ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະໂຍບາຍ ການຕ່າງປະເທດ ສຫລ ປະຈຸບັນ ເປັນ “ຄວາມຫາຍານະ” ອີງຕາມທ່ານ Trump


Trump Outlines Bold But Vague Foreign Policy Doctrine
please wait

No media source currently available

0:00 0:02:47 0:00

ທ່ານ Donald Trump ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກ ຣີພັບບລີກັນ ທີ່ມີຄະແນນນຳໜ້າໝູ່​.

ທ່ານ Donald Trump ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກ ຣີພັບບລີກັນ ທີ່ມີຄະແນນນຳໜ້າໝູ່​ນັ້ນ ໄດ້ຮຽກ ຮ້ອງໃຫ້ມີການປ່ຽນແປງ ນະໂຍບາຍ ຕ່າງປະເທດ ຂອງສະຫະລັດຢ່າງ​ໃຫຍ່ ໃນວັນພຸດວານນີ້ ເພື່ອໃຫ້ເພັ່ງເລັງໃສ່ ຜົນປະ ໂຫຍດ ຂອງປະຊາ ຊົນອາເມຣິກາ ກ່ອນໝູ່ໝົດ, ທ່ານໄດ້ອ້າງວ່າ ປະຈຸບັນນີ້ ມັນເປັນ “ຄວາມຫາຍານະທັງໝົດເລີຍ.”

ທ່ານ Trump ຄັ້ງໜຶ່ງເຄີຍເປັນຜູ້ຈັດລາຍການຊີວິດຄວາມເປັນຈິງ ທາງໂທລະພາບ ຜູ້ທີ່ ບໍ່ເຄີຍຖືກເລືອກໃຫ້ກຳຕຳແໜ່ງໃນລັດຖະບານ, ກ່ອນໜ້ານີ້ທ່ານບໍ່ໄດ້ວາງ ເປົ້າໝາຍ ແນວທາງນະໂຍບາຍຕ່າງປະເທດ ຂອງທ່ານໃນວິທີທີ່ຮັດກຸມ. ແຕ່ວ່າໃນການກ່າວຄຳ ປາໄສ 38 ນາທີທີ່ ໂຮງແຮມແຫ່ງໜຶ່ງໃນນະຄອນຫຼວງ ວໍຊິງຕັນ, ທ່ານໄດ້ກ່າວໂຈມຕີ ການຮັບມືຂອງປະທານາທິບໍດີ ບາຣັກ ໂອບາມາ ກ່ຽວກັບ ການຕ່າງ ປະເທດ ສະຫະລັດ ແລະ ການຕັດສິນໃຈໂດຍ ທ່ານນາງ Hillary Clinton ເຊິ່ງຄັ້ງໜຶ່ງເຄີຍເປັນຫົວໜ້ານັກ​ການທູດ ອະດີດລັດຖະມົນຕີ ການຕ່າງປະເທດຂອງທ່ານ. ທ່ານນາງ Clinton ແມ່ນຜູ້ທີ່ ເບິ່ງຄືວ່າ ຈະເປັນຜູ້ລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ຈາກພັກເດໂມແຄຣັດ ທີ່ຈະ ໄດ້ໄປປະເຊີນໜ້າກັບທ່ານ Trump ຖ້າຫາກວ່າ ທ່ານ ໄດ້ຮັບ​ການ​ແຕ່ງຕັ້ງຈາກພັກ ຣີພັບບລີກັນ ໃນການເລືອກຕັ້ງແຫ່ງຊາດ​ໃນເດືອນພະຈິກທ້າຍປີນີ້.

Trump Calls for New US Foreign Policy Direction
please wait

No media source currently available

0:00 0:01:08 0:00

ທ່ານ Trump ໄດ້ກ່າວຫາທ່ານ ໂອບາມາ ແລະ ທ່ານນາງ Clinton ວ່າໄດ້ຈັດການກັບ ນະໂຍບາຍຕ່າງປະເທດແບບ “ບໍ່ສົນໃຈຕໍ່ຜົນທີ່ຕາມ ມາ, ບໍ່ມີທິດທາງ ແລະ ບໍ່ມີ ເປົ້າ ໝາຍ.” ທ່ານໄດ້ກ່າວວ່າ “ມັນບໍ່ມີ ວິໄສທັດ, ບໍ່ມີ ຈຸດປະສົງ, ບໍ່ມີແນວທາງ, ບໍ່ມີ ຍຸດ ທະສາດເລີຍ.”

ທຳນຽບຂາວໄດ້ອອກມາປະຕິເສດ​ໃນທັນທີທັນໃດ ຕໍ່ການກ່າວໂຈມຕີຂອງທ່ານ Trump, ໂດຍກ່າວວ່າ ສະຫະລັດ ແມ່ນ “ປອດໄພກວ່າ ເກົ່າ ແລະ ເຂັ້ມແຂງກວ່າ” ຕອນທີ່ທ່ານ ໂອບາມາ ໄດ້ເຂົ້າກຳຕຳແໜ່ງໃນປີ 2009 ດ້ວຍ.

ທ່ານ Trump ຍັງໄດ້ຖິ້ມ​ໂທດ​ໃສ່ນະໂຍບາຍຕ່າງໆຂອງປະທານາທິ ບໍດີ George W. Bush ໂດຍບໍ່ໄດ້ກ່າວເຖິງຊື່ຂອງທ່ານ ທີ່ໄດ້ນຳ ໄປສູ່ສົງຄາມໃນປະເທດ ອີີຣັກ ທີ່ແກ່ ຍາວເຖິງ​ 2 ປີ ຫຼັງຈາກການ ໂຈມຕີກໍ່ການຮ້າຍໃນ ສະຫະລັດ.

ທ່ານ Trump, ມະຫາເສດຖີພັນລ້ານ ອະສັງຫາລິມະຊັບລາຍໃຫຍ່ ຜູ້ທີ່ໃກ້ຈະ​ໄດ້​ຮັບ​ ການ​ແຕ່ງຕັ້ງ ​ໃຫ້​ເປັນ​ຜູ້ແຂ່ງຂັນເອົາຕຳແໜ່ງປະທານາທິ ບໍດີ ຈາກພັກຣີພັບບລີກັນ ແຕ່ຍັງບໍ່ທັນຄວ້າມາໄດ້ເທື່ອ ໄດ້ກ່າວວ່າ ຄວາມຜິດພາດຂອງ ສະຫະລັດ ໃນພາກຕາ ເວັນອອກກາງ “ໄດ້ເລີ່ມ ດ້ວຍແນວຄິດທີ່ເປັນອັນຕະລາຍ ທີ່ພວກເຮົາອາດສ້າງ ປະຊາທິປະໄຕ ​ແບບປະເທດຕາເວັນຕົກ ໃນປະເທດຕ່າງໆທີ່ບໍ່ເຄີຍມີປະສົບການ ຫຼື ຄວາມສົນໃຈທີ່ຢາກຈະເປັນປະເທດທີ່ມີປະຊາທິປະໄຕແບບຕາເວັນຕົກ. ພວກເຮົາ ໄດ້ທັບ​ມ້າງທຳລາຍ ສິ່ງທີ່ສະຖາບັນຕ່າງໆ ທີ່ພວກເຂົາເຈົ້າເຄີຍມີ ແລະຕໍ່ມາພວກເຮົາ ໄດ້ຕົກໃຈໃນສິ່ງທີ່ໄດ້ເກີດຂຶ້ນຄືສົງຄາມກາງເມືອງພວກບ້າສາສະໜາ, ຄົນອາເມຣິກາ ຫຼາຍພັນຄົ​ນ​ໄດ້​ຖືກຂ້າຄົນ, ຊີວິດຄົນຫຼາຍຊີວິດ ແມ່ນບໍ່ໄດ້ຮັບຜົນປະໂຫຍດຫຍັງ, ມັນ​ເປັນ​ການ​ສູນ​ເສຍ ທີ່​ໜ້າ​ຢ້ານ​ກົວ.”

ທ່ານໄດ້ປະຕິຍານວ່າ ຖ້າຫາກທ່ານໄດ້ຖືກເລືອກເປັນປະທານາທິບໍດີ ແລະ ​ເຂົ້າຮັບຕຳ ແໜ່ງ​ແທນທ່ານ ໂອບາມາ ເມື່ອທ່ານອອກຈາກການ ກຳຕຳແໜ່ງ ໃນເດືອນມັງກອນນີ້, ທ່ານຈະທຳລາຍພວກຫົວຮຸນແຮງ ລັດອິສລາມ ໃນພາກຕາເວັນອອກກາງ, ໂດຍອ້າງ ເຖິງພວກເຂົາດ້ວຍຄຳຫຍໍ້ວ່າ ISIS ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Electing Pennsylvania Republican 'Deal-Makers' Exposes Party Divides
please wait

No media source currently available

0:00 0:02:42 0:00

XS
SM
MD
LG