ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຕ້ຖຽງກັນ ຂອງທ່ານທຣຳ ແລະ ທ່ານໄບເດັນ ກ່ຽວກັບ NATO ຊີ້ໃຫ້ເຫັນຄວາມເຫັນທີ່ແຕກຕ່າງກັນ ກ່ຽວກັບບົດບາດຂອງອາເມຣິກາ ຢູ່ໃນໂລກ


ແຟ້ມພາບ ທຸງຂອງ ອົງການສົນທິສັນຍາມະຫາສະໝຸດແອັດແລນຕິກເໜືອ (NATO) ໂບກໄປມາ ຢູ່ທີ່ສຳນັກງານໃຫຍ່ ໃນ ນະຄອນຫຼວງ ບຣັສເຊີລສ໌ (Brussels) ໃນວັນທີ 16 ພະຈິກ 2022.
ແຟ້ມພາບ ທຸງຂອງ ອົງການສົນທິສັນຍາມະຫາສະໝຸດແອັດແລນຕິກເໜືອ (NATO) ໂບກໄປມາ ຢູ່ທີ່ສຳນັກງານໃຫຍ່ ໃນ ນະຄອນຫຼວງ ບຣັສເຊີລສ໌ (Brussels) ໃນວັນທີ 16 ພະຈິກ 2022.

ໂດຍອະດີດ​ປະທານາທິບໍດີ ​ດໍໂນລ ທຣຳ ສະແດງຄວາມຄິດ​ຄຳ​ເຫັນແບບ​ໜັກ​ແໜ້ນ​ວ່າ ຖ້າ​ຫາກ​ໄດ້ຖືກ​ເລືອກ​, ທ່ານ​ຈະ​ບໍ່ປົກ​ປ້ອງ​ ​ບັນດາ​ສະມາຊິກ NATO ທີ່​ບໍ່​ບັນລຸ​ເປົ້າ​ໝາຍ​ການ​ໃຊ້​ຈ່າຍ​ດ້ານ​ປ້ອງ​ກັນ​ປະ​ເທດ, ​ແລະ ບັນດາ​ບ້ວງ​ເງິນດ້ານ​ການ​ທະຫານສຳລັບ​ຕ່າງປະ​ເທດ ທີ່​ຍັງຕິດຂັດ​ຢູ່​ສະພາ, ຄວາມຄິດເຫັນທີ່ແຕກຕ່າງກັນຢ່າງຈະແຈ້ງກຳລັງປາກົດຂຶ້ນ ກັບວິທີທີ່​ປະທານາທິບໍດີອາເມຣິກັນ 2 ທ່ານ ແລະ ສະມາຊິກຂອງພວກເຂົາ ເບິ່ງບົດບາດຂອງອາເມຣິກາຢູ່ໃນໂລກ.

ທ່ານໄບເດັນ, ຜູ້ທີ່ໄດ້ກຳນົດໃຫ້ການສ້າງຄວາມເຂັ້ມແຂງຂອງພັນທະມິດໃນການຕໍ່ຕ້ານສັດຕູເປັນຫຼັກການພື້ນຖານທີ່ສຳຄັນຂອງນະໂຍບາຍການຕ່າງປະເທດຂອງທ່ານ, ໄດ້ສະຫນັບສະຫນູນການຮ່ວມມືລະຫວ່າງປະເທດໂດຍລວມ ໃຫ້ຫຼາຍຂື້ນ. ທ່ານ ທຣຳ, ຜູ້ທີ່ມີແນວໂນ້ມວ່າ ຈະໄດ້ຮັບການສະເໜີຊື່ລົງແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ, ກຳລັງຊຸກຍູ້ແນວຄວາມຄິດແບບໂດດດ່ຽວ "America First" ຂອງທ່ານ ອີກຄັ້ງ ຊຶ່ງສ້າງຄວາມວິຕົກກັງວົນໃນບັນດາພັນ ທະມິດ ແລະຄູ່ຮ່ວມງານໃນລະຫວ່າງການດຳລົງຕຳແໜ່ງຂອງທ່ານ.

​ບັນຫາຢູ່ບ່ອນວ່າ ​ວໍ​ຊິງ​ຕັນຈະປະຕິບັດ​ຕາມ​ຫຼັກການ​ປ້ອງ​ກັນຮ່ວມກັນ ພາຍໃຕ້​ມາດຕາທີ 5 ຂອງ​ກົດ​ບັດ​ເນໂຕ (NATO), ຊຶ່ງກຳນົດໃຫ້​ສະມາຊິກ​ຕ້ອງຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ໃນ​ກໍລະນີທີ່​ມີ​ການ​ບຸກ​ໂຈມ​ຕີຈາກ​ພາຍ​ນອກ ແນວໃດ. ໃນ​ຄຳ​ປາ​ໄສ​ໃນ​ການ​ໂຄສະນາ​ຫາ​ສຽງ​ໃນ​ອາທິດ​ແລ້ວ​ນີ້, ທ່ານ ທຣຳ ​ໄດ້​ໂອ້​ອວດ​ວ່າ ​ໃນ​ຖານະ​ເປັນ​ປະທານາທິບໍດີ, ຄັ້ງນຶ່ງ ທ່ານ​ເຄີຍ​ໄດ້​ກ່າວ​ເຕືອນ​ຜູ້​ນຳ​ອົງການ NATO ວ່າ ທ່ານຈະຍອມ​ໃຫ້ຣັດ​ເຊຍ ​ເຮັດ​ສິ່ງທີ່ຣັດເຊຍ​ຕ້ອງການ ຕໍ່ບັນດາ​ປະ​ເທດ​ສະມາຊິກ​ຂອງກຸ່ມ​ພັນທະ​ມິດ​ທີ່ “ບໍ່ປະຕິບັດຕາມ” ​ໃນ​ການ​ປະກອບສ່ວນ 2 ເປີ​ເຊັນຂອງ​ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ໃຫ້​ແກ່ການໃຊ້ຈ່າຍທາງ​ທະຫານ.

ຄຳ​ປາ​ໄສ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ວິຕົກ​ກັງວົນ ​ໃນບັນດາ​ປະ​ເທດ​ພັນທະ​ມິດ NATO ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ສະໜັບສະໜູນ​ຢູເຄຣນຕໍ່ສູ້​ຕໍ່ຕ້ານການຮຸກຮານຂອງຣັດເຊຍ ​ເມື່ອ​ສອງ​ປີ​ກ່ອນ, ​ແຕ່​ບັນດາ​ປະ​ເທດ​ພັນທະ​ມິດ​ຂອງ​ທ່ານ ທຣຳ ເບິ່ງວ່າ ເປັນ​ພຽງ​ຄຳ​ເວົ້າເພື່ອ​ໂຄສະນາ​ຫາ​ສຽງ ເທົ່ານັ້ນ.

ຢ່າງໃດກໍຕາມ, ໃນ​ການໂຄສະນາຫາສຽງຢູ່ອີກບ່ອນນຶ່ງ ໃນຕອນແລງວັນພຸດ, ທ່ານທຣຳ ບອກເລື່ອງນີ້ຄືນອີກຄັ້ງ, ໂດຍກ່າວວ່າ "ຟັງເດີ, ຖ້າພວກເຂົາບໍ່ຈ່າຍເງິນ, ພວກເຮົາກໍຈະບໍ່ປົກປ້ອງ. ຕົກລົງເນາະ?"

ທ່ານ ທຣຳ ໄດ້ຈົ່ມມາດົນນານແລ້ວວ່າ ວໍຊິງຕັນ ຕ້ອງແບກ​ຫາບສ່ວນແບ່ງ ທີ່ບໍ່ຍຸດຕິທຳຈາກພາລະຂອງພັນທະມິດ 31 ປະເທດ. ​ໃນຊ່ວງ​ຫຼາຍ​ເດືອນກ່ອນການ​ເລືອກ​ຕັ້ງ ​ໃນ​ປີ 2016 ຂອງທ່ານ, ທ່ານ​ໄດ້​ຕັ້ງ​ຄຳ​ຖາມ​ຊ້ຳ​ແລ້ວ​ຊ້ຳ​ອີກ​ ກ່ຽວ​ກັບ​ຈຸດ​ປະ​ສົງ ​ແລະ​ປະ​ສິດ​ທິ​ຜົນ​ຂອງ ເນໂຕ, ໂດຍ​ເອີ້ນ​ມັນ​ວ່າ “ລ້າ​ສະ​ໄໝ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG