ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທ​ຣຳ ກ່າວ​ຫາ​ ທ.ນ. ເປ​ໂລ​ຊີ ວ່າມີ​ຄວາມ​ຜິດ​ຖານ '​ຂາຍ​ຊາດ' ​ຂະ​ນະ​ທີ່​ສະ​ພາ​ຕ່ຳ ກະ​ກຽມ​ ການ​ຟ້ອງ​ຮ​້ອງ ປະ​ທາ​ນາ​ທິ​ບໍ​ດີ ຢູ່


​ທ່ານ​ນາງ ແນນ​ຊີ ເປ​ໂລ​ຊີ, ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ກຳ​ລັງ​ໄປ​ຫ້ອງ​ການ​ທ່ານ​ນາງ​ໃນ​ຕຶກ​ລັດ​ຖະ​ສະ​ພາ​ ໃນ​ວັນ​ທີ 26 ກັນ​ 2019 ໃນ​ຂະ​ນະ​ທີ່ທ່ານ Joseph Maguire ຮັກ​ສາການຫົວ ໜ້າດ້ານ​ການ​ສືບ​ລັບ​ແຫ່ງ​ຊາດຈະ​ໃຫ້​ຄຳ​ໃຫ້​ການ​ກ່ຽວ​ກັບ​ການ​ຟ້ອງ​ຮ​ອ້ງ​ຂອງ​ຜູ້​ແຈ້ງ​ການ​ກະ​ທຳ​ຜິດ​ຂອງທ່ານທ​ຣຳ
​ທ່ານ​ນາງ ແນນ​ຊີ ເປ​ໂລ​ຊີ, ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ກຳ​ລັງ​ໄປ​ຫ້ອງ​ການ​ທ່ານ​ນາງ​ໃນ​ຕຶກ​ລັດ​ຖະ​ສະ​ພາ​ ໃນ​ວັນ​ທີ 26 ກັນ​ 2019 ໃນ​ຂະ​ນະ​ທີ່ທ່ານ Joseph Maguire ຮັກ​ສາການຫົວ ໜ້າດ້ານ​ການ​ສືບ​ລັບ​ແຫ່ງ​ຊາດຈະ​ໃຫ້​ຄຳ​ໃຫ້​ການ​ກ່ຽວ​ກັບ​ການ​ຟ້ອງ​ຮ​ອ້ງ​ຂອງ​ຜູ້​ແຈ້ງ​ການ​ກະ​ທຳ​ຜິດ​ຂອງທ່ານທ​ຣຳ

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລທ​ຣຳ​ຂອງ​ສະ​ຫະ​ລັດ ກຳ​ລັງ​ກ່າວ​ຫາ​ທ່ານ​ນາງ ແນນ​ຊີ ເປ​ໂລ​ຊີ, ປະ​ທານ​ສະ​ພາ​ຕ່ຳ​ວ່າ ມີ​ຄວາມ​ຜິດ​ຖານ "ກໍ່​ອາດ​ຊະ​ຍາ​ກຳ​ຮ້າຍ​ແຮງ ແລະກະ​ທຳ​ຜິດ, ແມ່ນ​ກະ​ທັ້ງ​ຂາຍ​ຊາດ​ອີກ​ດ້ວຍ," ໃນ​ຂະ​ນະ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ທີ່​ນຳ​ພາ​ໂດບ​ພັກ​ເດ​ໂມ​ແຄ​ຣັດ​ໄດ້​ຊຸກ​ດັນ​ການ​ສືບ​ສວນ​ໃນ​ການຟ້ອງ ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ.

ລະ​ດັບ​ການກໍ່​ອາດ​ຊະ​ຍາ​ກຳທີ່​ທ່ານ​ທ​ຣຳ​ໄດ້​ກ່າວ​ເຖິງ ຢູ່​ໃນ​ທວີດ​ເຕີ​ໃນ​ວັນ​ອາ​ທິດ​ວານນີ້ ແມ່ນ​ອັນ​ດຽວ​ກັນ​ກັບ​ທີ່​ລະ​ບຸ​ໄວ້​ຢູ່​ໃນ​ລັດ​ຖະ​ທຳ​ມະ​ນູນ​ສະ​ຫະ​ລັດ ທີ່ເວົ້າ​ກ່ຽວ​ກັບພື້ນ​ຖານເລີ້ມ​ຕົ້ນ​ໃຫ້ທຳການ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ​ລົງ​ຈາກ​ຕຳ​ແໜ່ງ.

ທ່ານ ທ​ຣຳກ່າ​ວ​ຊ້ຳ​ຄຳ​ເວົ້າ​ທີ່​ໃຊ້​ຕຳ​ໜິ​ທ່ານ​ໂດຍ​ສະ​ມາ​ຊິກ​ສະ​ພາ​ຕ່ຳອາ​ດາມ ຊິ​ຟ (Adam Schiff), ປະ​ທານ​ຄະ​ນະ​ກຳ​ມະ​ການ ດ້ານ​ສືບ​ລັບ​ຂອງ​ສະ​ພາ​ຕ່ຳ ແລະ ໂດຍ​ທ່ານ​ນາງ​ເປ​ໂລ​ຊີ​ ຈາກ​ພັກ​ເດ​ໂມ​ແຄ​ຣັດ ທີ່​ໄດ້​ຖືກມອບ​ໝາຍ​ໃຫ້​ນຳ​ພາ​ໃນ​ການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີນັ້ນ. ທ່ານ​ທ​ຣຳ​ກ່າວ​ໂຈມ​ຕີ​ຕໍ່​ວິ​ທີ​ທີ່​ທ່ານ ຊິ​ຟ​ ພັນລະ​ນາ​ກ່ຽວ​ກັບ​ການ​ລົມ​ໂທ​ລະ​ສັບ​ລະ​ຫວ່າງ ທ່ານ ປະ​ທາ​ນາ​ທິ​ບໍ​ດີ​ ແລະ​ຜູ້​ນຳ​ຂອງ​ຢູ​ເຄ​ຣນ ແລະ​ໃນ​ວັນ​ອາ​ທິ​ດວານນີ້ ທ່ານ ປະ​ທາ​ນາ​ທິ​ບໍ​ດີ​ກໍ​ເວົ້າ​ວ່າ​ທ່ານ​ນາງ​ເປ​ໂລ​ຊີ​ຮູ້​ດີ​ວ່າ​ທ່ານ ຊິ​ຟ "ຂີ້​ຕົວະ ແລະ​ຫລອກ​ລວງ​ຢ່າງ​ໃຫຍ່​ຫລວງ."

ທ່ານ ຊິ​ຟ ເວົ້າ​ຢູ່​ໃນ​ກກອງ​ປະ​ຊຸມຂອງ​ຄະ​ນະ​ກຳ​ມະ​ການ​ຮັບ​ຟັງຄຳ​ໃຫ້​ການ ວ່າ ບົດ​ທີ່​ຂຽນເນື້ອ​ໃນ​ຄຳ​ເວົ້າ​ຢູ່​ໃນ​ການສົນ​ທະ​ນາ​ທາງ​ໂທລະ​ສັບ​ຂອງ​ທ່ານທ​ຣຳ ກັບ ປະ​ທາ​ນາ​ທິ​ບໍ​ດີ​ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ (Volodymyr Zelenskiy) ເມື່ອ​ອ່ານ​ເບິ່ງ​ແລ້ວ​ຄ້າຍ​ກັບ​ວ່າ “ມັນ​ເປັນ​ການຂົ່ມ​ຂູ່ຂອງ​ການກໍ່​ອາດ​ຊະ​ຍາ​ກຳແບບ​ມີ​ການ​ຈັດ​ຕັ້ງຢ່າງ​ເຕັມ​ແບບ​ສະ​ບັບເລີຍ,” ແລະ​ການເວົ້າຕາມ​ສະ​ບັບ​ຂອງທ່ານຊິ​ຟ​ນັ້ນ​ແມ່ນເພື່ອໃຫ້​ມີລັກ​ສະ​ນະຕະ​ຫລົກ.

ເພື່ອ​ຕອບ​ໂຕ້ຕໍ່​ການ​ຕຳ​ໜິ​ຂອງ​ທ່ານ​ທ​ຣຳ​ທີ່​ເວົ້າ​ກ່ອນ​ໜ້ານັ້ນ ຕໍ່​ການ​ຮັບ​ຟັງ​ຄຳ​ໃຫ້​ການດັ່ງ​ກ່າວ, ​ທ່ານຊິ​ຟ​ຂຽນ​ລົ​ງ​ໃນ​ທວີດ​ເຕີວ່າ "​ແຕ່​ວ່າ​ທ່ານກໍ​ເວົ້າ​ຖືກ​ຢູ່ອັນ​ນຶ່ງ — ຄຳ​ເວົ້າ​ຂອງ​ທ່ານບໍ່​ຕ້ອງ​ມີ​ໃຜ​ເອົາ​ໄປ​ເວົ້າ​ຕະ​ຫລົກ​ຫລິ້ນດອກ. ຄຳ​ເວົ້າແລະ​ການ​ກະ​ທຳຂອງ​ທ່ານ​ເອງ ເຮັດ​ໃຫ້​ມັນ​ເປັນ​ຕາ​ຢາກ​ຫົວ​ຢູ່​ໃນ​ໂຕ​ຂອງ​ມັນ​ຢູ່​ແລ້ວ,".

​ການ​ສືບ​ສວນ​ໃນ​ການຟ້ອງຮ້ອງ​ປະ​ທາ​ນາ​ທິ​ບໍ​ດີກຳ​ລັງ​ເດີນ​ໜ້າ​ຕໍ່​ໄປ​ໃນ​ອາ​ທິດນີ້ ໂດຍ​ທີ່​ຄະ​ນະ​ກຳ​ມະ​ການ​ດ້ານ​ສືບ​ລັບ, ດ້ານ​ການ​ຕ່າງ​ປະ​ເທດ ແລະ​ດ້ານກວດ​ກາຂອງ​ສະ​ພາ​ຕ່ຳ ມີ​ກຳ​ນົດ​ທີ່​ຈະ​ຮັບ​ຟັງ​ຄຳ​ໃຫ້​ການ​ຈາກ​ຜູ້​ສຳ​ຄັນອີກ​ຫລາຍ​ຄົນ​. ພວກ​ເພິ່ນ​ເວົ້າ​ວ່າ ໃນ​ວັນ​ອັງ​ຄານ​ທີ່​ຈະ​ມາ​ເຖິງນີ້, ພວກ​ເພິ່ນມີ​ກຳ​ນົດ​ຈະຮັບ​ຟັງ ຄຳ​ໃຫ້​ການ​ຈາກ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ສະ​ຫະ​ພາບ​ຢູ​ໂຣບ, ທ່ານ ກອກດອນ ຊັນ​ແລນ (Gordon Sondland). ໃນ​ວັນ​ສຸກແມ່ນ​ມີ​ກຳ​ນົດ​ຮັບ​ຟັງ​ຄຳ​ໃຫ້​ການ​ຂອງ​ທ່ານ​ນາງມາ​ຣີ ໂຢ​ວາ​ໂນ​ວິດ​ຈ໌ (Marie Yovanovitch), ຜູ້​ທີ່​ຖືກ​ຮຽກ​ກັບ​ຈາກ​ການບ່ອນ​ປະ​ຈຳ​ການ​ຂອງ​ທ່ານ​ນາງ​ໃນ​ນາມ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳຢູ​ເຄ​ຣນ.

ຄະ​ນະ​ກຳ​ມະ​ການເຫລົ່າ​ນັ້ນຂອງ​ສະ​ພາ​ຕ່ຳ ຍັງ​ລໍ​ຖ້າ​ຄຳ​ຕອບ​ສຳ​ລັບ​ໝາຍ​ເກາະ​ຂອງ​ພວກ​ເພິ່ນທີ່​ຮຽກ​ເອົາ​ເອ​ກະ​ສານ​ມາ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທຳ​ນຽບ​ຂາວ ແລະ​ຈາກທ່ານ ຣູ​ດີ ຈູ​ລີ​ອາ​ນີ (Rudy Giuliani) ​ທະ​ນາຍ​ຄວາມ​ສ່ວນ​ຕົວ​ຂອງ​ທ່ານທ​ຣຳ ອີກ​ດ້ວຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG