ການລາອອກຈາກຕຳແໜ່ງຂອງເຈົ້າໜ້າທີ່ລະດັບສູງ ທຳນຽບຂາວ ຄົນຫຼ້າສຸດ ທີ່ໃກ້ຈະ
ເກີດຂຶ້ນໃນໄວໆນີ້ ແມ່ນເຈົ້າໜ້າທີ່ລະດັບສູງຜູ້ທີ່ຕາມຫຼັກການແລ້ວເປັນຜູ້ຄວບຄຸມ
ການເຂົ້າເຖິງຫ້ອງປະຊຸມ ໂອໂວລ ອອຟຟິສ.
ຫົວໜ້າພະນັກງານທຳນຽບຂາວ ທ່ານ ຈອນ ແຄລລີ ຈະລາອອກຈາກຕຳແໜ່ງໃນທ້າຍ
ເດືອນນີ້, ປະທານາທິບໍດີ ດໍໂນລ ທຣຳ ໄດ້ບອກບັນດານັກຂ່າວໃນວັນເສົາວານນີ້.
ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ເດີ່ນຫຍ້າທິດໃຕ້ຂອງທຳນຽບຂາວວ່າ “ທ່ານ
ຈອນ ແຄລລີ ຈະອອກຈາກຕຳແໜ່ງ ຂ້າພະເຈົ້າເວົ້າບໍ່ໄດ້ ວ່າເພິ່ນຈະໄປບຳນານຫຼືບໍ່
ແຕ່ເພິ່ນເປັນຄົນດີຫຼາຍ.”
ຜູ້ທີ່ຈະມາສືບທອດຕຳແໜ່ງຂອງທ່ານ ແຄລລີ ແມ່ນຖືກຄາດກັນຢ່າງກວ້າງຂວາງວ່າ
ຈະແມ່ນທ່ານ ນິກ ເອເຢີສ, ເຊິ່ງແມ່ນທີ່ປຶກສາດ້ານການເມືອງທີ່ໜຸ່ມ ແລະ ສະຫຼາດຫຼັກ
ແຫຼມຂອງຮອງປະທານາທິບໍດີ ໄມຄ໌ ເພັນສ.
ທ່ານ ທຣຳ ໄດ້ກ່າວກ່ອນຂຶ້ນເຮືອບິນປະທານາທິບໍດີ ແອຟອສ ວັນ ວ່າທ່ານຈະປະກາດ
ກ່ຽວກັບທີ່ປຶກສາຄົນໃໝ່ຂອງທ່ານ “ໃນມື້ນຶ່ງ ຫຼື ສອງມື້ຂ້າງໜ້າ.”
ການລາອອກຈາກຕຳແໜ່ງໃນໄວໆນີ້ຂອງທ່ານ ແຄລລີ ບໍ່ແມ່ນເລື່ອງໜ້າຕົກໃຈ. ມັນ
ໄດ້ມີການສົງໄສກັນມາຫຼາຍເດືອນແລ້ວ ເຊິ່ງໄດ້ກາຍເປັນເລື່ອງໃຫຍ່ຂຶ້ນໃນປັດຈຸບັນນີ້
ທີ່ອະດີດນາຍພົນກອງທັບນາວິກະໂຍທິນຄົນດັ່ງກ່າວ ຈະ
ອອກຈາກຕຳແໜ່ງໃນໄວໆນີ້ ທ່າມກາງຄວາມເມີນເສີຍລະຫວ່າງທ່ານ ກັບປະທານາ
ທິບໍດີ, ເຊິ່ງແມ່ນການແຕກຫັກຂອງສາຍພົວພັນ ທີ່ບໍ່ເຄີຍຖືກອະທິບາຍວ່າຂາດຄວາມ
ອົບອຸ່ນ.
ສາສະດາຈານ ເດວິດ ໂຄເຮັນ, ນັກປະຫວັດສາດ ກ່ຽວກັບ ປະທານາທິບໍດີ ຢູ່ມະຫາວິ
ທະຍາໄລ ແອຄຣອນ ໃນລັດໂອໄຮໂອ ໄດ້ກ່າວວ່າ “ມັນຄົງຈະບໍ່ເໝາະສົມກັບຄົນໆອື່ນ.
ແທ້ຈິງແລ້ວ ທ່ານໄດ້ຖືກມອບໝາຍພາລະກິດທີ່ເປັນໄປບໍ່ໄດ້ໃຫ້. ທ່ານ ທຣຳ ບໍ່ເຄີຍ
ມອບເຄື່ອງມືເພື່ອສ້າງຄວາມສຳເລັດໃນວຽກງານໃຫ້” ເຊິ່ງທ່ານທີ່ປຶກສາ ແມ່ນຄວນທີ່
ຈະໄດ້ຮັບອຳນາດ ເພື່ອໃຫ້ເວົ້າແທນປະທານາທິບໍດີ ແລະ ມີອຳນາດທີ່ເປັນອິດສະຫຼະ
ໃນການຈັດແຈງທຳນຽບຂາວ, ສ້າງຄວາມໝັ້ນຄົງ ແລະ ຄວາມເປັນລະບຽບລຽບລ້ອຍ.