ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ວິຈານ ເອເຊຍ ກ່ຽວກັບ ການປະກອບສ່ວນ ທາງການທະຫານ


ທະຫານ ເກົາຫຼີໃຕ້ ຢືນຢູ່ເທິງລົດຫຸ້ມເກາະ K-55 ຂອງພວກເຂົາເຈົ້າ ໃນລະຫວ່າງການຝຶກຊ້ອມປະຈຳປີໃນເມືອງ Paju, ໃກ້ກັບເຂດຊາຍແດນ ເກົາຫຼີເໜືອ. 7 ມີນາ, 2016.
ທະຫານ ເກົາຫຼີໃຕ້ ຢືນຢູ່ເທິງລົດຫຸ້ມເກາະ K-55 ຂອງພວກເຂົາເຈົ້າ ໃນລະຫວ່າງການຝຶກຊ້ອມປະຈຳປີໃນເມືອງ Paju, ໃກ້ກັບເຂດຊາຍແດນ ເກົາຫຼີເໜືອ. 7 ມີນາ, 2016.

ທ່ານ Donald Trump ຜູ້ນຳໜ້າໃນການແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີ ສະຫະລັດ ສຳລັບພັກຣີພັບບລີກັນ ບໍ່ໄດ້ເອົາຊະ ນະໃຈໝູ່ຈຳນວນຫຼາຍດ້ວຍພັນທະມິດທີ່ສຳຄັນຂອງ ອາເມຣິກາ ໃນເອເຊຍ ຫຼັງຈາກໄດ້ວິຈານ ກ່ຽວກັບ ການປະກອບສ່ວນຂອງ ພວກເຂົາເຈົ້າຕໍ່ຄວາມໝັ້ນຄົງໃນພາກພື້ນ ແລະ ສະເໜີໃຫ້ພວກ ເຂົາເຈົ້າພັດທະນາປືນໃຫຍ່ນິວເຄລຍຂອງພວກເຂົາເຈົ້າເອງ.

ໃນການໃຫ້ສຳພາດກັບໜັງສືພິມ The New York Times, ຜູ້ນຳ ໜ້າໃນການແຂ່ງຂັນດັ່ງກ່າວໄດ້ຮຽກຮ້ອງໃຫ້ມີການທົບທວນຄືນ ໃໝ່ຢ່າງຖີ່ຖ້ວນ ກ່ຽວກັບ ສັນຍາຄວາມໝັ້ນຄົງ ສະຫະລັດ ທີ່ມີມາ ແຕ່ດົນນານກັບ ຍີ່ປຸ່ນ ແລະ ເກົາຫຼີໃຕ້.

ທະຫານ ເກົາຫຼີໃຕ້ ເບິ່ງຂ່າວທາງໂທລະພາບ ພ້ອມດ້ວຍພາບ ກ່ຽວກັບ ການຍິງລູກສອນໄຟຂີປະນາວຸດຂອງ ເກົາຫຼີເໜືອ ຢູ່ສະຖານີລົດໄຟ ນະຄອນຫຼວງ ໂຊລ. ເກົາຫຼີໃຕ້. 7 ກຸມພາ 2016.
ທະຫານ ເກົາຫຼີໃຕ້ ເບິ່ງຂ່າວທາງໂທລະພາບ ພ້ອມດ້ວຍພາບ ກ່ຽວກັບ ການຍິງລູກສອນໄຟຂີປະນາວຸດຂອງ ເກົາຫຼີເໜືອ ຢູ່ສະຖານີລົດໄຟ ນະຄອນຫຼວງ ໂຊລ. ເກົາຫຼີໃຕ້. 7 ກຸມພາ 2016.

ທ່ານ Trump ໃນເມື່ອກ່ອນໄດ້ວິຈານປະເທດ ເອເຊຍ ທັງສອງວ່າ ເປັນດັ່ງກັບ “ພວກເກາະກິນ” ສຳລັບການຈ່າຍເງິນໜ້ອຍໂພດໃຫ້ ວໍຊິງຕັນ ເພື່ອປະກອບສ່ວນໃນກອງທັບ ອາເມຣິກາ 50,000 ຄົນ ໃນ ຍີ່ປຸ່ນ ແລະ 28,500 ຄົນໃນ ເກົາຫຼີໃຕ້ ໃນການຮັກສາສັນຕິ ພາບ ແລະ ຄວາມໝັ້ນຄົງ.

ທ່ານກ່າວວ່າ ສະຫະລັດ “ບໍ່ສາມາດທີ່ຈະເປັນຜູ້ເສຍເງິນຈຳນວນ ຫຼາຍພັນລ້ານໂດລາ” ເພື່ອອູ້ມຊູສັນຕິພາບ ແລະ ຄວາມໝັ້ນຄົງຢູ່ ໃນພາກພື້ນນັ້ນໄດ້, ທ່ານ Trump ໄດ້ກ່າວຕໍ່ໜັງສືພິມນັ້ນວ່າທ່ານ ຈະພິຈາລະນາການ ຖອນກຳລັງຖ້າ ໂຕກຽວ ແລະ ໂຊລ ບໍ່ເຫັນດີ ທີ່ຈະເພີ່ມການຊຳລະ ເງິນດ້ານຄວາມໝັ້ນຄົງຄືນໃຫ້ ວໍຊິງຕັນ.

ທ່ານ Trump ໄດ້ກ່າວວ່າ ທ່ານຈະເປີດໂອກາດເພື່ອອະນຸຍາດໃຫ້ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ສ້າງ ອາວຸດນິວເຄລຍ ເພື່ອປ້ອງກັນຕົນເອງຕໍ່ໄພຂົ່ມຂູ່ຂອງອາວຸດນິວເຄລຍທີ່ອາດເປັນ ໄປໄດ້ຈາກ ເກົາຫຼີເໜືອ ແລະ ຈີນ ໂດຍກ່າວເພີ່ມເຕີມວ່າ “ແນວທາງແຫ່ງຄວາມອ່ອນແອຂອງພວກເຂົາ ເຈົ້າ, ຖ້າ ສະຫະລັດ ຍັງຮັກສາແນວທາງນີ້ໄວ້, ແນວໃດກໍຕາມ ພວກເຂົາເຈົ້າກໍຈະຢາກ ໃຫ້ມັນເປັນແນວນັ້ນຕໍ່ໄປຄືເກົ່າ."

XS
SM
MD
LG