ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທຳນຽບຂາວ ກ່າວວ່າ ສຫລ ຈະສົ່ງ ກຳລັງ ຮັກສາດິນແດນ ໄປປະຈຳການ ຢູ່ຊາຍແດນ ພາກໃຕ້

ລັດຖະມົນຕີ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ ສະຫະລັດ ທ່ານນາງ ເຄິຣຍເຈັນ ນິລເຊັນ (Kirstjen Nielsen) ເດີນທາງໄປຮອດ ກອງປະຊຸມຖະແຫລງຂ່າວ ປະຈຳວັນ ຢູ່ທີ່ທຳນຽບຂາວ, ວັນທີ 4 ເມສາ 2018, ໃນນະຄອນຫຼວງ ວໍຊິງຕັນ.
ລັດຖະມົນຕີ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ ສະຫະລັດ ທ່ານນາງ ເຄິຣຍເຈັນ ນິລເຊັນ (Kirstjen Nielsen) ເດີນທາງໄປຮອດ ກອງປະຊຸມຖະແຫລງຂ່າວ ປະຈຳວັນ ຢູ່ທີ່ທຳນຽບຂາວ, ວັນທີ 4 ເມສາ 2018, ໃນນະຄອນຫຼວງ ວໍຊິງຕັນ.

ບັນດາເຈົ້າໜ້າທີ່ ທຳນຽບຂາວ ໃນວັນພຸດວານນີ້ ໄດ້ວາງແຜນທີ່ຈະສົ່ງ ກຳລັງຮັກສາ
ດິນແດນ ໄປຍັງຊາຍແດນທາງພາກໃຕ້ ຂອງສະຫະລັດ ທີ່ຕິດກັບເມັກຊິໂກ ອັນເປັນ
ຄວາມພະຍາຍາມສ່ວນນຶ່ງ ຂອງປະທານາທິບໍດີ ດໍໂນລ ທຣຳ ເພື່ອທີ່ຈະແກ້ໄຂ ໃນ
ອັນທີ່ທ່ານ ກ່າວວ່າ ເປັນບັນຫາທີ່ເພີ້ມຄວາມຮ້າຍແຮງຂຶ້ນ ກ່ຽວກັບພວກຄົນເຂົ້າເມືອງ
ທີ່ຜິດກົດໝາຍ.

ການຕັດສິນໃຈທີ່ຈະສົ່ງ ກຳລັງທະຫານສະຫະລັດ ໄປປະຈຳການຢູ່ທີ່ຊາຍແດນນັ້ນ
ສະແດງໃຫ້ເຫັນທິດທາງໃໝ່ ທີ່ສຳຄັນ ຂອງທ່ານທຣຳ ໃນການປາບປາມເລື່ອງຄົນເຂົ້າ
ເມືອງ ໃນຂອບເຂດກວ້າງຂວາງ. ແຕ່ສ່ວນທີ່ສຳຄັນໆ ຂອງການ ເຄື່ອນໄຫວດັ່ງກ່າວ
ແມ່ນບໍ່ທັນຊັດແຈ້ງ ທີ່ລວມໄປເຖິງ ທະຫານຈຳນວນເທົ່າໃດທີ່ຈະຖືກສົ່ງໄປ ໃນເວລາ
ໃດພວກເຂົາເຈົ້າ ຈະຖືກສົ່ງໄປປະຈຳການ ຫຼືວ່າ ພວກເຂົາເຈົ້າຈະເຮັດຫຍັງແທ້ໆ.

ໃນພາບຖ່າຍ ວັນທີ 19 ເມສາ 2011 ນີ້, ທະຫານຮັກສາດິນແດນ ຄົນນຶ່ງ ໂ້ອລົມ ກັບ ເຈົ້າໜ້າທີ່ລາດຕະເວນຊາຍແດນ ສະຫະລັດ ທີ່ປະຈຳການ ຢູ່ຕາມ ຂົວສາກົນ ໄຮດາລໂກ (Hidalgo International Bridge) ໃນເມືອງໄຮດາລໂກ ຂອງລັດ ເທັກຊັສ.

ທ່ານນາງ ເຄຣຍເຈັນ ນິລເຊັນ ລັດຖະມົນຕີ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​
ສະຫະລັດ ໄດ້ກ່າວວ່າ “ມັນຈະຕ້ອງໃຊ້ເວລາ ທີ່ຈະມີລາຍລະອຽດ ໃນການດຳເນີນ
ງານ ແຕ່ພວກເຮົາຈະເລີ້ມຕົ້ນໃນມື້ນີ້ ແລະຈະທຳງານຢ່າງວ່ອງໄວ. ພວກເຮົາກະຕື
ລືລົ້ນ ທີ່ຈະໄດ້ຮັບການສະໜັບສະໜູນ ໃນເລື່ອງນີ້.”

ຢູ່ໃນສະຫະລັດ ພວກທະຫານປະຈຳການ ໂດຍທົ່ວໄປແລ້ວ ແມ່ນຫ້າມບໍ່ໃຫ້ປະຕິບັດ
ໜ້າທີ່ ເປັນຜູ້ພິທັກກົດໝາຍພາຍໃນປະເທດ ເຊິ່ງຈະລວມເຖິງ ການຈັບກຸມພວກຄົນ
ທີ່ຂ້າມຊາຍແດນເຂົ້າມາໃນປະເທດ. ເຖິງຢ່າງໃດກໍຕາມ ປະທານາທິບໍດີ ສະຫະລັດ
ຫຼາຍຄົນ ໄດ້ສົ່ງກຳລັງຮັກສາດິນແດນ ໄປປະຈຳການ ຢູ່ຕາມຊາຍແດນໃນບົດບາດ
ຕ່າງໆ ເພື່ອໃຫ້ການສະໜັບສະໜູນ.

ພວກຄົນເຂົ້າເມືອງ ຈາກອາເມຣິກາກາງ ໄດ້ຮັບການບໍລິຈາກ ເຄື່ອງນຸ່ງ ໃນຂະນະທີ່ເດີນທາງ ໄປຍັງ ສະຫະລັດ, ຢູ່ໃນເມືອງ ມາຕີອັສ ໂຣແມໂຣ (Matias Romero) ລັດ ອາວຊາກາ, ຂອງເມັກຊິໂກ, ວັນທີ 3 ເມສາ 2018.
ພວກຄົນເຂົ້າເມືອງ ຈາກອາເມຣິກາກາງ ໄດ້ຮັບການບໍລິຈາກ ເຄື່ອງນຸ່ງ ໃນຂະນະທີ່ເດີນທາງ ໄປຍັງ ສະຫະລັດ, ຢູ່ໃນເມືອງ ມາຕີອັສ ໂຣແມໂຣ (Matias Romero) ລັດ ອາວຊາກາ, ຂອງເມັກຊິໂກ, ວັນທີ 3 ເມສາ 2018.

ທ່ານນາງ ນິລເຊັນ ໄດ້ກ່າວວ່າ ພວກທະຫານຮັກສາດິນແດນ ຈະຊ່ອຍໃນການສິ້ງຊອມ
ເບິ່ງຊາຍແດນ ແລະ “ປະຕິບັດໜ້າທີ່ ໃນດ້ານການສະໜັບສະໜູນ” ອື່ນໆ. ທ່ານນາງ
ໄດ້ປະຕິເສດ ທີ່ຈະກ່າວເຖິງ ຂະໜາດຂອງກຳລັງ ຈະໃຫຍ່ສ່ຳໃດ ແຕ່ທ່ານນາງ ໄດ້ກ່າວ
ວ່າ ມັນຈະປະກອບດ້ວຍ “ທະຫານຫຼາຍເທົ່າທີ່ຕ້ອງການ ເພື່ອຈະປິດຊ່ອງຫວ່າງ ໃນ
ມື້ນີ້.”

ເຈົ້າໜ້າທີ່ອາວຸໂສທ່ານນຶ່ງ ໃນຄະນະລັດຖະບານ ທ່ານທຣຳ ໄດ້ປະຕິເສດທີ່ຈະກ່າວວ່າ
ກຳລັງຮັກສາດິນແດນ ຈະຕິດອາວຸດ ຫຼືບໍ່ນັ້ນ ທ່ານກ່າວວ່າ ລາຍລະ ອຽດເຫຼົ່ານັ້ນ ແມ່ນ
ຍັງພວມຫາລືກັນຢູ່. ແຕ່ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວວ່າ ກຳລັງທະຫານຈະມີປະສິດທິພາບ.

Trump Calls up National Guard to Protect the Border
please wait

No media source currently available

0:00 0:02:29 0:00

ທ່ານເວົ້າວ່າ “ເໝາະສົມແລ້ວ ທີ່ຈະເວົ້າໄດ້ວ່າ ສຳລັບພວກບຸກຄົນ ທີ່ຫາທາງຈະຈ້າງ
ຜູ້ລັກລອບເອົາຄົນເຂົ້າມາໃນສະຫະລັດ ໃນເວລານີ້ ອັນນັ້ນ ຈະເປັນການລົງທຶນ ທີ່
ບໍ່ສະຫລາດເລີຍ.”

ທ່ານທຣຳ ໄດ້ລົງນາມໃນຖະແຫລງການສະບັບນຶ່ງ ອະນຸຍາດໃຫ້ເອົາມາດຕະການ
ດັ່ງກ່າວ ໃນຕອນຄ່ຳວັນພຸດວານນີ້. ແຕ່ ລັດທັງຫຼາຍ ຍັງຈະຕ້ອງຮັບຮອງເອົາ ການຕັດ
ສິນໃຈນັ້ນ ກ່ອນໜ້າການສົ່ງກຳລັງຮັກສາດິນແດນຂອງພວກເຂົາໄປປະຈຳການໄດ້.

ທ່ານທຣຳ ໄດ້ຂົ່ມຂູ່ຊ້ຳແລ້ວຊ້ຳອີກວ່າ ຈະສົ່ງທະຫານໄປຊ່ອຍຮັກສາຊາຍແດນ ໂດຍ
ສະເພາະ ໃນຂະນະທີ່ມີຂະບວນຄາລາວານ ຂອງພວກຄົນເຂົ້າເມືອງຈາກອາເມຣິກາ
ກາງ ພາກັນເດີນທາງມາຍັງພາກເໜືອ ໂດຍຜ່ານເມັກຊິໂກ ມີບາງສ່ວນ ມຸ້ງໜ້າມາຍັງ
ສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG