ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດວ່າ ທ່ານ ທຣຳ ຈະຍຸຕິໂຄງການ ປົກປ້ອງເດັກນ້ອຍເຂົ້າເມືອງ ຜິດກົດໝາຍ ຫຼັງຈາກຊັກຊ້າ ມາໄດ້ 6 ເດືອນແລ້ວ


ພວກປະທ້ວງເຕົ້າໂຮມກັນ ເພື່ອສະແດງການສະໜັບສະໜູນ ສຳລັບ ໂຄງກນປົກປ້ອງຜູ້ທີ່ເດີນທາງເຂົ້າ ສະຫະລັດ ຕັ້ງແຕ່
ຕອນຍັງນ້ອຍຢ່າງຜິດກົດໝາຍ ຫຼື DACA ໃນລະຫວ່າງການ
ຊຸມນຸມຢູ່ນອກອາຄານລັດຖະບານກາງໃນເມືອງ Los Angeles, ສະຫະລັດ. 1 ກັນຍາ, 2017.
ພວກປະທ້ວງເຕົ້າໂຮມກັນ ເພື່ອສະແດງການສະໜັບສະໜູນ ສຳລັບ ໂຄງກນປົກປ້ອງຜູ້ທີ່ເດີນທາງເຂົ້າ ສະຫະລັດ ຕັ້ງແຕ່ ຕອນຍັງນ້ອຍຢ່າງຜິດກົດໝາຍ ຫຼື DACA ໃນລະຫວ່າງການ ຊຸມນຸມຢູ່ນອກອາຄານລັດຖະບານກາງໃນເມືອງ Los Angeles, ສະຫະລັດ. 1 ກັນຍາ, 2017.

ຄາດວ່າປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈະປະກາດການຕັດສິນໃຈຂອງ
ທ່ານ ເພື່ອຍຸຕິໂຄງການທີ່ຈະປົກປ້ອງຄົນຜູ້ທີ່ຖືກນຳເຂົ້າມາໃນ ສະຫະລັດ ຢ່າງຜິດກົດ
ໝາຍຕັ້ງແຕ່ຕອນຍັງນ້ອຍ ຈາກການຖືກເນລະເທດ ໃນວັນອັງຄານມື້ອື່ນນີ້.

ບັນດາເຈົ້າໜ້າທີ່ຜູ້ທີ່ໄດ້ອະທິບາຍການເຄື່ອນໄຫວດັ່ງກ່າວ ຕໍ່ພວກນັກຂ່າວເວົ້າວ່າ ມັນ
ຈະເກີດຂຶ້ນໂດຍການຊັກຊ້າມາເປັນເວລາ 6 ເດືອນ ເຊິ່ງມີເຈຕະນາທີ່ຈະໃຫ້ເວລາແກ່
ສະພາສູງ ເພື່ອແກ້ໄຂບັນຫາດັ່ງກ່າວ. ບັນດາສະມາຊິກສະພາ ບໍ່ໄດ້ມີສ່ວນຮ່ວມ ໃນ
ການສ້າງຕັ້ງໂຄງການດັ່ງກ່າວນີ້ຂຶ້ນມາ, ເຊິ່ງໄດ້ຖືກສ້າງຂຶ້ນພາຍໃຕ້ດຳລັດຂອງອະດີດ
ປະທານາທິບໍດີ ທ່ານ ບາຣັກ ໂອບາມາ.

ນອກນັ້ນ ບັນດາເຈົ້າໜ້າທີ່ດັ່ງກ່າວ ຍັງໄດ້ເຕືອນວ່າ ທ່ານ ທຣຳ ອາດປ່ຽນໃຈຂອງທ່ານ
ກໍເປັນໄດ້.

ໂຄງການປົກປ້ອງຄົນທີ່ເດີນທາງເຂົ້າປະເທດຢ່າງຜິດກົດໝາຍໃນໄວເດັກ ຫຼື DACA
ໄດ້ເຮັດໃຫ້ປະຊາຊົນເກືອບ 800,000 ຄົນຖືກເລື່ອນຈາກການສົ່ງອອກຈາກປະເທດ
ໂດຍການໃຫ້້ເວລາສອງປີ, ໃຫ້ໃບອະນຸຍາດເຮັດວຽກສຳລັບຜູ້ສະໝັກ ທີ່ມີຄວາມສາ
ມາດຜ່ານ.

ສິ່ງທີ່ບໍ່ຈະແຈ້ງໃນວັນຈັນມື້ນີ້ກໍແມ່ນວ່າ ມັນຈະເກີດຫຍັງຂຶ້ນ ຖ້າສະພາສູງບໍ່ລົງມືປະຕິ
ບັດຫຍັງກ່ອນກຳນົດ 6 ເດືອນຈະສິ້ນສຸດລົງ, ຫຼື ແມ່ນຫຍັງຈະເກີດຂຶ້ນ ຕໍ່ຄົນຜູ້ທີ່ໃບອະ
ນຸຍາດເຮັດວຽກຂອງເຂົາເຈົ້າ ຕ້ອງໄດ້ຕໍ່ອາຍຸໃໝ່ໃນໄລຍະເວລານັ້ນ.

ທ່ານ ທຣຳ ໄດ້ສັນຍາໃນລະຫວ່າງການໂຄສະນາຫາສຽງ ເປັນປະທານາທິບໍດີວ່າ ຈະ
ລົບລ້າງໂຄງການ DACA, ໂດຍເອີ້ນມັນວ່າ “ການອະໄພຍະໂທດ.” ນັບຕັ້ງເຂົ້າດຳລົງ
ຕຳແໜ່ງມາ ທ່ານໄດ້ກ່າວວ່າ ບັນຫາດັ່ງກ່າວ ແມ່ນສິ່ງທີ່ຫຍຸ້ງຍາກທີ່ສຸດ ທີ່ທ່ານຕ້ອງ
ໄດ້ປະເຊີນ ໃນຖານະປະທານາທິບໍດີ.

ຫຼາຍຄົນທີ່ມີສ່ວນຮ່ວມໃນໂຄງການ ໄດ້ເດີນທາງມາ ສະຫະລັດ ຕັ້ງແຕ່ຕອນຍັງນ້ອຍ
ແລະ ບໍ່ໄດ້ມີການຕິດຕໍ່ກັບບ້ານເກີດຂອງເຂົາເຈົ້າເລີຍ.

ປະທານສະພາຕໍ່າທ່ານ Paul Ryan ແລະ ສະມາຊິກພັກຣີພັບບລີກັນ ຄົນອື່ນໆ ໄດ້
ຮຽກຮ້ອງປະທານາທິບໍດີ ບໍ່ໃຫ້ຍົກເລີກໂຄງການດັ່ງກ່າວ. ທ່ານ Ryan ກ່າວວ່າ ທ່ານ
ເຊື່ອວ່າ ສະພາສູງຄວນຫາທາງປົກປ້ອງຄົນທີ່ຢູ່ໃນໂຄງການ DACA ໃນຕອນນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG