ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວິເຄາະນະໂຍບາຍ ຕ່າງປະເທດ ຂອງທ່ານທຣໍາ


Is Trump's Foreign Policy Non-Interventionist? Not So Fast
please wait

No media source currently available

0:00 0:02:36 0:00

ທ່ານ ທຣຳ ປະທານາທິບໍດີ ທິ່ຖືກເລືອກໃໝ່

ຢູ່​ໃນ​ພິທີ​ເຕົ້າ​ໂຮມເພື່ອກ່າວ​ “ຄຳ​ຂອບ​ໃຈ” ​ແກ່​ບັນດາ​ຜູ້​ສະໜັບສະໜູນ​ໃກ້​ກັບ ​Fort Brag ທີ່​ເປັນ​ຄ້າຍ​ທະຫານສະຫະລັດ​ໃຫຍ່​ສຸດນັ້ນ ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່ ທ່ານ Donald Trump ​ໄດ້​ແນະນຳຜູ້ທີ່ທ່ານ​ສະ​ເໜີ​ ໃຫ້​ເປັນລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ​ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ຍຸຕິ “ວົງຈອນແຫ່ງການ​ທຳລາຍ​ ໃນການແຊກແຊງ ແລະຄວາມສົບ ສົນ ວຸ້ນວາຍ” ຊຶ່ງນັ້ນ ໄດ້ເຮັດໃຫ້ພວກ​ນັກວິຈານບາງຄົນກ່າວວ່າ ເປັນການຮຽກຮ້ອງ “ບໍ່​ໃຫ້​ເຂົ້າແຊກແຊງ” ​ຕໍ່​ກິດຈະການ​ຂອງໂລກ. ແຕ່ດັ່ງທີ່ ນັກຂ່າວວີໂອເອ Masood Fariva ລາຍງານນະໂຍບາຍຕ່າງປະເທດຂອງທ່ານ Trump ​ຍັງ​ເປັນ​ວຽກ​ງານ​ທີ່ພວມ​ດຳ​ເນີນໃຫ້​ກ້າວໜ້າ​ຕໍ່​ໄປຢູ່ ຖ້າ​ບໍ່​ແມ່ນ​ເຕັມ​ໄປ​ດ້ວຍ​ການໂຕ້ແຍ້​ງກັນຊຶ່ງ ​ກິ່ງ​ສະຫວັນ ມີ​ລາຍລະອຽດ
ມາສະເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ໃນຂະນະທີ່ທ່ານສືບ​ຕໍ່​ເດີນທາງ​ໄປ​ຂອບ​ອົກ​ຂອບ​ໃຈ ຫລັງ​ຈາກ​ໄດ້​ຮັບ ​ໄຊຊະນະ ຢູ່​ໃນ​ທົ່ວ​ປະ​ເທດ ທ່ານ Donald Trump ປະທານາທິບໍດີທີ່ຖືກ ເລືອກ​ໃໝ່ ໄດ້ກັບຄືນມາກ່າວ
ຢ້ຳເຖິງ​ສອງ​ເນື້ອ​ໄນຈາກການໂຄສະນາຫາ ສຽງຂອງທ່ານ.

ທ່ານ Trump ກ່າວວ່າ “ພວກເຮົາຈະຢຸດການແຂ່ງຂັນ ​ເພື່ອໂຄນລົ້ມລະບອບການ​ປົກ ຄອງ​ໃນຕ່າງປະເທດ ທີ່ພວກເຮົາບໍ່ຮູ້ຫຍັງ​ເລີຍ ທີ່ພວກເຮົາບໍ່ຄວນເຂົ້າ​ໄປພົວນຳ. ແທນ
ທີ່ຈະ​ເຮັດ​ແນວ​ນັ້ນ ການ​ເພັ່ງ​ເລັງຂອງພວກເຮົາຕ້ອງ​ແມ່ນ​ເອົາຊະນະພວກກໍ່ການ

ຮ້າຍ ແລະ ທຳລາຍກຸ່ມ​ລັດ​ອິສລາມ ​ຫຼື ISIS ແລະພວກ ເຮົາຈະເຮັດ​ເຊັ່ນ​ນັ້ນ.”

ມີສຽງດັງຮ້ອງໂຮດັງ​ຂຶ້ນ ຈາກບັນດາຜູ້ສະໜັບສະໜູນ​ເວລາທ່ານ Trump ໄດ້ ສະເໜີ ຜູ້ທີ່ທ່ານເລືອກເອົາ ເປັນລັດຖະມົນຕີປ້ອງກັນປະເທດ ນາຍພົນ​ເບ້ຍບໍານານ James “ໝາວໍ້” Mattis. ແລະໃຫ້ການຢືນຢັນຕໍ່ຄຳໝັ້ນສັນຍາລະຫວ່າງການໂຄສະນາຫາສຽງ
ອີກອັນ​ນຶ່ືງນັ້ນກໍ​ຄື ບູລະນະຟື້ນຟູ ກອງທັບອາເມຣິກາ ທີ່ “ອ່ອນ​ເພຍລົງ​ນັ້ນ” ຄືນໃໝ່.

ແຕ່ວ່າ ປະທານາທິບໍດີທີ່ຖືກເລືອກ​ໃໝ່ ຊຶ່ງ​ມີຄວາມຊົມຊື່ນຍິນ​ດີ​ນັ້ນ ຍັງໄດ້ຍື່ນໃນອັນທີ່
ປາກົດວ່າເປັນງ່າຂອ​ງຕົ້ນ olive ​ໃຫ້ບັນດາສະມາຊິກອົງການ NATO ທີ່ຍັງມີ​ຄວາມ​ກັງວົນກ່ຽວກັບການຕ້ອງ​ຕິ ​ໃນ​ລະຫວ່າງ ​ການໂຄສະນາຫາສຽງ ຂອງທ່ານ Trump ຕໍ່ບັນ
ດາປະ​ເທດພັນທະມິດທີ່ພາກັນບໍ່ຊ່ວຍ​ໃນ​ການ​ເສຍ​ຄ່າໃຊ້ຈ່າຍນັ້ນ.

ທ່ານ Trump ກ່າວອີກວ່າ “ພວກເຮົາບໍ່ຫລົງລືມ. ພວກເຮົາຢາກ​ເສີມ​ຂະຫຍາຍມິດຕະ
ພາບເກົ່າ ແລະຊອກຫາມິດຕະພາບໃໝ່.”
ພ້ອມ​ດຽວ​ກັນ ທ່ານ Trump ກໍໄດ້ໃຫ້ຄຳໝັ້ນ
ສັນຍາ ທີ່ຈະຍຸຕິ “ວົງຈອນແຫ່ງ ການ​ທຳລາຍໃນການແຊກແຊງແລະຄວາມສົບສົນວຸ້ນ
ວາຍ” ທີ່​ພາ​ໃຫ້​ພວກນັກ ສັງເກດການບາງ​ຄົນ​ກ່າວວ່າ​ ເປັນນະ​ໂຍບາຍ​ຕ່າງປະ​ເທດ​ທີ່
ຮຽກຮ້ອງບໍ່​ໃຫ້​ເຂົ້າ​ແຊກແຊງ​. ​ແຕ່​ວ່າ​ທ່ານ Michael O’Hanlon ຜູ້​ຊ່ຽວຊານ​ນະ​ໂຍບາຍ​ຕ່າງປະ​ເທດ​ກ່າວ​ວ່າ ນັ້ນ​ເປັນ​ການ​ເວົ້າ​ທີ່​ງ່າຍດາຍທີ່​ບໍ່​ຖືກຕ້ອງ.

ທ່ານ O’Hanlon ຈາກ Booking Institution ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນຂຶ້ນນໍາ ແຕ່ລະເຂດ ດັ່ງໂຕຢ່າງ ທ່ານ Trump ໄດ້ກ່າວວ່າ ທ່ານຕ້ອງການ ຢາກທຳລາຍກຸ່ມ ISIS. ຟັງເບິ່ງແລ້ວບໍ່ແມ່ນການແຊກແຊງ​ສຳລັບຂ້າພະເຈົ້າ.”

ໃນລະຫວ່າງການໂຄສະນາຫາສຽງນັ້ນ ທ່ານ Trump ໄດ້ໂຈມຕີຄູ່ແຂ່ງ ທ່ານ ນາງ Hillary Clinton ທີ່ສະໜັບສະໜູນ​ໃຫ້​ມີການແຊກແຊງທາງທະຫານ ຢູ່ໃນອີຣັກ ແລະ ລີເບຍ ຊຶ່ງ​ເປັນນະໂຍບາຍ ທີ່ທ່ານຖິ້ມ​ໂທດ​ໃສ່​ວ່າ ພາ​ໃຫ້​ເກີດ ຄວາມບໍ່ທຸ່ນ​ທ່ຽງ ແລະ
ການກໍ່ການຮ້າຍຢູ່ໃນຂົງເຂດ.

ແທນທີ່ຈະແຊກແຊງດ້ວຍກຳລັງທາງທະຫານ​ເປັນ​ຈຳນວນຫລວງຫລາຍ ທ່ານ Trump ​ເຫັນ​ພ້ອມ​ກັບ​ການການໂຈມຕີຕໍ່​ກຸ່ມ ISIS ​ໃນ​ຂອບ​ເຂດ​ທີ່​ຈຳກັດ.

ທ່ານ O’Hanlon ກ່າວວ່າ “ຖ້າ​ຈະ​ເວົ້າອີກ​ຢ່າງນຶ່ງ ມັນອາດຈະ​ເປັນການໂຈມຕີທີ່ ສະເພາະ​ເຈາະ​ຈົງຫລາຍຂຶ້ນ ​ເພື່ອທຳລາຍເປົ້າໝາຍ​ໃດ​ນຶ່ງ. ຈຳກັດການ​ມີ ໜ້າ​ຂອງ ກຳລັງພາກພື້ນດິນ​ອາ​ເມຣິກັນ.”

ທ່ານ Trump ໄດ້ສະເໜີ​ແຕ່ງຕັ້ງທ່ານ Mattis ທີ່​ເປັນຜູ້ນຳທາງທະຫານ ທີ່ມີ ປະສົບການ ຢ່າງເລິກເຊິ່ງ ​ເຄີຍເຮັດ​ວຽກກັບອົງການ NATO ມາ​ແລ້ວ ຊຶ່ງເປັນ ສັນຍານທີ່​ໃຫ້ການຄໍ້າ ປະກັນຄືນອີກ​ແກ່ບັນດາຜູ້ນຳນະ​ໂຍບາຍ​ການຕ່າງປະເທດ ແລະພັນທະມິດ.

ທ່ານ O’Hanlon ກ່າວວ່າ “ນຶ່ງເດືອນນັບ​ແຕ່ທີ່ທ່ານໄດ້ຖືກເລືອກ ທ່ານ​ໄດ້​ສະ ​ແດງ​ອາລົມ​ເຍືອກ​ເຢັນ​ລົງຕໍ່​ການ​ບໍ່​ໃຫ້ການ​ນັບຖື​ຂອງທ່ານໃນ​ເ​ມື່ອ​ກ່ອນ​ກັບ​ຫຼາຍ​ປະ​ເທດ​ພັນທະ​ມິດ ​ແລະ​ທ່ານ​ໄດ້​ມີ​ຄວາມ​ລະມັດລະວັງ​ເພີ້​ມຂຶ້ນ​ເກືອບໃນ​ແຕ່ລະ ​ເທື່ອ​ທີ່​ທ່ານ​ໄດ້​ສົ່ງ​ສານອອກ​ໄປ ​ໂດຍ​ສະ​ເພາະ​ການ​ເລືອກ​ເ​ອົາ​ນາຍ​ພົນ Mattis ​ເປັນ​ຫົວໜ້າ​ທຳນຽບຫ້າ​ແຈ.”

​ແຕ່​ວ່າ ທ່ານ​ Trump ​ໄດ້​ແຕ່ງ​ຕັ້ງບຸກ​ຄົນ​ອື່ນໆ​ທີ່ມີ​ທັດສະນະ​ຄວາມ​ເຫັນ​ຢ່າງ​ແຂງ​ຂັນ ​ເຂົ້າຮັບ​ຕຳ​ແໜ່​ງທີ່​ສຳຄັນໆ​ແລະ​ພິທີສາບານ​ໂຕຂອງທ່ານ​ແມ່ນ​ຍັງອີກ​ສອງ​ເດືອນກວ່າໆ ຊຶ່ງບັນດາ​ນັກ​ຊ່ຽວຊານ​ກ່າວ​ວ່ານະ​ໂຍບາຍ​ຕ່າງປະ​ເທດຂອງ ​ທ່ານ​ຍັງເປັນວຽກ​ງານ​ທີ່​ພວມ​ກ້າວໜ້າ ບໍ່​ທັນ​ເສັດ​ສິ້ນ​ເທື່ອ.

XS
SM
MD
LG