ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟປ່າໃນລັດ ກາລິຟໍເນຍ ສັງຫານຜູ້ເຄາະຮ້າຍ ຄົນທີ 7


ແປວໄຟທີ່ແຜ່ລາມໂດຍລົມ ລຸກລາມຂ້າມພູເຂົ້າ ໄປຫາບ້ານ
ທັງຫຼາຍ ໃນລະຫວ່າງ ໄຟປ່າ ເມັນໂດຊີໂນ ໃກ້ກັບເມືອງ ເລກຜອດ, ລັດຄາລິຟໍເນຍ. 2 ສິງຫາ, 2018.
ແປວໄຟທີ່ແຜ່ລາມໂດຍລົມ ລຸກລາມຂ້າມພູເຂົ້າ ໄປຫາບ້ານ ທັງຫຼາຍ ໃນລະຫວ່າງ ໄຟປ່າ ເມັນໂດຊີໂນ ໃກ້ກັບເມືອງ ເລກຜອດ, ລັດຄາລິຟໍເນຍ. 2 ສິງຫາ, 2018.

ປະຊາຊົນຄົນທີ 7 ໄດ້ເສຍຊີວິດໃນເຫດໄຟປ່າ ທີ່ກຳລັງໄໝ້ຢູ່ ທາງພາກຕາເວັນອອກ
ສຽງເໜືອ 600 ກິໂລແມັດ ຫ່າງຈາກເມືອງ ແຊນແຟຣນຊິສໂກ.

ໄຟປ່າ ຄາ (Carr), ເຊິ່ງກຳລັງໄໝ້ ຢູ່ໃກ້ໆກັບເມືອງ ເຣດດິງ ເປັນເວລາສອງອາທິດມາ
ແລ້ວນັ້ນ, ໄດ້ສັງຫານພະນັກງານໄຟຟ້າຂອງບໍລິສັດໄຟຟ້າ ແລະຍັງໄດ້ສັງຫານນັກດັບ
ໄຟ 2 ຄົນ ແລະ ປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນ 4 ຄົນ, ເຊິ່ງລວມມີເດັກນ້ອຍ 2 ຄົນ.

ໃນຕອນເຊົ້າຂອງວັນອາທິດວານນີ້, ໄຟດັ່ງກ່າວ ຖືກຄວບຄຸມໄວ້ໄດ້ 41 ເປີເຊັນ, ອີງ
ຕາມກົມດັບໄຟ ລັດ ຄາລິຟໍເນຍ. ແຕ່ມັນໄດ້ທຳລາຍອາຄານຫຼາຍກວ່າ 1,600 ຫຼັງ
ແລ້ວ, ເຊິ່ງໃນນັ້ນມີເຮືອນ 1,080 ຫຼັງ.

ຢູ່ທາງພາກໃຕ້ຂອງລັດດັ່ງກ່າວ, ໄຟໄໝ້ສອງແຫ່ງໃນເມືອງ ເມັນໂດຊີໂນ ກັບບັນດາ
ເມືອງທະເລສາບ ຫຼື Lake County ກຳລັງແຜ່ລາມເປັນວົງກວ້າງ, ເມື່ອລວມເຂົ້າກັນ
ມັນກໍຈະເປັນໄຟທີ່ໃຫຍ່ທີ່ສຸດເປັນອັນດັບ 5 ໃນສະຖິຕິຂອງປະຫວັດສາດລັດ ຄາລິຟໍ
ເນຍ. ທັງໝົດນັ້ນ ມັນຈະເປັນໄຟ ເມັນໂດຊີໂນ ໃຫຍ່, ມັນໄດ້ເຜົາໄໝ້ ພື້ນທີ່ປະມານ
1,036 ຕາລາງກິໂລແມັດແລ້ວ.

ຜູ້ປົກຄອງລັດທ່ານ ເຈີຣີ ບຣາວ ໄດ້ຂໍຮ້ອງການຊ່ວຍເຫຼືອຈາກລັດຖະບານກາງ, ທ່ານ
ໄດ້ກ່າວວ່າໄຟ ຄາ ໄດ້ສ້າງຄວາມເສຍຫາຍແກ່ພື້ນຖານໂຄງລ່າງ, ສາລະນຸປະໂພກ
ແລະ ສະຖານທີ່ສາທາລະນະອື່ນໆ ມູນຄ່າປະມານ 98 ລ້ານ 3 ແສນໂດລາ.

ໃນຕອນເຊົ້າວັນອາທິດວານນີ້, ປະທານາທິບໍດີ ດໍໂນລ ທຣຳ ໄດ້ອະນຸມັດການຮຽກ
ຮ້ອງດັ່ງກ່າວ ດ້ວຍການປະກາດວ່າ ມີ “ໄພພິບັດຄັ້ງໃຫຍ່” ໃນລັດຄາລິຟໍເນຍ. ທ່ານ
ໄດ້ສັ່ງໃຫ້ຈັດກອງທຶນລັດຖະບານກາງໄວ້ ເພື່ອຊ່ວຍໃນການຕໍ່ສູ້ກັບໄຟປ່າ ທີ່ກຳລັງ
ລຸກລາມໄປສູ່ຊຸມຊົນຕ່າງໆ ຈາກເທິງຫາລຸ່ມຂອງລັດ ທີ່ກຳລັງປະສົບໄພແຫ້ງແລ້ງ ຢູ່
ຊາຍຝັ່ງກໍ້າຕາເວັນຕົກຂອງ ສະຫະລັດ.

ຖະແຫຼງການສະບັບນຶ່ງຂອງທຳນຽບຂາວ ໄດ້ກ່າວໃນວັນອາທິດວານນີ້ວ່າ “ການຊ່ວຍ
ເຫຼືອນີ້ ສາມາດລວມມີເງິນ ສຳລັບການສ້ອມແປງເຮືອນ ແລະ ບ້ານຊົ່ວຄາວ, ເງິນກູ້
ຢືມດອກເບ້ຍຕໍ່າ ເພື່ອໃຊ້ສຳລັບການສູນເສຍຊັບສິນທີ່ບໍ່ມີປະກັນໄພຕ່າງໆ, ແລະ
ໂຄງການອື່ນໆ ເພື່ອຊ່ວຍ ເຫຼືອບຸກຄົນ ແລະ ເຈົ້າຂອງກິດຈະການ ຟື້ນຟູຈາກຜົນກະ
ທົບຂອງໄພພິບັດ. ກອງທຶນລັດຖະບານກາງ ຍັງຈະມີໃຫ້ລັດ, ຊົນເຜົ່າ ແລະ ລັດຖະ
ບານທ້ອງຖິ່ນ ທີ່ມີຄຸນນະສົມບັດເໝາະສົມ ແລະ ອົງການບໍ່ຫວັງຜົນກຳໄລເອກະຊົນ
ບາງແຫ່ງ ຕາມພື້ນຖານຂອງການຮ່ວມຄ່າໃຊ້ຈ່າຍ ສຳລັບວຽກງານສຸກເສີນ ແລະ
ການສ້ອມແປງ ຫຼື ການທົດແທນສະຖານທີ່ຕ່າງໆ ທີ່ໄດ້ຮັບຄວາມເສຍຫາຍຈາກໄຟ
ປ່າ ແລະ ລົມແຮງໃນແຂວງ ຊາສຕາ (Shashta).

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG