ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານາທິບໍດີ ດໍໂນລ ທຣໍາ ຮຽກຮ້ອງ ໃຫ້ເປີດໂຮງຮຽນຄືນ


ຜູ້ປົກຄອງລັດໂຄໂຣຣາໂດ ທ່ານຈາເຣັດ ໂພລິສ ລະຫວ່າງການປະຊຸມກັບ ປະທານາມິບໍດີດໍໂນລ ທຣໍາ ທີ່ທຳນຽບຂາວ ວັນທີ 13 ພຶດສະພາ 2020.
ຜູ້ປົກຄອງລັດໂຄໂຣຣາໂດ ທ່ານຈາເຣັດ ໂພລິສ ລະຫວ່າງການປະຊຸມກັບ ປະທານາມິບໍດີດໍໂນລ ທຣໍາ ທີ່ທຳນຽບຂາວ ວັນທີ 13 ພຶດສະພາ 2020.

ປະທານາທິບໍດີດໍໂນລ ທຣໍາ ກ່າວໃນວັນພຸດວານນີ້ວ່າ ບັນດາຫ້ອງຮຽນທັງຫຼາຍຄວນ
ເປີດຄືນຢ່າງໄວ.

ປະທານາທິບໍດີໃຫ້ຄວາມເຫັນດັ່ງກ່າວ ໃນຂະນະທີ່ທ່ານເປັນເຈົ້າພາບຕ້ອນຮັບ ຜູ້ປົກ
ຄອງລັດໂຄໂລຣາໂດ ແລະດາໂກຕາເໜືອ ຢູ່ໃນຫ້ອງປະຊຸມຄະນະລັດຖະບານ ໂດຍ
ກ່າວວ່າ “ຂ້າພະເຈົ້າຄິດວ່າ ພວກທ່ານແນ່ນອນຄວນເປີດໂຮງຮຽນ.”

ປະທານາທິບໍດີເວົ້າເຖິງໂຄວິດ-19 ວ່າ “ໄດ້ມີຜົນກະທົບຕໍ່ພວກຊາວໜຸ່ມເລັກນ້ອຍ.
ແຕ່ມັນແມ່ນທາງເລືອກຂອງບັນດາຜູ້ປົກຄອງລັດ.”

ການໃຫ້ຄວາມເຫັນຂອງທ່ານທຣໍາ ມີຂຶ້ນນຶ່ງມື້ຫຼັງຈາກລະບົບມະຫາວິທະຍາໄລ ໃນ
ລັດຄາລີຟໍເນຍໄດ້ຕັດສິນໃຈວ່າ ບັນດາຫ້ອງຮຽນຈະບໍ່ເປີດຄືນ ແມ່ນແຕ່ສຳລັບສົກ
ການສຶກສາໃໝ່ ທີ່ຈະເລີ້ມໃນລະດູໃບໄມ້ຫລົ່ນນີ້.

ບັນດາໂຮງຮຽນຢູ່ໃນທຸກລະດັບການສຶກສາ ເກືອບໃນທຸກໆລັດໄດ້ປິດພ້ອມທັງເຂດ
ນະຄອນຫຼວງວໍຊິງຕັນ. ໂຮງຮຽນໃນຫຼາຍໆເຂດໄດ້ປະກາດໄປແລ້ວວ່າ ຈະບໍ່ເປີດຄືນ
ສຳລັບເວລາທີ່ຍັງເຫຼືອຂອງສົກປີການສຶກສາປີນີ້ ຊຶ່ງສ່ວນໃຫຍ່ຈະໝົດລົງ ໃນເດືອນ
ໜ້ານີ້.

ປະທານາທິບໍດີທຣໍາ ກ່າວວ່າ “ພວກເຮົາເປີດປະເທດຂອງພວກເຮົາ ຜູ້ຄົນຕ້ອງການ
ໃຫ້ເປີດ.”

ປະທານາທິບໍດີນຳເວົ້າເຖິງເລື້ອງນີ້ ຍ້ອນມີການໃຫ້ການໃນມື້ກ່ອນ ຕໍ່ຄະນະກຳມະ
ການຂອງສະພາສູງ ໂດຍສະມາຊິກຄົນສຳຄັນຂອງໜ່ວຍປະຕິບັດງານພິເສດ ໄວຮັສ
ໂຄໂຣນາຂອງທຳນຽບຂາວ.

ປະທານາທິບໍດີ ກ່າວເຖິງການໃຫ້ຄວາມເຫັນຂອງ ດຣ. ແອນໂທນີ ຟາວຈີ ຜູ້ອຳນວຍ
ການຂອງສະຖາບັນພູມແພ້ ແລະໂຣກຕິດຕໍ່ຂອງສະຫະລັດ ໂດຍເວົ້າ ວ່າ “ທ່ານຕ້ອງ
ການຢາກນຳໃຊ້ສະມະການຂອງທຸກໆຝ່າຍ.”

ທ່ານຟາວຈີ ໄດ້ເຕືອນບັນດາສະມາຊິກສະພາສູງວ່າ ບັນດາລັດ ແລະເມືອງ ຕ່າງໆຈະ
ປະເຊີນໜ້າກັບຜົນທີ່ຕິດຕາມມາຢ່າງຮ້າຍແຮງ ຖ້າພວກເຂົາເຈົ້າຫາກເປີດຄືນກິດຈະ
ການຕ່າງຂອງສາທາລະນະຊົນໄວເກີນໄປທ່າມກາງການແຜ່ລະບາດຂອງໄວຣັສຢູ່ນີ້.

ກ່ຽວກັບໄວຣັສໂຄໂຣນາ ດຣ. ຟາວຈີ ກ່າວໃນວັນອັງຄານຜ່ານມານີ້ວ່າ “ຂ້າ ພະເຈົ້າຄິດ
ວ່າພວກເຮົາຄວນລະມັດລະວັງໃຫ້ດີ ພວກເຮົາບໍ່ແມ່ນຜູ້ທີ່ບໍ່ຄຳນຶງ ເຖິງຄວາມປອດໄພ
ຂອງຜູ້ອື່ນໃນຄວາມຄິດທີ່ວ່າພວກເດັກນ້ອຍປອດຈາກການຕິດເຊື້ອ ທີ່ຈະສ້າງຄວາມ
ເສຍຫາຍຮ້າຍແຮງ.”

ປະທານາທິບໍດີ ກ່າວຕໍ່ບັນດານັກຂ່າວ ຢູ່ໃນຫ້ອງປະຊຸມຄະນະລັດຖະບານວ່າ “ຂ້າພະ
ເຈົ້າຕື່ນຕົກໃຈໃນຄຳຕອບຂອງທ່ານ. ສຳລັບຂ້າພະເຈົ້າແລ້ວ ເປັນຄຳ ຕອບທີ່ຮັບເອົາບໍ່
ໄດ້ ໂດຍສະເພາະຢ່າງຍິ່ງແມ່ນເວົ້າເຖິງເລື້ອງໂຮງຮຽນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG