເວ​ລາ “ດົນ​ນານ.”

ໃນ​ການ​ປະ​ຊຸມ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຄົນ​ໃໝ່​ຂອງ ສະ​ຫະ​ລັດ ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ ກ່ຽວ​ກັບຂໍ້​ຕົກ​ລົງ​ທາງ​ເສດ​ຖະ​ກິດ​ ທີ່​ອາດ​ຈະ​ເກີດ​ຂຶ້ນ​ນັ້ນ, ທ່ານ ເຊ​ເລັນ​ສ​ກີ ກໍ​ໄດ້​ເນັ້ນ​ຢ້ຳ​ເຖິງ​ຄວາມ​ຕ້ອງ​ການຫຼັກ​ຂອງ ຢູ​ເຄ​ຣນ ໃນ​ແຜນ​ສັນ​ຕິ​ພາບ ຊຶ່ງ​ກໍ​ຄື​ການ​ທີ່ ຢູ​ເຄ​ຣນ ເປັນ​ສະ​ມາ​ຊິກ​ອົງ​ການ ເນ​ໂຕ້ ແລະ ຄວາມ​ຈຳ​ເປັນ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກ່າວ​ວ່າ “ແລະ​ຂ້າ​ພະ​ເຈົ້າ​ຂໍ ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໃຫ້​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ແກ່​ພວກ​ເຮົາ ເພື່ອ​ຊ່ວຍ ຢູ​ເຄ​ຣນ ແລະ ເສີມ​ຄວາມ​ແຂງ​ແກ່ນ​ໃຫ້​ພວກ​ເຮົາ. ແນ່ນອນ​ວ່າ ​ເຮົາ​ຕ້ອງ​ລົມ​ກັນ​ກັບ ຢູ​ໂຣບ ເພາະ​ວ່າ​ ເຮົາ​ຕ້ອງ​ມີ​ກອງ​ທັບ​ທີ່​ໃຫຍ່ກວ່ານີ້ ເຮົາ​ມີ​ງົບ​ປະ​ມານ​ຂາດ​ດຸນ​ໃນ​ເວ​ລານີ້ ແຕ່​ການ​ມີ​ກອງ​ທັບ​ທີ່​ໃຫຍ່ກວ່ານີ້ ຢ່າງ​ໜ້ອຍ​ກໍ​ເທົ່າ​ກັບ​ທີ່​ເປັນ​ຢູ່​ໃນ​ຂະ​ນະ​ນີ້ ແລະ ການ​ໃຫ້​ອາ​ຫານ ແລະ ອາ​ວຸດ​ແກ່​ກອງ​ທັບ ຖື​ເປັນ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຈຳ​ນວນຫຼາຍ. ເງິນ​ທີ່​ວ່ານີ້ ​ຕ້ອງ​ມາ​ຈາກ​ບ່ອນ​ໃດ​ບ່ອນ​ນຶ່ງ. ສິ່ງ​ທີ່​ວ່ານີ້ ຄື​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພຢ່າງ​ໃດ​ຢ່າງ​ນຶ່ງ.”

ທ່ານ ທ​ຣຳ ຍັງ​ໄດ້​ກ່າວ​ວ່າ​ ທ່ານ​ຈະ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ​ ໃນ​ປະ​ເທດ ຊາ​ອຸ​ດີ ອາ​ຣ​າ​ເບຍ “ໃນ​ອະ​ນາ​ຄົດ​ທີ່ບໍ່ໄກ​ເກີນ ໄປ.”

ທ່ານ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ການ​ຕັດ​ສິນ​ໃຈ​ຂອງ ມົ​ສ​ກູ ເພື່ອ​ແລກ​ປ່ຽນ​ນາຍ​ຄູ ອາ​ເມ​ຣິ​ກັນ ທ່ານ ມາກ ໂຟ​ໂກ​ລ໌ ສຳ​ລັບ​ຫົວ​ໜ້າ​ອາ​ຊະ​ຍາ​ກອນ​ທາງ​ໄຊ​ເບີ ຊາວ ຣັດ​ເຊຍ ຈະ​ວາງ​ເສັ້ນ​ທາງ​ທີ່​ດີ​ສຳ​ລັບ​ການ​ເຈ​ລະ​ຈາ​ເພື່ອ​ສິ້ນ​ສຸດ​ສົງ​ຄາມ.

ວັງ​ເຄ​ຣັມ​ລິນ, ໃນ​ການ​ໃຫ້​ຄຳ​ເຫັນ​ຕໍ່​ການ​ແລກ​ປ່ຽນ​ນັກ​ໂທດ, ກ່າວ​ຕໍ່​ໄປ​ນີ້​ວ່າ:

ທ່ານ ດ​ມິ​ທ​ຣີ ເປັ​ສກອ​ຟ, ໂຄ​ສົກ​ວັງ ເຄ​ຣັມ​ລິນ ກ່າວ​ວ່າ “ຕາມ​ທຳ​ມະ​ຊາດ, ການ​ຕົກ​ລົງ​ແບບ​ນັ້ນ ​ແມ່ນ​ຈະ​ດຳ​ເນີນ​ໂດຍ​ວຽກ​ງານ​ການ​ເຈ​ລະ​ຈາ​ທີ່​ໃຊ້​ຄວາມ​ລະ​ມັດ​ລະ​ວັງຫຼາຍ. ແລະ ແນ່ນອນ, ການ​ຕົກ​ລົງ​ແບບ​ນັ້ນ ​ແມ່ນບໍ່​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ກາຍ​ເປັນ​ຈຸດ​ຫັນ​ປ່ຽນ, ແຕ່​ໃນ​ເວ​ລາ​ດຽວ​ກັນ, ເທື່ອ​ລະ​ເລັກ​ລະ​ນ້ອຍ, ນີ້​ແມ່ນ​ບາງ​ບາດ​ກ້າວ​ເພື່ອ​ສ້າງ​ຕັ້ງ​ຄວາມ​ເຊື່ອ​ໝັ້ນ​ ລະ​ຫວ່າງ​ກັນ ​ລະ​ຫວ່າງ ຣັດ​ເຊຍ ກັບ ສະ​ຫະ​ລັດ, ເຊິ່ງ​ຕອນ​ນີ້​ ຢູ່​ໃນ​ຈຸດ​ທີ່​ຕ່ຳ​ທີ່​ສຸດ.”

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ເຈ​ດີ ແວນ​ສ໌ ຕອນນີ້​ ໄດ້​ມຸ່ງ​ໜ້າ​ຈາກ​ປະ​ເທດ ຝ​ຣັ່ງ​ ໄປ ເຢຍ​ຣະ​ມັນ, ບ່ອນ​ທີ່​ທ່ານ​ຈະ​ນຳ​ພາ​ການ​ເຈ​ລະ​ຈາ​ລະ​ດັບ​ສູງ​ຂອງ ສະ​ຫະ​ລັດ ກັບ​ທ່ານ ເຊ​ເລັນ​ສ​ກີ ໃນ​ວັນ​ສຸກມື້ນີ້ ​ທີ່​ນະ​ຄອນ ມິວ​ນິກ, ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ການ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ ​ໃນ​ຕຳ​ແໜ່ງ​ຂອງ​ທ່ານ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

Following a successful prisoner swap with Russia, U.S. President Donald Trump launched a multifront diplomatic blitz Wednesday to end the Ukraine conflict, saying he would meet with Russia's leader soon and dispatching a vice president-led team to meet with Ukraine’s leader on Friday.

President Donald Trump laid down his conditions for continued U.S. support for Ukraine as he set in motion a diplomatic charge aimed at ending Russia's nearly three-year invasion of the embattled country.

"So we're getting security on our money. We're going to have it secured by – they have rare earth, and they have oil and gas, and they have a lot of other things. And we're asking for security on our money. (Reporters: inaudible) And they've agreed to it. Ukraine has agreed to it. (Reporter: You are not sending any more aid to Ukraine?) No, we are. But we want it secured, and the money is going to be secured.”

U.S. lawmakers have approved nearly $183 billion for military and non-military support for Ukraine since February 2022, according to a new oversight report delivered to Congress on Wednesday. Just under $40 billion remains available.

Trump’s comments cap a whirlwind day of diplomacy including calls between Trump and his Russian and Ukrainian counterparts. Ukrainian President Volodymyr Zelenskyy confirmed he and Trump had a “long” conversation.

In a meeting Wednesday with the new U.S. treasury secretary over a potential economic deal, Zelenskyy stressed Ukraine’s main demand in its peace plan – NATO membership for Ukraine – and its need for security guarantees:

"And I ask President Trump to give us these security guarantees, to help Ukraine, to strengthen us. Of course, we have to talk to Europe, because we have to have an even bigger army. We have a budget deficit now, but to have an even bigger army, at least as big as it is now, and to feed and arm it, is to have a big resource. This money has to come from somewhere. These are roughly the security guarantees."

Trump also said he would meet with Russian President Vladimir Putin in Saudi Arabia “in the not-too-distant future.”

He expressed hope that Moscow’s decision to swap American teacher Marc Fogel for a Russian cybercrime kingpin would lay a good path for negotiations to end the war.

The Kremlin, speaking of the prisoner swap, said this:

“Naturally, such agreements are preceded by very, very meticulous negotiating work. And, of course, such agreements are unlikely to be able to become a turning point, but at the same time, bit by bit, these are certain steps to build up that very mutual trust (between Russia and the U.S.), which is now at its lowest point.”

Vice President JD Vance now heads from France to Germany, where he will lead high-level U.S. talks with Zelenskyy on Friday in Munich, as part of his first foreign trip in the role.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG