ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ດໍໂນລ ທຣໍາ ຕ້ອງການ ກັບຄືນ ເຂົ້າຮ່ວມ ​ພາ​ຄີ​ ຂ້າມ​ມະຫາ​ສະໝຸດ ​ປາຊີ​ຟິກ ຫຼື TPP


ປະທານາທິບໍດີ ດໍໂນລ ທຣໍາ ທີ່ຫ້ອງການໃນທໍານບຽບຂາວ ທີ່ນະຄອນຫຼວງວໍຊິງຕັນ ວັນທີ 9 ເມສາ 2018.
ປະທານາທິບໍດີ ດໍໂນລ ທຣໍາ ທີ່ຫ້ອງການໃນທໍານບຽບຂາວ ທີ່ນະຄອນຫຼວງວໍຊິງຕັນ ວັນທີ 9 ເມສາ 2018.

ຍີ່ປຸ່ນ​ໄດ້​ສະແດງຄວາມຍິນດີແບບລະມັດລະວັງ​ກັບຂ່າວ​ທີ່ວ່າ ປະທານາທິບໍດີ​ສະຫະ
ລັດ ທ່ານ​ດໍ​ໂນ​ລ ທຣໍາ ຕ້ອງການ​ຢາກ​ກັບ​ຄືນ​ມາ​ຮ່ວມ​ພາ​ຄີ​ຂ້າມ​ມະຫາ​ສະໝຸດ​ປາຊິ​ຟິກ
ຫຼື TPP.

ທ່ານ​ໂຕ​ຊິ​ມິ​ສສຸ ​ໂມເຕກິ ລັດຖະມົນຕີ​ກະຊວງການ​ຄ້າ​ຍີ່ປຸ່ນ​ກ່າວ​ໃນວັນ​ສຸກ​ມື້​ນີ້​ວ່າ “ຖ້າ​
ຫາກ​ນີ້​ໝາຍ​ຄວາມວ່າ ປະທານາທິບໍດີທຣໍາ ຊັ່ງ​ຊາ​ຢ່າງ​ຖືກຕ້ອງແລ້ວເຖິງຄວາມ​ສຳຄັນ
​ແລະ​ຜົນ​ຂອງພາຄີ​ຂ້າມ​ມະຫາ​ສະມຸດ​ປາຊິຟິກ​ ມັນ​ແມ່ນ​ສິ່ງທີ່​ພວກ​ເຮົາ ​ຕ້ອງຍິນ​ດີຕ້ອນ
ຮັບ.”ທ່ານ​ກ່າວ​ເພີ້​ມອີກ​ວ່າ ​ຂໍ້​ຕົກລົງ​ການ​ຄ້ານີ້ "ເປັນສິ່ງລະອຽດອ່ອນທີ່ເຮັດດ້ວຍແກ້ວ" ຊຶ່ງເຮັດ​ໃຫ້​ຍາກ​ຫຼາຍທີ່ຈະເຈລະຈາ​ຄືນ​ໃໝ່​ ໃນ​ພາກສ່ວນ​ໃດໆກໍຕາມ​ຂອງ​ຂໍ້​ຕົກລົ​ງ.

ປະທານາທິບໍດີ​ທຣໍາ ​ໄດ້​ສັ່ງ​ໃຫ້​ຫົວໜ້າ​ທີ່​ປຶກສາທາງດ້ານເສດຖະກິດແລະ​ການ​ຄ້າຂອງ
​ທ່ານໃນ​ວັນ​ພະຫັດ​ວານ​ນີ້ ​ສຶກສາເບິ່ງການທີ່ຈະ​ກັບ​ຄືນ​ເຂົ້າ​ຮ່ວມ​ຂໍ້​ຕົກ ລົງ​ການ​ຄ້າຂອງ
ບັນດາປະເທດທີ່ຕັ້ງຢູ່​ແຄມຝັ່ງ​ມະຫາ​ສະໝຸດ​ປາຊິ​ຟິກທີ່​ທ່ານ​ໄດ້​ປະຖິ້ມ ໃນ​ປີ​ກາຍ​ນີ້
ສາມມື້​ຫຼັງ​ຈາກ​ໄດ້​ເຂົ້າກຳ​ຕຳ​ແໜ່​ງ.

ບັນດາ​ສະມາຊິກ​ສະພາຈາກ​ລັດ​ທີ່ປູກ​ຝັງ​ ກ່າວ​ຫຼັງ​ຈາກ​ກອງ​ປະຊຸມກ່ຽວ​ກັບ​ການຄ້າ​ດ້ານກະສິກຳ​ ຢູ່ທີ່​ທຳນຽບຂາວ ທີ່​ປະທານາທິບໍດີ ​ດໍໂນລ ທຣໍາ ​ໄດ້​ບອກ​ທີ່​ປຶກສາ​ດ້ານ​ເສດຖະກິດ​ຂອງ​ທ່ານຄື​ທ່ານ​ແລຣີ ຄັດ​ໂລ ​ແລະ​ຜູ້​ຕາງ​ໜ້າດ້ານການ​ຄ້າ​ຂອງສະຫະລັດ
ທ່ານ​ໂຣ​ເບີດ ​ໄລ​ທາຍ​ເຊີ ຊັ່ງ​ຊາ​ເບິ່ງຜົນປະໂຫຍດເຖິງການ​ກັບ​ຄື​ນເຂົ້າຮ່ວມ TPP ຊຶ່ງ
ເປັນຂໍ້​ຕົກລົງ​ທີ່​ໄດ້ມີການເຈລະຈາ​ໂດຍ​ລັດຖະບານ​ຂອງທ່ານບາຣັກ ​ໂອ​ບາ​ມາ.

ສະມາຊິກ​ສະພາ​ສູງຈາກ​ລັດ​ເນ​ບຣາສກາ ທ່ານ​ເບັນ ແຊັສຊີ ຊຶ່ງເປັນສະມາຊິກ ຂອງ​
ພັກຣີພັບ​ບລິ​ກັນ ທີ່ໄດ້ຕິຕຽນ​ນະ​ໂຍບາຍ​ກາ​ນຄ້າ​ຂອງ​ຂອງ​ປະທານາທິບໍດີ​ທຣໍາ ກ່າວ
​ຢູ່​ໃນ​ຈຸດ​ນຶ່ງ​ຂອງ​ກອງ​ປະຊຸມທີ່​ປະທານາທິບໍດີ​ຫຼຽວ​ໄປ​ຫາ​ທ່ານ​ຄັດ​ໂລ ​ແລະ​ກ່າວ​ວ່າ
“​ແລຣີ ​ໄປ​ເຮັດ​ໃຫ້​ມັນ​ແລ້ວສາ.”

ທ່ານແ​ຊັສຊີ ​ເປັນ​ຜູ້ຕາ​ງໜ້າຂອງ​ລັດ​ປູກຝັງ​ຢູ່ເຂດ​ພາກ​ກາງ​ທາງ​ທິດທີ່ຂ້ອນຂ້າງໄປ
ທາງພາກຕາ​ເວັນ​ຕົກຂອງສະຫະລັດ. ທ່ານ​ຮ້ອງ​ການ​ປ່ຽນ​ແນວ​ຄິດ ​ຂອງ​ປະທານາທິ
ບໍດີ​ທຣໍາ ກ່ຽວກັບການ​ຄ້າ ​ຂ້າມ​ມະຫາ​ສະມຸດ​ວ່າ “​ເປັນ​ຂ່າວ​ດີ.” ທ່ານ​ກ່າວ​ວ່າ ​ປະທາ
ນາທິບໍດີ​ໄດ້​ໃຫ້ “ກາ​ນຢືນຢັນຢ່າງ​ສະ​ໝໍ່າສະ​ເໝີ​ເຖິງ​ແນ​ວຄິດ​ທີ່ ວ່າ TPP ​ບັດ​ນີ້ ຈະ
ເປັນ​ການງ່າຍຂຶ້ນ ​ສຳລັບ​ການ​ເຂົ້​າຮ່ວມ​ຂອງ​ພວ​ກເຮົາ.”

ບັນດາລັດຖະມົນຕີການຄ້າ ແລະຜູ້ຕາງທີ່ຍັງເຫຼືອຢູ່ຈາກ ພາ​ຄີ​ຂ້າມ​ມະຫາ​ສະໝຸດ​ປາຊິ​ຟິກ ຫຼື (TPP) ເຂົ້າຮ່ວມກອງປະຊຸມລັດຖະມົນຕີ TPP ທີ່ກອງປະຊຸມສຸດຍອດ ຮ່ວມມືເສດຖະກິດເອເຊຍປາຊິຟິກ (APEC) ວັນທີ 9 ພະຈິກ, 2017 ທີ່ປະເທດຫວຽດນາມ.
ບັນດາລັດຖະມົນຕີການຄ້າ ແລະຜູ້ຕາງທີ່ຍັງເຫຼືອຢູ່ຈາກ ພາ​ຄີ​ຂ້າມ​ມະຫາ​ສະໝຸດ​ປາຊິ​ຟິກ ຫຼື (TPP) ເຂົ້າຮ່ວມກອງປະຊຸມລັດຖະມົນຕີ TPP ທີ່ກອງປະຊຸມສຸດຍອດ ຮ່ວມມືເສດຖະກິດເອເຊຍປາຊິຟິກ (APEC) ວັນທີ 9 ພະຈິກ, 2017 ທີ່ປະເທດຫວຽດນາມ.

ປະທານາທິບໍດີ​ທຣໍາ​ມັກ​ເວົ້າ​ວ່າ ​ທ່ານ​ມັກ​ຂໍ້​ຕົກລົງ​ການ​ຄ້າ​ສອງ​ຝ່າຍ ​ແທນ​ທີ່ຈະ​ເປັນ​ຂໍ້
​ຕົກລົງ​ກັບ​ຫຼາຍໆ​ປະ​ເທດ ໂດຍ​ເຊື່ອ​ວ່າ ​ສະຫະລັດ ຮັບມືບໍ່ໄດ້ດີປານໃດກັບ​ຂໍ້​ຕົກລົງ
ການ​ຄ້າ​ທີ່​ໃຫຍ່​ໆ. ຍັງບໍ່​ເປັນ​ທີ່​ຈະແຈ້ງ ​ໃນ​ທັນທີເທື່ອ​ວ່າ​ເປັນ​ຫຍັງ​ບັດ​ນີ້ ທ່ານຈຶ່ງເປີດ
ກວ້າງ ຕໍ່​ການ​ກັບ​ຄືນ​ເຂົ້າ​ຮ່ວມ TPP.

ປະທານາທິບໍດີ​ທຣໍາກ່າວ ຕະຫຼອດ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານວ່າ “ພາຄີ​ຂ້າມ​ມະ
ຫາ​ສະໝຸດ​ປາຊິຟິກ ​ແມ່ນ​ໄພພິບັດອີກ​ອັນ​ນຶ່ງທີ່​ໄດ້​ເຮັດແລະ​ຊຸກຍູ້​ໂດຍ​ກຸ່ມຜົນ​ປະ​ໂຫຍ​ດ
ພິ​ເສດ ​ທີ່​ຕ້ອງການ​ລ້າງຜານປະ​ເທດ​ຂອງ​ພວກ​ເ​ຮົາ ພຽງ​ແຕ່​ຍັງສືບຕໍ່ລ້າງຜານປະ​ເທດ
​ຂອງ​ພວກ​ເຮົາ. ນັ້ນ​ຄືຂໍ້ຕົກລົງນີ້ ເຊັ່ນດຽວກັນ. ມັນ​ເປັນ​ຄຳ​ເວົ້າ​ທີ່​ຮ້າຍ​ແຮງ ມັນ​ເປັນການ
ລ້າງຜານປະ​ເທດ​ຂອງ​ພວກ​ເຮົາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Pacific Trade Pact
please wait

No media source currently available

0:00 0:01:26 0:00

XS
SM
MD
LG