ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ກ່າວຕ້ອງຕິໄອຍະການ ຜູ້ພິພາກສາ ຢູ່ທີ່ການພິຈາລະນາຄະດີສໍ້ໂກງ ກ່ຽວກັບທຸລະກິດຂອງທ່ານ


ອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ, ໂດຍມີທະນາຍຄວາມ ທ່ານຄຣິສໂຕເຟີ ໄຄສ໌, ເບື້ອງຊ້າຍ, ແລະທ່ານນາງອາລີນາ ຮາບບາ, ເຂົ້າຮ່ວມໃນການສະຫລຸບໃຫ້ຄຳໂຕ້ແຍ້ງໃນການພິຈາລະນາຄະດີສໍ້ໂກງທາງແພ່ງຊອງອົງການທຣຳ ຢູ່ທີ່ສານສູງສຸດຂອງລັດນິວຢອກ, ໃນນະຄອນນິວຢອກ, ວັນທີ 11 ມັງກອນ 2024.
ອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ, ໂດຍມີທະນາຍຄວາມ ທ່ານຄຣິສໂຕເຟີ ໄຄສ໌, ເບື້ອງຊ້າຍ, ແລະທ່ານນາງອາລີນາ ຮາບບາ, ເຂົ້າຮ່ວມໃນການສະຫລຸບໃຫ້ຄຳໂຕ້ແຍ້ງໃນການພິຈາລະນາຄະດີສໍ້ໂກງທາງແພ່ງຊອງອົງການທຣຳ ຢູ່ທີ່ສານສູງສຸດຂອງລັດນິວຢອກ, ໃນນະຄອນນິວຢອກ, ວັນທີ 11 ມັງກອນ 2024.

ອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ກ່າວຕ້ອງຕິໄອຍະການແລະຜູ້ພິພາກສາ ໃນລະຫວ່າງການສະຫລຸບໃຫ້ຄຳໂຕ້ແຍ້ງ ຢູ່ທີ່ການພິຈາລະນາຄະດີແພ່ງ ວ່າດ້ວຍການສໍ້ໂກງກ່ຽວກັບທຸລະກິດຂອງທ່ານ ໃນວັນພະຫັດວານນີ້ ຢູ່ທີ່ນະຄອນນິວຢອກ ຊຶ່ງທ່ານໂຕ້ແຍ້ງວ່າ ຫົວໜ້າໄອຍະການຂອງລັດ ແລະຜູ້ພິ ພາກສາ ໄດ້ພະຍາຍາມທີ່ຈະສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ການໂຄສະນາຫາສຽງເປັນປະທານາທິບໍດີ ປີ 2024 ຂອງທ່ານ ໃນການເອົາຊະນະເພື່ອກັບຄືນສູ່ທຳ ນຽບຂາວ.

ຜູ້ພິພາກສາສານລັດນິວຢອກ ທ່ານອາຣເທີ ເອັນໂກຣອນ ໃນວັນພຸດກ່ອນ ໄດ້ຫ້າມທ່ານທຣຳ ບໍ່ໃຫ້ທ່ານກ່າວສະຫລຸບຄຳໂຕ້ແຍ້ງດ້ວຍຕົນເອງໃນຄະດີຟ້ອງຮ້ອງຕໍ່ທ່ານ ແລະກຸ່ມບໍລິສັດອະສັງຫາລິມະສັບຂອງອົງການທຣຳ. ທາງການຂອງລັດໄດ້ກ່າວຫາວ່າ ທ່ານແລະພວກເຈົ້າໜ້າທີ່ຂອງບໍລິສັດ ໄດ້ແຈ້ງມູນຄ່າ ສັບຊິນຕ່າງໆຂອງບໍລິສັດ ເກີນຄວາມເປັນຈິງຢູ່ເປັນປະຈຳ ເພື່ອທີ່ຈະໄດ້ຮັບອັດຕາດອກເບ້ຍທີ່ຕ່ຳ ໃນການກູ້ຢືມເງິນໃໝ່ຈາກທະນາຄານຕ່າງໆນັ້ນ.

ແຕ່ທ່ານເອັນໂກຣອນ ກໍໄດ້​ຜ່ອນ​ຜັນແລະອະນຸຍາດໃຫ້ທ່ານທຣຳກ່າວຖະແຫຼງ ຫຼັງຈາກທີ່ທະນາຍຄວາມຂອງທ່ານ ໄດ້ສຳເລັດການໂຕ້ແຍ້ງກ່ຽວກັບຄະດີຂອງລັດ ໃນການຂໍຮ້ອງສານໃຫ້ປັບໃໝທ່ານທຣຳ ແລະບໍລິສັດ ໃນຈຳນວນ 370 ລ້ານໂດລາ ແລະໃຫ້ຫ້າມບໍ່ໃຫ້ເຮັດທຸລະກິດຢູ່ໃນລັດນິວຢອກອີກຕໍ່ໄປ, ຊຶ່ງເປັນຖານປະຕິບັດງານຂອງທ່ານທຣຳ ກ່ອນໜ້າການໄດ້ຮັບໄຊຊະນະການເລືອກຕັ້ງເປັນປະທານາທິບໍດີ ໃນປີ 2016.

ທ່ານທຣຳ ເກືອບວ່າໄດ້ເລີ້ມການກ່າວໂຈມຕີ ຢ່າງຄຽດແຄ້ນໃນທັນທີ ຕໍ່ຫົວໜ້າໄອຍະການຂອງລັດນິວຢອກ ທ່ານນາງ ເລທິເຊຍ ເຈມສ໌.

Former U.S. President Donald Trump assailed the prosecutor and judge during closing arguments Thursday at his civil business fraud trial in New York, contending the state attorney general and jurist were attempting to derail his 2024 presidential campaign to win back the White House.

State court Judge Arthur Engoron on Wednesday had barred Trump from giving his own closing argument in the case against him and his Trump Organization real estate conglomerate. The state has alleged that he and company officials routinely inflated the value of their company’s properties to get favorable rates on new bank loans.

But Engoron relented and allowed Trump to speak after his lawyer finished a formal rebuttal of the state’s case asking that Trump and the company be fined $370 million and barred from continuing to do business in New York, Trump’s home base of operations before winning the 2016 presidential election.

Trump almost immediately launched into an angry attack against New York state Attorney General Letitia James.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG