ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທຣຳ ເດີນທາງ ຈາກເມືອງດານັງ ໄປເຖິງ ນະຄອນຫຼວງຮາໂນ່ຍ ແລ້ວ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ເດີນທາງໄປເຖິງ
ນະຄອນຫຼວງຮາໂນ່ຍ ໂດຍເຮືອບິນປະຈຳຕຳແໜ່ງ Air Force One ທີ່ສະໜາມບິນສາກົນ Noi Bai. (11 ພະຈິກ 2017)
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ເດີນທາງໄປເຖິງ ນະຄອນຫຼວງຮາໂນ່ຍ ໂດຍເຮືອບິນປະຈຳຕຳແໜ່ງ Air Force One ທີ່ສະໜາມບິນສາກົນ Noi Bai. (11 ພະຈິກ 2017)

ປະທານາທິບໍດີສະຫະລັດທ່ານດໍໂນລ ທຣຳ ເດີນທາງໄປເຖິງຮາໂນ່ຍ ນະຄອນຫຼວງ ຂອງຫວຽດນາມ ໃນຕອນແລງຂອງວັນເສົາມື້ນີ້ ເພື່ອເຂົ້າຮ່ວມງານລ້ຽງຕ້ອນຮັບຢ່າງ ເປັນທາງການ ຫລັງຈາກໄດ້ພົບປະເປັນເວລານຶ່ງມື້ ກັບພວກຜູ້ນຳຂອງຫວຽດນາມ.

ທ່ານທຣຳ ໄດ້ເດີນທາງໄປເມືອງດານັງ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ປະຈຳປີ ຂອງອົງການຮ່ວມມືທາງດ້ານເສດຖະກິດໃນເຂດເອເຊຍປາຊີຟິກຫຼື APEC ຊຶ່ງເປັນ
ນຶ່ງໃນຫຼາຍໆກອງປະຊຸມ ລະຫວ່າງການຢ້ຽມຢາມ 5 ປະເທດ ໃນເຂດເອເຊຍຂອງ
ທ່ານ.

ໃນຕອນປິດກອງປະຊຸມດັ່ງກ່າວ ໃນວັນເສົາມື້ນີ້​ 21 ປະເທດສະມາຊິກໄດ້ອອກຖະ
ແຫຼງການ ສະແດງຄວາມສະໜັບສະໜຸນຕໍ່ເຂດການຄ້າເສລີແລະການມີຄວາມສຳ
ພັນທີ່ໃກ້ຊິດກັນໂດຍບໍ່ໄດ້ກ່າວເຖິງ “ລັດທິອາເມຣິກັນກ່ອນໝູ່” ຂອງທ່ານທຣຳເລີຍ.

Leaders of US and China Offer Asia Business Leaders Divergent Paths
please wait

No media source currently available

0:00 0:02:53 0:00

​ໃນວັນສຸກວານນີ້ ທ່ານທຣຳແລະຄູ່ຕຳແໜ່ງຝ່າຍຈີນ ປະທານປະເທດສີ ຈິ້ນຜິງໄດ້ໃຫ້ ຄວາມເຫັນທີ່ແຕກຕ່າງກັນຢ່າງຈະແຈ້ງກ່ຽວກັບທິດທາງສຳລັບການຄ້າໃນເອເຊຍ ໃນ
ຄຳປາໄສຄົນລະເທື່ອ ຕໍ່ພວກຜູ້ນຳທຸລະກິດຂອງຂົງເຂດ.

ທ່ານທຣຳກ່າວຕໍ່ກອງປະຊຸມສຸດຍອດພວກນັກບໍລິຫານຂອງ​ APEC ວ່າ ທ່ານເຕັມໃຈ
ທີ່ຈະເຮັດຂໍ້ຕົກລົງການຄ້າສອງຝ່າຍ ກັບທຸກໆປະເທດ ໃນເຂດອິນໂດປາຊີຟິກ ແຕ່ໄດ້
ປະຕິເສດຢ່າງແຂງຂັນ ຕໍ່ຂໍ້ຕົກລົງຫຼາຍຝ່າຍ ເຊັ່ນ ຂໍ້ຕົກລົງພາຄີຂ້າມມະຫາສະໝຸດປາ
ຊີຟິກທີ່ປະກອບດ້ວຍ 12 ປະເທດ ຊຶ່ງໄດ້ຖືກປະຖິ້ມໃນມື້ທຳອິດຂອງລັດຖະບານທ່ານ.

ພວກຜູ້ນຳຂອງປະເທດຕ່າງໆ ຖ່າຍຮູບຮ່ວມກັນ ທີ່ກອງປະຊຸມສຸດຍອດ APEC ຢູ່ເມືອງດານັງ ປະເທດຫວຽດນາມ. (11 ກັນຍາ 2017)
ພວກຜູ້ນຳຂອງປະເທດຕ່າງໆ ຖ່າຍຮູບຮ່ວມກັນ ທີ່ກອງປະຊຸມສຸດຍອດ APEC ຢູ່ເມືອງດານັງ ປະເທດຫວຽດນາມ. (11 ກັນຍາ 2017)

ປະທານາທິບໍດີທຣຳກ່າວວ່າ “ຂ້າພະເຈົ້າຈະເຮັດຂໍ້ຕົກລົງການຄ້າສອງຝ່າຍກັບທຸກໆ
ປະເທດໃນເຂດອິນໂດປາຊີຟິກ ທີ່ຕ້ອງການຢາກຈະເປັນພາຄີຂອງພວກເຮົາແລະຈະ ປະຕິບັດຕາມຫລັກການ ກ່ຽວກັບການຄ້າທີ່ເປັນທຳແລະສົມສ່ວນ. ສິ່ງທີ່ພວກເຮົາຈະ ບໍ່ເຮັດອີກຕໍ່ໄປນັ້ນກໍຄືເຂົ້າຮ່ວມຂໍ້ຕົກລົງການຄ້າຂະໜາດໃຫຍ່ທີ່ຜູກມືຂອງພວກເຮົາ
ໄວ້ ຍອມມອບອະທິປະໄຕຂອງພວກເຮົາ ແລະ ເຮັດໃຫ້ການບັງຄັບໃຊ້ເກືອບວ່າເປັນ ໄປບໍ່ໄດ້ເລີຍ.”

Despite Tough US Talk on Trade, Experts See Greater Trade Opportunities
please wait

No media source currently available

0:00 0:02:09 0:00

ປະທານາທິບໍດີສະຫະລັດ ກ່າວວ່າ ໃນໄລຍະຜ່ານມານີ້ ເວລາປະເທດຂອງທ່ານໄດ້ ຫລຸດເຄື່ອງກີດກັນຕະຫລາດລົງແຕ່ປະເທດອື່ນໆກັບພັດບໍ່ໄດ້ເປີດຕະຫຼາດຂອງຕົນ ໃຫ້ພວກເຮົາເລີຍ.

ນັບແຕ່ນີ້ຕໍ່ໄປ ແນວໃດກໍຕາມ ທ່ານທຣຳເຕືອນວ່າ ສະຫະລັດຈະ “ຄາດວ່າປະເທດ ພາຄີຂອງພວກເຮົາຈະປະຕິຕາມກົດລະບຽບຢ່າງຈິງຈັງ. ພວກເຮົາຄາດວ່າຕະຫຼາດ ຈະເປີດກວ້າງ ໃນລະດັບທີ່ເທົ່າທຽມກັນ ສຳລັບທັງສອງຝ່າຍ ແລະການລົງທຶນຂອງ
ເອກກະຊົນ ບໍ່ແມ່ນພວກວາງແຜນລັດຖະບານ ຈະເປັນຜູ້ສັ່ງການໃນການລົງທຶນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG