ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຕຳໜິການສອບສວນເພື່ອຟ້ອງຮ້ອງ
ຕໍ່ທ່ານດັ່ງກັບການ “ກໍ່ລັດຖະປະຫານ,” ໃນຂະນະທີ່ຫົວໜ້າຂອງຄະນະກຳມະການສະ
ພາຕ່ຳຫຼາຍຄົນ ໄດ້ກ່າວຫາລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ກ່ຽວ
ກັບ ການກີດກັ້ນຄວາມພະຍາຍາມທີ່ຈະຮວບຮວມເອກະສານ ແລະ ສຳພາດຜູ້ເຫັນ
ເຫດການ.
ທ່ານ ທຣຳ ໄດ້ຂຽນໃນທວິດເຕີວ່າ “ໃນຂະນະທີ່ຂ້າພະເຈົ້າໄດ້ຮູ້ຫຼາຍ ແລະ ຫຼາຍຂຶ້ນ
ກວ່າເກົ່າໃນແຕ່ລະມື້ນັ້ນ, ຂ້າພະເຈົ້າຂໍສະຫຼຸບວ່າ ສິ່ງທີ່ໄດ້ເກີດຂຶ້ນບໍ່ແມ່ນການຟ້ອງ
ຮ້ອງ, ມັນແມ່ນການກໍ່ລັດຖະປະຫານ, ມີເຈຕະນາທີ່ຈະຍາດເອົາອຳນາດຂອງປະຊາ
ຊົນ, ຄະແນນສຽງຂອງເຂົາເຈົ້າ, ເສລີພາບຂອງເຂົາເຈົ້າ, ລັດຖະທຳມະນູນຂໍ້ທີສອງ
ຂອງເຂົາເຈົ້າ, ສາສະໜາ, ກອງທັບ, ກຳແພງເຂດຊາຍແດນ ແລະ ສິດທິຕ່າງໆຈາກ
ພະເຈົ້າ ໃນຖານະເປັນປະຊາຊົນຂອງ ສະຫະລັດ ອາເມຣິກາ.”
ສະມາຊິກສ່ວນຫຼາຍຂອງພັກເດໂມແຄຣັດ ໃນສະພາຕ່ຳ ແມ່ນກຳລັງດຳເນີນການສືບ
ສວນເພື່ອການຟ້ອງຮ້ອງ ເພື່ອພິຈາລະນາວ່າ ເຂົາເຈົ້າຢາກຕັ້ງຂໍ້ກ່າວຫາຢ່າງເປັນທາງ
ການຕໍ່ທ່ານ ທຣຳ ພາຍໃຕ້ອຳນາດຕາມລັດຖະທຳມະນູນຂອງເຂົາເຈົ້າຫຼືບໍ່ ເພື່ອປົດ
ບັນດາເຈົ້າໜ້າທີ່ຜູ້ທີ່ພົວພັນໃນ “ການທໍລະຍົດ, ການໃຫ້ສິນບົນ ຫຼື ອາຊະຍາກຳລະ
ດັບສູງ ແລະ ຄວາມຜິດທາງອາຍາ.”
ຜູ້ກວດສອບທົ່ວໄປຂອງກະຊວງການຕ່າງປະເທດ ແມ່ນຄາດວ່າຈະປະຊຸມກັບພະນັກ
ງານຈາກຄະນະກຳມະການນິຕິບັນຍັດ, ສຳຫຼວດ, ພົວພັນຕ່າງປະເທດ ແລະ ສືບລັບ
ຂອງ ສະພາຕ່ຳ ແລະ ສະພາສູງ, ເພື່ອປຶກສາຫາລື ກ່ຽວກັບ ເອກະສານທີ່ບັນດາສະມາ
ຊິກສະພາໄດ້ຮ້ອງຂໍ ໃນຂະນະທີ່ເຂົາເຈົ້າສືບສວນການໂທລະສັບເມື່ອເດືອນກໍລະກົດ
ທີ່ຜ່ານມາ ລະຫວ່າງທ່ານ ທຣຳ ກັບ ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດິເມຍ
ເຊເລັນສກີ.
ຄະນະກຳມະການສືບລັບ, ສຳຫຼວດ ແລະ ພົວພັນຕ່າງປະເທດຂອງສະພາຕ່ຳ ໄດ້ຂໍຟັງ
ການໃຫ້ປາກຄຳຈາກອະດີດເອກອັກຄະລັດຖະທູດ ສະຫະລັດ ປະຈຳ ຢູເຄຣນ ທ່ານ
ນາງ ມາຣີ ໂຢວາໂນວິຈ໌ ໃນວັນພຸດມື້ນີ້, ແຕ່ໄດ້ຖືກເລື່ອນອອກຈົນຮອດທິດໜ້າ. ອະ
ດີດທູດພິເສດ ສະຫະລັດ ປະຈຳ ຢູເຄຣນ ທ່ານ ເຄີດ ໂວລເກີ ແມ່ນຄາດວ່າຈະໃຫ້
ປາກຄຳຕໍ່ຄະນະກຳມະການທັງຫຼາຍໃນວັນພະຫັດມື້ອື່ນ.
ທ່ານ ທຣຳ ໄດ້ກ່າວວ່າ ທ່ານບໍ່ໄດ້ເຮັດຫຍັງຜິດໃນການລົມກັບທ່ານ ເຊເລັນສກີ. ຜູ້ປະ
ກາດການກະທຳຜິດຄົນນຶ່ງ ໄດ້ຮ່າງຄຳຮ້ອງຮຽນທີ່ສະແດງຄວາມເປັນຫ່ວງວ່າ ທ່ານ
ທຣຳ ໄດ້ພະຍາຍາມຂໍໃຫ້ຕ່າງປະເທດເຂົ້າແຊກແຊງໃນການເລືອກຕັ້ງປີ 2020 ດ້ວຍ
ການຂໍໃຫ້ ຢູເຄຣນ ສືບສວນສອບສວນ ຜູ້ລົງແຂ່ງຂັນສັງກັດພັກເດໂມແຄຣັດ ທ່ານ
ໂຈ ໄບເດັນ.