ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທຣຳ ກັບປະທານ ຄະນະກຳມາທິການ ຢູໂຣບ ຈະພົບປະກັນ ທ່າມກາງຄວາມຂັດແຍ້ງດ້ານການເກັບພາສີ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຂວາ, ລົມກັບ
ປະທານຄະນະກຳມາທິການ ຢູໂຣບ ທ່ານ ຈັອງ ໂຄລດ ຈັງເກີ, ຊ້າຍ, ກ່ອນກອງປະຊຸມແກ້ໄຂບັນຫາ ທີ່ກອງປະຊຸມສຸດຍອດ G-20 ໃນເມືອງ ແຮມເບີກ, ປະເທດ ເຢຍຣະມັນ. 8 ກໍລະກົດ, 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຂວາ, ລົມກັບ ປະທານຄະນະກຳມາທິການ ຢູໂຣບ ທ່ານ ຈັອງ ໂຄລດ ຈັງເກີ, ຊ້າຍ, ກ່ອນກອງປະຊຸມແກ້ໄຂບັນຫາ ທີ່ກອງປະຊຸມສຸດຍອດ G-20 ໃນເມືອງ ແຮມເບີກ, ປະເທດ ເຢຍຣະມັນ. 8 ກໍລະກົດ, 2017.

ການເກັບພາສີແມ່ນມີກຳນົດວ່າ ຈະມີຄວາມສຳຄັນສຸດ ໃນວາລະກອງປະຊຸມລະຫວ່າງ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບປະທານຄະນະກຳມາທິການ ຢູໂຣບ
ທ່ານ ຈັອງ ໂຄລດ ຈັງເກີ (Jean Claude Junker).

ທ່ານ ຈັງເກີ ໄດ້ເດີນທາງມາ ສະຫະລັດ ດ້ວຍຄວາມຫວັງວ່າ ສະຫະພາບ ຢູໂຣບ ຈະ
ສາມາດຫຼີກລ່ຽງສົງຄາມການຄ້າສຸດກຳລັງ ດ້ວຍການຊັກຈູງທ່ານ ທຣຳ ໃຫ້ຖອນການ
ລົງໂທດເກັບພາສີ ຕໍ່ລົດຂອງ ຢູໂຣບ. ການເກັບພາສີລົດທີ່ມີຄວາມເປັນໄປໄດ້ນັ້ນ
ອາດສ້າງຄວາມເສຍຫາຍໃຫ້ແກ່ອຸດສາຫະກຳລົດຍົນ ທີ່ກຳລັງຈະເລີນຮຸ່ງເຮືອງຂອງ
ເຢຍຣະມັນ ແລະ ເກີດຂຶ້ນບໍ່ດົນຫຼັງຈາກການເກັບພາສີຢ່າງໃຫຍ່ຫຼວງທີ່ທ່ານ ທຣຳ ໄດ້
ກຳນົດຕໍ່ການນຳເຂົ້າອາລູມີນຽມ ແລະ ເຫຼັກກ້າແລ້ວ.

ແຕ່ໃນວັນກ່ອນການປະຊຸມນັ້ນ, ທ່ານ ທຣຳ ປາກົດວ່າ ມີຄວາມຄິດໄປໃນແງ່ລົບ ທີ່ສອງ
ຝ່າຍ ຈະບໍ່ສາມາດ ມີຂໍ້ຕົກລົງໃດໆນຳກັນ ຫຼັງຈາກຜູ້ນຳ ສະຫະລັດ ໄດ້ຂົ່ມຂູ່ວ່າຈະເກັບ
ພາສີເພີ່ມເຕີມ ຕໍ່ຄູ່ຮ່ວມການຄ້າຂອງ ສະຫະລັດ. ໃນຂໍ້ຄວາມທີ່ຂຽນຢູ່ທວິເຕີ ໃນຕອນ
ແລງຂອງວັນອັງຄານວານນີ້, ທ່ານ ທຣຳ ໄດ້ກ່າວວ່າທັງ ສະຫະລັດ ແລະ ສະຫະພາບ
ຢູໂຣບ ຄວນຍົກເລີກການເກັບພາສີ, ສິ່ງກີດຂວາງ ແລະ ເງິນອຸດໜູນທັງໝົດເລີຍ.

ທ່ານ ທຣຳ ໄດ້ເວົ້າວ່າ “ສິ່ງດັ່ງກ່າວນັ້ນ ໃນທີ່ສຸດຈະຖືກເອີ້ນວ່າ ການຄ້າເສລີ ແລະ
ການຄ້າທີ່ຍຸຕິທຳ.” ທ່ານໄດ້ເວົ້າເພີ່ມເຕີມວ່າ “ຫວັງວ່າເຂົາເຈົ້າຈະເຮັດ, ພວກເຮົາພ້ອມ
ແລ້ວ ແຕ່ເຂົາເຈົ້າຈະບໍ່ເຮັດດອກ!”

ໃນຕອນເຊົ້າຂອງວັນອັງຄານວານນີ້, ປະທານາທິບໍດີ ສະຫະລັດ ໄດ້ປະກາດວ່າ “ການ
ເກັບພາສີແມ່ນດີທີ່ສຸດ!” ແລະ ໄດ້ຂົ່ມຂູ່ວ່າຈະທຳການລົງໂທດເພີ່ມເຕີມຕໍ່ຄູ່ການຄ້າ
ສະຫະລັດ. ທ່ານໄດ້ເວົ້າວ່າ “ໃຫ້ປະເທດທີ່ໄດ້ປະຕິບັດຕໍ່ ສະຫະລັດ ຢ່າງບໍ່ຍຸຕິທຳ ໃນ
ການຄ້ານັ້ນຈະເຈລະຈາເຮັດຂໍ້ຕົກລົງທີ່ຍຸຕິທຳ ຫຼື ຖືກເກັບພາສີ. ມັນງ່າຍແນວນັ້ນ.”

ອີກຄັ້ງນຶ່ງ ທ່ານ ທຣຳ ໄດ້ອະທິບາຍວ່າ ທົ່ວໂລກໄດ້ໃຊ້ ສະຫະລັດ ເປັນ “ກະປຸກເງິນ”
ທີ່ທຸກຄົນມັກຈະລັກເອົາມັນ.

ຄະນະກຳມາທິການ ຢູໂຣບ ໄດ້ຕອບໂຕ້ດ້ວຍການເກັບພາສີຄືນ, ແຕ່ການຈັດເກັບພາ
ສີຄັ້ງໃໝ່ຕໍ່ລົດນັ້ນ ອາດເຮັດໃຫ້ ຢູໂຣບ ເອົາມາດຕະການຕື່ມອີກ.

ລັດຖະມົນຕີການຕ່າງປະເທດ ເຢຍຣະມັນ ທ່ານ ເຮໂກ ມາສ (Heiko Maas) ໄດ້ກ່າວ
ໃນວັນອັງຄານວານນີ້ວ່າ ຢູໂຣບ ຈະບໍ່ພັງທະລາຍຍ້ອນການຂົ່ມຂູ່ຂອງທ່ານ ທຣຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG