ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ເອີ້ນການຜ່າຍແພ້ ໃນການເລືອກຕັ້ງປີ 2020 ວ່າ “ການຂີ້ຕົວະຄັ້ງໃຫຍ່”


ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສໃນກອງປະຊຸມຫົວອະນຸລັກນິຍົມໃນເມືອງ ອໍແລນໂດ ລັດ ຟລໍຣິດາ. 28 ກຸມພາ, 2021.
ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສໃນກອງປະຊຸມຫົວອະນຸລັກນິຍົມໃນເມືອງ ອໍແລນໂດ ລັດ ຟລໍຣິດາ. 28 ກຸມພາ, 2021.

ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຜ່າຍແພ້ໃນການແຂ່ງຂັນເລືອກຕັ້ງເອົາຕຳແໜ່ງຄືນໃຫ້ທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ເມື່ອວັນຈັນຂອງ 6 ເດືອນທີ່ຜ່ານມາ, ແຕ່ທ່ານຍັງອ້າງວ່າທ່ານຖືກສໍ້ໂກງການດຳລົງຕຳແໜ່ງໃນທຳນຽບຂາວອີກສະໄໝນຶ່ງ, ເຮັດໃຫ້ບັນດາເຈົ້າໜ້າທີ່ພັກຣີພັບບລີກັນບາງຄົນຂັດແຍ້ງກັນເອງ ແລະ ທ່ານ ທຣຳ ກ່ຽວກັບ ໄຊຊະນະທີ່ຖືກຕ້ອງຕາມກົດໝາຍຂອງທ່ານ ໄບເດັນ.

ທ່ານ ທຣຳ ໄດ້ກ່າວໃນຖະແຫຼງຄັ້ງໃໝ່ວ່າ “ການເລືອກຕັ້ງປະທານາທິບໍດີ 2020 ທີ່ສໍ້ໂກງຈາກມື້ນີ້ເປັນຕົ້ນໄປຈະເປັນທີ່ຮູ້ຈັກວ່າ ການຂີ້ຕົວະຄັ້ງໃຫຍ່.”

ຄຳເຫັນຂອງອະດີດປະທານາທິບໍດີຈາກຄະລືຫາດທີ່ຕັ້ງຢູ່ແຄມມະຫາສະໝຸດ ແອັດແລນຕິກ ຂອງທ່ານໃນລັດ ຟລໍຣິດາ ໄດ້ຖືເອົາຄຳເຫັນທີ່ວ່າ “ຂີ້ຕົວະຄັ້ງໃຫຍ່” ໂດຍຄູ່ແຂ່ງການເມືອງຂອງທ່ານ ເພື່ອອະທິບາຍການກ່າວອ້າງວ່າທ່ານໄດ້ຊະນະ. ທ່ານ ທຣຳ ໄດ້ຜ່າຍແພ້ໃນການເລືອກຕັ້ງຢ່າງເດັດຂາດໂດຍໄດ້ຮັບຄະແນນຄະນະກຳມະການເລືອກຕັ້ງ 306 ຕໍ່ 232 ເຊິ່ງໄດ້ພິຈາລະນາຜົນທີ່ອອກມາໃນການແຂ່ງຂັນເລືອກຕັ້ງປະທານາທິບໍດີສະຫະລັດຕ່າງໆ, ແລະ ດ້ວຍການລົງຄະແນນສຽງຫຼາຍ 7 ລ້ານຄະແແນນຂອງປະຊາຊົນ.

ຫຼັງຈາກທ່ານ ທຣຳ ໄດ້ກ່າວອ້າງໃນວັນຈັນວານນີ້, ນຶ່ງໃນຜູ້ທີ່ຕຳໜິວິຈານທ່ານທີ່ຮຸນແຮງທີ່ສຸດໃນບັນດາສະມາຊິກພັກຣີພັບບລີກັນນັ້ນ, ສະມາຊິກສະພາຍິງ ທ່ານນາງ ລິສ໌ ເຊນີ ຈາກລັດ ໄວໂອມິງ ໄດ້ຂຽນໃນທວິດເຕີວ່າ “ການເລືອກຕັ້ງປະທານາທິບໍດີ 2020 ບໍ່ໄດ້ຖືກລັກຂະໂມຍໄປ. ຄົນໃດທີ່ອ້າງວ່າມັນເປັນ ແມ່ນກຳລັງເຜີຍແຜ່ຄຳຂີ້ຕົວະທີ່ໃຫຍ່, ຫັນຫຼັງໃຫ້ລະບຽບກົດໝາຍ, ແລະ ສ້າງ ຄວາມເສຍຫາຍໃຫ້ລະບົບປະຊາທິປະໄຕຂອງພວກເຮົາ.”

ທ່ານນາງ ເຊນີ ແມ່ນນຶ່ງສະມາຊິກພັກຣີພັບບລີກັນ 10 ຄົນໃນສະພາຕໍ່າ ຜູ້ທີ່ໄດ້ລົງຄະແນນສຽງຟ້ອງຮ້ອງທ່ານ ທຣຳ ສຳລັບການຍຸແຍ່ຝູງຜູ້ສະໜັບສະໜູນຂອງທ່ານຫຼາຍຮ້ອຍຄົນໃຫ້ບຸກເຂົ້າໄປໃນຫໍລັດຖະສະພາ ສະຫະລັດ ໃນວັນທີ 6 ມັງກອນທີ່ຜ່ານມາ ໃນຂະນະທີ່ສະພາກຳລັງຢັ້ງຢືນການຊະນະຄະແນນສຽງຂອງຄະນະກຳມະການເລືອກຕັ້ງໂດຍທ່ານ ໄບເດັນ. ເຊິ່ງໄດ້ເຮັດໃຫ້ 5 ຄົນ ເສຍຊີວິດ.

ທ່ານ ທຣຳ ໄດ້ປະຕິຍານທີ່ຈະຮັບຮອງຜູ້ລົງແຂ່ງເລືອກຕັ້ງສັງກັດພັກຣີພັບບລີກັນຄົນໃດຜູ້ທີ່ລົງແຂ່ງກັບທ່ານນາງ ເຊນີ ໃນການເລືອກຕັ້ງສະພາຕໍ່າຂອງປີໜ້າ. ທ່ານຍັງໄດ້ກ່າວສະໜັບສະໜູນສຳລັບຜູ້ລົງແຂ່ງຂັນສັງກັດພັກຣີພັບບລີກັນອີກຄົນນຶ່ງ ຜູ້ທີ່ຄັດຄ້ານສະມາຊິກສະພາສັງກັດພັກຣີພັບບລີກັນ 10 ຄົນຜູ້ທີ່ໄດ້ລົງຄະແນນສຽງຟ້ອງຮ້ອງທ່ານ ໃນບໍ່ເທົ່າໃດວັນສຸດທ້າຍຂອງການດຳ ລົງຕຳແໜ່ງຂອງທ່ານ ຫຼື ສະມາຊິກສະພາສູງ 7 ຄົນຜູ້ທີ່ໄດ້ລົງຄະແນນສຽງເພື່ອລົງໂທດທ່ານ ໃນການດຳເນີນຄະດີຟ້ອງຮ້ອງທ່ານໃນສະພາສູງເຊິ່ງທ່ານ ທຣຳ ໄດ້ຖືກຕັດສິນພົ້ນໂທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG