ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ທ​ຣຳ ພະ​ນັ​ນ​ຕໍ່ ເສດ​ຖະ​ກິດ ເພື່ອ​ໃຫ້​ໄດ້​ຮັບ ​ການ​ເລືອກ​ຕັ້ງ ​ດຳ​ລົງ​ຕຳ​ແໜ່​ງ​ ອີກ​ນຶ່ງ​ສະ​ໄໝ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຟັງ​ຄຳ​ຖາມ​ຈາ​ກ​ນັກ​ຂ່າວ ໃນ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ, ທຳ​ນຽບ​ຂາວ, ນ​ະ​ຄອນຫຼວງ ວໍ​ຊິງ​ຕັນ. 12 ກຸມ​ພາ, 2020.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຟັງ​ຄຳ​ຖາມ​ຈາ​ກ​ນັກ​ຂ່າວ ໃນ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ, ທຳ​ນຽບ​ຂາວ, ນ​ະ​ຄອນຫຼວງ ວໍ​ຊິງ​ຕັນ. 12 ກຸມ​ພາ, 2020.

ຂ່າວ​ດີ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ການ​ຢັ່ງ​ຫາງ​ສຽງ​ເມື່ອ​ບໍ່​ດົນ​ມ​າ​ນີ້​ໄດ້​ສະ​ເໜີ​ວ່າ ຄົນ ອາ​ເມ​ຣິ​ກັນ ສ່ວນຫຼາຍ​ເວົ້າ​ວ່າ ເຂົາ​ເຈົ້າ​ມີ​ຖາ​ນະ​ດີ​ຂຶ້ນກວ່າເກົ່າ ​ຕອນ​ທີ່​ທ່ານ ທ​ຣຳ ເຂົ້າ​ຮັບ​ຕຳ​ແໜ່ງ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ແມ່ນ​ກຳ​ລັງ​ພະ​ນັນ​ວ່າ ຕົວ​ບົ່ງ​ຊີ້​ເສດ​ຖະ​ກິດ​ທີ່​ດີ​ຂຶ້ນ​ ຈະ​ປູ​ທາງ​ໃຫ້​ທ່ານ​ຖືກ​ເລືອກ​ດຳ​ລົງ​ຕຳ​ແໜ່ງ​ອີກ​ສະ​ໄໝ​ນຶ່ງ​ໃນ​ເດືອນ​ພະ​ຈິກນີ້. ນັກ​ຂ່າວ​ວີ​ໂອ​ເອ​ປະ​ຈຳ​ທຳ​ນຽບ​ຂາວ ແພັດ​ຊີ ວິ​ດາ​ຄຸ​ສວາ​ຣາ ມີ​ລາຍ​ງານ ກ່ຽວ​ກັບ ເລື່ອງນີ້, ເຊິ່ງ​ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ໃນ​ການ​ໂຮມ​ຊຸມ​ນຸມ​ຂອງ​ທ່ານ​ນັ້ນ, ແລະ ​ຂ້ອນ​ຂ້າງວ່າ​ທຸກ​ຄັ້ງອື່ນໆ, ປະ​ທານ​າ​ທິ​ບໍ​ດີ ທ​ຣຳ ມັກ​ຈະ​ເວົ້າ ກ່ຽວ​ກັບ ເສດ​ຖະ​ກິດ​ທີ່​ດີ​ຂຶ້ນ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ “ນັບ​ຕັ້ງ​ແຕ່​ການ​ເລືອກ​ຕັ້ງ​ຂອງ​ຂ້າ​ພະ​ເຈົ້າ, ອາ​ເມ​ຣິ​ກາ ມີ​ວຽກ​ເຮັດ​ງານ​ທຳ​ໃໝ່ 7 ລ້ານ​ໜ້າ​ວຽກ. ອັດ​ຕາ​ການ​ຫວ່າງ​ງານ​ແມ່ນ​ໄດ້​ຕົກ​ລົງ​ຕ່ຳ​ທີ່​ສຸດ​ໃນ​ຮອບເຄິ່ງ​ສັດ​ຕະ​ວັດ. ອັດ​ຕາ​ການ​ຫວ່າງ​ການ​ທົ່ວ​ໄປ​ພາຍ​ໃຕ້​ລັດ​ຖະ​ບານ​ຂອງ​ຂ້າ​ພະ​ເຈົ້າ ​ແມ່ນ​ຕ່ຳ​ກວ່າ​ທຸກໆ​ລັດ​ຖະ​ບານ​ກ່ອນ​ໜ້າ ນີ້​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ເຮົາ.”

ບັນ​ດາ​ນັກ​ວິ​ເຄາະ​ສ່ວນຫຼາຍ​ເຫັນ​ພ້ອມ​ກັນ​ວ່າ ຕົວ​ບົ່ງ​ຊີ້​ພື້ນ​ຖາ​ນລວມ​ມີ​ຕະຫຼາດ​ຮຸ້ນ, ຍອດຜ​ະ​ລິດ​ຕະ​ພັນລວມ​ພາຍ​ໃນ ແລະ ການ​ຫວ່າງ​ງານ​ແມ່ນ​ມີ​ທ່າ​ທາງ​ທີ່​ດີຫຼາຍ, ເຮັດ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ເພີ່ມ​ຂຶ້ນ.

ທ່ານ​ນາງ ແຄັດ​ລີນ ແມັກ​ເຄຍ​ນັນ (Kathleen McKiernan) ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ແວນ​ເດີ​ບິ​ລ​ທ໌ ກ່າວ​ວ່າ “ມັນ​ຍຸ​ຕິ​ທຳ​ທີ່​ຈະ​ເວົ້າ​ວ່າ ເສດ​ຖະ​ກິດ ໄດ້​ສືບ​ຕໍ່​ມີ​ແນວ​ໂນ້ມ​ດີ​ຂຶ້ນ​ໃນ​ຕະຫຼອດ​ທ້າຍ​ໄລ​ຍະ​ຂອງ​ລັດ​ຖະ​ບານ ໂອ​ບາ​ມາ ແລະ ຕອນ​ເລີ່ມ​ຕົ້ນ​ຂອງ​ລັດ​ຖະ​ບານ​ທ່ານ ທ​ຣຳ.”

ແຕ່, ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ມີ​ຄວາມ​ຮູ້​ສຶກ​ແນວ​ໃດ?

ທ້າວ ແຄ​ເມີ​ຣອນ ໂຄ​ຮ​ໂຕ ເວົ້າ​ວ່າ “ເມື່ອ​ຄົນ​ເວົ້າ​ວ່າ ພວກ​ເຮົາ​ຈະ​ໄດ້​ເສຍ​ພາ​ສີ​ໜ້ອຍ​ລົງ ແລະ ເສດ​ຖະ​ກິດ​ຈະ​ດີ​ຂຶ້ນ. ຂ້າ​ພະ​ເຈົ້າບໍ່​ເຫັນ​ວ່າ​ມັນ​ຈະ​ເປັນ​ແນວ​ນັ້ນ, ຕາມ​ຄວາມ​ຄິດ​ສ່ວນ​ຕົວ​ເນາະ.”

ທ້າວ ເຄີ​ທິ​ສ ທາຍ​ເລີ ເວົ້າ​ວ່າ “ຕຳ​ແໜ່ງວຽກ​ງານ​ທັງຫຼາຍ​ແມ່ນ​ເລີ່ມ​ທີ່​ຈະ​ມີ​ອອກ​ມາ. ຖ້າ​ເຈົ້າ​ບໍ່​ອອກ​ໄປ​ນອກ ແລະ ຫາ​ວຽກ ​ເຈົ້າ​ກໍ​ຈະ​ບໍ່​ມີ​ວັນ​ຫາ​ມັນ​ເຫັນ. ລາວ​ຈະ​ບໍ່​ມາ​ຫາ​ເຈົ້າ ແລະ ເອົາ​ວຽກ​ໃຫ້​ເຈົ້າ. ເຈົ້າ​ຕ້ອງ​ໄປ​ຊອກ​ຫາ​ມັນ. ນັ້ນ​ແມ່ນ​ຜົ​ນ​ທີ່​ຈະ​ອອກ​ມາ​ໃນທີ່​ສຸດ. ສະ​ນັ້ນສະ​ໜັບ​ສະ​ໜູນ​ທ່ານ ທ​ຣຳ.”

ໃນ​ການ​ຢັ່ງ​ຫາງ​ສຽງ​ຂອງ​ອົງ​ການ ກາ​ລ​ລັບ (Gallup Poll) ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ໃຫ້​ຄະ​ແນນ​ເສດ​ຖະ​ກິດນີ້​ວ່າ ​ດີ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ທ້າຍ​ຊຸມ​ປີ 1900.

ແຕ່​ວ່າ​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ແມ່ນ​ເຮັດ​ວຽກ​ທີ່​ມີ​ຄ່າ​ຈ້າງ​ຕ່ຳ​ສຸດ ແລະ ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຈ່າຍ​ຄ່າ​ນ້ຳ​ຄ່າ​ໄຟຕ່າງໆ​ຂອງ​ເຂົາ​ເຈົ້າ. ປະ​ຊາ​ຊົນຫຼາຍກວ່າ 38 ລ້ານ​ຄົນ​ອາ​ໄສຢູ່​ຕ່ຳ​ກວ່າ​ເສັ້ນ​ຄວາມ​ທຸກ​ຍາກ ແລະ ຫຼາຍກວ່າ 90 ລ້ານ​ຄົນ​ແມ່ນ​ອາ​ໄສ​ຢູ່​ໃກ້​ກັບ​ຄວາມ​ທຸກ​ຍາກ.

ທ່ານ​ນາງ ແຄັ​ທ​ລີນ ແມັກ​ເຄຍ​ນັນ ກ່າວ​ວ່າ “ແນ່ນອນ​ຄວາມ​ຮັ່ງ​ມີ​ແມ່ນ​ກຳ​ລັງ​ເຕີບ​ໂຕ້. ແຕ່​ມັນ​ກໍ​ມີ​ຄວາມ​ຢ້ານ​ກົວ​ເພີ່ມ​ຂຶ້ນ​ວ່າ ຄວາມ​ຮັ່ງ​ມີ​ບາງ​ສ່ວນນີ້​ແມ່ນ​ເພັ່ງ​ເລັງ​ໃສ່​ຄົນ​ຈຳ​ນວນ​ນຶ່ງ. ແລະ ມັນ​ບໍ່​ໄດ້​ຖືກ​ແຜ່​ກະ​ຈາຍ​ໄປ​ຮອດ​ປະ​ຊາ​ກອນ​ທົ່ວ​ປະ​ເທດ.”

ເປັນຈຸດ​ນຶ່ງ​ທີ່​ບັນ​ດາ​ຜູ້​ລົງ​ແຂ່ງ​ຂັນ​ ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ມັກ​ຈະ​ເພັ່ງ​ເລັງ​ໃສ່, ໃນ​ຂ​ະ​ນະ​ທີ່​ພວກ​ເພິ່ນ​ໂຈມ​ຕີ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ຂອງ​ທ່ານ ທ​ຣຳ.

ທ່ານ ເບີ​ນີ ແຊນ​ເດີ​ສ໌, ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ກ່າວ​ວ່າ “ເສດ​ຖະ​ກິດ ແລະ ລັດ​ຖະ​ບານ​ທີ່​ເຮັດ​ວຽກ​ເພື່ອ​ພວກ​ເຮົາ​ທຸກ​ຄົນ, ບໍ່​ແມ່ນ​ຜູ້​ປະ​ກອບ​ສ່ວນ​ໃຫ້​ການ​ໂຄ​ສະ​ນາ​ຫາ​ສຽງຂອງ​ຄົນ​ຮັ່ງ​ມີ.”

ກາ​ນ​ຢັ່ງ​ຫາງ​ສຽງ​ດຽວ​ກັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ຊາ​ຊົນຫຼາຍກວ່າ 6 ໃນ 10 ຄົນ​ເວົ້າ​ວ່າ ເຂົາ​ເຈົ້າ​ມີ​ຖາ​ນະ​ດີກວ່າເກົ່າ​ເວ​ລາ​ທີ່​ທ່ານ ທ​ຣຳ ເຂົ້າ​ກຳ​ຕຳ​ແໜ່ງ.

ທ່ານ ຮານ​ສ໌ ວອນ ສ​ປາ​ຄອ​ຟ​ສ​ກີ ຈາກ​ມູນ​ນິ​ທິ ເຮີ​ຣິ​ເທັ​ຈ໌ ເວົ້າ​ວ່າ “ມັນ​ຍາກ​ທີ່​ສຸດ​ທີ່​ຈະ​ເອົາ​ຊະ​ນະ​ປະ​ທາ​ນາ​ທິ​ບໍ​ດີ, ມັນ​ບໍ່​ກ່ຽວ​ວ່າ​ຈ​ະ​ເປັນ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ ຫຼື ເດ​ໂມ​ແຄ​ຣັດ, ເມື່ອ​ເສດ​ຖະ​ກິດກຳ​ລັງ​ດີ​ຂຶ້ນ, ເມື່ອ​ມັນ​ມີ​ວຽກ​ງານຫຼາຍ, ຄ່າ​ຈ້າງ​ແມ່ນ​ກຳ​ລັງ​ສູງ​ຂຶ້ນ, ທັງ​ໝົດ​ນັ້ນ​ຈະ​ຊ່ວຍ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຄົນ​ປັດ​ຈຸ​ບັນຮັກ​ສາ​ຕຳ​ແໜ່ງ​ໄວ້ໄດ້.”

ບໍ່​ມີ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຢູ່​ໃນ​ຕຳ​ແໜ່ງ​ຄົນ​ໃດ ​ໃນ​ສາມ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​ ໄດ້​ຮັບ ການ​ເວົ້າ​ຈາກ​ປະ​ຊາ​ຊົນ​ໃນ​ລະ​ດັບ​ທີ່​ສູງວ່າ ເຂົາ​ເຈົ້າ​ຮູ້​ສຶກດີ​ຂຶ້ນ ກ່ຽວ​ກັບ ສະ​ຖາ​ນະ​ການ​ດ້ານເສດ​ຖະ​ກິດ​ຂອງ​ເຂົາ​ເຈົ້າ.

ແຕ່​ວ່າ, ມັນ​ມີ​ຂໍ້​ເທັດ​ຈິງ​ອື່ນໆຫຼາຍ​ຢ່າງ ​ທີ່​ຈະ​ພິ​ຈາ​ລະ​ນາ​ຜົນ​ທີ່​ອອກ​ມາ​ສຸດ​ທ້າຍ​ໃນ​ການ​ເລືອກ​ຕັ້ງ​ເດືອນ​ພະ​ຈິກນີ້.

Good news for President Donald Trump, recent polling suggests a majority of Americans say they are better off than they were when Trump took office. The president is betting that rosy economic indicators will pave the way to his reelection in November. White House Correspondent Patsy Widakuswara has this story.

In his rallies, and pretty much all other occasions, President Trump loves to talk about the growing economy.

"Since my election, America's gained 7 million new jobs. The unemployment rate has hit the lowest rate in a half a century. The average unemployment rate under my administration is lower than any previous administration in the history of our country."

Most analysts agree that basic indicators including the stock market, GDP and unemployment, look great, giving the president a political boost.

"It is fair to say that the economy has continued its upward trend throughout the end of the Obama administration and the beginning of the Trump administration."

But, how do Americans feel?

"When people say that we are getting a more of a tax cut and the economy is better. I can't necessarily see that, personally."

"The jobs are starting to come up... If you don't go out and get the work you're not gonna find it. He's not gonna come and give it to you, you gotta go get it. That's the bottom line, so.. go with Trump!"

A recent Gallup poll shows that Americans rate this economy as the best since the late 1990s.

Yet many Americans work minimum wage jobs and have difficulty paying all of their bills. More than 38 million people live below the poverty threshold, and more than 90 million live close to poverty.

"Sure wealth is growing. But there's also a growing fear that some of this wealth is concentrated among a few people. And it's not really being spread across the population."

A point that Democratic presidential contenders like to hone in on, as they attack Trump's economic policies.

"An economy and a government that works for all of us, not wealthy campaign contributors."

The same poll showed that more than six in 10 Americans say they are better off than they were when Trump took office.

"It's extremely difficult to beat a president, it doesn't matter whether it's a Republican or Democrat, when the economy is roaring along, there are plenty of jobs, wages are going up, all of those things help keep an incumbent president in office."

No other incumbent president in the past three decades has enjoyed such a high percentage of people saying they feel better about their economic situation.

Still, there are many other factors that will determine the final outcome in the November election.

XS
SM
MD
LG