ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ປ. ທຣຳ ຈະລົງໂທດ ພວກທີ່ ຢາກໄດ້ບັດຂຽວ ຍ້ອນຂໍການຊ່ອຍເຫຼືອ ຈາກລັດ


ພາຍນີ້ຖ່າຍໃນວັນທີ 20 ມິຖຸນາ 2018, ໃຫ້ເຫັນພວກນັກເຄື່ອນໄຫວ ເດີນຂະບວນປະທ້ວງ ຢູ່ຕໍ່ໜ້າທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ.
ພາຍນີ້ຖ່າຍໃນວັນທີ 20 ມິຖຸນາ 2018, ໃຫ້ເຫັນພວກນັກເຄື່ອນໄຫວ ເດີນຂະບວນປະທ້ວງ ຢູ່ຕໍ່ໜ້າທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ.

ລັດຖະບານທ່ານທຣຳ ໄດ້ປະກາດນະໂຍບາຍໃໝ່ ໃນວັນຈັນວານນີ້ ທີ່ຈະກີດກັນພວກ
ຄົນເຂົ້າເມືອງທີ່ອາໄສໃນປະເທດຢູ່ແລ້ວ ເພື່ອບໍ່ໃຫ້ໄດ້ຮັບຖານະການຢູ່ອາໄສຢ່າງຖາ
ວອນ ຫຼື ສັນຊາດ ຖ້າຫາກພວກເຂົາເຈົ້າ ໃຊ້ສະຫວັດດີການທາງສັງຄົມ ເຊັ່ນວ່າ ປະກັນ
ສຸຂະພາບຂອງລັດ ຫຼື Medicaid ບັດຊື້ອາຫານ ຫຼື Food Stamps ຫຼືວ່າ ການຊ່ອຍ
ເຫຼືອດ້ານທີ່ຢູ່ອາໄສ.

ທ່ານເຄັນ ຄູຊີແນລລີ ຮັກສາການຊົ່ວຄາວ ຜູ້ອຳນວຍການ ກົມບໍລິການດ້ານສັນຊາດ
ແລະຄົນເຂົ້າເມືອງຂອງສະຫະລັດ ໄດ້ປະກາດກົດລະບຽບທີ່ວ່າ “ບົນພື້ນຖານຂອງ
ການຮັບຜິດຊອບຂອງມະຫາຊົນ ທີ່ບໍ່ອາດຍອມຮັບໄດ້” ນັ້ນ ຈະຊຸກຍູ້ໃຫ້ “ມີການກຸ້ມ
ຕົນເອງ ແລະການເພິ່ງພາຕົນເອງ ສຳລັບພວກຄົນທີ່ຢາກຈະເຂົ້າມາ ຫຼື ມາອາໄສ
ຢູ່ໃນສະຫະລັດ.”

ນະໂຍບາຍໃໝ່ດັ່ງກ່າວ ຈະມີຜົນບັງຄັບໃຊ້ ໃນວັນທີ 15 ຕຸລາ 2019. ພາຍໃຕ້ກົດ
ລະບຽບນີ້ ການຮັບຜິດຊອບຂອງມະຫາຊົນ ໝາຍຄວາມວ່າ ບຸກຄົນໃດນຶ່ງ ຜູ້ທີ່ໄດ້ຮັບ
ສະຫວັດດີການສັງຄົມແນວໃດແນວນຶ່ງ ຫຼື ຫຼາຍກວ່ານຶ່ງຊະ​ນິດ ເປັນເວລາ​ດົນກວ່າ
12 ເດືອນ ພາຍໃນໄລຍະ 36 ເດືອນ. ການໄດ້ຮັບສະຫວັດດີການສັງຄົມ ສອງຢ່າງ
ທີ່ແຕກຕ່າງກັນ ໃນເວລານຶ່ງເດືອນ ກໍຈະນັບເປັນສອງເດືອນ.

ທ່ານຄູຊີແນລລີ ໄດ້ກ່າວວ່າ ລັດຖະບານ ຢາກຈະຫລີກເວັ້ນ ສະຖານະການ ບ່ອນທີ່
ພວກຄົນຜູ້ທີ່ກຳລັງຈະປັບປ່ຽນຖານະພາບຂອງພວກເຂົ້າເຈົ້າ ທີ່ຈະກາຍ ມາເປັນຜູ້ທີ່
ກາງຕໍ່ ສະຫວັດດີການສັງຄົມ ໃນອະນາຄົດ.

ທ່ານຄູຊີແນລລີ ໄດ້ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວໄລຍະສັ້ນໆ ຢູ່ທີ່
ທຳນຽບຂາວ ວ່າ “ການກຳນົດຄວາມຮັບຜິດຊອບຂອງມະຫາຊົນທີ່ບໍ່ອາດຍອມຮັບ
ໄດ້ນັ້ນ ແມ່ນຄວາມຄາດຫວັງ ແລະການເບິ່ງວ່າ ບຸກຄົນໃດນຶ່ງ ຢູ່ໃນຈຸດໃດຈຸດນຶ່ງ ອາດເປັນໄປໄດ້ສູງວ່າ ຈະກາຍມາເປັນຄວາມຮັບຜິດຊອບຂອງມະຫາຊົນ ໃນ
ອະນາຄົດ ຫຼືບໍ່.”

ທ່ານຄູຊີແນລລີ ໄດ້ກ່າວວ່າ ກົດລະບຽບນັ້ນ ຈະບໍ່ສົ່ງຜົນກະທົບຕໍ່ໂຄງການຄົນເຂົ້າ
ເມືອງຕ່າງໆ ບົນພື້ນຖານດ້ານມະນຸດສະທຳ ສຳລັບຊາວອົບພະຍົບ ແລະພວກທີ່ຂໍ
ລີ້ໄພ ແລະຍັງມີຂໍ້ຍົກເວັ້ນຕ່າງໆ ສຳລັບພວກຜູ້ເຄາະຮ້າຍຈາກ ການຄ້າມະນຸດ ແລະ
ພວກຜູ້ເຄາະຮ້າຍທີ່ໄດ້​ຮັບຄວາມຮຸນແຮງພາຍໃນຄອບຄົວ. ຂໍ້ຍົກເວັ້ນຕ່າງໆສຳລັບ
ປະເພດເຫຼົ່ານີ້ ແມ່ນໄດ້ຖືກບັນຍັດໄວ້ ໂດຍລັດຖະສະພາ.

ທ່ານໄດ້ກ່າວອີກວ່າ ກົດລະບຽບດັ່ງກ່າວ ຍັງບໍ່ສົ່ງຜົນກະທົບຕໍ ຄອບຄົວ ຂອງພວກ
ຄົນເຂົ້າເມືອງໂດຍພື້ນຖານ ໃນຖານະທີ່ເປັນພົນລະເມືອງຂອງສະຫະລັດ ຜູ້ທີ່ປະກັນ
ເອົາບັນດາສະມາຊິກຂອງຄອບຄົວ ເພື່ອໃຫ້ໄດ້ຮັບບັດຂຽວ ແມ່ນຕ້ອງໄດ້ປະກອບ
ເອກກະສານ “ໃບຢັ້ງຢືນການອຸ້ມຊູດູແລ” ຢູ່ແລ້ວ ທີ່ສະແດງໃຫ້ເຫັນວ່າ ພວກເຂົາເຈົ້າ
ສາມາດສະໜອງການຊ່ອຍເຫຼືອທາງດ້ານການເງິນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG