ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ສາຍ​ສຳ​ພັນ​ທີ່​ເຂົ້າ​ກັນ ລະ​ຫວ່າງ ທ. ທ​ຣຳ ແລະ ທ. ກິມ ​ຈະ​ບໍ່ໄຂວ່​ເຂວ ເລື້ອງ​ປົດ​ອາ​ວຸດ​ນິວ​ເຄ​ລຍ


ພວກ​ຄົນ​ກຳ​ລັງ​ເບິ່ງ​ຈໍ​ໂທ​ລະ​ພາບ ທີ່​ສະ​ແດງ​ໃຫ້​ເຫັນພາບ​ຂອງ​ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ແລະ​ປະ​ທາ​ນາ​ທິ​ບໍ​ດີ ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ, ຊ້າຍ, ​ໃນ​ລະ​ຫວ່າງ​ລາຍ​ງານ​ນຶ່ງ ຢູ່​ທີ່​ສະ​ຖາ​ນີ​ລົດ​ໄຟ​ໃນ​ນ​ະ​ຄອນຫຼວງ​ໂຊ​ລ ຂອງ​ເກົາຫຼີ​ໃຕ້, ວັນ​ທີ 31 ທັນ​ວາ 2019.
ພວກ​ຄົນ​ກຳ​ລັງ​ເບິ່ງ​ຈໍ​ໂທ​ລະ​ພາບ ທີ່​ສະ​ແດງ​ໃຫ້​ເຫັນພາບ​ຂອງ​ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ແລະ​ປະ​ທາ​ນາ​ທິ​ບໍ​ດີ ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ, ຊ້າຍ, ​ໃນ​ລະ​ຫວ່າງ​ລາຍ​ງານ​ນຶ່ງ ຢູ່​ທີ່​ສະ​ຖາ​ນີ​ລົດ​ໄຟ​ໃນ​ນ​ະ​ຄອນຫຼວງ​ໂຊ​ລ ຂອງ​ເກົາຫຼີ​ໃຕ້, ວັນ​ທີ 31 ທັນ​ວາ 2019.

ສາຍ​ສຳ​ພັນ​ທີ່​ເປັນ​ແບບ​ສ່ວນ​ຕົວ ລະ​ຫວ່າງ ຜູ້​ນຳ​ເກົາຫຼີ​ເໜືອ ​ທ່ານກິມ ຈົງ ອຶນ ກັບ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານດໍ​ໂນ​ລ ທ​ຣຳ ນັ້ນ ກໍ​ບໍ່​ມີ​ຜົນ​ກະ​ທົບ​ ດ້ານ​ທ່າ​ທີ​ໃນການ​ປົດ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ພຽງ​ຢາງ​ຕໍ່​ວໍ​ຊິງ​ຕັນ ແຕ່​ຢ່າງ​ໃດ​ ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ.

ທ່ານ​ໂຣ​ເບີດ ແມນ​ນິ້ງ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຢູ່​ທີ່​ສະ​ພາ​ແອັດ​ແລນ​ຕິກ ໄດ້​ກ່າວ​ວ່າ “ເມື່ອບໍ່​ດົນ​ມານີ້ ຖະ​ແຫລງ​ການຕອບຂອງ​ເກົາຫຼີ​ເໜືອ ​ຕໍ່​ບັດ​ອວຍ​ພອນ​ວັນ​ເກີດ​ຂອ​ທ່ານ​ທ​ຣຳ ນັ້ນ ແມ່ນ​ເປັນ​ທີ່​ແຈ່ມ​ແຈ້ງ​ຢ່າງ​ຍິ່ງ.” ທ່ານ​ກ່າວ​ຕໍ່​ໄປ​ວ່າ “ຄວາມ​ຮູ້​ສຶກ​ແບບ​ສ່ວນ​ຕົວ​ລະ​ຫວ່າງ ທ່ານ​ທ​ຣຳ ແລະ​ທ່ານ​ກິມ ບໍ່​ມີຜົນ​ໃດໆ​ຕໍ່​ນະ​ໂຍ​ບາຍ​ຂອງ​ DPRK ເລີຍ.”

DPRK ແມ່ນຫຍໍ້​ມາ​ຈາກ ​ສາ​ທາ​ລ​ະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ເກົາຫຼີ ຊຶ່ງ​ເປັນ​ຊື່​ຫຍໍ້​ທີ່​ເປັນ​ທາງ​ການ​ສຳ​ລັບ​ເກົາຫຼີ​ເໜືອ.

ຕະຫຼອດ​ໄລ​ຍະ​ສອງ​ປີ​ຜ່ານ​ມາ ທ່ານ​ທ​ຣຳ ​ໄດ້​ພະຍາມທີ່​ຈະສາ​ນ​ຕໍ່​ສາຍ​ສຳ​ພັນ​ແບບ​ສ່ວນ​ຕົວ​ຂອງ​ທ່ານ ກັບ​ທ່ານ​ກິມ ໃຫ້ເຖິງ​ຂັ້ນ​ກ້າວ​ໜ້າ​ໃນ​ເລື້ອງ​ການ​ເຈ​ລະ​ຈາປົດອາ​ວຸດ​ນິວ​ເຄ​ລຍ. ພຽງ​ຢາງ ກໍ​ບໍ່​ໄດ້ເອົາ​ຫົວ​ຊາ​ນຳ​ແຜນ​ຍຸດ​ທະ​ວິ​ທີ ​ເມື່ອ​ທ້າຍ​ສັບ​ປະ​ດາ​ແລ້ວນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ຄວາມ​ຫວັງ​ໃດໆ ທີ່ຈະຟື້ນ​ຄືນການເຈ​ລະຈາ​ກັບ​ວໍ​ຊິງ​ຕັນ ບົນ​ພື້ນ​ຖານ​ຂອງ​ສາຍ​ສຳ​ພັນ​ລະ​ຫວ່າງ​ທັງ​ສອງ​ຜູ້​ນຳ​ນັ້ນ ແມ່ນ​ກຳ​ລັງຄ່ອຍໆ​ໝົດ​ໄປ.

ທ່ານ​ກິມ ກາຍ ກວນ ທີ່​ປຶກ​ສາ​ປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ເກົາຫຼີ​ເໜືອ ໄດ້​ກ່າວ​ວ່າ “ຕາມ​ທີ່​ໄດ້​ຮັບ​ຮູ້​ໄປ​ແລ້ວ ໂດຍ​ໂລກ ມັນ​ເປັນ​ຄວາມ​ຈິງ​ທີ່​ວ່າ ສາຍ​ສຳ​ພັນ​ແບບ​ສ່ວນ​ຕົວ ລະ​ຫວ່າງ​ປະ​ທານ​ກິມ ແລະ ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ກໍ​ຍັງ​ດີ​ຢູ່.”

ທ່ານ​ກ່າວ​ຕໍ່​ໄປ​ວ່າ “​ແຕ່ມັນ​ເປັນ​ຄວາມ​ຄຶດ​ທີ່​ຂາດ​ສະ​ຕິ ທີ່​ຄຶດ​ວ່າ ການ​ນຳ​ເອົາ​ພວກ​ເຮົາ​ກັບ​ຄືນ​ມາ​ເຈ​ລະ​ຈາ​ກັບ​ສະ​ຫະ​ລັດ ໂດຍ​ການ​ເອົາ​ລັດ​ເອົາ​ປຽບ​ຂອງ​ສາຍ​ສຳ​ພັນ​ດັ່ງ​ກ່າວ ຫຼື ສ້າງ​ບັນ​ຍາ​ກາດ​ສຳ​ລັບ​ມັນ​ນັ້ນ.”

ອົງ​ການ​ສູນ​ກາງ​ຂ່າວ​ຂອງ​ເກົາຫຼີ​ເໜືອ ຫຼື KCNA ທີ່​ເປັນ​ອົງ​ການ​ຂ່າວ​ຂອງ​ທາງ​ການ​ເກົາຫຼີ​ເໜືອ​ ກໍໄດ້​ອອກ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG