ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ບໍ່ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດ ເອເຊຍຕາເວັນອອກ ໃນນາທີສຸດທ້າຍ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະ ປະທານາທິບໍດີ ຟີລິບປິນ ທ່ານໂຣດຣີໂກ ດຸຍເຕີເຕ ພົບປະສອງຝ່າຍ ຢູ່ຂ້າງນອກ ກອງປະຊຸມສຸດຍອດ ອາຊ່ຽນ ທີ່ສູນກາງປະຊຸມສາກົນ ໃນນະຄອນຫຼວງມະນີລາ. (13 ພະຈິກ 2017)
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະ ປະທານາທິບໍດີ ຟີລິບປິນ ທ່ານໂຣດຣີໂກ ດຸຍເຕີເຕ ພົບປະສອງຝ່າຍ ຢູ່ຂ້າງນອກ ກອງປະຊຸມສຸດຍອດ ອາຊ່ຽນ ທີ່ສູນກາງປະຊຸມສາກົນ ໃນນະຄອນຫຼວງມະນີລາ. (13 ພະຈິກ 2017)

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນນາທີສຸດທ້າຍ ບໍ່ໄດ້ເຂົ້າຮ່ວມກອງປະ ຊຸມສຸດຍອດເອເຊຍຕາເວັນອອກຄົບຄະນະທີ່ມີສະມາຊິກທັງໝົດ 18 ປະເທດ ໂດຍທີ່
ລາຍການຕ່າງໆໄດ້ມີການຊັກຊ້າ.

ແຕ່ປະທານາທິບໍດີທຣຳ ກັບມຸ່ງໜ້າ ໄປຫາເຮືອບິນ ປະຈຳຕຳແໜ່ງ Air Force One
ເພື່ອເດີນທາງອອກຈາກຟີລິບປິນ. ເຮືອບິນຂອງທ່ານໄດ້ບິນຂຶ້ນຈາກສະໜາມບິນສາ
ກົນ Ninoy Aquino ໃນຕອນບ່າຍວັນອັງຄານມື້ນີ້ 30 ກວ່ານາທີ ໄວກວ່າ ທີ່ໄດ້ວາງ
ແຜນໄວ້.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ Rex Tillerson ໄດ້ຖືກຂໍຮ້ອງໃຫ້ເຂົ້າ
ຮ່ວມກອງປະຊຸມສຸດຍອດດັ່ງກ່າວ ແທນທ່ານທຣຳ.

ປະທານາທິບໍດີຟີລິບປິນ ທ່ານ Rodrigo Duterte (ຊ້າຍ) ຈັບມືກັບປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ
ປະທານາທິບໍດີຟີລິບປິນ ທ່ານ Rodrigo Duterte (ຊ້າຍ) ຈັບມືກັບປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ

ເຈົ້າໜ້າທີ່ທຳນຽບຂາວໃຫ້ການອະທິບາຍວ່າ ທ່ານທຣຳເວົ້າວ່າ ສິ່ງທີ່ທ່ານຕັ້ງໃຈທີ່ຈະ
ກ່າວຢູ່ທີ່ກອງປະຊຸມສຸດຍອດ ໃນລະຫວ່າງຮັບປະທານອາຫານທ່ຽງ ກ່ອນໜ້ານັ້ນ ຕໍ່
ພວກຜູ້ນຳຂອງບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນ.

ເຫດຜົນທີ່ສຳຄັນອັນນຶ່ງ ໃນການເພີ້ມເວລານຶ່ງມື້ ຢູ່ທີ່ປະເທດຟີລິບປິນ ເຂົ້າໃນໝາຍ ກຳນົດການເດີນທາງຂອງທ່ານທຣຳ ກໍເພື່ອຳນວຍໃຫ້ທ່ານສາມາດເຂົ້າຮ່ວມກອງປະ ຊຸມສຸດຍອດເອເຊຍຕາເວັນອອກ ຊຶ່ງເປັນກຸ່ມສົນທະນາໃນດ້ານຍຸດທະສາດທີ່ສຳຄັນ ຂອງພູມີພາກ.

ທ່ານທຣຳ ໄດ້ມ້ວນທ້າຍການເດີນທາງຢ້ຽມຢາມ 5 ປະເທດ ໃນເຂດເອເຊຍເປັນເວລາ
12 ມື້ຂອງທ່ານ ໂດຍບໍ່ມີການປະກາດ ທີ່ສຳຄັນໃດໆ ໃນດ້ານນະໂຍບາຍ ແຕ່ກໍກ່າວ
ຖະແຫຼງວ່າ “ເປັນການເດີນທາງທີ່ປະສົບຜົນສຳເລັດຢ່າງໃຫຍ່ຫຼວງ” ໂດຍໃຫ້ຂໍ້ສັງເກດ
ວ່າ “ຂ້າພະເຈົ້າໄດ້ມີເພື່ອນໃໝ່ເປັນຈຳນວນຫຼວງຫຼາຍ ໃນລະດັບທີ່ສູງສຸດ.”

ນອກນັ້ນແລ້ວທ່ານທຣຳຍັງກ່າວວ່າ ການເດີນທາງດັ່ງກ່າວໄດ້ມີຜົນຢ່າງໜ້ອຍ 300
ພັນລ້ານໂດລາ ຫຼືບາງທີອາດຈະສາມເທົ່າຂອງໂຕເລກນີ້ກ່ຽວກັບຂໍ້ຕົກລົງຕ່າງໆ ແຕ່
ທ່ານບໍ່ໄດ້ໃຫ້ການອະທິບາຍຫຍັງເພີ້ມຕື່ມ.

ປະທານາທິບໍດີ ດໍໂນລ ທຣຳ ກັບນາຍົກຍີ່ປຸ່ນ ທ່ານ Shinzo Abe (ຊ້າຍ) ແລະນາຍົກລັດຖະມົນຕີອອສເຕຣເລຍ Malcolm Turnbull (ຂວາ) ໂບກມືໃຫ້ນັກຂ່າວ
ປະທານາທິບໍດີ ດໍໂນລ ທຣຳ ກັບນາຍົກຍີ່ປຸ່ນ ທ່ານ Shinzo Abe (ຊ້າຍ) ແລະນາຍົກລັດຖະມົນຕີອອສເຕຣເລຍ Malcolm Turnbull (ຂວາ) ໂບກມືໃຫ້ນັກຂ່າວ

ທ່ານທຣຳກ່າວຕໍ່ພວກນັກຂ່າວ ທີ່ສູນກາງການປະຊຸມສາກົນຂອງຟີລີບປີີນບໍ່ດົນກ່ອນ
ທີ່ທ່ານເດີນທາງອອກຈາກປະເທດດັ່ງກ່າວ ໂດຍຖິ້ມໂທດໃສ່ ລັດຖະບານຊຸດກ່ອນໆ ຂອງສະຫະລັດ ທີ່ປະປ່ອຍໃຫ້ປະເທດຊາດ ຖືກສວຍໂອກາດ ຈາກປະເທດອື່ນໆໂດຍ
ກ່າວວ່າ “ພວກເຮົາໄດ້ໃຫ້ການອະທິບາຍວ່າສະຫະລັດແມ່ນເປີດກວ້າງສຳລັບການຄ້າ​ ແຕ່ພວກເຮົາຕ້ອງການໆຄ້າແບບສົມສ່ວນພວກເຮົາຕ້ອງການໆຄ້າແບບຍຸຕິທຳສຳລັບ
ສະຫະລັດ.”

ໃນລະຫວ່າງການເດີນທາງຂອງທ່ານນັ້ນ ທ່ານທຣຳໄດ້ກ່າວຢ້ຳວ່າ ລັດຖະບານຂອງ
ທ່ານ ໄດ້ປະຕິເສດຕໍ່ຂໍ້ຕົກລົງການຄ້າຫຼາຍຝ່າຍເຊັ່ນພາຄີຂ້າມມະຫາສະມຸດປາຊີຟິກ ເພື່ອເຫັນພ້ອມກັບຂໍ້ຕົກລົງທາງດ້ານເສດຖະກິດແບບນຶ່ງຕໍ່ນຶ່ງນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Skips East Asia Summit at End of 5-Nation, 12-Day Trip
please wait

No media source currently available

0:00 0:01:55 0:00

XS
SM
MD
LG