ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

“ຈົດໝາຍຮັກ” ລະຫວ່າງທ່ານ ທຣຳ ກັບ ທ່ານ ກິມ ເປີດເຜີຍ ມິດຕະພາບ, ຄຳສັນລະເສີນກັນ ແລະ ກັນ


(FILES) ຮູບນີ້ຖຶກຖ່າຍໃນວັນທີ 30 ມິຖຸນາ, 2019, ສະແດງໃຫ້ເຫັນຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ (ຊ້າຍ) ຈັບມືກັບປະທານາທິບໍດີ ດໍໂນລ ທຣຳ
(FILES) ຮູບນີ້ຖຶກຖ່າຍໃນວັນທີ 30 ມິຖຸນາ, 2019, ສະແດງໃຫ້ເຫັນຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ (ຊ້າຍ) ຈັບມືກັບປະທານາທິບໍດີ ດໍໂນລ ທຣຳ

ປື້ມຫົວໃໝ່ທີ່ຂຽນໂດຍນັກຂ່າວອາວຸໂສຂອງໜັງສືພິມ ວໍຊິງຕັນ ໂພສ ທ່ານ ບັອບ ວຸດເຫວີດ ໄດ້ໃຫ້ຄວາມສົນໃຈຕໍ່ສາຍພົວພັນທີ່ບໍ່ໜ້າຈະເປັນໄປໄດ້ ລະຫວ່າງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ. ປື້ມດັ່ງກ່າວຈະຖືກວາງຂາຍໃນອາທິດໜ້າ ແຕ່ເຄືອຂ່າຍ ໂທລະພາບເຄເບິລ CNN ທີ່ມີຫ້ອງການໃນ ສະຫະລັດ ແລະ ໜັງສືພິມ ວໍຊິງຕັນ ໂພສ ໄດ້ເປີດເຜີຍຂໍ້ມູນທີ່ຖືກຄັດຈ້ອນຂອງປື້ມດັ່ງກ່າວ. ນັກຂ່າວວີໂອເອ ບິລ ກາໂລ ມີລາຍງານຈາກນະຄອນຫຼວງ ໂຊລ ປະເທດ ເກົາຫຼີໃຕ້, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ສຳລັບປື້ມຫົວໃໝ່ຂອງລາວ, ຊື່ວ່າ Rage ຫຼືແປວ່າຄວາມໂມໂຫ, ນັກຂ່າວທ່ານ ບັອບ ວຸດເຫວີດ ໄດ້ຮັບອະນຸຍາດໃຫ້ອ່ານຈົດໝາຍ 25 ສະບັບທີ່ຂຽນຫາກັນລະຫວ່າງ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ.

ມັນບໍ່ເຄີຍມີມາກ່ອນ, ການເບິ່ງພາບເບື້ອງຫຼັງຂອງນຶ່ງໃນສາຍພົວພັນທາງການທູດທີ່ບໍ່ມີການຄາດຄິດມາກ່ອນທີ່ສຸດໃນປະຫວັດສາດຂອງໂລກ.

ໃນຈົດໝາຍດັ່ງກ່າວ, ທ່ານ ກິມ ໄດ້ກ່າວຍົກຍ້ອງທ່ານ ທຣຳ ຢ່າງຫຼວງຫຼາຍ, ໂດຍເອີ້ນທ່ານ ທຣຳ ຢ່າງຊໍ້າແລ້ວຊໍ້າອີກວ່າ “ພະນະທ່ານ” ແລະ ໄດ້ຍົກຍ້ອງທ່ານສຳລັບ “ສາຍພົວພັນທີ່ເລິກເຊິ່ງ ແລະ ພິເສດ” ຂອງພວກທ່ານ.

ຫຼັງຈາກການພົບປະກັນຄັ້ງທຳອິດໃນປະເທດ ສິງກະໂປ ໃນເດືອນມິຖຸນາ 2018, ທ່ານ ກິມ ລາຍ ງານວ່າໄດ້ຫວນລະນຶກເຖິງການຈັບມືກັບທ່ານ ທຣຳ. ທ່ານ ກິມ ໄດ້ເອີ້ນການພົບປະຄັ້ງທີສອງຂອງພວກເພິ່ນວ່າ “ຊ່ວງເວລາແຫ່ງຄວາມພາກພູມໃຈທີ່ຈະຄົງຢູ່ໃນຄວາມຊົງຈຳຕະຫຼອດໄປ.”

ທ່ານ ທຣຳ ໄດ້ກ່າວຍົກຍ້ອງຄືນ, ໂດຍເອີ້ນທ່ານ ກິມ ວ່າ “ອັດສະລີຍະ.” ອີງຕາມໜັງສືພິມ ວໍຊິງ ຕັນ ໂພສ ນັ້ນ, ທ່ານ ທຣຳ ໄດ້ຂີ້ໂມ້ຕໍ່ທ່ານ ວຸດເຫວີດ ວ່າ ທ່ານ ກິມ “ບອກລາວທຸກຢ່າງ,” ລວມທັງພາບອະທິບາຍ ກ່ຽວກັບ ວິທີທີ່ລາວສັງຫານອາວຂອງລາວໃນປີ 2013.

ຈົດໝາຍດັ່ງກ່າວໄດ້ດຶງດູດຄວາມສົນໃຈຕໍ່ສາທາລະນະ, ແຕ່ມັນອາດສ້າງຄວາມເສຍຫາຍຕໍ່ໂອ ກາດຂອງການເຈລະຈາລະເບີດນິວເຄລຍ, ອີງຕາມການກ່າວຜູ້ສັງເກດການອາວຸໂສ ກ່ຽວກັບ ເກົາ ຫຼີ ທ່ານ ມາກ ແບຣີ.

ທ່ານ ມາກ ແບຣີ ກ່າວວ່າ “ການທີ່ຈະມີຂໍ້ຄວາມທີ່ຄັດອອກມາ ແລ້ວຖືກເຜີຍແຜ່ໂດຍປຶ້ມຂອງລາວ ຫຼື ໃນໂທລະພາບ CNN ປັດຈຸບັນນີ້, ເຈົ້າຈະຮູ້ວ່ານັ້ນແມ່ນການສື່ສານທາງການທູດທີ່ໄດ້ຮັບສິດທິພິເສດ.”

ທ່ານ ແບຣີ ກ່າວວ່າ ບັນຫາດັ່ງກ່າວຍັງມີເລ້ຫຼ່ຽມເຊັ່ນກັນ, ໃນເມື່ອຄຳເວົ້າຂອງທ່ານ ກິມ ຕາມປົກ ກະຕິແລ້ວຈະຖືກນັບຖືເປັນຢ່າງສູງໃນປະເທດຜະເດັດການ ເກົາຫຼີເໜືອ.

ທ່ານ ແບຣີ ເວົ້າວ່າ “ເຈົ້າຈະບໍ່ໃຊ້ຄຳເວົ້າຂອງຜູ້ນຳສູງສຸດແບບຜິດໆໂດຍບໍ່ໃຫ້ຄວາມເອົາໃຈໃສ່. ມັນຕ້ອງຖືກນັບຖືກແຕກຕ່າງຫຼາຍ. ສິ່ງຂີ້ຮ້າຍສຸດທີ່ມັນສາມາດເກີດຂຶ້ນກໍແມ່ນວ່າ ຢູ່ໃນໃຈທ່ານ ກິມ ອາດປາກົດວ່າຈະຜູ້ທີ່ອ້ອນວອນຕໍ່ທ່ານ ທຣຳ.”

ເກົາຫຼີເໜືອ ບໍ່ໄດ້ອອກມາຕອບໂຕ້ຕໍການເປິດເຜີຍຂອງນັກຂ່າວຄົນດັ່ງກ່າວ, ແຕ່ມັນອາດຈະບໍ່ເປັນສິ່ງທີ່ໜ້າຕົກໃຈຫຼາຍປານໃດ, ເມື່ອທ່ານ ທຣຳ ເອງກ່ອນໜ້ານີ້ກໍໄດ້ເອົາຈົດໝາຍສະບັນນຶ່ງຂອງທ່ານ ກິມ ລົງໃນ ທວິດເຕີ ໃນເດືອນກໍລະກົດ 2018.

ທ່ານ ທຣຳ ກັບທ່ານ ກິມ ບໍ່ໄດ້ຖືກກັນຕະຫຼອດເວລາ. ໃນປີ 2017, ທັງສອງທ່ານໄດ້ກ່າວດູຖູກກັນຢ່າງເປັນປະຈຳ, ດ້ວຍທ່ານ ທຣຳ ເອີ້ນທ່ານ ກິມວ່າ “ມະນຸດຈະຫຼວດ” ແລະ ທ່ານ ກິມ ໂຈມຕີທ່ານ ທຣຳ ວ່າ “ຜູ້ເຖົ້າ ອາເມຣິກາ ເສຍຈິດ.” ໃນຈຸດນີ້, ທ່ານ ທຣຳ ໄດ້ຂົ່ມຂູ່ວ່າ “ຈະທຳລາຍ ເກົາຫຼີເໜືອ ຈົນຮາບຄາບ.”

ຄວາມເຄັ່ງຕຶງໄດ້ຫຼຸດລົງ ຫຼັງຈາກທ່ານ ທຣຳ ໄດ້ກາຍເປັນປະທານາທິບໍດີ ສະຫະລັດ ທີ່ຢູ່ໃນຕຳ ແໜ່ງຄົນທຳອິດ ທີ່ໄດ້ພົບປະກັບຜູ້ນຳ ເກົາຫຼີເໜືອ. ຕໍ່ມາທ່ານ ທຣຳ ໄດ້ອ້າງວ່າ ທັງສອງທ່ານ “ໄດ້ຕົກຫຼຸມຮັກກັນ.”

ສາຍພົວພັນດັ່ງກ່າວໄດ້ຍືນຍົງມາຕະຫຼອດ, ແມ່ນກະທັງຫຼັງຈາກ ເກົາຫຼີເໜືອ ໄດ້ທົດລອງລູກສອນໄຟຂີປະນາວຸດໄວຍະສັ້ນ ປີກາຍນີ້ ແລະ ໄດ້ຍ່າງອອກຈາກການເຈລະຈານິວເຄລຍ.

ຖ້າທ່ານ ທຣຳ ໄດ້ຊະນະການເລືອກຕັ້ງຄືນໃນເດືອນພະຈິກ, ທ່ານ ທຣຳ ເວົ້າວ່າທ່ານຈະເຮັດຂໍ້ ຕົກລົງກັບທ່ານ “ກິມ ຢ່າງວ່ອງໄວ.” ຄູ່ແຂ່ງຂອງທ່ານ ທຣຳ, ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວວ່າທ່ານຈະບໍ່ສືບຕໍ່ການເຂົ້າຫາທ່ານ ກິມ ເປັນການສ່ວນຕົວຂອງທ່ານ ທຣຳ, ເຊິ່ງໄດ້ສົ່ງສັນຍານເຖິງການກັບຄືນສູ່ທ່າທີແບບດັ້ງເດີມຂອງ ສະຫະລັດ ຫຼາຍກວ່າ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG