ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໐ ເມສາ ໒໐໒໕

ປ. ທ​ຣຳ ​ໂຈມ​ຕີ ນະ​ໂຍ​ບາຍ​ການ​ຄ້າ​ ຂອງ​ຈີນ ແຕ່​ບໍ່​ໄດ້​ກ່າວ​ຫຍັງ ​ຕໍ່​ເຫດ​ການ ​ໃນ​ຮົງ​ກົງ


Trump Criticizes China's Stance on Trade, But Not on Hong Kong
please wait

No media source currently available

0:00 0:02:09 0:00

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານດໍ​ໂນ​ລ ທ​ຣຳ ໄດ້​ໂຈມ​ຕີນະ​ໂຍ​ບາຍ​ການ​ຄ້າ​ແລະ​ການ​ເງິນ​ຂອງ​ຈີນ, ແຕ່​ບໍ່ໄດ້ຕຳ​ໜິ​ຕິ​ຕຽນ​ໃນຄວາມກົດ​ດັນ​ຂອງປັກ​ກິ່ງ​ ​ຕໍ່​ຮົງ​ກົງ. ໃນ​ການ​ກ່າວ​ຄຳປາ​ໄສ ເມື່ອວັນ​ອັງ​ຄານ​ວານ​ນີ້ ທີ່​ນະ​ຄອນ ​ພິຕສ​ເບີກ ທ່ານ​ທ​ຣຳ ​ກ່າວ​ວ່າ ຈີນ ໄດ້ໃຊ້​ເລ່​ຫຼ່ຽມເພື່ອ​ຄວບ​ຄຸມ​ອົງ​ການ​ການ​ຄ້າ​ໂລກ ແລະ​ເງິນຢວນ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຕົນ. ແຕ່​ ທ່ານ​ໄດ້​ກ່າວວ່າ ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ປັກ​ກິ່ງ​ກັບ​ຮົງ​ກົງນັ້ນ ແມ່ນຈະ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ ລະ​ຫວ່າງ​ພວກ​ເຂົາ​ເຈົ້າ​ເອງ. ນັກ​ຂ່າວ​ວີ​ໂອ​ເອ ຊ​ລາ​ຕິ​ກາ ໂຮກ ມີ​ລາຍ​ງານກ່ຽວ​ກັບ​ເລື້ອງນີ້ຊຶ່ງວັນ​ນະ​ສອນ ​ຈະ​ນຳ​ເອົາ​ລາຍ​ລະ​ອຽດມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ການປະ​ທ້ວງ​ຢູ່ສະ​ໜາມ​ບິນ​ຮົງ​ກົງ ໄດ້ເລີ້ມມີ​ຄວາມ​ຮຸນ​ແຮງ​ຂຶ້ນ ໃນ​ວັນ​ອັງ​ຄານ​ວານ​ນີ້
ໃນ​ຂະ​ນະ​ທີ່​ພວກ​ປະ​ທ້ວງໄດ້​ປະ​ທະ​ກັບຕຳ​ຫຼວດ ໃນ​ການ​ລົບ​ກວນ​ພວກຜູ້ໂດຍ​ສານ​
ທາງ​ອາ​ກາດ. ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ເອີ້ນ​ເຫດ​ການ​ດັ່ງ​ກ່າວ​ນີ້​ວ່າ ເປັນ​ສະ​ຖາ​ນະ​ການ
​ທີ່​ຫຍຸ້ງຍາກ ແລະ​ໄດ້​ສະ​ແດງຄວາມ​ຫວັງ​ອອກ​ມາ​ວ່າ ມັນ​ຄົງ​ຈະ​ຈົບ​ລົງ​ດ້ວຍ​ດີ ຊຶ່ງ​ປະ​ທາ​
ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ:“ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ຮົງ​ກົງ ແມ່ນ​ເປັນສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ
ຢ່າງແຮງ. ພວກ​ເຮົາ​ຈະ​ເບິ່ງ​ໄປ​ວ່າ ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ. ແຕ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ
ມັນ​ຈະ​ຍຸ​ຕິ​ລົງດ້ວຍ​ດີ. ຂ້າ​ພະ​ເຈົ້າຫວັງ​ວ່າ ມັນ​ຄົງ​ຈະ​ດຳ​ເນີນ​ໄປ​ດ້ວຍ​ດີ​ສຳ​ລັບ​ທຸກ​ໆ
ຄົນ,ຊຶ່ງ​ຈະ​ຮວມ​ທັງ​ຈີນ, ນຳ​ດ້ວຍ​.”

ໃນເຊົ້າ​ວັນອັງ​ຄານ​ວານນີ້, ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ ທ່ານ​ໄດ້​ຮຽນ​ຮູ້​ວ່າ ​ປັກ​ກິ່ງ ໄດ້​ສົ່ງ​
ທະ​ຫານໄປ​ຍັງ​ຊາຍ​ແດນ​ຮົງ​ກົງ ແລະ​ໄດ້​ຮຽກ​ຮ້ອງ ໃຫ້​ທຸກ​ຜູ້​ທຸກ​ຄົນ “ຢູ່​ໃນ​ຄວາມ​ສະຫງົບ
ແລະ​ປອດ​ໄພ.”
ແຕ່​ທ່ານ​ໄດ້​ປະ​ຕິ​ເສດ​ທີ່​ຈະເອົາ​ທ່າ​ທີ​ກ່ຽວກັບ ​ຮ່າງ​ກົດ​ໝາຍ​ທີ່​ເປັນ​ການ​
ໂຕ້​ຖ​ຽງ​ ຊຶ່ງ​ຈະ​ອະ​ນຸ​ຍາດ​ໃຫ້​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ໄປ​ຍັງ​ຈີນ​ແຜ່ນ​ດິນ​ໃຫຍ່. ຝ່າຍ​ຄ້ານ
ມອງ​ເຫັນວ່າ​ຮ່າງ​ກົດ​ໝາຍ​ທີ່​ວ່າ​ນີ້ ແມ່ນ​ເປີດ​ໂອ​ກາດ​ໃຫ້​ປັກ​ກິ່ງ ​ດຳ​ເນີນ​ການ​ໄດ້​ຕາມ
​ລຳ​ພັງ ທີ່​ຈະ​ຈັບ​ກຸມພວກ​ຄັດ​ຄ້ານ​ລັດ​ຖະ​ບານ ແລະ ຍິ່ງ​ໄປ​ກວ່າ​ນັ້ນ ທຳ​ລາຍ​ປະ​ຊາ​
ທິ​ປະ​ໄຕ​ໃນຮົງ​ກົງ. ​ພ​ວກ​ຜູ້​ຄົນຫຼາຍ​ລ້ານ​ຄົນ ພາ​ກັນ​ໂຮມ​ຊຸມ​ນຸມ​ປະ​ທ້ວງຕໍ່​ຕ້ານ​ເລື້ອງ
​ດັ່ງ​ກ່າວ ນັບ​ຕັ້ງ​ແຕ່​ເດືອນ​ມິ​ຖຸ​ນາ ເປັນ​ຕົ້ນ​ມາ.

ແຕ່​ໃນ​ເລື້ອງ​ການ​ຄ້າ​ແລະ​ການ​ເສດ​ຖະ​ກິດນັ້ນ, ທ່ານ​ທ​ຣຳ ໄດ້​ກ່າວໂຈມ​ຕີແບບ​ບໍ່​ແຮງ
ຕໍ່​ຈີນ ໃນ​ວັນ​ອັງ​ຄານ​ວານ​ນີ້.

ທ່ານ​ທ​ຣຳ ກ່າວ​ວ່າ “ຈີນໄດ້​ປະ​ກາດ​ວ່າ ພວກ​ເຂົາ​ເຈົ້າ​ເຮັດວຽກ​ໄດ້​ດີ. ແຕ່​ວ່າ​ພວກ​ເຂົາ​ເຈົ້າ​ໄດ້​ປຸ້ນ​ສະ​ດົມປະ​ເທດ​ຂອງ​ພວກ​ເຮົາ ມາ​ເປັນ​ເວ​ລາຫຼາຍໆປີ​ແລ້ວ ແລະ​ດ້ວຍ​ເງິນຂອງ​ພວກ​ເຮົາ ແລະການ​ສະ​ໜັບ​ສະ​ໜຸນ​ຂອງ​ອົງ​ການການ​ຄ້າ​ໂລກ ແລະຫຼັງ​ຈາກນັ້ນພວກ​ເຂົາ​ເຈົ້າ​ກໍສວຍ​ໂອ​ກາດ​ຕໍ່​ກົດ​ລະ​ບຽບ​ການ​ຂອງ​ອົງ​ການ​ການ​ຄ້າ​ໂລກ ແລະ​ຂ້າ​ພະ​ເຈົ້າ​ແມ່ນ​ເປັນ​ຄົນ​ດີເດີ ​ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ ‘ສວຍ​ໂອ​ກາດ’ ​ນັ້ນ.”

ທ່ານ​ທ​ຣຳ ຍັງ​ໄດ້ກ່າວຫາ​ຈີນ​ວ່າ ຄວບ​ຄຸມເງິນ​ຕາ​ຂອງ​ຕົນ, ແຕ່​ຈີນ​ໄດ້​ປະ​ຕິ​ເສດ. ພວກ​ນັກ​ວິເຄາະ​ບາງ​ຄົນ ສະ​ໜັບ​ສະ​ໜຸນ​ຕໍ່​ການ​ກ່າວ​ອ້າງ​ອີງ​ຂອງຈີນ.

ທ່ານຄ​ຣິ​ສ​ຕອບ​ເຟີ ແດມ​ບິກ ​ນັກ​ວິ​ເຄາະ​ເສດ​ຖະ​ກິດ​ມະ​ຫາ​ພາກຈາກທະ​ນາ​ຄານ​ແຊັກ​ໂຊ ກ່າວ​ເປັນ​ພາ​ສາ​ຝ​ຣັ່ງ​ວ່າ “ຖ້າຈະເວົ້າ​ແບບ​ບໍ່​ມີ​ອະ​ຄະ​ຕິ​ແລ້ວ, ຈີນ​ແມ່ນ​ບໍ່​ໄດ້ຄວບ​ຄຸມອັດ​ຕາ​ແລກ​ປ່ຽນ​ໃດໆ. ​ດັ່ງ​ທີ່​ອົງ​ການ​ກອງ​ທຶນ​ນາໆ​ຊາດຫຼື​ອົງ​ການ International Monetary Fund ໄດ້​ຊີ້​ໃຫ້​ເຫັນ​ ໃນ​ລາຍ​ງານ​ໃນ​ຮອບ​ຫຼາຍໆ​ປີ​ຜ່ານ​ມາ​ນີ້ ອັດ​ຕາ​ການ​ແລກ​ປ່ຽນເງິນຢວນ​ຂອງ​ຈີນ ແມ່ນ​ສອດ​ຄ່ອງ​ກັບ​ເສດ​ຖະ​ກິດ​ຂອງ​ຈີນ. ​ສະ​ນັ້ນ ມັນ​ຈຶ່ງ​ເປັນ​ການ​ຜິດພາດທີ່​ທາງ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ທ​ຣຳ ກ່າວ​ວ່າ ຈີນ ​ຢາກ​ໄດ້​ປຽບ​ໃນການ​ແຂ່ງ​ຂັນ​ ​ຈຶ່ງ​ຫລຸດ​ຄ່າ​ເງິນຢວນຂອງ​ຕົນ​ລົງ.”

ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ໄດ້​ເງິນ​ຫຼາຍໆ​ພັນ​ລ້ານ​ໂດ​ລາ ໂດຍ​ການ​ເກັບ​ພາ​ສີ​ຕໍ່​ສິນ​ຄ້າ​ທີ່​ນຳ​ເຂົ້າ​ຈາກ​ຈີນ, ແຕ່​ໃນ​ວັນ​ອັງ​ຄານ​ວານ​ນີ້ ທ່ານ​ໄດ້​ປະ​ ກາດ​ເຖິງ​ການ​ຕັດ​ສິນ​ໃຈ​ຂອງ​ທ່ານ ທີ່ຈະ​ເລື່ອນ​ການ​ເກັບ​ພາ​ສີຕໍ່​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຈີນ ໄປ​ຈົນ​ຮອດ​ກາງ​ເດືອນ​ທັນ​ວາ ເພື່ອ​ປົກ​ປ້ອງ​ຜູ້​ບໍ​ລິ​ໂພກ​ຊາວ​ອາ​ເມ​ຣິ​ກັນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

U.S. President Donald Trump attacked China's trade and financial policies, but refused to criticize Beijing's pressure on Hong Kong. In a speech Tuesday in Pittsburgh, Trump said China has manipulated the World Trade Organization and the Chinese currency to its advantage. But he said tensions between Beijing and Hong Kong are to be resolved between them. VOA's Zlatica Hoke reports.

Protests at the Hong Kong airport turned violent Tuesday as demonstrators clashed with police disrupting air travel. President Trump called it a tough situation and expressed hope that all will end well.

Donald Trump, U.S. president:
"The Hong Kong thing is a very tough situation, very tough. We'll what see what happens. But I'm sure it'll work out. I hope it works out for everybody, including China, by the way."

Earlier Tuesday, Trump said he learned that Beijing deployed troops to the border with Hong Kong and called on everyone to "stay calm and safe." But he refused to take a stance on the controversial bill, which would allow the extradition of criminal suspects to mainland China. Opponents see the bill as giving Beijing a free hand in capturing dissidents and further encroaching on Hong Kong's democracy. Millions have been rallying against it since June.

But on the subject of trade and economy, Trump took several jabs at China on Tuesday.

Donald Trump, U.S. president:
"China made themselves - they did a good job. But they ripped off our country for years, and with our money and World Trade Organization backing. And then they took advantage of the rules of the World Trade Organization. And I'm being nice when I say 'took advantage.' "

Trump also accused China of manipulating its currency, which Beijing denies. Some analysts support China's claim.

Christopher Dembik, Macroeconomic Analysis in Saxo Bank (in French):
"Objectively speaking, China hasn't manipulated the exchange rate. As the International Monetary Fund pointed out in its recent years' reports, the Chinese yuan (RMB) exchange rate is consistent with China's economy. So it's completely wrong that U.S. President Trump says China increases its competitiveness by devaluating the yuan."

Trump said the United States has made billions of dollars by imposing tariffs on Chinese imports, but on Tuesday he announced his decision to delay additional tariffs on Chinese goods until mid-December to protect American consumers.

XS
SM
MD
LG