ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ຈັດພິທີເຊັນຂໍ້ຕົກລົງ ແອບຣາແຮມ ລະຫວ່າງ ອິສຣາແອລ, ສະຫະລັດອາຣັບເອເມີເຣັສ ແລະ ບາຫ໌ເຣນ


ພາບນີ້ສະແດງໃຫ້ເຫັນທຸງຊາດ ສະຫະລັດ ອາຣັບ ເອມີເຣັດສ໌, ເທິງ, ແລະ ທຸງຊາດ ອິສຣາແອລ, ລຸ່ມ.
ພາບນີ້ສະແດງໃຫ້ເຫັນທຸງຊາດ ສະຫະລັດ ອາຣັບ ເອມີເຣັດສ໌, ເທິງ, ແລະ ທຸງຊາດ ອິສຣາແອລ, ລຸ່ມ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຈັດພິທີເຊັນສັນຍາຢູ່ທຳນຽບຂາວໃນວັນອັງຄານວານນີ້ ສຳລັບການຟື້ນຟູສາຍພົວພັນປົກກະຕິ ລະຫວ່າງ ອິສຣາແອລ, ສະຫະລັດ ອາຣັບ ເອມີເຣັສ ແລະ ບາຫ໌ເຣນ.

ທ່ານ ທຣຳ ໄດ້ກ່າວວ່າ “ບັນດາຜູ້ນຳນີ້ຈະເຊັນຂໍ້ຕົກລົງສັນຕິພາບສອງສະບັບທຳອິດລະຫວ່າງ ອິສຣາແອລ ກັບ ສະຫະລັດ ອາຣັບ ເອມີເຣັສ ໃນຮອບດົນກວ່າ 25 ປີ. ໃນຕະຫຼອດປະຫວັດສາດຂອງ ອິສຣາແອລ ມັນໄດ້ມີຂໍ້ຕົກລົງ ດັ່ງກ່າວພຽງສອງສະບັບກ່ອນໜ້ານີ້, ແລະ ຕອນນີ້ພວກເຮົາໄດ້ບັນລຸສອງສະບັບພາຍໃນພຽງເດືອນດຽວ.”

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ, ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ອາຣັບ ເອມີເຣັສ ທ່ານ ອັບດຸລລາ ບິນ ຊາເຢັດ ແລະ ລັດຖະມົນຕີການຕ່າງປະເທດ ບາຫ໌ເຣນ ທ່ານ ອັບດຸລລາຕິຟ ບິນ ຣາຊິດ ອາ ຊາຢານີ ໄດ້ເຊັນຂໍ້ຕົກລົງທີ່ເອີ້ນວ່າ “ຂໍ້ຕົກລົງ ແອບຣາແຮມ” ຢູ່ ເດີ່ນຫຍ້າກໍ້າໃຕ້ຂອງທຳນຽບຂາວ.

ທ່ານ ເນຕັນຢາຮູ ໄດ້ກ່າວວ່າ “ຂໍ້ຕົກລົງສັນຕິພາບນີ້ໃນທີ່ສຸດຂະຫຍາຍອອກໄປ ລວມເອົາປະເທດອາຣັບອື່ນໆ, ແລະ ໃນທີ່ສຸດຈະສາມາດສິ້ນສຸດຄວາມຂັດແຍ້ງລະຫວ່າງ ອາຣັບ ກັບ ອິສຣາແອລ, ຄັ້ງນີ້ຄັ້ງດຽວ ແລະ ເປັນຄັ້ງສຸດທ້າຍ.”

ຂໍ້ຕົກລົງລະຫວ່າງ ອິສຣາແອລ ກັບ ສະຫະລັດ ອາຣັບ ເອມີເຣັສ ແມ່ນໄດ້ມີການບັນລຸກ່ອນໜ້ານີ້ໃນວັນທີ 13 ສິງຫາ ລະຫວ່າງ ອິສຣາແອລ ແລະ ສະຫະລັດ ອາຣັບ ເອມີເຣັສ, ໂດຍທີ່ ບາຫ໌ເຣນ ໄດ້ປະກາດໃນວັນສຸກທີ່ຜ່ານມາວ່າ ເຂົາເຈົ້າກໍຈະຮັບຮູ້ລັດຊາວຢິວນັ້ນ ຢ່າງເປັນທາງການເຊັ່ນກັນ.”

ທ່ານ ອັບດຸລລາ ບິນ ຊາເຢັດ ໄດ້ກ່າວຜ່ານນາຍແປພາສາວ່າ “ມື້ນີ້ພວກເຮົາໄດ້ເປັນສັກຂີພິຍານໃນແນວໂນ້ມໃໝ່ ທີ່ຈະສ້າງເສັ້ນທາງທີ່ດີຂຶ້ນກວ່າເກົ່າ ສຳລັບພາກຕາເວັນອອກກາງ.” ທ່ານໄດ້ກ່າວຕື່ມວ່າວິໄສທັດໃໝ່ນີ້ “ບໍ່ພຽງແຕ່ເປັນຄຳຂວັນທີ່ພວກເຮົາໄດ້ຍົກຂຶ້ນມາເພື່ອຜົນປະໂຫຍດທາງການເມືອງ” ແລະ “ສັນຕິພາບທີ່ວ່ານັ້ນ ແມ່ນກົດເກນການນຳພາຂອງພວກເຮົາ.”

ທ່ານ ອັບດຸລລາຕິຟ ບິນ ຣາຊິດ ອາລ ຊາຢານີ ໄດ້ເອີ້ນຂໍ້ຕົກລົງຟື້ນຟູສາຍພົວພັນທາງການທູດປົກກະຕິດັ່ງກ່າວວ່າ “ບາດກ້າວທຳອິດທີ່ສຳຄັນ.”

ທ່ານໄດ້ກ່າວວ່າ “ບາດນີ້ມັນແມ່ນໜ້າທີ່ຂອງພວກເຮົາທີ່ຈະເຮັດວຽກຢ່າງ ຮີບ ດ່ວນ ແລະ ຢ່າງຂະ ຫຍັນຂັນແຂງ ເພື່ອນຳເອົາສັນຕິພາບ ແລະ ຄວາມປອດໄພຢ່າງຖາວອນ ມາສູ່ປະຊາຊົນທີ່ສົມ ຄວນໄດ້ຮັບຂອງພວກເຮົາ. ຂໍ້ແກ້ໄຂບັນ ຫາທີ່ເປັນທຳ, ຮອບດ້ານ ແລະ ຍືນຍົງລະຫວ່າງສອງປະເທດ ຕໍ່ຄວາມຂັດແຍ້ງ ລະຫວ່າງ ປາແລັສໄຕນ໌ ກັບ ອິສຣາແອລ ຈະຖືກນຳມາເປັນພື້ນຖານ, ຮາກຖານທີ່ແໜ້ນແກ່ນຂອງສັນຕິພາບທີ່ວ່ານັ້ນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG