ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຍັງສືບຕໍ່ ໃຊ້ສື່ສັງຄົມ ໂຈມຕີ ການສືບສວນ ຂອງ ໄອຍະການພິເສດ


ປະທານາທິບໍດີດໍໂນລ ທຣໍາ ລະຫວ່າງການໂຄສະນາຫາສຽງ ປີ 2016.
ປະທານາທິບໍດີດໍໂນລ ທຣໍາ ລະຫວ່າງການໂຄສະນາຫາສຽງ ປີ 2016.

ປະທານາທິບໍດີ ດໍໂນ​ລ ທຣໍາ ​ໃນ​ວັນ​ສຸກ​ວານ​ນີ້ ຍັງ​ສືບ​ຕໍ່​ໃຊ້​ສື່​ສັງຄົມ Twitter ​ໂຈມ​ຕີ​
ການ​ສືບສວນ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ​ທີ່​ມີ​ຄວາມເຊື່ອມ​ໂຍງ​ລະຫວ່າງຄະນະ​ໂຄສະ
ນາ​ຫາ​ສຽງ​ຂອງ​ທ່ານ ​ກັບຣັດເຊຍ.

ປະທານາທິບໍດີ​ທຣໍາ ກ່າວ​ວ່າ ທ່ານ “​ກຳລັງ​ຖືກ​ສືບສວນ​ໃນ​ຖານ​ປົດຜູ້ອຳ​ນວຍ ອົງການ
ສັນຕິ​ບານ​ກາງ ​ຫລື FBI ອອກ​ຈາກ​ໜ້າ​ທີ່ໂດຍ​ຜູ້ທີ່​ບອກ​ຂ້າພະ​ເຈົ້າ​ວ່າ​ໃຫ້ປົດ​ຜູ້ອຳນວຍ
ການ​ອົງການ FBI ອອກ​ຈາກ​ໜ້າ​ທີ່! ອັນນີ້​ເປັນ​ການຊອກ​ຫາຄວາມ​ຜິດ​ເພື່ອ​ມາ​ລົງ​ໂທດ.”

ຍັງ​ບໍ່ທັນ​ເປັນ​ທີ່​ແຈ່ມ​ແຈ້ງ​ເທື່ອວ່າ ປະທານາທິບໍດີ​ໄດ້​ໝາຍ​ເຖິງ ​ໄອ​ຍະ​ການ​ພິ​ເສດ ທ່ານ Robert Muller ຫຼື​ຮອງ​ລັດຖະມົນຕີ​ຍຸຕິ​ທຳທ່າ​ນ Rod Rosen-stein. ພວກ​ນັກ​ຂ່າວ​
ຜູ້ທີ່​ຮ້ອງ​ຖາມ​ຂໍ​ຄວາມ​ກະຈ່າງ​ແຈ້ງ ຫລັງ​ຈາກ​ປະທານາ ທິບໍດີທຣໍ ​ໄດ້​ລົງ​ຈາກ​ເຮືອບິນ​
ເຮ​ລິຄອບ​ເຕີ Marine One ​ເວລາ​ທ່ານ​ກັບ​ມາ​ທຳນຽບຂາວ ​ໃ​ນຕອນ​ທ່ຽງວັນ​ສຸກ​ວານ
​ນີ້​ແຕ່​ບໍ່​ໄດ້​ຮັບ​ຄຳ​ຕອບ.

ສະມາຊິກສະພາສູງພັກເດໂມແຄຣັດ ທ່ານນາງ Dianne Feinstein ຈາກລັດ California ສົນທະນາກັບ ສະມາຊິກສພະສູງ ພັກເດໂມແຄຣັດ ທ່ານ Patrick Leahy ຈາກລັດ Vermont.
ສະມາຊິກສະພາສູງພັກເດໂມແຄຣັດ ທ່ານນາງ Dianne Feinstein ຈາກລັດ California ສົນທະນາກັບ ສະມາຊິກສພະສູງ ພັກເດໂມແຄຣັດ ທ່ານ Patrick Leahy ຈາກລັດ Vermont.

ການ​ໂຈມ​ຕີ​ທາງສື່​ສັງຄົມ​ເທື່ອຫ​ລ້າ​ສຸດໂດຍ​ທີ່ປະທານາທິບໍດີ​ໄດ້​ຂຽນຂໍ້ຄວາມ ຂຽນ
​ລົງ​ໃນ​ບັນຊີ Twitter ສ່ວນ​ໂຕ​ຂອງ​ທ່ານ ໄດ້​ມີ​ຂຶ້ນ ​ຫລັງ​ຈາກໜັງສືພິມ Washington
Postລາ​ຍງານ​ວ່າ ທ່ານ Mueller ພວມ​ສືບສວນເບິ່ງ​ການໂອນ​ເງິນ ​ລູກ​ເຂີຍຂອງ
​ປະທານາທິບໍດີທຣໍາ ຄື​ທ່ານ Jared Kushner ຊຶ່ງເປັນ​ທີ່​ປຶກສາ​ຂັ້ນ​ສູງໃຫ້ແກ່​ປະທາ
ນາທິບໍດີ.

ການ​ສືບສວນ​ຂອງ​ທ່ານ Mueller ຍັງ​ຮວມທັງ​ຄຳ​ຖາມ​ທີ່​ວ່າ ປະທານາທິບໍດີ​ທຣໍາ
ພະຍາມຂັດຂວາງ​ຂະ​ບວນການ​ຍຸ​ຕິ​ທຳຫລື​ບໍ່.

ມີ​ການ​ເຫັນ​ພ້ອມ​ຢ່າງແຜ່​ກວ້າງ​ວ່າ ປະທານາທິບໍດີ​ທຣໍາ ບໍ່​ໄດ້​ຊ່ວຍ​ທ່ານ​ຫຍັງເລີຍ
ທາງດ້ານ​ກົດໝາຍ ​ໂດຍ​ການກ່າວ​ເຖິງ ຊໍ້າ​ແລ້ວ​ຊໍ້າ​ອີກ ​ໃນ​ການຂຽນ​ຂໍ້ຄວາມ​ລົງ​
ທາງ Twitter.

ທ່ານ Patrick Leahy ສະມາຊິກ​ສະພາ​ສູງ​ພັກ​ເດ​ໂມ​ແຄຣັດ ຢູ່​ໃນຄະນະ​ກຳມະການ
​ຍຸຕິ​ທຳ ກ່າວ​ຕໍ່​ໂທລະ​ພາບ MSNBC ວ່າ “ປະທານາທິບໍດີ​ທຣໍາສ້າງ ຄວາມ​ເສຍ​ຫາຍ
​ໃຫ້​ແກ່​ຄະ​ດີຂອງ​ທ່ານ ທຸກໆ​ຄັ້ງທີ່​ທ່ານ​ໄດ້​ຂຽນ​ຂໍ້ຄວາມລົງໃນ Twitter.”

ສະມາຊິກສະພາ​ສູງ​ພັກຣີພັບ​ບລິກັນ​ຄົນ​ນຶ່ງ ​ໃນ​ວັນ​ສຸກ​ວານ​ນີ້ ຍັງ​ໄດ້​ສະ​ແດງ ຄວາມ​
ຫວັງ​ອອກ​ມາວ່າ ປະທານາທິບໍດີ​ທຣໍາຄວນ​ຈະ​ລະ​ເວັ້ນຈາກ​ການ​ສົນທະນາ​ ໃນການ​
ສືບສວນ​ກ່ຽວກັບ​ເລື່ອງຣັດ​ເຊຍ.

ຮອງລັດຖະມົນຕີຍຸຕິທຳນ Rod Rosenstein ຕອບຄຳຖາມ ອະນຸກຳມການ ລັດຖະສະພາ.
ຮອງລັດຖະມົນຕີຍຸຕິທຳນ Rod Rosenstein ຕອບຄຳຖາມ ອະນຸກຳມການ ລັດຖະສະພາ.

ສະມາຊິກ​ສະພາ​ສູງ​ Roy Blunt ກ່າວ​ຕໍ່ວິທະຍຸ KMBZ ທີ່​ເມືອງ Kansas ​City ລັດ
Missouri ວ່າ “ຄວາມ​ຈິງ​ແລ້ວ ຂ້າພະ​ເຈົ້າ​ຄິດ​ວ່າ ປະທານາທິບໍດີ​ ຄວນເຊົາເວົ້າ​ກ່ຽວ
​ກັບເລື່ອງ​ນີ້. ຂ້າພະ​ເຈົ້າ​ຄິດ​ວ່າ ປະທານາທິບໍດີຈຳ​ເປັນຕ້ອງ​ດຳ​ເນີນ​ການ​ກ່ຽວ​ກັບ​ໜ້າ
ທີ່ ​ຊຶ່ງ​ເປັນ​ເລື່ອງ​ທີ່​ສຳຄັນ​ສຸດທີ່​ທ່ານ​ເຮັດ ​ແລະ​ມາເຖິງ​ຈຸດນີ້ ປ່ອຍ​ໃຫ້ການ​ສື​ບສວນ​ດຳ​
ເນີນ​ໄປ​ຕາມ​ທິດທາງຂອງ​ມັນ.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG