ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຕ້ອນຮັບ ປ. ທຣຳ ຂອງຈີນ ທີ່ອົບອຸ່ນ ໄດ້ຫັນຈາກ ຫວານ ກາຍເປັນ ສົ້ມ ຫຼັງຈາກ ກັບຄືນປະເທດ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ປະທານປະເທດຈີນ ທ່ານສີ ຈິ່ນຜິງ ເຂົ້າຮ່ວມງານລ້ຽງ ອາຫານຄ່ຳ ຢ່າງເປັນທາງການ ຢູ່ທີ່ຫໍປະຊຸມໃຫຍ່ ສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງຂອງຈີນ, ວັນທີ 9 ພະຈິກ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ປະທານປະເທດຈີນ ທ່ານສີ ຈິ່ນຜິງ ເຂົ້າຮ່ວມງານລ້ຽງ ອາຫານຄ່ຳ ຢ່າງເປັນທາງການ ຢູ່ທີ່ຫໍປະຊຸມໃຫຍ່ ສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງຂອງຈີນ, ວັນທີ 9 ພະຈິກ 2017.

ປະທານາທິບໍດີ ດໍໂນລ ທຣຳ ທີ່ຫາກໍຈະກັບມາສົດໆຮ້ອນໆ ຈາກການໄປຢ້ຽມຢາມ
ເອເຊຍ ຄັ້ງທຳອິດຂອງທ່ານ ທີ່ລວມມີ ການຢຸດແວ່ສອງວັນ ຢູ່ຈີນ ທີ່ພວກຄົນບາງສ່ວນ
ຖົກຖຽງວ່າ ເປັນການຍ້ອງຍໍຫຼາຍເກີນໄປແລະຂາດເນື້ອຫາສາລະ ເຊິ່ງບັນດານັກວິຈານ
ກ່າວວ່າ ບັດນີ້ທ່ານທຣຳ ກຽມຈະທຳໃນສິ່ງທີ່ທ່ານໄດ້ໃຫ້ຄຳໝັ້ນສັນຍາໄວ້ວ່າ ຈະເອົາ
ຈິງເອົາຈັງ ກັບປັກກິ່ງ ກ່ຽວກັບເລື່ງການຄ້າຂາຍ ທີ່ບໍ່ເປັນທຳ ຂອງຈີນນັ້ນ.

ໃນຂະນະທີ່ຢູ່ໃນຈີນ ທ່ານທຣຳ ໄດ້ກ່າວວ່າ ທ່ານຕີລາຄາ ປັກກິ່ງ ວ່າ “ເຮັດໄດ້ດີຫຼາຍ”
ສຳລັບການເອົາລັດເອົາປຽບ ສະຫະລັດ ໂດຍຄຳເວົ້ານັ້ນ ໄດ້ເຮັດໃຫ້ຫຼາຍຄົນ ງົງກັນໄປ.

Leaders of US and China Offer Asia Business Leaders Divergent Paths
please wait

No media source currently available

0:00 0:02:53 0:00

​ໃນການກ່າວຖະແຫລງ ທີ່ພິທີລົງນາມ ໃນຂໍ້ຕົກລົງຕ່າງໆ ທີ່ລວມແລ້ວ ມີມູນຄ່າປະມານ
250 ຕື້ໂດລາ ເຊິ່ງທ່ານໄດ້ກ່າວວ່າ “ຂ້າພະເຈົ້າ ບໍ່ໄດ້ໂທດຈີນເລີຍ.... ແມ່ນໃຜສາ
ມາດ ໂທດປະເທດນີ້ ທີ່ສາມາດເອົາລັດເອົາປຽບປະເທດອື່ນ ເພື່ອປະໂຫຍດຂອງ
ປະຊາຊົນຂອງຕົນ?”

ແຕ່ອັນນັ້ນ ແມ່ນພຽງເຄິ່ງນຶ່ງຂອງຂໍ້ຄວາມສຳຄັນ ໃນການເດີນທາງຢ້ຽມຢາມເອເຊຍ
ຂອງທ່ານທຣຳ.

ສ່ວນທີ່ເຫຼືອນັ້ນ ມີຂຶ້ນຢູ່ໃນຄຳປາໄສຂອງທ່ານ ຢູ່ທີ່ກອງປະຊຸມການຮ່ວມມືດ້ານ
ເສດຖະກິດ ໃນເຂດເອເຊຍ ປາຊີຟິກ ແລະໄດ້ເປັນສຽງສະທ້ອນ ອີກຄັ້ງນຶ່ງ ຢູ່ທີ່
ທຳນຽບຂາວ ໃນວັນພຸດວານນີ້.

ພວກອຸປະກອນຍົກເຄື່ອງ ສາມາດແນມເຫັນໄດ້ ຢູ່ດ້ານຫລັງຂອງກອງທໍ່ເຫຼັກ ທີ່ກຳລັງຈະຖືກນຳສົ່ງອອກ ນັ້ນ ຢູ່ທີ່ທ່າເຮືອແຫ່ງນຶ່ງ ໃນເມືອງ Lianyungang, ແຂວງ Jiangsu ຂອງຈີນ, ວັນທີ 1 ທັນວາ 2015.
ພວກອຸປະກອນຍົກເຄື່ອງ ສາມາດແນມເຫັນໄດ້ ຢູ່ດ້ານຫລັງຂອງກອງທໍ່ເຫຼັກ ທີ່ກຳລັງຈະຖືກນຳສົ່ງອອກ ນັ້ນ ຢູ່ທີ່ທ່າເຮືອແຫ່ງນຶ່ງ ໃນເມືອງ Lianyungang, ແຂວງ Jiangsu ຂອງຈີນ, ວັນທີ 1 ທັນວາ 2015.

​ທ່ານທຣຳ ໄດ້ກ່າວວ່າ “ພວກເຮົາບໍ່ສາມາດອົດທົນໄດ້ອີກຕໍ່ໄປໃນການເຮັດການຄ້າ
ທີ່ບໍ່ເປັນທຳ ເຊິ່ງໄດ້ລັກເອົາວຽກເຮັດງານທຳ ເອົາຊັບສິນ ແລະ ຊັບສິນທາງດ້ານ
ສະຕິປັນຍາ ຂອງຊາວອາເມຣິກັນ.”

ທ່ານ Douglas Paal ຮອງປະທານຂອງອົງການ Carnegie Endowment ເພື່ອ
ສຶກສາດ້ານສັນຕິພາບ ລະຫວ່າງປະເທດ ໄດ້ກ່າວວ່າ ທ່ານມອງເຫັນຍຸດທະສາດດ້ານ
ການເມືອງພາຍໃນ ໃນຂໍ້ຄວາມອັນກວ້າງຂວາງ ທີ່ທ່ານທຣຳໄດ້ກ່າວໄປ ໃນລະຫວ່າງ
ການເດີນທາງຂອງທ່ານນັ້ນ.

ໂດຍທ່ານ Paal ກ່າວວ່າ ຈີນ ບໍ່ແມ່ນຜູ້ທີ່ຈະຖືກຖິ້ມໂທດໃສ່ ແລະ ວ່າ ມັນເຮັດສິ່ງທີ່
ປະເທດໃດໆ ຄວນເຮັດ ເພື່ອປົກປ້ອງຜົນປະໂຫຍດຕ່າງໆ ຂອງຕົນ ທ່ານທຣຳ ໄດ້
ມອບໝາຍຕົນເອງ ທີ່ຈະເຮັດໃນສິ່ງທີ່ບັນດາຜູ້ນຳຂອງປະເທດ ຄົນອື່ນໆ ຍັງບໍ່ທັນ
ໄດ້ເຮັດເທື່ອ ເພື່ອອາເມຣິກາ.

ທ່ານ Paal ຊີ້ໃຫ້ເຫັນວ່າ ໃນເດືອນໜ້ານີ້ ລາຍງານການສືບສວນສອບສວນດ້ານ
ການຄ້າ ທີ່ສຳຄັນສອງສະບັບ ແມ່ນຈະອອກມາ ແລະ ຖ້າຫາກວ່າ ມີບາງຢ່າງຈະຊຸກຍູ້
ໃຫ້ມັນອອກນອກລູ້ນອກທາງ ລາຍງານເຫຼົ່ານັ້ນ ຈະນຳໄປສູ່ການເກັບພາສີທີ່ສູງຂຶ້ນ
ສຳລັບຜະລິດຕະພັນ ບາງປະເພດ ແລະ ບາງທີ ແມ່ນກະທັງ ເປັນການຫ້າມໄປເລີຍ.

ທ່ານໄດ້ກ່າວອີກວ່າ ແລະຝ່າຍຈີນ ກໍຈະຕ້ອບໂຕ້ຄືນ ດັ່ງທີ່ພວກເຂົາເຈົ້າຮູ້ສຶກວ່າ
ເໝາະສົມດີນັ້ນ.

Trump China Trade
please wait
Embed

No media source currently available

0:00 0:01:00 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG