ຜູ້ສະໝັກປະທານາທິບໍດີສັງກັດພັກ Republican ທ່ານ Donald Trump ໄດ້ທຳການ ໂຈມຕີ ເພື່ອສ້າງຄວາມເສຍຫາຍ ຕໍ່ທ່ານນາງ Hillary Clinton ໃນວັນພຸດຜ່ານມານີ້ ໂດຍກ່າວເຖິງຄູ່ແຂ່ງ ຈາກພັກ Democrat ຂອງທ່ານວ່າ “ອາດຈະເປັນບຸກຄົນ ທີ່ທຸດ ຈະລິດທີ່ສຸດ ເທົ່າທີ່ເຄີຍມີມາກໍເປັນໄດ້” ທີ່ຈະເຂົ້າແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສະຫະລັດ ໃນຂະນະທີ່ທ່ານນາງ Clinton ໃນການຕອບໂຕ້ ແບບແຮງ ພໍໆກັນ ແລະເອີ້ນການ ກ່າວຫາຂອງທ່ານວ່າ “ເປັນເລື້ອງຂີ້ຕົວະທັງນັ້ນ.”
ໃນການໂຈມຕີຢ່າງແຮງສຸດ ເທົ່າທີ່ເຄີຍມີມາ ຕໍ່ທ່ານນາງ Clinton ນັ້ນ ທ່ານ Trump ກ່າວຫາອະດີດລັດຖະມົນຕີການຕ່າງປະເທດວ່າ ໄດ້ໃຫ້ການສະໜັບສະໜຸນນະໂຍບາຍ ຕ່າງ ປະເທດສະຫະລັດ ທີ່ນຳໄປສູ່ “ການເສຍຊີວິດ ການທຳລາຍ ແລະ ການກໍ່ການຮ້າຍ” ໃນຂະນະທີ່ດຳລົງຕຳແໜ່ງເປັນຫົວໜ້ານັກການທູດສູງສຸດຄົນຂອງສະຫະລັດ ແຕ່ປີ 2009 ເຖິງ 2013 ແລະຫລັງຈາກນັ້ນ ກໍໄດ້ສ້າງຮັ່ງຄູນມີໃຫ້ແກ່ທ່ານນາງເອງ ໂດຍໄດ້ຮັບເງິນເປັນຈຳນວນຫຼາຍລ້ານໂດລາໃນການກ່າວຄຳປາໄສຕ່າງໆ ຫຼັງຈາກທີ່ທ່ານນາງອອກຈາກຕຳແໜ່ງ.
ໃນການຖະແຫຼງ ຕໍ່ໜ້າພວກສະໜັບສະໜຸນທີ່ຮ້ອງເຊຍ ຢູ່ນະຄອນ New York ມະຫາເສດຖີອະສັງຫາລິມມະຊັບພັນລ້ານໄດ້ກ່າວວ່າ ທ່ານນາງ Clinton “ໄດ້ເຮັດການເມືອງ ເພື່ອຜົນປະໂຫຍດສ່ວນຕົວ ແລະເປັນໂຈນຂະໂມຍ.” ໃນຈຸດໃດຈຸດນຶ່ງ ທ່ານໄດ້ເອີ້ນທ່ານນາງວ່າ “ເປັນຄົນຂີ້ຕົວະທີ່ເກັ່ງກາດລະດັບໂລກ.”
ທ່ານໄດ້ກ່າວວ່າ ທ່ານນາງ Clinton ຊອກຫາຊ່ອງທາງເພື່ອຈະເປັນປະທານາທິບໍດີແມ່ຍິງ ຄົນທຳອິດຂອງສະຫະລັດນັ້ນ “ໄດ້ບໍລິຫານງານກະຊວງການຕ່າງປະເທດ ແບບກັບເປັນທຸລະກິດເງິນທຶນສ່ວນຕົວ ຊຶ່ງໃຫ້ການຊ່ອຍເຫຼືອແກ່ລະບອບການປົກຄອງທີ່ກົດຂີ່ຜະເດັດ ການ ແລະກຸ່ມອື່ນໆ ອີກຫຼວງຫຼາຍ, ເພື່ອແລກປ່ຽນກັບເງິນ.” ທ່ານໄດ້ກ່າວວ່າ ພວກທີ່ໃຫ້ ການບໍລິຈາກໃຫ້ກອງທຶນຂອງທ່ານ Bill, ທ່ານນາງ Hillary ແລະນາງ Chelsea Clinton ຈະຂຶ້ນຢູ່ກັບການຕັດສິນໃຈຂອງທ່ານນາງໃນຂະນະທີ່ດຳລົງຕຳແໜ່ງ ລັດຖະມົນຕີການຕ່າງປະເທດ.
ທ່ານ Trump ໄດ້ກ່າວວ່າ ຫຼັງຈາກທີ່ອອກຈາກຕຳແໜ່ງແລ້ວ ທ່ານນາງ Clinton ໄດ້ຮັບເງິນຈຳນວນເກືອບ 21 ລ້ານໂດລາ ໃນການກ່າວຄຳປາໄສ ຈາກບັນດາທະນາຄານທັງ ຫຼາຍຂອງ Wall Street ແລະພວກທີ່ຫາຜົນປະໂຫຍດ ແລະກັບປະຕິເສດບໍ່ປະກາດກ່ຽວ ກັບຄຳປາໄສຂອງທ່ານນາງ. ມັນຄ້າຍຄືກັນກັບການກ່າວຫາຂອງສະມາຊິກສະພາສູງ ຈາກລັດ Vermont ທ່ານ Bernie Sanders ໄດ້ກ່າວຫາຕໍ່ທ່ານນາງ Clinton ທີ່ໄດ້ແຂ່ງຂັນກັນເປັນເວລາຍາວນານ ແລະໃນທີ່ສຸດ ກໍບໍ່ໄດ້ຮັບໄຊຊະນະ ໃນການໂຄສະນາຫາສຽງເພື່ອໃຫ້ຖືກເລືອກເປັນຕົວແທນຂອງພັກ Democrat ໃນການລົງເລືອກຕັ້ງເປັນປະທານາທິບໍດີ.