ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ທຣຳ ແລະ ທ. ໄບເດັນ ຕ່າງກໍໄດ້ຈັດກອງປະຊຸມຕອບຄຳຖາມ ໃນວັນເວລາດຽວກັນ ທີ່ຈະຖືກຖ່າຍທອດຜ່ານໂທລະພາບ ໃນວັນພະຫັດນີ້


ປະທານາທິບໍດີ ທຣຳ, ຊ້າຍ, ແລະອະດີດຮອງປະທານາທິບໍດີ ໂຈ ໄບເດັນ ແມ່ນເຫັນໄດ້ໃນລະຫວ່າງການໂຕ້ວາທີແຂ່ງຂັນເປັນປະທານາທິບໍດີ ຄັ້ງທຳອິດຢູ່ທີ່ ມະຫາວິທະຍາໄລ Case Western ແລະ Cleveland Clinic, ໃນນະຄອນຄລີບວ໌ແລນ ລັດໂອໄຮໂອ, ໃນພາບປະກອບເຂົ້າກັນນີ້ ຂອງວັນທີ 29 ກັນຍາ 2020,
ປະທານາທິບໍດີ ທຣຳ, ຊ້າຍ, ແລະອະດີດຮອງປະທານາທິບໍດີ ໂຈ ໄບເດັນ ແມ່ນເຫັນໄດ້ໃນລະຫວ່າງການໂຕ້ວາທີແຂ່ງຂັນເປັນປະທານາທິບໍດີ ຄັ້ງທຳອິດຢູ່ທີ່ ມະຫາວິທະຍາໄລ Case Western ແລະ Cleveland Clinic, ໃນນະຄອນຄລີບວ໌ແລນ ລັດໂອໄຮໂອ, ໃນພາບປະກອບເຂົ້າກັນນີ້ ຂອງວັນທີ 29 ກັນຍາ 2020,

ໂດຍແຜນການທີ່ໄດ້ກຳນົດໄວ້ສຳລັບການໂຕ້ວາທີຂອງພວກເພິ່ນ ໃນແລງວັນພະຫັດນັ້ນ ໄດ້ຖືກຍົກເລີກ ທ່ານດໍໂນລ ທຣຳ ປະທານາທິບໍດີສະຫະລັດທີ່ສັງ ກັດພັກຣີພັບບລີກັນ ແລະຄູ່ແຂ່ງຂອງທ່ານຈາກພັກເດໂມແຄຣັດ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ແມ່ນໄດ້ຈັດຕັ້ງກອງປະຊຸມຕອບຄຳຖາມ ຮ່ວມກັບບັນດາຜູ້ມີສິດປ່ອນບັດເລືອກຕັ້ງ ໃນວັນເວລາດຽວກັນ ແທນ.

ອົງການຂ່າວ NBC News ໄດ້ກ່າວໃນວັນພຸດວານນີ້ ວ່າ ຕົນຈະຖ່າຍທອດ ກອງປະຊຸມຕອບຄຳຖາມ ໃນເວລາ 8:00 ໂມງແລງທີ່ເປັນຊ່ວງເວລາທີ່ພວກຜູ້ຊົມຕິດຕາມຫຼາຍທີ່ສຸດ ໃນວັນພະຫັດມື້ນີ້ ໂດຍທ່ານທຣຳ ຈະປະເຊີນກັບບັນດາຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ໃນນະຄອນມາຍອາມີ ທາງພາກໃຕ້ຂອງລັດຟລໍຣິດາ.

ສ່ວນອົງການຂ່າວ ABC News ກໍໄດ້ກຳນົດກອງປະຊຸມຕອບຄຳຖາມກັບທ່ານໄບເດັນໄວ້ແລ້ວ ໃນເວລາດຽວກັນນັ້ນ ຢູ່ໃນນະຄອນຟີລາແດລເຟຍ ທາງພາກຕາເວັນອອກຂອງລັດເພັນຊີລເວເນຍ.

ຟລໍຣິດາ ແລະເພັນຊີລເວເນຍ ເປັນລັດທີ່ພວມມີການແຂ່ງຂັນທີ່ສຳຄັນສຳລັບຜູ້ສະໝັກແຕ່ລະຄົນ ໃນການເລືອກຕັ້ງ ວັນທີ 3 ພະຈິກນີ້. ຈຳນວນຂອງຜູ້ມີສິດປ່ອນບັດ ທີ່ຈະຕິດຕາມເບິ່ງກອງປະຊຸມ ແຕ່ລະບ່ອນດັ່ງກ່າວ ອາດໃຫ້ການບົ່ງບອກແບບທີ່ບໍ່ຖືກຕ້ອງຕາມຫລັກວິທະຍາສາດ ວ່າ ພວກຜູ້ມີສິດປ່ອນບັດ ມັກຜູ້ສະໝັກຄົນນຶ່ງ ຫຼາຍກວ່າຄົນນຶ່ງ ຫຼືບໍ່ ໃນຂະນະທີ່ເຫຼືອພຽງບໍ່ເຖິງສາມອາທິດກ່ອນວັນເລືອກຕັ້ງທີ່ເປັນທາງການ.

ການປ່ຽນໄປປ່ຽນມາລະຫວ່າງກອງປະຊຸມຕອບຄຳຖາມສອງບ່ອນຕ່າງຫາກອາດ ຍັງຈະໃຫ້ພວກຜູ້ມີສິດປ່ອນບັດທີ່ຕັດສິນໃຈບໍ່ໄດ້ເທື່ອນັ້ນ ມີໂອກາດອີກຄັ້ງນຶ່ງທີ່ຈະເຫັນ ພວກຜູ້ສະໝັກຈະຕອບຫຼາຍໆຄຳຖາມທີ່ຄ້າຍຄືກັນແນວໃດ ຊຶ່ງເຫຼືອເວລາຢູ່ບໍ່ເຖິງສາມອາທິດ ກ່ອນການເລືອກຕັ້ງ.

ຊາວອາເມຣິກັນເກືອບ 12 ລ້ານຄົນ ໄດ້ປ່ອນບັດເລືອກຕັ້ງໄປແລ້ວ ໃນການລົງຄະແນນສຽງກ່ອນກຳນົດໃນຫຼາຍໆລັດ. ຫຼາຍຄົນທີ່ໄດ້ປ່ອນບັດລ່ວງໜ້າ ກໍຍ້ອນຄວາມສົນໃຈຢ່າງຈົດຈໍ່ຂອງພວກເຂົາໃນການໂຄສະນາຫາສຽງ ໃນຂະນະດຽວກັນພວກຄົນອື່ນໆ ຢາກຈະຫລີກເວັ້ນການລຽນແຖວຍາວຢຽດ ໃນວັນເລືອກຕັ້ງແລະການພົວພັນແບບຊ້ອງໜ້າກັບພວກມີສິດປ່ອນບັດຄົນອື່ນໆໃນລະຫວ່າງ ໂຣກລະບາດໄວຣັສໂຄໂຣນາ ທີ່ຍັງຄົງບໍ່ມີການກວດສອບຢູ່ໃນສະຫະລັດນັ້ນ.

ສອງພິທີທີ່ໄດ້ຈັດຂຶ້ນໃນວັນພະຫັດມີ້ນີ້ ຈະບໍ່ສາມາດຈຳລອງສິ່ງທີ່ຈະເປັນການປະເຊີນໜ້າກັນຄັ້ງທີສອງ ລະຫວ່າງທັງສອງຜູ້ສະໝັກຫຼັງຈາກການໂຕ້ວາທີທີ່ມີສຽງດັງຕອບໂຕ້ກັນໃນທ້າຍເດືອນກັນຍາ ຊຶ່ງບັນດານັກວິເຄາະບາງສ່ວນ ໄດ້ກ່າວວ່າ ເປັນການໂຕ້ວາທີທີ່ຂີ້ຮ້າຍສຸດໃນປະຫວັດສາດດ້ານກາງເມືອງ ຂອງປະເທດ. ຜູ້ສະໝັກທັງສອງ ລົບກວນກັນຢູ່ເລື້ອຍໆໃນການໂຕ້ວາທີໄລຍະ 90 ນາທີ ທີ່ມີສຽງດັງ ຊຶ່ງມີສຽງທ່ານທຣຳ ຫຼາຍກວ່າທ່ານໄບເດັນ.

ເປັນເວລາຫຼາຍເດືອນຜ່ານມາ ທ່ານໄບເດັນ ໄດ້ມີຄະແນນນຳໜ້າ ຕະຫຼອດມາໃນການຢັ່ງຫາງສຽງທົ່ວປະເທດ ກວ່າທ່ານທຣຳ ເຮັດໃຫ້ທ່ານປະທານາທິບໍດີ ປະເຊີນກັບການຄາດໝາຍວ່າ ຈະກາຍເປັນຜູ້ນຳສະຫະລັດຄົນທີ່ສາມ ໃນສີ່ທົດສະວັດຜ່ານມາ ທີ່ຈະເສຍໄຊໃນການເລືອກຕັ້ງຄືນອີກ ຫຼັງຈາກດຳລົງຕຳແໜ່ງໃນທຳນຽບຂາວໄດ້ພຽງສະໄໝດຽວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG