ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ຮັບປະກັນຕໍ່ ຍີ່ປຸ່ນ ກ່ຽວກັບ ຄວາມ ໝາຍໝັ້ນ ຂອງ ສຫລ ໃນເອເຊຍ-ປາຊີຟິກ


ປະທານາທິບໍດີ ດໍໂນລ ທຣຳ, ຂວາ, ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ຈັບມືກັນ ຫຼັງຈາກ ທີ່ພວກເພິ່ນ ເປີດກອງປະຊຸມຖະແຫລງຂ່າວຮ່ວມກັນ ໃນຫ້ອງກ້ຳຕາເວັນອອກ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 10 ກຸມພາ 2017.
ປະທານາທິບໍດີ ດໍໂນລ ທຣຳ, ຂວາ, ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ຈັບມືກັນ ຫຼັງຈາກ ທີ່ພວກເພິ່ນ ເປີດກອງປະຊຸມຖະແຫລງຂ່າວຮ່ວມກັນ ໃນຫ້ອງກ້ຳຕາເວັນອອກ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 10 ກຸມພາ 2017.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກຳລັງສ້າງຄວາມໝັ້ນໃຈໃຫ້ແກ່ ຍີ່ປຸ່ນ
ວ່າ ອາເມຣິກາ ຍັງຄົງໝັ້ນໝາຍທີ່ຈະຮັກສາໄວ້ ຊຶ່ງຄວາມໝັ້ນຄົງ ແລະ ຄວາມຈະເລີນ
ຮຸງເຮືອງ ໃນຂົງເຂດ ເອເຊຍ-ປາຊີຟິກ ເຖິງແມ່ນວ່າ ຄຳເຫັນທັງຫຼາຍບາງສ່ວນ ໃນເມື່ອ
ກ່ອນ ຈາກວໍຊິງຕັນ ຈະສ້າງຄວາມວິຕົກກັງວົນຢູ່ໃນໂຕກຽວ ກໍຕາມ. ເວລາ ຢືນຢູ່ຄຽງ
ຂ້າງ ທ່ານ Shinzo Abe ນາຍົກລັດຖະມົນຕີ ຍີ່ປຸ່ນ ທີ່ທຳນຽບຂາວ ໃນວັນສຸກຜ່ານມານີ້
ທ່ານທຣຳ ໄດ້ປະຕິຍານວ່າ ຈະເສີມຂະຫຍາຍສາຍພົວພັນ ລະຫວ່າງ ສະຫະລັດ ກັບ
ຍີ່ປຸ່ນ ໃຫ້ເຂັ້ມແຂງຂຶ້ນ. ຜູ້ສື່ຂ່າວ ວີໂອເອ Mary Alice Salinas ລາຍງານມາຈາກ
ທຳນຽບຂາວ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີທ່ານ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຕ້ອນຮັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານຊີນໂຊ ອາເບະ
ສູ່ທຳນຽບຂາວ ຢ່າງອົບອຸ່ນ.

ປະທານາທິບໍດີ ດໍໂນລ ທຣຳ ພົບປະກັບ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໃນຫ້ອງການ ຮູບໄຂ່ ຫຼື Oval Office ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 10 ກຸມພາ 2017.
ປະທານາທິບໍດີ ດໍໂນລ ທຣຳ ພົບປະກັບ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໃນຫ້ອງການ ຮູບໄຂ່ ຫຼື Oval Office ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 10 ກຸມພາ 2017.

ພວກເພິ່ນໄດ້ເວົ້າຢອກລໍ້ກັນ ກ່ອນຈະເຂົ້າປະຊຸມ ໃນຫ້ອງການ ຮູບໄຂ່ ຫຼື Oval Office
.....ຊຶ່ງທ່ານທຣຳ ເວົ້າຢອກວ່າ “ມືຂອງທ່ານຄືແຂງແຮງແທ້” .....ແລ້ວ ພວກເເພິ່ນ ກໍ
ຮ່ວມກັນສ້າງຄວາມໝັ້ນໃຈໃຫ້ໂລກວ່າ ສາຍພົວພັນ ລະຫວ່າງ ສະຫະລັດ ກັບ ຍີ່ປຸ່ນ
ຍັງຄົງໜຽວແໜ້ນຢູ່.

ທ່ານທຣຳ ໄດ້ເອີ້ນສາຍພົວພັນ ນັ້ນ ວ່າ ເປັນເສົາຄໍ້າຂອງ ສັນຕິພາບ ແລະ ສະຖຽນ
ລະພາບ ໃນເອເຊຍ-ປາຊີຟິກ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ພວກເຮົາຈະທຳງານຮ່ວມກັນ ເພື່ອສົ່ງເສີມ
ຜົນປະໂຫຍດຕ່າງໆ ຂອງພວກເຮົາ ທີ່ມີຮ່ວມກັນ ຊຶ່ງຜົນປະໂຫຍດນັ້ນ ພວກເຮົາມີ
ຫຼາຍຢ່າງຢູ່ໃນຂົງເຂດ ທີ່ປະກອບດ້ວຍ ເສລີພາບໃນການເດີນເຮືອທາງທະເລ ແລະ
ການປ້ອງກັນຕໍ່ຕ້ານ ລູກສອນໄຟ ແລະໄພຂົ່ມຂູ່ດ້ານນິວເຄລຍ ຂອງເກົາຫຼີເໜືອ
ຊຶ່ງທັງສອງຢ່າງນີ້ ຂ້າພະເຈົ້າຖືວ່າ ເປັນບູລິມະສິດທີ່ສູງສຸດ. ກ່ຽວກັບເສດຖະກິດ
ພວກເຮົາຈະຫາທາງ ເຮັດໃຫ້ສາຍພົວພັນດ້ານການຄ້າ ທີ່ເສລີ ເປັນທຳ ແລະ ຕ່າງກໍຕອບແທນ ຊຶ່ງກັນແລະກັນ ໂດຍໃຫ້ທັງສອງປະເທດ ໄດ້ຮັບຜົນປະໂຫຍດ
ຮ່ວມກັນ.”

ທ່ານອາເບະ ໄດ້ເຫັນດີນຳ.

ທ່ານອາເບະ ກ່າວວ່າ “ພື້ນຖານຂອງສັນຕິພາບ ແລະສະຖຽນລະພາບ ໃນເອເຊຍ-
ປາຊີຟິກ ແມ່ນເຂັ້ມແຂງ ຍ້ອນສາຍພົວພັນ ລະຫວ່າງ ຍີ່ປຸ່ນ ກັບ ສະຫະລັດ ແລະ
ອັນນີ້ ເປັນສາຍພົວພັນ ລະຫວ່າງ ສອງປະເທດ ທີ່ບໍ່ປ່ຽນແປງເລີຍ. ຂ້າພະເຈົ້າ ກັບ
ປະທານາທິບໍດີ ທຣຳ ຈະທຳງານຮ່ວມກັນ ເພື່ອເຮັດໃຫ້ສາຍພົວພັນຂອງພວກເຮົາ
ເຂັ້ມແຂງຂຶ້ນຕໍ່ໄປ. ພວກເຮົາມີຜົນງານທີ່ໜັກແໜ້ນນີ້ ຮ່ວມກັນ.”

ເຊີນຊົມ ຄຳເຫັນຂອງທ່ານທຣຳ ກ່ຽວກັບການຮ່ວມມື ກັບຍີ່ປຸນ

Trump: Cooperation on Nuclear Threat 'Essential'
please wait

No media source currently available

0:00 0:01:11 0:00

ດ້ວຍຄວາມກະຕືລືລົ້ນ ທີ່ຢາກຈະຮັກສາ ສາຍພົວພັນອັນເຂັ້ມແຂງ ທີ່ສຳຄັນນີ້ໄວ້ ທ່ານ
ອາເບະ ຈຶ່ງໄດ້ພົບປະກັບທ່ານທຣຳ ໃນນະຄອນ ນິວຢອກ ບໍ່ດົນເທົ່າໃດ ຫຼັງຈາກທີ່
ທ່ານທຣຳ ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ເມື່ອເດືອນພະຈິກ ປີກາຍນີ້.

ຄະນະຂອງທ່ານທຣຳ ເຄີຍໄດ້ສ້າງຄວາມຕື່ນຕົກໃຈ ໃຫ້ແກ່ບັນດາພັນທະມິດ ໃນ
ຂົງເຂດດັ່ງກ່າວ ໂດຍສະເໜີແນະວ່າ ຍີ່ປຸ່ນບໍ່ໄດ້ຈ່າຍພຽງພໍ ສຳລັບ ຖານທັບສະຫະລັດ
ທັງຫຼາຍໃນຍີ່ປຸ່ນ ແລະ ແມ່ນກະທັງ ສະເໜີແນະວ່າ ໂຕກຽວ ຄວນມີຄັງອາວຸດນິວເຄລຍ
ຂອງຕົນເອງໄວ້.

ນຶ່ງມື້ ກ່ອນໜ້າການພົບປະ ກັບ ທ່ານອາເບະ ນັ້ນ ທ່ານທຣຳ ໄດ້ຜ່ອນຄາຍຄວາມເຄັ່ງຕຶງ
ກັບຈີນລົງ.

ທ່ານທຣຳ ໄດ້ກ່າວວ່າ ທ່ານ ໄດ້ໂອ້ລົມກັບປະທານປະເທດຈີນ ທ່ານສີ ຈິນຜິງ ຢ່າງ
“ອົບອຸ່ນແທ້ໆ” ແລະ ທ່ານ ໄດ້ປະຕິຍານວ່າ ຈະປະຕິບັດຕາມ ນະໂຍບາຍ “ຈີນດຽວ”
ຂອງອາເມຣິກາ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາ ກຳລັງຈະເຂົ້າກັນ
ໄດ້ດີຫຼາຍ ແລະ ຂ້າພະເຈົ້າຄິດວ່າ ອັນນັ້ນ ຍັງຈະເປັນຜົນດີທີ່ສຸດ ສຳລັບ ຍີ່ປຸ່ນ.
ຂ້າພະເຈົ້າເຊື່ອວ່າ ຜົນທີ່ອອກມາ ຈະດີຫຼາຍສຳລັບ ໝົດທຸກຄົນ ເຊັ່ນວ່າ ຈີນ ຍີ່ປຸ່ນ
ສະຫະລັດ ແລະ ໝົດທຸກຄົນ ຢູ່ໃນຂົງເຂດ ນຳດ້ວຍ.”

ທ່ານທຣຳ ແລະ ທ່ານອາເບະ ໄດ້ກ່າວວ່າ ພວກເພິ່ນ ຈະສືບຕໍ່ປຶກສາຫາລືກັນ ໃນຂະນະ
ທີ່ພວກເພິ່ນ ສະແຫວງຫາແນວທາງໃໝ່ ເພື່ອຄວາມກ້າວໜ້າຕໍ່ໄປ ສຳລັບ ສາຍພົວພັນ
ອັນເກົ່າແກ່ ທີ່ຍາວນານເປັນເວລາຫຼາຍທົດສະວັດ ນີ້.

Trump Reassures Japan About US Commitment to Asia-Pacific
please wait

No media source currently available

0:00 0:02:28 0:00

U.S. President Donald Trump is reassuring Japan that America remains committed to the security and prosperity of the Asia-Pacific region, despite some earlier comments from Washington that raised concerns in Tokyo. Standing beside visiting Japanese Prime Minister Shinzo Abe at the White House Friday, Trump vowed to strengthen the U.S. alliance with Japan. VOA's Mary Alice Salinas reports.

President Donald Trump warmly welcomed Japanese Prime Minister Shinzo to the White House.

They joked before their Oval Office meeting …
((NATS, Trump jokes: "Strong hands"))
…then together assured the world the U.S.-Japan alliance remains strong.

Trump called it the cornerstone of peace and stability in the Asia-Pacific.

(PRESIDENT DONALD TRUMP)
"We will work together to promote our shared interests, of which we have many in the region, including freedom of navigation and defending against the North Korean missile and nuclear threat, both of which I consider a very, very high priority. On the economy, we will seek a trading relationship that is free, fair and reciprocal, benefiting both of our countries."

Abe agreed.

(SHINZO ABE, JAPANESE PRIME MINISTER - in Japanese, English voiceover)
"The cornerstone of peace and security in the Asia-Pacific is the strong Japan-U.S. alliance, and this is the unwavering tie between our two countries. I and President Trump will work together to further strengthen our alliance. We have shared this strong result."

Eager to keep the key alliance strong, Abe met Trump in New York shortly after his November election victory.

Trump's camp alarmed regional allies by suggesting Japan isn't paying enough to host U.S. bases, and even suggested that perhaps Tokyo should have its own nuclear arsenal.

A day before meeting with Abe, Trump eased tensions with China.

Trump said he had a "very, very warm" conversation with President Xi Jinping, and he vowed to honor America's "One China" policy.

(PRESIDENT DONALD TRUMP)
"I think we are on the process of getting along very well and I think that will also be very much of a benefit to Japan. // I believe that will work out very well for everybody -- China, Japan, the United States and everybody in the region."

Trump and Abe said they would continue the dialogue as they seek a new path forward for the decades-old alliance.

XS
SM
MD
LG