ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ໄດ້ອ້າງວ່າ ຕົນໄດ້ຮັບຜົນປະໂຫຍດ ມາແລ້ວ ກ່ອນທີ່ຈະເຂົ້າຮ່ວມ ກອງປະຊຸມສຸດຍອດ ກັບ ເກົາຫຼີເໜືອ


Trump North Korea
please wait
Embed

No media source currently available

0:00 0:01:09 0:00

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໃນວັນອາທິດວານນີ້ ວ່າ
ສະຫະລັດ ບໍ່ໄດ້ໃຫ້ຫຍັງທັງສິ້ນ ກ່ອນໜ້າແຜນການ ກອງປະຊຸມສຸດຍອດທີ່ໄດ້ວາງ
ແຜນເອົາໄວ້ ກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ-ອຶນ ໃນຂະນະທີ່ ພຽງຢາງ ກໍໄດ້
ຫລຸດຜ່ອນ ໂຄງການພັດທະນາອາວຸດນິວເຄລຍຂອງຕົນ ໄປແລ້ວ.

ຜູ້ນຳສະຫະລັດ ໄດ້ກ່າວຢູ່ໃນທວີດເຕີ້ ວ່າ “ພວກເຮົາບໍ່ໄດ້ເສຍສະຫລະຫຍັງເລີຍ
ແລະພວກເຂົາເຈົ້າ ກໍໄດ້ຕົກລົງ ທີ່ຈະຍົກເລີກການສະແຫວງຫາອາວຸດນິວເຄລຍ.
(ມັນດີຍິ່ງ ສຳລັບໂລກ), ປິດສະຖານທີ່ທົດລອງ ແລະ ບໍ່ມີການທົດລອງອີກຕໍ່ໄປ!”

ແຕ່ທ່ານທຣຳ ກໍໄດ້ຍອມຮັບວ່າ ໃນທີ່ສຸດຜົນ ການເຈລະຈາຂອງທ່ານ ກັບ ທ່ານກິມ
ເຊິ່ງອາດຈະມີຂຶ້ນໃນທ້າຍເດືອນພຶດສະພາ ຫຼື ຕົ້ນເດືອນມິຖຸນາ ນັ້ນ ແມ່ນຍັງບໍ່ແນ່ນອນ.
ພຽງຢາງ ຍັງບໍ່ທັນໄດ້ຕົກລົງ ເລື່ອງການຮື້ຖອນອາວຸດນິວເຄລຍຂອງຕົນ ແລະ ເຖິງແມ່ນ
ວ່າ ທ່ານທຣຳ ຈະໄດ້ອ້າງວ່າ ບໍ່ໄດ້ມີການຕົກລົງກັນ ທີ່ຈະເຮັດໃຫ້ແຫຼມເກົາຫຼີ ເປັນເຂດ
ປອດອາວຸດນິວເຄລຍ ຢ່າງຖາວອນ ກໍຕາມ.

ສ່ວນເກົາຫຼີໃຕ້ ໄດ້ກ່າວວ່າ ເກົາຫຼີເໜືອ ໄດ້ສະແດງອອກ ເຖິງຄວາມສົນໃຈ ໃນການທີ່
ຈະປະຖິ້ມ ອາວຸດນິວເຄລຍ ທັງຫຼາຍຂອງຕົນ.

Anticipation Builds for Trump-Kim Meeting
please wait

No media source currently available

0:00 0:01:57 0:00

ທ່ານທຣຳ ໄດ້ກ່າວວ່າ “ພວກເຮົາ ຍັງຢູ່ໄກຈາກຜົນສະຫລຸບ ກ່ຽວກັບເກົາຫຼີເໜືອ
ບາງທີ ສິ່ງຕ່າງໆ ອາດຈະແກ້ໄຂໄດ້ ແລະ ບາງທີ ມັນກໍຈະບໍ່ເປັນຈັ່ງຊັ້ນ -- ພຽງແຕ່
ເວລາເທົ່ານັ້ນທີ່ຈະບອກໄດ້. ແຕ່ວ່າ ວຽກງານທີ່ຂ້າພະເຈົ້າ ກຳລັງເຮັດຢູ່ດຽວນີ້
ຄວນທີ່ຈະຕ້ອງໄດ້ເຮັດໄປ ແຕ່ດົນແລ້ວ!”

ທ່ານທຣຳ ໃນກໍລະນີແບບນີ້ຢູ່ເລື້ອຍໆ ໄດ້ສະເໜີຄວາມຄິດເຫັນຂອງທ່ານ ຫຼັງຈາກທີ່
ໄດ້ຍິນ ບົດວິຈານຂ່າວຂອງໂທລະພາບ ທີ່ທ່ານບໍ່ມັກ ເຊິ່ງໃນຄັ້ງນີ້ ແມ່ນຈາກລາຍການ
ຂ່າວຂອງໂທລະພາບ NBC ທີ່ທ່ານ ຊັກ ທາດ (Chuck Todd) ເປັນໂຄສົກ.

ທ່ານປະທານາທິບໍດີ ກ່າວວ່າ “ຊັກ ທາດ ທີ່ມີຕາລອຍໆສິຫລັບໆແບບຢາກນອນນັ້ນ
ເວົ້າຂ່າວປອມ ຈາກໂທລະພາບ NBC ຫາກໍເວົ້າວ່າ ພວກເຮົາໄດ້ຍອມເສຍໄປຫຼາຍ
ແລ້ວ ໃນການເຈລະຈາ ກັບເກົາຫຼີເໜືອ ຫຼາຍຄັ້ງຜ່ານມານັ້ນ ແລະພວກເຂົາ ແມ່ນບໍ່
ໄດ້ເສຍສະຫລະ ຫຍັງເລີຍ.”

ທ່ານທາດ ໄດ້ກ່າວເຖິງ ວິໄສທັດຂອງທ່ານກິມ ກ່ອນໜ້າກອງປະຊຸມສຸດຍອດ ວ່າ
“ລາວປາກົດວ່າ ເສຍສະຫລະ ພຽງໜ້ອຍດຽວ ແຕ່ເຮັດໃຫ້ເຫັນເປັນຄືວ່າ ລາວ
ເສຍສະຫລະ ຢ່າງຫຼວງຫຼາຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG