ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ຢືນ​ຢັນວ່າ ການ​ທີ່ ເດັນ​ມາກ ປະ​ຕິ​ເສດ ທີ່​ຈະ​ຂາຍ ເກາະ ກ​ຣີນແລນ ເຮັດ​ໃຫ້​ທ່ານຍົກ​ເລີກ ​ການ​ຢ້ຽມ​ຢາມ


ປະ​ທ​າ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຖະ​ແຫຼງຕໍ່​ນັກ​ຂ່າວ ກ່ອນ​ຂຶ້ນ​ເຮ​ລິຄັອບ​ເຕີ ມາ​ຣີນ ວັນ "Marine One" ຢູ່​ເດີນ​ຫຍ້າ​ທິດ​ໃຕ້​ຂອງ​ທຳ​ນຽບ​ຂາວ. 21 ສິງ​ຫາ, 2019.
ປະ​ທ​າ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຖະ​ແຫຼງຕໍ່​ນັກ​ຂ່າວ ກ່ອນ​ຂຶ້ນ​ເຮ​ລິຄັອບ​ເຕີ ມາ​ຣີນ ວັນ "Marine One" ຢູ່​ເດີນ​ຫຍ້າ​ທິດ​ໃຕ້​ຂອງ​ທຳ​ນຽບ​ຂາວ. 21 ສິງ​ຫາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຍອມ​ຮັບ​ວ່າ ​ທ່ານ​ໄດ້​ຍົກ​ເລີກ​ການ
ເດີນທາງໄປປະເທດ ເດັນມາກ ເພາະວ່ານາຍົກລັດຖະມົນຕີຂອງປະເທດດັ່ງກ່າວໄດ້
ໃຫ້ຄຳເຫັນທີ່ “ບໍ່ມ່ວນ” ໃນການຕອບໂຕ້ ຕໍ່ການສະເໜີຂອງທ່ານໃຫ້ປະເທດ ເດັນ
ມາກ ຂາຍເກາະ ກຣີນແລນ ໃຫ້ ສະຫະລັດ.

ທ່ານ ທ​ຣຳ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ບໍ່​
ແມ່ນຄຳເວົ້າທີ່ມ່ວນ, ວິທີທີ່ລາວປະຕິເສດຂ້າພະເຈົ້າ. ລາວໄດ້ປະຕິເສດສະຫະລັດ.
ລາວໄດ້ເວົ້າວ່າມັນບໍ່ສົມເຫດສົມຜົນ. ນັ້ນບໍ່ແມ່ນການໃຊ້ຄຳເວົ້າທີ່ຖືກຕ້ອງ.”

ນາ​ຍົກ​ລັດ​ຖະ​ມົນ​ຕີ ເດັນ​ມາກ ທ່ານ​ນາງ ແມັດ​ເດີ ເຟ​ຣ​ເດີ​ຣິກ​ສັນ ໄດ້​ກ່າວ​ໃນ​ຕອນ​ເຊົ້າ​
ວານນີ້ວ່າ ທ່ານນາງເສຍໃຈ ແລະ ຕົກໃຈທີ່ທ່ານ ທຣຳ ໄດ້ຍົກເລີກແຜນການຢ້ຽມຢາມ
ເດັນມາກ ຂອງທ່ານຢ່າງກະທັນຫັນ ຍ້ອນການປະຕິເສດຕໍ່ການສະເໜີຂອງທ່ານທີ່ຈະ
ຊື້ເກາະ ກຣີນແລນ, ເຊິ່ງແມ່ນປະເທດຍຸດທະສາດທີ່ຕັ້ງຢູ່ຂົ້ວໂລກເໜືອ ພ້ອມກັບ
ຄວາມອຸດົມສົມບູນໄປດ້ວຍແຮ່ທາດ ທີ່ເປັນສ່ວນນຶ່ງຂອງອານາຈັກ ເດັນມາກ ນັ້ນ.

ທ່ານ​ນາງ ເຟ​ຣ​ເດີ​ຣິກ​ສັນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ໂກ​ເປັນ​ເຮ​ເກັນ
ວ່າ “ຂ້າພະເຈົ້າໄດ້ຕັ້ງຄວາມຫວັງໄວ້ກັບການຢ້ຽມຢາມນັ້ນ, ການກະກຽມຂອງພວກ
ເຮົາ ໄດ້ດຳເນີນໄປດ້ວຍດີ.” ທ່ານນາງໄດ້ກ່າວຕື່ມວ່າ ມັນຈະເປັນໂອກາດ ທີ່ຈະສະ
ເຫຼີມສະຫຼອງສາຍພົວພັນທີ່ໃກ້ຊິດ ລະຫວ່າງສອງປະເທດຂອງພວກເຮົາ.

ບັນ​ດາ​ນັກ​ການ​ເມືອງ ເດັນ​ມາກ ໄດ້​ຕຳ​ໜິ​ການ​ຍົກ​ເລີກ​ແຜນ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​
ວ່າ “ການປະຕິເສດຂອງທ່ານແມ່ນບໍ່ມີມາລະຍາດ.

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ເດັນ​ມາກ ທ່ານ ໄມ​ເກິ​ລ ອ​າ​ສ​ຕ​ຣຸບ ເຈັນ​ເຊັນ ໄດ້​ກ່າວ​ວ່າ
“ມັນແມ່ນການດູຖູກຈາກເພື່ອນ ແລະ ພັນທະມິດທີ່ໃກ້ຊິດ.” ທ່ານເວົ້າຕື່ມວ່າ ທ່ານ
ທຣຳ “ຂາດແມ່ນກະທັ້ງທັກສະພື້ນຖານດ້ານການທູດ.”

ອະ​ດີດ​ລັດ​ຖະ​ມົນ​ຕີ​ທຸ​ລະ​ກິດ​ຂອງ ເດັນ​ມາກ ທ່ານ ຣາ​ສ​ມັ​ສ ຈາ​ລອ​ຟ ໄດ້​ກ່າວ​ໃນ
ທວິດເຕີວ່າ “ມັນບໍ່ມີເຫດຜົນທີ່ທ່ານ ທຣຳ ຈະຄິດວ່າພາກສ່ວນນັ້ນຂອງປະເທດຂອງ
ພວກເຮົາແມ່ນມີໃຫ້ຂາຍ. ແລ້ວກໍໄດ້ດູຖູກດ້ວຍການຍົກເລີກການຢ້ຽມທີ່ທຸກຄົນໄດ້
ກະກຽມ. ກະລຸນາສະແດງຄວາມເຄົາລົບຫຼາຍກວ່ານີ້ດ້ວຍ.”

ນັກ​ການ​ເມືອງ​ນິ​ຍົມ​ຊ້າຍ ທ່ານ ເປີ​ນິ​ລ ສ​ກິບ​ເປີ ໄດ້​ຂຽນ​ໃນ​ທວິດ​ເຕີ​ວ່າ “ທ່ານ ທ​ຣຳ
ອາໄສຢູ່ໃນໂລກອື່ນ. ເພິ່ງພາແຕ່ຕົນເອງ ແລະ ບໍ່ມີຄວາມເຄົາລົບ.”

ທ່ານ ຊໍ​ເຣັນ ເອັ​ສ​ເປີ​ສັນ, ຈາກ​ພັກ​ປະ​ຊາ​ຊົນ ເດັນ​ມາກ ​ທີ່​ນິ​ຍົມຂົວ​ຈັດ ໄດ້​ກ່າວ​ວ່າ
ທ່ານ ທຣຳ ໄດ້ດູຖູກລາຊິນີ ມາກາເຣັດ, ເຊິ່ງແມ່ນປະມຸກຂອງ ເດັນມາກ, ຜູ້ທີ່ໄດ້
ເຊື້ອເຊີນ ປະທານາທິບໍດີ ສະຫະລັດ ແລະ ສະຕີໝາຍເລກນຶ່ງທ່ານນາງ ເມລາເນຍ
ທຣຳ ໄປຢ້ຽມຢາມຢ່າງເປັນທາງການ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG