ກອງດູລິຍາງທະຫານມາຣີນ ຊຶ່ງເປັນທີ່ຮູ້ຈັກກັນໃນນາມ “ຂອງປະທານາທິບໍດີ” ໄດ້ສະແດງໃນພິທີສາບານຕົນເຂົ້າຮັບຕໍາແໜ່ງທຸກຄັ້ງ ຕັ້ງແຕ່ປີ 1801 ເປັນຕົ້ນມາ ແຕ່ຄັ້ງນີ້ ນັກດົນຕຣີບໍ່ຕ້ອງກັງວົນວ່າ ເຄື່ອງດົນຕຣີຂອງພວກເຂົາຈະແຂງ ເພາະພິທີສາບານຕົນເຂົ້າຮັບຕໍາແໜ່ງຈະຈັັດຂຶ້ນພາຍໃນອາຄານຫໍລັດຖະສະພາສະຫະລັດ ເນື່ອງຈາກອຸນຫະພູມທີ່ໜາວເຢັນແຮງ.
ໃນວັນຈັນມື້ນີ້ ໃຫ້ຟັງນັກດົນຕຣີເຫຼົ່ານີ້ ທີ່ຈະບັນເລງເພັງປະກອບ ຂະນະທີ່ ນາງ ແຄຣີ ອັນເດີຣວູດ ຮ້ອງເພງ “ອາເມຣິກາທີ່ສວຍງາມ ຫຼື America the Beautiful.” ຕໍ່ຈາກນັ້ນ ກໍ່ຈະບັນເລງເພງ “ສັນລະເສີນຕໍ່ຜູ້ບັນຊາການ ຫຼື Hail to the Chief” ໃນທັນທີ ຫຼັງຈາກ ທ່ານ ດໍໂນລ ທຣໍາ ສາບານເຂົ້າຮັບຕໍາແໜ່ງປະທານາທິບໍດີ.
ສິບເອກ ເລສລີ ບາຣເຣຕ ອາຈານໃຫຍ່ຮ່ວມເສບ ໂອໂບ ກ່າວວ່າ “ອາດຈະເປັນຄັ້ງທີເຈັດຂອງຂອ້ຍແລ້ວ ແຕ່ທຸກຄັ້ງແມ່ນພິເສດ ຊຶ່ງເບິ່ງຄືວ່າມັນເກີນຄວາມຈິງທີ່ຂ້ອຍໄດ້ມາເປັນສ່ວນນຶ່ງຂອງປະຫວັດສາດນີ້ ແລະທີ່ພວກເຮົາໄດ້ສັງເກດ ແລະມີສ່ວນຮ່ວມໃນເຫດການສຳຄັນນີ້ ບໍ່ພຽງແຕ່ໃນສະຫະລັດເທົ່ານັ້ນ ແຕ່ໃນໂລກດ້ວຍ ດັ່ງນັ້ນທຸກຢ່າງອາດຈະຄືເກົ່າແຕ່ກະບໍ່ຄືເກົ່າອີກຕໍ່ໄປ.”
ວັນທີ 21 ເດືອນມັງກອນ ປີ 1985 ແລະ ຄັ້ງນີ້ ຈະໂດດເດັ່ນຢ່າງແນ່ນອນ ຄັ້ງສຸດທ້າຍທີ່ອຸນຫະພູມທີ່ໜາວເຢັນຫຼາຍ ໄດ້ເຮັດໃຫ້ພິທີສາບານຕົນຖືກຍ້າຍເຂົ້າໄປຈັດໃນຮົ່ມ ຄືໃນປີ 1985. ຊຶ່ງຄັ້ງນັ້ນ ປະທານາທິບໍດີ ທ່ານ ຣອນໂນລດ໌ ເຣແກນ ສາບານເຂົ້າດຳລົງຕໍາແໜ່ງ ສະໄໝທີສອງ.
ການກະກຽມງານກາງແຈ້ງສຳລັບຜູ້ຖືບັດກ່ວາ 250,000 ຄົນເລີ້ມຕົ້ນເມື່ອກ່ວານຶ່ງເດືອນກ່ອນໜ້ານີ້ ຊຶ່ງລວມເຖິງການກໍ່ສ້າງເວທີທີ່ອາຄານລັດຖະສະພາສະຫະລັດ ການສ້າງແທ່ນສວນສະໜາມ ແລະ ການສ້າງຮົ້ວກັ້ນທາງຍ່າງຍາວ 48 ກິໂລແມັດ ຊຶ່ງຫຼາຍກ່ວາພິທີສາບານຕົນຄັ້ງກ່ອນໆ.
ຫຼາຍພັນຄົນອາດຈະມາທີ່ສູນການຄ້າວໍຊິງຕັນເພື່ອເບິ່ງງານນີ້ ຊຶ່ງລວມເຖິງຜູ້ທີ່ມາຮ່ວມງານເປັນຄັ້ງທຳອິດຢ່າງ ແຊນເດີຣ ກອສ໌ ແລະ ໂອລິເວຍ ຄອນເນລລີ
ໂອລີເວຍ ຄອນເນລລີ ຜູ້ເຂົ້າຮ່ວມພິທີສາບານຕົນກ່າວວ່າ “ຂ້ອຍບໍ່ເຄີຍໄປງານແບບນີ້ມາກ່ອນ ຂ້ອຍຫາກໍ່ຍ້າຍມາຢູ່ເມືອງນີ້ບໍ່ດົນ ດັ່ງນັ້ນຄິດວ່າ ເປັນໂອກາດທີ່ດີ.”
ແຊນເດີຣ ກອສ໌ ຜູ້ເຂົ້າຮ່ວມພິທີສາບານຕົນເຂົ້າຮັບຕໍາແໜ່ງ ກ່າວວ່າ “ແມ່ຂອງຂ້ອຍຖືພາຂ້ອຍເກົ້າເດືອນ ໃນພິທີສາບານຕົນເຂົ້າຮັບຕໍາແໜ່ງຂອງ ຈອຈສ໌ ບຸຊ ສີ່ວັນກ່ອນຈະເກີດຂ້ອຍ ດັ່ງນັ້ນ ບາງເທື່ອຄັ້ງນີ້ອາດຈະເປັນພິທີສາບານຕົນເຂົ້າຮັບຕໍາແໜ່ງເທື່ອທີສອງຂອງຂອ້ຍ ກໍ່ເປັນໄດ້.”
ວັນຈັນເປັນວັນແຫ່ງປະຊາທິປະໄຕ ທັງນັ້ນ ເຖິງວ່າ ຈະມີການເລືອກຕັ້ງທີ່ເຮັດໃຫ້ເກີດຄວາມແຕກແຍກ.
ອານິຕາ ແມັກໄບຣດ໌ ມະຫາວິທະຍາໄລອາເມຣິກັນກ່າວວ່າ “ວັນນັ້ນເປັນຕົວຢ່າງໃຫ້ກັບຊາວອາເມຣິກັນ ແລະຄົນທົ່ວໂລກເຫັນວ່າປະເທດຂອງເຮົາ ກຳລັງປ່ຽນແປງແລະເຮົາມີລັດຖະບານຊຸດໃໝ່.”
ພາຍຫຼັງທີ່ສາບານຕົນເຂົ້າຮັບຕໍາແໜ່ງ ຕາມທໍານຽມ ປະທານາທີບໍດີຈະຂຶ້ນຂີ່ລົດຂະບວນແຫ່ ແລະ ຫຼັງຈາກນັ້ນ ອອກຈາກລົດ ລີມູນຊີນ ເພື່ອຍ່າງໄປຍັງທຳນຽບຂາວ ໃນຊ່ວງອາຄານສຸດທ້າຍ ໃນທາງກົງກັນຂ້າມກັນ ໃນພິທີສາບານຕົນຮັບຕໍາແໜ່ງປະທານາທິບໍດີຄັ້ງນີ້ ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ທີ່ຫາກໍ່ເຂົ້າຮັບຕໍາແໜ່ງໃໝ່ ຈະປະກົດຕົວທີ່ສະໜາມກິລາໃນຮົ່ມຊຶ່ງບັນຈຸຄົນໄດ້ປະມານ 20,000 ຄົນ ຫ່າງຈາກລັດຖະສະພາບໍ່ເຖິງ 3 ກິໂລແມັດ.
ປະຫວັດສາດຈະສະແດງໃຫ້ເຫັນທັດສະນະທີ່ແຕກຕ່າງ ສຳລັບການເຂົ້າຮັບຕໍາແໜ່ງຄັ້ງທີສອງຂອງປະທານາທິບໍດີ ທ່ານ ດໍໂນລ ທຣໍາ.
ອ່ານບົດລາຍງານເປັນພາສາອັງກິດໄດ້
Known as “the president’s own” -- the Marine band has performed at every inauguration since 1801. But this time, musicians will not have to worry about their instruments freezing up, because the inauguration will be held inside the U.S. Capitol due to freezing temperatures.
On Monday, listen for these musicians to create the soundtrack as Carrie Underwood sings “America the Beautiful.” Then to play “Hail to the Chief” immediately after Donald Trump is sworn in as president.
Master Gunnery Sergeant Leslye Barrett has been on the oboe since the 2001 inauguration.
Master Gunnery Sgt. Leslye Barrett, Co-Principal Oboe
EDS: This is the correct spelling of first name – Leslye “It may be my seventh time, but every time is special. It’s all a little bit surreal that I get to be a part of this piece of history and that we get to observe and participate in this major event not just in the U.S. but in the world. So, it may all be the same, but it will never be the same.”
January 21, 1985
And this one will definitely stand out. The last time frigid temperatures caused the swearing-in to be moved indoors was 1985. That was for President Ronald Reagan’s second term.
Outdoor preparations for the quarter of a million ticket holders began more than a month ago. That included construction of the platform at the U.S. Capitol, the building of parade stands, and 48 kilometers of sidewalk barriers --- more than any previous inauguration.
Thousands may still come to the Washington mall to watch the event. That includes first-timers Zander Goss and Olivia Connelly.
Olivia Connelly, Attending the Inauguration
“I’ve never been to one before. I’m pretty new to the city so it feels like good timing.”
Zander Goss, Attending the Inauguration
“My mother was nine months pregnant with me at George Bush’s inauguration four days before giving birth to me so maybe it’s my second inauguration. Technically.”
Monday is all about democracy, despite a polarizing election.
Anita McBride, American University
“That day is an example to Americans and to the world that our country transitions, and we have a new government.”
Following the swearing in, the president typically rides in a parade and then exits the limousine to walk the final block to the White House. Instead, for this inauguration, newly sworn-in President Donald Trump will appear less than three kilometers from the Capitol at this indoor arena which holds some 20,000 people.
History will show a different look for the second inauguration of this president.
ຟໍຣັມສະແດງຄວາມຄິດເຫັນ