ປະທານາທິບໍດີທຣໍາ ໄດ້ກ່າວຍ້ອງຍໍ ຮູບຖ່າຍທາງດາວທຽມຫວ່າງມໍ່ໆມານີ້ ທີ່ສະແດງ
ໃຫ້ເຫັນວ່າ ເກົາຫຼີເໜືອເລີ້ມຂັ້ນຕອນ ໃນການທັບມ້າງສະຖານທີ່ສຳຄັນຕ່າງໆຢູ່ບ່ອນ
ສົ່ງດາວທຽມໂຊແຮ ທາງຝັ່ງທະເລ ໃນພາກຕາເວັນຕົກສຽງເໜືອຂອງປະເທດ.
“ພວກເຮົາພໍໃຈກ່ຽວກັບເລື້ອງນີ້" ນັ້ນຄືຄຳເວົ້າຂອງປະທານາທິບໍດີທຣໍາທີ່ກ່າວໃນວັນອັງຄານວານນີ້ ຫຼັງຈາກກຸ່ມສັງເກດການກ່ຽວກັບເກົາຫຼີເໜືອ 38 ນັອດ ທີ່ມີຫ້ອງການ
ຕັ້ງຢູ່ສະຫະລັດ ໄດ້ລາຍງານເລື້ອງຮູບພາບດັ່ງກ່າວ.
ກຸ່ມ 38 ນັອດ ກ່າວວ່າ ເຂົາເຈົ້າໄດ້ສະແດງໃຫ້ເຫັນການທັບມ້າງຂອງລາງທີ່ແລ່ນຕໍ່ໃສ່
ກັບຕຶກບ່ອນສົ່ງລູກຈະຫຼວດ ຊຶ່ງໄດ້ມີການປະກອບກ່ອນທີ່ຈະເຄື່ອນຍ້າຍໄປສູ່ຖານສົ່ງ
ແລະບ່ອນທົດລອງເຄື່ອງຈັກລູກສອນໄຟ ທີ່ຕັ້ງຢູ່ໃກ້ນັ້ນ ທີ່ເປັນບ່ອນພັດທະນາເຄື່ອງ
ຈັກທີ່ໃຊ້ເຊື້ອໄຟແຫຼວ ລູກສອນໄຟຂີປະນາວຸດ ແລະລູກຈະຫຼວດ.
ຢູ່ກອງປະຊຸມຖະແຫຼງຂ່າວທີ່ລັດຄາລີຟໍເນຍ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ
ໄມຄ໌ ພອມພຽວ ກ່າວວ່າ ກິດຈະການ “ທັງໝົດສອດຄ່ອງ ກັບຄວາມໝັ້ນໝາຍ” ທີ່ໄດ້ໃຫ້ໄວ້ໂດຍຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຢູ່ກອງປະຊຸມ ສຸດຍອດທີ່ສິງກະໂປ
ບ່ອນທີ່ທ່ານກິມ ແລະທ່ານທຣໍາ ໄດ້ພົບປະກັນໃນເດືອນມິຖຸນາທີ່ຜ່ານມາ.
ທ່ານພອມພຽວ ໄດ້ກ່າວຫຼັງຈາກກອງປະຊຸມ ກັບຄູ່ຕຳແໜ່ງຝ່າຍອອສເຕຣເລຍໃນວັນ
ອັງຄານວານນີ້ວ່າ “ພວກເຮົາໄດ້ກົດດັນໃຫ້ມີຄະນະກວດກາທາງພາກພື້ນດິນຢູ່ທີ່ນັ້ນ
ເວລາມີການທັບມ້າງ ສະຖານທີ່ທົດລອງເຄື່ອງຈັກ.”
ທ່ານພອມພຽວໄດ້ກ່າວເພີ້ມອີກວ່າ “ເຂົາເຈົ້າຈຳເປັນຕ້ອງໄດ້ເສັດສິ້ນ ບໍ່ໃຫ້ມີອາວຸດນິວ
ເຄລຍຢ່າງສິ້ນເຊີງ. ນັ້ນແມ່ນບາດກ້າວທີ່ປະທານກິມໝັ້ນໝາຍ ຈະເຮັດ ແລະໂລກໄດ້
ຮຽກຮ້ອງຜ່ານມະຕິຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ.”
ຢູ່ລັດຖະສະພາ ທ່ານຄຣິສ ຄູນສ໌ ທີ່ສັງກັດພັກເດໂມແຄຣັດ ຊຶ່ງເປັນສະມາຊິກຂອງຄະ
ນະກຳມະການ ຄວາມສຳພັນຕ່າງປະເທດສະພາສູງ ໄດ້ສະແດງຄວາມຫວັງໄປໃນແງ່ດີ.
ທ່ານຄູນສ໌ກ່າວວ່າ “ນິ້ເປັນຮ່ອງຮອຍທຳອິດທີ່ອາດມີການເຄື່ອນໄຫວຈຳນວນນຶ່ງ ໂດຍ
ລະບອບເກົາຫຼີເໜືອ ຢູ່ໃນທິດທາງທີ່ຈະປະຕິບັດຕາມຄວາມໝັ້ນໝາຍ ທີ່ໄດ້ໃຫ້ໄວ້. ມັນ
ຈະເປັນການໃຫ້ກຳລັງໃຈຫຼາຍຂຶ້ນ ແກ່ຂ້າພະເຈົ້າ ຖ້າຫາກພວກເຮົາຫາກເຫັນການສົ່ງ
ຊາກກະດູກຊາວອາເມຣິກັນ ທີ່ເສຍຊີວິດ ໃນປາງສົງຄາມ ເກົາຫຼີ ກັບຄືນໃຫ້ພວກເຮົາ.
ມັນຍັງຈະເປັນໃຫ້ກຳລັງໃຈຫລາຍຂຶ້ນຖ້າຫາກໄດ້ມີລາຍລະອຽດ ກ່ຽວກັບແຜນການ
ບາງສ່ວນ ທີ່ມີການສົນທະນາກັນ ກ່ຽວກັບການປົດອາວຸດນິວເຄລຍ ແບບຕ່າວປີ້ນບໍ່ໄດ້
ແລະມີການກວດພິສູດ ທີ່ອາດມີຂຶ້ນນັ້ນ ແຕ່ວ່ານີ້ເປັນບາດກ້າວ ທີ່ໃຫ້ກຳລັງໃຈຂັ້ນ
ທຳອິດ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ