ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ຕຸ​ລາ​ການ ທີ່​ຮັບ​ຟັງ​ຄະ​ດີ​ທ່ານ​ທ​ຣຳ ຈະ​ຢຸດ​ພັກ​ຕາມ​ໝາຍ​ກຳ​ນົດ ທີ່​ຕັ້ງ​ໄວ້​ແລ້ວ


​ແຟ້ມ - ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ປະ​ກາດ​ລົງ​ແຂ່ງ​ຂັນ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄັ້ງ​ທີ​ສາມ ທີ່​ບ້ານ​ພັກ ມາ-ອາ-ລາ​ໂກ ໃນ​ເມືອງ​ພາມ​ບິ​ສ ລັດ​ຟ​ລໍ​ຣິ​ດາ ເມື່ອ​ວັນ​ທີ 15 ພະ​ຈິກ 2022.
​ແຟ້ມ - ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ປະ​ກາດ​ລົງ​ແຂ່ງ​ຂັນ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄັ້ງ​ທີ​ສາມ ທີ່​ບ້ານ​ພັກ ມາ-ອາ-ລາ​ໂກ ໃນ​ເມືອງ​ພາມ​ບິ​ສ ລັດ​ຟ​ລໍ​ຣິ​ດາ ເມື່ອ​ວັນ​ທີ 15 ພະ​ຈິກ 2022.

ຄະ​ນະ​ຕຸ​ລາ​ການ​ໃຫຍ່ ​ເຂດ​ແມນ​ຮັດ​ຕັນ ທີ່​ສືບ​ສວນ​ການ​ຈ່າຍ​ເງິນ​ປິດ​ປາກ ​ໃນ​ນາມ​ຂອງ​ທ່ານ​ດໍ​ໂນ​ລ ທ​ຣຳ ມີ​ກຳ​ນົດ​ທີ່​ຈະ​ພິ​ຈາ​ລະ​ນາ​ເລື້ອງ​ອື່ນ ໃນ​ອາ​ທິດ​ໜ້າ ກ່ອນຈະ​ຢຸດ​ພັກ​ສອງ​ອາ​ທິດ ຕາມ​ໝາຍ​ກຳ​ນົດ​ທີ່ໄດ້​ມີ​ການ​ວາງ​ແຜນ​ໄວ້​ລ່ວງ​ໜ້າ​ກ່ອນແລ້ວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ຜູ້ຮູ້​ເລື້ອງ​ດີ ​ທີ່​ຂໍ​ສະ​ຫງວນ​ຊື່ຄົນ​ນຶ່ງ ໄດ້​ແຈ້ງ​ໃຫ້​ຊາບໃນ​ວັນ​ພຸດ​ວານນີ້ ນັ້ນ​ແມ່ນໝາຍ​ຄວາມ​ວ່າ ການ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ວ່າ​ຈະ​ຟ້ອງ​ຮ້ອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຫຼື​ບໍ່ນັ້ນ ຈຶ່ງ​ມີ​ທ່າ​ທາງວ່າ​ຄົງ​ຈະ​ບໍ່​ມີ​ຂຶ້ນຈົນ​ເທົ່າ​ທ້າຍ​ເດືອນ​ເມ​ສາ​ ເປັນ​ຢ່າງ​ໄວ​ສຸດ.

ການ​ຢຸດ​ພັກ ຊຶ່ງ​ມີ​ໝາຍ​ກຳ​ນົດ​ລ່ວງ​ໜ້າ​ໄວ້​ແລ້ວ ເວ​ລາ​ຄະ​ນະ​ຕຸ​ລາ​ການ​ເລີ້ມ​ພົບ​ປະ​ກັນ​ໃນ​ເດືອນ​ມັງ​ກອນ ຊຶ່ງ​ບັງ​ເອີນ​ມີ​ຂຶ້ນ​ພ້ອມໆ​ກັນ​ ກັບ​ບຸນ​ພາ​ສ​ໂອ​ເວີ້ ອິ​ສ​ເຕີ້ ແລະ​ວັນ​ພັກ​ກາງ​ລະ​ດູ​ບານ​ໃໝ່​ ສຳ​ລັບ​ລ​ະ​ບົບ​ໂຮງ​ຮຽນ​ຫຼວງ ຢູ່​ໃນ​ນະ​ຄອນ​ນິວຢອກ.

NEW YORK (AP) — The Manhattan grand jury investigating hush money paid on Donald Trump's behalf is scheduled to consider other matters next week before taking a previously scheduled two-week break. That's according to a person familiar with the matter, who spoke on condition of anonymity Wednesday. That means a vote on whether to indict the former president likely wouldn't come until late April at the earliest. The break, which was scheduled in advance when the panel was convened in January, coincides with Passover, Easter and spring break for the New York City public school system.

XS
SM
MD
LG