ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Trump ແລະ ທ່ານນາງ Clinton ຈະປະເຊີນໜ້າກັນ ຄັ້ງທີ 2 ໃນວັນອາທິດນີ້


ຜູ້ຖືກສະເໜີຊື່ ລົງແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump (ຂວາ) ແລະ ຜູ້ຖືກສະເໜີຊື່ ລົງແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກ ເດໂມແຄຣັດ ທ່ານນາງ Hillary Clinton (ຊ້າຍ)
ຜູ້ຖືກສະເໜີຊື່ ລົງແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump (ຂວາ) ແລະ ຜູ້ຖືກສະເໜີຊື່ ລົງແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກ ເດໂມແຄຣັດ ທ່ານນາງ Hillary Clinton (ຊ້າຍ)

ປັດຈຸບັນນີ້ ກໍເປັນການຫວນຄືນມາຫາ ຄູ່ແຂ່ງຫຼັກ ໃນການ​ໂຄສະນາຫາ​ສຽງ ປະທາ ນາທິບໍດີສະຫະລັດ ໂດຍມີທ່ານນາງ Hillary Clinton ຈາກພັກເດໂມແຄຣັດ ແລະ ທ່ານ Donald Trump ຈາກພັກຣີພັບບລີກັນ ທີ່ມີກຳນົດຈະປະເຊີນໜ້າກັນ ໃນ ການໂຕ້ວາທີ ຄັ້ງທີສອງ ໃນວັນອາທິດຈະມາເຖິງນີ້.

ສ່ວນຄູ່ຮ່ວມສະໝັກ ຂອງພວກເພິ່ນ ທ່ານ Tim Kaine ສະມາຊິກສະພາສູງຈາກລັດ Virginia ສັງກັດພັກເດໂມແຄຣັດ ແລະຜູ້ປົກຄອງລັດ Indiana ສັງກັດພັກຣີພັບບລີກັນ ທ່ານ Mike Pence ໄດ້ຕອບໂຕ້ກັນເປັນເວລາ 90 ນາທີ ເມື່ອຕອນແລງ ວັນອັງຄານ ມື້ກ່ອນນີ້ ໂດຍໂຈມຕີ ກັບໄປກັບມາ ຕໍ່ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຂອງ ຝ່າຍກົງກັນຂ້າມ ຂອງພວກເພິ່ນ. ໃນຂະນະທີ່ ບັນດານັກວິເຄາະສ່ວນ ຫຼາຍ ແລະ ການຢັ່ງຫາງສຽງວ່ອງໄວ ໄດ້ຕັດສິນວ່າ ທ່ານ Pence ເປັນຜູ້ຊະນະ ແລະໃນຕອນ ເຊົ້າມື້ຕໍ່ມາ ຜົນການຕັດສິນໄດ້ອອກມາວ່າ ໃນທີ່ສຸດການໂຕ້ວາທີ ບໍ່ໄດ້ສະແດງໃຫ້ ບັນດາຜູ້ມີສິດອອກສຽງ ເຫັນຄວາມສຳຄັນແຕ່ຢ່າງໃດ ກ່ອນໜ້າຈະມີການເລືອກຕັ້ງ ໃນວັນທີ 8 ພະຈິກນີ້.

ຜູ້ຖືກສະເໜີຊື່ເປັນຮອງປະທານາທິບໍດີ ສັງກັດພັກຣີພັບບລີກັນ ເຈົ້າຄອງລັດ ທ່ານ Mike Pence, ຂວາ, ແລະ ຜູ້ຖືກສະເໜີຊື່ ເປັນຮອງປະທານາທິບໍດີ ສັງກັດພັກເດໂມແຄຣັດ ສະມາຊິກສະພາສູງ ທ່ານ Tim Kaine ຈັບມືກັນ ໃນລະຫວ່າງ ການໂຕວາທີ ຢູ່ທີ່ ມະຫາວິທະຍາໄລ Longwood ໃນເມືອງ Farmville, ລັດ Virginia.
ຜູ້ຖືກສະເໜີຊື່ເປັນຮອງປະທານາທິບໍດີ ສັງກັດພັກຣີພັບບລີກັນ ເຈົ້າຄອງລັດ ທ່ານ Mike Pence, ຂວາ, ແລະ ຜູ້ຖືກສະເໜີຊື່ ເປັນຮອງປະທານາທິບໍດີ ສັງກັດພັກເດໂມແຄຣັດ ສະມາຊິກສະພາສູງ ທ່ານ Tim Kaine ຈັບມືກັນ ໃນລະຫວ່າງ ການໂຕວາທີ ຢູ່ທີ່ ມະຫາວິທະຍາໄລ Longwood ໃນເມືອງ Farmville, ລັດ Virginia.

ທ່ານ Stephen Wayne ນັກຊ່ຽວຊານດ້ານລັດຖະສາດ ຢູ່ທີ່ມະຫາວິທະຍາໄລ Georgetown ໄດ້ບອກວີໂອເອ ວ່າ “ທ່ານ Pence ມີທ່າທີທີ່ອ່ອນນ້ອມກວ່າ ແລະ ມີຄວາມໝັ້ນໃຈ ສ່ວນທ່ານ Kaine ແມ່ນເວົ້າເກີນຄວາມເປັນຈິງ ແລະ ກຽມການ ຫຼາຍເກີນໄປ ສຳລັບການໂຕ້ວາທີ.” ທ່ານ Pence ທຳໜ້າທີ່ໄດ້ດີກວ່າ ແຕ່ຜົນໂດຍ ລວມແລ້ວ ຈະບໍ່ໄດ້ຫຍັງເລີຍ.

ນັກຊ່ຽວຊານດ້ານລັດຖະສາດຈາກມະຫາວິທະຍາໄລລັດ Maryland ທ່ານ James Gimpel ໄດ້ເຫັນດີນຳ ໂດຍກ່າວວ່າ “ການເດີມພັນ ໃນປັດຈຸບັນນີ້ ກໍແມ່ນວ່າ ບໍ່ມີ ຫຍັງປ່ຽນແປງເລີຍ” ຈາກສອງສາມມື້ຜ່ານມາ. ພວກການສຳຫຼວດດ້ານການເມືອງ ທົ່ວປະເທດ ສະແດງໃຫ້ເຫັນວ່າ ທ່ານນາງ Clinton ອະດີດລັດຖະມົນຕີການຕ່າງ ປະເທດ ໄດ້ຄະແນນຄືນມາຕື່ມອີກປະມານ 4 ເປີເຊັນ ກາຍທ່ານ Trump ຜູ້ໂອ້ອວດ ທີ່ເປັນມະຫາເສດຖີອະສັງຫາລິມະຊັບ ທີ່ກຳລັງລົງແຂ່ງຂັນເອົາຕຳແໜ່ງທາງການ ແລະ ຍັງໄດ້ມີຄະແນນນຳ ຢູ່ໃນລັດຕ່າງໆທີ່ເປັນສະໜາມແຂ່ງຂັນສຳຄັນໆ ຊຶ່ງຈະຕັດສິນຜົນ ທີ່ອອກມາໂດຍລວມ.

ຢູ່ທີ່ການປະເຊີນໜ້າຂອງທ່ານ Kaine ແລະ ທ່ານ Pence ນັ້ນ ທ່ານ Kaine ໄດ້ອ້າງ ເຖິງ ຖະແຫລງການຂອງທ່ານ Trump ຫຼາຍຢ່າງທີ່ເປັນບັນຫາຖົກຖຽງ ຊຶ່ງທ່ານໄດ້ກ່າວ ໃນໄລຍະ 16 ເດືອນຜ່ານມາ ໃນລະຫວ່າງການໂຄສະນາຫາສຽງ ປະກອບດ້ວຍເລື່ອງ ຄົນເຂົ້າເມືອງ, ພາສີ, ນະໂຍບາຍການຕ່າງປະເທດ ແລະເລື່ອງອື່ນອີກ ຊຶ່ງທ່ານ Kaine ໄດ້ພະຍາຍາມກະຕຸ້ນໃຫ້ທ່ານ Pence ຕອບປ້ອງກັນ ​ເລື່ອງເຫຼົ່ານັ້ນ. ແຕ່ທ່ານ Pence ໄດ້ຫັນປ່ຽນທິດທາງການເຢາະເຢີ້ຍຂອງທ່ານ Kaine ຊ້ຳແລ້ວຊ້ຳອີກ ແລະ ໄດ້ໂຈມຕີ ການປະຕິບັດງານຂອງທ່ານນາງ Clinton ໃນຂະນະທີ່ເປັນນັກການທູດຂັ້ນສູງ ຂອງ ປະເທດ ​ແຕ່ປີ 2009 ຫາ 2013 ແທນ ໂດຍກ່າວວ່າ ນະໂຍບາຍຂອງທ່ານນາງ ​ແມ່ນ ມີສ່ວນ ​ໃນ​ການ​ກໍ່​ໃຫ້​ເກີດການກໍ່ການຮ້າຍສາກົນ ແລະການບໍ່ມີສະຖຽນລະພາບ ຢູ່ ໃນຕາເວັນອອກກາງ.

ບໍ່ໜ້າແປກໃຈເລີຍ ທັງທ່ານນາງ Clinton ແລະ ທ່ານ Trump ໄດ້ຍົກຍ້ອງຄູ່ລົງສະໝັກ ແຂ່ງຂັນຮ່ວມ ຂອງຕົນ ກ່ຽວ​ກັບຜົນງານໃນການໂຕ້ວາທີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Highlights From the Vice Presidential Debate
please wait

No media source currently available

0:00 0:02:30 0:00

Not surprisingly, both Clinton and Trump applauded their running mates' debate performances.

"In Mike Pence's defense, we wouldn't want to defend Donald Trump, either," the Clinton campaign said in one Twitter comment. In another, Clinton said, "Lucky to have a partner like Tim Kaine, who stood up for our shared vision tonight, instead of trying to deny it."

Trump declared, "Mike Pence won big. We should all be proud of Mike!"

Looking ahead to Sunday

Analysts say it is an open question whether Trump can duplicate Pence's disciplined debate performance when he next faces off with Clinton in a townhall-style format, where a handful of undecided voters will get a chance to ask questions, along with television news moderators.

At their first debate, widely seen as a decisive victory for Clinton, she was able to keep Trump on the defensive, attacking him over his defiance of a four-decade U.S. political tradition in refusing to release his tax returns, his long-time slurs against women, and his years-long campaign to prove the debunked theory that President Barack Obama was born in Kenya and is not a U.S. citizen.

Clinton also condemned Trump's complaints against a former Miss Universe, Alicia Machado, that she had gained weight in the months after she won the pageant that he once owned. He continued to deride Machado in the days after the debate.

Contributing to Trump's rocky post-debate week, The New York Times divulged three pages from his 1995 tax returns showing that he had declared $916 million in business losses that year, a financial setback so staggering that it might have allowed him to legally offset millions in dollars of his income over an 18-year stretch and avoid paying any income taxes.

Trump described his tax avoidance as "brilliant," while Clinton mocked his business acumen for losing such a large sum in a single year, largely because of Trump's failed casino ventures in Atlantic City, New Jersey, along the Atlantic Ocean shoreline.

Republican U.S. presidential nominee Donald Trump and Democratic U.S. presidential nominee Hillary Clinton take the stage for their first debate in Hempstead, New York, U.S. September 26, 2016.
Republican U.S. presidential nominee Donald Trump and Democratic U.S. presidential nominee Hillary Clinton take the stage for their first debate in Hempstead, New York, U.S. September 26, 2016.

Looking ahead to Sunday's debate, University of Virginia political analyst Geoffrey Skelley, said that for Trump "being better prepared would be a good thing. A major point for him is that voters just don't see him as presidential. Donald Trump has to counter expectations as to how he'd act as president."

Skelley said Trump "was pretty good for the first 15-20 minutes" of his September 26 encounter with Clinton, "but then fell off the rails" in the face of Clinton's gibes.

"The whole question is whether he can control himself," Skelley said.

Advice for Trump

Wayne said, "No. 1, he has to stay focused and become less defensive, hit her vulnerabilities. He has to take a lesson from his vice presidential candidate and sound a little bit more soothing ... generally show leadership."

Gimpel said, "He has to have more message discipline, not get bogged down in tabloid-like controversies. Hillary Clinton will be confident and in command."

With her growing lead in several key election states, U.S. polling analysts now give Clinton as much as an 80 percent chance of becoming the country's 45th president and its first female commander in chief when Obama leaves office in late January.

XS
SM
MD
LG