ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທ​ຣຳກ່າວວ່າ ການ ຕໍ່​ສູ້​ກັບ ສະ​ຫະ​ລັດ ຈະ​ເປັນ​ຈຸດສິ້ນ​ສຸດຂອງ ອີ​ຣ່ານ ຢ່າງ​ເປັນ​ທາງ​ການ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ຂອງ​ສື່ມວນ​ຊົນ ຢູ່​ເດີ່ນ​ຫຍ້າ​ຕອນ​ໃຕ້​ຂອງ​ທຳ​ນຽບ​ຂາວ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 14 ພຶດ​ສະ​ພາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ຂອງ​ສື່ມວນ​ຊົນ ຢູ່​ເດີ່ນ​ຫຍ້າ​ຕອນ​ໃຕ້​ຂອງ​ທຳ​ນຽບ​ຂາວ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 14 ພຶດ​ສະ​ພາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ອອກ​ຄຳ​ເຕືອນ​ທີ່​ຮຸນ​ແຮງ​ຕໍ່ ອີ​ຣ່ານ, ໂດຍ​ຂົ່ມ​ຂູ່​ກ່ຽວ​
ກັບການທຳລາຍເຂົາເຈົ້າ ຖ້າ ອີຣ່ານ ໂຈມຕີ ສະຫະລັດ ຫຼື ຜົນປະໂຫຍດຂອງ ສະຫະ
ລັດ.

ທ່ານ ທ​ຣຳ ໄດ້​ຂຽນ​ໃນ ທວິດ​ເຕີ ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ຖ້າ ອີ​ຣ່ານ ຢາກ​ຕໍ່​ສູ້, ນັ້ນ​
ຄົງຈະເປັນຈຸດສິ້ນສຸດຢ່າງເປັນທາງການຂອງ ອີຣ່ານ. ຢ່າຂົ່ມຂູ່ ສະຫະລັດ ອີກ.”

ພຽງ​ສາມ​ວັນ​ກ່ອນ​ໜ້າ​ນັ້ນ, ທ່ານ ທ​ຣຳ ປາ​ກົດ​ວ່າ​ໄດ້​ຖອຍ​ຈາກ​ອັນ​ທີ່​ປາ​ກົດ​ວ່າ​ເປັນ​ການ
ຢືນຢັດ ກ່ຽວກັບ ການໃຊ້ນະໂຍບາຍທາງທະຫານຕໍ່ ອີຣ່ານ, ໂດຍເວົ້າວ່າ ທ່ານມີຄວາມ
ຍິນດີທີ່ຈະເຈລະຈາກັບລັດຖະບານ ເຕຫະຣ່ານ.

ເມື່ອ​ນັກ​ຂ່າວ​ຄົນ​ນຶ່ງ​ຖາມ​ຢູ່ ທຳ​ນຽບ​ຂາວ ວ່າ ສະ​ຫະ​ລັດ ຈະ​ເຮັດ​ສົງ​ຄາມ​ກັບ ອີ​ຣ່ານ ຫຼື
ບໍ່ນັ້ນ, ທ່ານ ທຣຳ ຕອບວ່າ, “ຂ້າພະເຈົ້າຫວັງວ່າ ບໍ່.”

ແຕ່​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ສະ​ຫະ​ລັດ, ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ ກັບ ອີ​ຣ່ານ ປາ​ກົດ​ວ່າ
ບໍ່ໄດ້ມີການຫຼຸດຜ່ອນລົງ.

ກະ​ຊວງ​ການ​ຕ່າງ​ປະ​ເທດກ່າວ​ວ່າ “ຈະ​ຫຼວດ​ຄຸນ​ນະ​ພາບຕ່ຳ” ໄດ້​ຕົກ​ລົງ​ໃນ​ເຂດ​ສີ​ຂຽວ​
ໃນນະຄອນຫຼວງ ແບກແດັດ, ບໍ່ເຖິງນຶ່ງກິໂລແມັດເຄິ່ງ ຫ່າງຈາກສະຖານທູດ ສະຫະລັດ
ໃນວັນອາທິດວານນີ້. ບໍ່ມີຜູ້ໃດຖືກລາຍງານວ່າໄດ້ຮັບບາດເຈັບ ຫຼື ມີຄວາມເສຍຫາຍ
ໃດໆ.

ໂຄ​ສົກສູນ​ກາງກອງ​ບັນ​ຊາ​ການ ສະ​ຫະ​ລັດ ຮ້ອຍ​ເອກ ບິ​ລ ເອີ​ບັນ ​ກ່າວ​ວ່າ ທຳ​ນຽບ​ຫ້າ​
ແຈ ໄດ້ຮັບຊາບ ກ່ຽວກັບ ການລະເບີດຢູ່ນອກສະຖານທູດ, ແລະເວົ້າຕື່ມວ່າ, “ບໍ່ມີສະ
ມາຊິກຄົນໃດຂອງ ສະຫະລັດ ຫຼື ພັນທະມິດໄດ້ຮັບບາດເຈັບ ຫຼື ເສຍຊີວິດ, ແລະ ກອງ
ກຳລັງຮັກສາຄວາມປອດໄພ ອີຣັກ ກຳລັງສືບສວນສອບສວນເຫດການດັ່ງກ່າວຢູ່.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດກ່າວ​ວ່າ ສະ​ຫະ​ລັດ ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ໂຈມ​ຕີ​
ແນວນັ້ນ ແລະ ເຂົາເຈົ້າຈະນຳເອົາ ອີຣ່ານ ມາຮັບຜິດຊອບ “ຖ້າການໂຈມຕີແນວນັ້ນ
ໄດ້ດຳເນີນຂຶ້ນໂດຍພວກກອງກຳລັງທະຫານບ້ານທີ່ເປັນຕົວແທນຂອງ ອີຣ່ານ.”

ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ຖິ້ມ​ໂທດ​ໃສ່ພວກ​ກະ​ບົດ ຮູ​ຕີ ​ໃນ​ປະ​ເທດ ເຢ​ເມນ ທີ່​ໄດ້​ຮັບ​ການ​
ໜູນລັງໂດຍ ອີຣ່ານ, ສຳລັບການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ໃສ່ສະຖານີປ້ຳນ້ຳມັນ
ຂອງ ຊາອຸດີ ອາຣາເບຍ ໃນອາທິດທີ່ຜ່ານມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG