ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ພະຍາຍາມທີ່ຈະບໍ່ໃຫ້ຄວາມສຳຄັນ ກ່ຽວກັບ ການຕົກຕ່ຳຂອງລາຄານ້ຳມັນ ແລະການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ໃນທົ່ວໂລກ ໃນຂະນະທີ່ຕະຫຼາດຮຸ້ນຕ່າງໆໄດ້ມີລາຄາຕົກຕ່ຳ ໃນວັນຈັນວານນີ້. ໃນເວລາດຽວກັນ ທີ່ປຶກສາຂອງທ່ານ ໄດ້ສະເໜີທ່ານດ້ວຍລາຍຊື່ຂອງຄຳແນະນຳ ກ່ຽວກັບນະໂຍບາຍໃໝ່ທີ່ເຂົາເຈົ້າຫວັງວ່າ ຈະບັນເທົາການຕົກຕ່ຳຂອງເສດຖະກິດຈາກການລະບາດນັ້ນ. ນັກຂ່າວວີໂອເອປະຈຳທຳນຽບຂາວ ແພັດຊີ ວິດາຄຸສວາຣາ ມີລາຍງານ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ຕະຫຼາດຮຸ້ນໄດ້ຕົກຕ່ຳຢ່າງຮຸນແຮງໃນວັນຈັນວານນີ້, ດ້ວຍການຄ້າຂາຍໄດ້ຖືກຢຸດເປັນໄລຍະສັ້ນໃນທັນທີໃນຕະຫຼາດຮຸ້ນ ນິວຢອກ ຫຼັງຈາກໄດ້ເປີດຕະຫຼາດ ໃນຂະນະທີ່ດັດຊະນີຮຸ້ນ S&P 500 ໄດ້ຕົກລາຄາຫຼາຍກວ່າ 7 ເປີເຊັນ.
ທ່ານ ນຽລ ວິລສັນ ຫົວໜ້ານັກວິເຄາະຕະຫຼາດສຳລັບເວັບໄຊ້ Market.com ໄດ້ກ່າວວ່າ “ນີ້ແມ່ນການຕົກລາຄາຂອງຕະຫຼາດຮຸ້ນທີ່ໃຫຍ່ທີ່ສຸດທີ່ເຮົາເຄີຍເຫັນ. ມັນເຄີຍມີພຽງສອງສາມມື້ທີ່ໄດ້ມີການຕົກຕ່ຳໃນລາຄາຕະຫຼາດຮຸ້ນທີ່ໃຫຍ່ກວ່ານີ້ຄື ໃນວິກິດການດ້ານການເງິນຂັ້ນສູງສຸດໃນປີ 2008 ແລະ ສອງສາມຄັ້ງໃນປີ 1987. ແລະ ນີ້ແມ່ນຄ້າຍຄືກັນຫຼາຍ. ນີ້ແມ່ນວັນຈັນທີ່ມືດ.”
ໃນຕະຫຼາດທີ່ອ່ອນແອຢູ່ແລ້ວຍ້ອນຜົນກະທົບຂອງໄວຣັສໂຄໂຣນານັ້ນ, ລາຄານ້ຳມັນໄດ້ຕົກລົງຢ່າງຫຼວງຫຼາຍ ໃນຂະນະທີ່ ຊາອຸດີ ອາຣາເບຍ ໄດ້ຕັດລາຄາທັງຫຼາຍເພື່ອຮັກສາຮຸ້ນສ່ວນຂອງຕະຫຼາດໄວ້ ຫຼັງຈາກ ຣັດເຊຍ ໄດ້ປະຕິເສດທີ່ຈະຫຼຸດຜ່ອນປະລິມານການຜະລິດຂອງເຂົາເຈົ້າ.
ປະທານາທິບໍດີ ທຣຳ ໄດ້ພະຍາຍາມ ທີ່ຈະເຮັດໃຫ້ຜູ້ຄົນ ຢູ່ໃນຄວາມສະຫງົບ ດ້ວຍການຂຽນຂໍ້ຄວາມໃນທວິດເຕີວ່າ ລາຄານ້ຳມັນຖືກ ຈະເປັນສິ່ງທີ່ດີສຳລັບຜູ້ບໍລິໂພກ.
ແລະ ໄດ້ຖິ້ມໂທດໃສ່ “ຂ່າວປອມ” ສຳລັບສ້າງຄວາມກັງວົນໃຈ.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ “ພວກເຮົາໄດ້ເຮັດວຽກທີ່ດີເລີດ ວ່າດ້ວຍຫົວຂໍ້ ກ່ຽວກັບ ໄວຣັສນັ້ນ.”
ທ່ານ ທຣຳ ໄດ້ປະຕິເສດທີ່ຈະຕອບຄຳຖາມຕ່າງໆວ່າ ທ່ານໄດ້ຖືກກວດຫາໄວຣັສໂຄໂຣນາຫຼືບໍ່.
ແລະ ໄດ້ສືບຕໍ່ບໍ່ໃຫ້ຄວາມສຳຄັນ ກ່ຽວກັບ ການລະບາດນັ້ນ, ໂດຍທຽບຈຳນວນການຕາຍຈາກໄວຣັສ Covid-19 ກັບ ໄຂ້ຫວັດ, ແລະ ໄດ້ຊີ້ໃຫ້ເຫັນວ່າ ດ້ວຍໄຂ້ຫວັດນັ້ນ, “ມັນຈະບໍ່ມີຫຍັງຖືກປິດໄວ້, ຊີວິດ ແລະ ເສດຖະກິດຕ້ອງດຳເນີນຕໍ່ໄປ.”
ທ່ານນາງ ແວນເນັສຊາ ບີສລີ, ອາຈານສອນ ກ່ຽວກັບ ຄຳເວົ້າຂອງປະທານາທິບໍດີ ທີ່ມະຫາວິທະຍາໄລ ແວນເດີບິລທ໌ ໄດ້ກ່າວວ່າ “ການເອົາໂຄງຮ່າງເສດຖະກິດໃສ່ທຸກໆປະເພດຂອງວິກິດການ ປົກກະຕິແລ້ວຈະບໍ່ແມ່ນສິ່ງທີ່ປະທານາທິບໍດີເຮັດ. ແລະ ມັນກໍເຫັນໄດ້ຊັດວ່າມີຄວາມສ່ຽງຫຼາຍ ເພາະວ່າມັນຈະໃຫ້ລັກສະນະ ກ່ຽວກັບ ຄວາມບໍ່ເອົາໃຈໃສ່ ບໍ່ພຽງແຕ່ຕໍ່ກັບຄວາມລຳບາກຂອງມະນຸດທີ່ອາດຢູ່ຂ້າງນອກເທົ່ານັ້ນ ແຕ່ຕໍ່ກັບຄວາມຢ້ານກົວເຊັ່ນກັນ.”
ທ່ານ ທຣຳ ໄດ້ພົບປະກັບບັນດາທີ່ປຶກສາດ້ານເສດຖະກິດຂອງທ່ານໃນວັນຈັນວານນີ້, ແລະ ໄດ້ປຶກສາຫາລື ກ່ຽວກັບ ບາດກ້າວຕ່າງໆເພື່ອຫຼຸດຜ່ອນຜົນກະທົບຂອງໄວຣັສຕໍ່ເສດຖະກິດ, ລວມທັງອາດຕັດພາສີເງິນເດືອນ, ເງິນສົງເຄາະທີ່ຖືກຈ່າຍສຳລັບວັນລາພັກບໍ່ສະບາຍ ແລະ ເງິນກູ້ຢືມສຳລັບທຸລະກິດຂະໜາດນ້ອຍ.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ “ພວກເຮົາຍັງໄດ້ເຮັດວຽກກັບອຸດສາຫະກຳຕ່າງໆເຊິ່ງລວມມີອຸດສາຫະກຳການບິນ, ອຸດສາຫະກຳກຳປັ່ນສຳລານ, ເຊິ່ງເຫັນໄດ້ຊັດວ່າຈະຖືກກະທົບ. ພວກເຮົາແມ່ນກຳລັງເຮັດວຽກກັບເຂົາເຈົ້າຢ່າງແຂງຂັນ. ພວກເຮົາຢາກໃຫ້ເຂົາເຈົ້າເດີນທາງ, ພວກເຮົາຢາກໃຫ້ປະຊາຊົນເດີນທາງໄປຫາບາງສະຖານທີ່ ແລະ ບໍ່ແມ່ນສະຖານທີ່ອື່ນໆໃນເວລານີ້.”
ກະຊວງການຕ່າງປະເທດ ສະຫະລັດ ໄດ້ເຕືອນປະຊົນ ອາເມຣິກັນ ບໍ່ໃຫ້ເດີນທາງໃນກຳປັ່ນສຳລານ, ໃນຂະນະທີ່ບັນດາເຈົ້າໜ້າທີ່ໃນລັດ ຄາລິຟໍເນຍ ໄດ້ເລີ່ມອະນຸຍາດໃຫ້ຜູ້ໂດຍສານຫຼາຍກວ່າ 2,400 ຄົນ ທະຍອຍລົງຈາກກຳປັ່ນ Grand Princess, ບ່ອນທີ່ 21 ຄົນໄດ້ຕິດເຊື້ອໄວຣັສ Covid-19.
U.S. President Donald Trump sought to play down the plunging price of oil and the global spread of the new coronavirus as markets plunged on Monday. Meanwhile his advisers presented him with a list of policy recommendations they hope will mitigate the economic fallout of the outbreak. White House Correspondent Patsy Widakuswara has the story.
Stock markets dropped sharply Monday, with trading briefly halted on the New York Stock Exchange immediately after opening as the S&P 500 fell more than 7%.
"This is one of the biggest market crashes we've ever seen. There's only been a couple of days that have seen a bigger drop in stock prices: in the financial crisis at the height of that in 2008, and on a couple of occasions in 1987. And this is very similar. This is Black Monday."
In a market already weakened by the effects of coronavirus, oil prices took a steep plunge as Saudi Arabia slashed prices to maintain market share after Russia refused to reduce its output.
President Trump sought to project calm by tweeting that lower gas prices will be good for the consumer...
and blaming the "fake news" for creating panic.
"We've done a fantastic job with respect to that subject on the virus."
Trump refused to answer questions of whether he has been tested for the coronavirus...
and continued to downplay the outbreak, comparing the number of COVID-19 deaths with the flu, and pointing out that with the flu, "nothing is shut down, life and the economy go on."
"Putting an economic frame on any kind of crisis is typically not what presidents do. And it's obviously very risky because it gives the appearance of being indifferent to not only the human suffering that could be out there, but also the fears."
Trump met with his economic advisors Monday, and discussed steps to mitigate the virus' impact to the economy, including possible payroll tax cut, subsidies for paid sick leave and loans for small businesses.
"We're also working with the industries including the airline industry, the cruise ship industry, which obviously will be hit. We're working with them very, very strongly. We want them to travel, we want people to travel to certain locations and not to other locations at this moment."
The U.S State Department has warned Americans not to travel on cruise ships, as authorities in California began unloading more than 2,400 passengers from the Grand Princess, where 21 people have been infected with COVID-19.