ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄຳປາໄສ ທີ່ອ່ອນໂຍນ ແລະ ມີຄວາມຫວັງ ຫຼາຍຂຶ້ນ ຂອງ ປ. ທຣຳ ກໍ່ໃຫ້ມີການອະພິປາຍ

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກາ່ວຄຳປາໄສ ຕໍ່ສະພາຄົບຄະນະ ແລະ ປະເທດຊາດ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ ດີຊີ, ວັນທີ 28 ກຸມພາ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກາ່ວຄຳປາໄສ ຕໍ່ສະພາຄົບຄະນະ ແລະ ປະເທດຊາດ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ ດີຊີ, ວັນທີ 28 ກຸມພາ 2017.

ນຶ່ງມື້ ຫຼັງຈາກ ການກ່າວຄຳປາໄສຕໍ່ສະພາຄົບຄະນະ ຂອງປະທານາທິບໍດີ ດໍໂນລ ທຣຳ
ກິດຈະການໃນວໍຊິງຕັນສ່ວນຫຼາຍ ປາກົດວ່າ ຈະເພັ່ງເລັງໃສ່ ການຄາດຄະເນເຖິງພາບພົດ
ທີ່ອ່ອນໂຍນຂຶ້ນກວ່າເກົ່າ ຂອງປະທານາທິບໍດີ ວາທະສິນໃນຖະແຫລງການຂອງທ່ານ ທີ່ມີ
ຄວາມຫວັງຫຼາຍຂຶ້ນ.

ສະຕີໝາຍເລກນຶ່ງ ທ່ານນາງ Melania Trump (ແຖວລຸ່ມຜູ້ທີສາມຈາກຂວາ) ແລະບັນດາແຂກຜູ້ມີກຽດ ພາກັນຕົບມື ຢູ່ໃນລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 28 ກຸມພາ 2017, ໃນລະຫວ່າງ ການກາ່ວຄຳປາໄສ ຕໍ່ສະພາຄົບຄະນະ ແລະ ປະເທດຊາດ ຂອງປະທານາທິບໍດີ ທ່ານດໍໂນລ ທຣຳ.

ບັດນີ້ ພວກທີ່ສະໜັບສະໜູນ ພວກວິພາກວິຈານ ແລະພວກນັກວິເຄາະ ຕ່າງ​ກໍ ຄາດຄິດ
ກັນວ່າ ຖ້າການປ່ຽນແປງນີ້ ເປັນໄປໄດ້ບໍ່ ຫຼືວ່າເປັນແຕ່ ຊ່ວງເວລານຶ່ງ ໃນໂລກທີ່ມີການ
ປ່ຽນແປງຢູ່ເລື້ອຍໆ ຂອງທ່ານດໍໂນລ ທຣຳ ຫຼືວ່າມັນເປັນບາງສິ່ງ ທີ່ຈະຢູ່ທີ່ແຫ່ງນີ້ ຢ່າງ​ຖາວອນບໍ່? ມັນເປັນຄຳຖາມທີ່ສຳຄັນ ໃນຂະນະທີ່ລັດຖະສະພາ ຈະເລີ່ມຕົ້ນວຽກງານ
ສູ້ຊົນດ້ວຍຄວາມໄຝ່ສູງໃນດ້ານແຜນການພາຍໃນປະເທດ ຂອງທ່ານທຣຳ ແລະ ພະຍາ
ຍາມທີ່ຈະຫັນປ່ຽນ ຄຳໝັ້ນສັນຍາໃນການໂຄສະນາຫາສຽງ ໃຫ້ເປັນຈິງ.

ປະທານາທິບໍດີ ໄດ້ພົບປະກັບ ບັນດາຜູ້ນຳສະມາຊິກສະພາ ຈາກພັກຣີພັບບລີກັນ ຢູ່ທີ່
ທຳນຽບຂາວ ໃນວັນພຸດວານນີ້ ເພື່ອປຶກສາຫາລື ການເດີນໜ້າ ກ່ຽວກັບແຜນການ
ນະໂຍບາຍອັນຍິ່ງໃຫຍ່ຂອງທ່ານ. ທ່ານທຣຳ ໄດ້ບອກພວກເພິ່ນວ່າ “ພວກເຮົາມາຢູ່
ແຫ່ງນີ້ ເພື່ອເລີ່ມຕົ້ນ ຂະບວນການ. ມັນຈະເລີ່ມຕົ້ນຂຶ້ນ ໃນເວລານີ້ ແລະ ພວກເຮົາ
ຄິດວ່າ ພວກເຮົາຈະມີຄວາມສຳເລັດ ຢ່າງຫຼວງຫຼາຍ.”

ການກາ່ວຄຳປາໄສ ຕໍ່ສະພາຄົບຄະນະ ແລະ ປະເທດຊາດ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳs, ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ ດີຊີ, ວັນທີ 28 ກຸມພາ 2017.
ການກາ່ວຄຳປາໄສ ຕໍ່ສະພາຄົບຄະນະ ແລະ ປະເທດຊາດ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳs, ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ ດີຊີ, ວັນທີ 28 ກຸມພາ 2017.

ທ່ານທຣຳ ໄດ້ຮັບການພິຈາລະນາທີ່ດີ ​ໃນການກ່າວຄຳປາໄສ ຕໍ່ສະພາຄົບຄະນະ ໃນວັນ
ອັງຄານມື້ກ່ອນ ໂດຍໄດ້ຮັບຂໍ້ສະເໜີແນະຄືນມາໃນແງ່ບວກຫຼາຍ ກ່ຽວກັບວາທະສິນຂອງ
ທ່ານ ທີ່ອ່ອນນ້ອມກວ່າເກົ່າ ແລະ ມີຄວາມຫວັງຫຼາຍຂຶ້ນ ນັ້ນ. ບາງທີ ເປັນຊ່ວງເວລານຶ່ງ
ທີ່ເຫັນດີເຫັນພ້ອມກັນ ຂອງທັງສອງຝ່າຍທີ່ສຸດ ຊຶ່ງໄດ້ມີຂຶ້ນ ໃນເກືອບຕອນທ້າຍຂອງ
ການກ່າວຄຳປາໄສຂອງທ່ານທຣຳ ເວລາທີ່ທ່ານໄດ້ຮຽກຮ້ອງໃຫ້ຊາວອາເມຣິກັນທັງໝົດ
ຈົ່ງ “ຮັບເອົາ” ອັນທີ່ທ່ານເອີ້ນວ່າ “ການຟື້ນຟູຈິດໃຈ ຂອງຊາວອາເມຣິກັນ.”

ທ່ານກ່າວຕື່ມວ່າ “ຂ້າພະເຈົ້າ ຂໍໃຫ້ໝົດທຸກຄົນ ທີ່ເບິ່ງຢູ່ໃນຄ່ຳຄືນນີ້ ຈົ່ງຍຶດເອົາຊ່ວງ
ເວລານີ້ ໂດຍເຊື່ອໝັ້ນໃນຕົວຂອງທ່ານເອງ ເຊື່ອໝັ້ນໃນອະນາຄົດຂອງທ່ານ ແລະ
ເຊື່ອໝັ້ນອີກຄັ້ງນຶ່ງ ໃນອາເມຣິກາ.”

Trump's Softer, More Optimistic Tone Sparks Debate in Washington
please wait

No media source currently available

0:00 0:02:39 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG