ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ປ. ທຣຳ ຈະເນລະເທດ ຊາວຮອນດູຣາສ 57 ພັນຄົນ


ນາງແອສລີ ອາຍຸ 8 ປີ ຈາກຮອນດູຣາສ ແລະສະມາຊິກ ໃນຄະນະຄາຣາວານ ທີ່ມາຈາກອາເມຣິກາກາງ ເພື່ອຂໍ້ລີ້ໄພ ຢູ່ສະຫະລັດ. (ວັນທີ 30 ເມສາ 2018)
ນາງແອສລີ ອາຍຸ 8 ປີ ຈາກຮອນດູຣາສ ແລະສະມາຊິກ ໃນຄະນະຄາຣາວານ ທີ່ມາຈາກອາເມຣິກາກາງ ເພື່ອຂໍ້ລີ້ໄພ ຢູ່ສະຫະລັດ. (ວັນທີ 30 ເມສາ 2018)

ລັດຖະບານສະຫະລັດ ໄດ້ຢຸດເຊົາ ການໃຫ້ຄວາມຄຸ້ມຄອງ ເປັນການຊົ່ວຄາວ ຕໍ່ສະຖາ
ນະພາບ ຂອງຊາວຮອນດູຣາສ 57,000 ຄົນ ທີ່ໄດ້ອາໄສ ຢູ່ໃນສະຫະລັດ ມາເກືອບ 2 ທົດສະວັດແລ້ວນັ້ນ.

ແຕ່ແນວໃດກໍຕາມ ກະຊວງຮັກສາຄວາມປອດໄພພາຍໃນ ຂອງສະຫະລັດ ໄດ້ປະກາດ
ໃນວັນສຸກວານນີ້ວ່າ ຕົນໄດ້ເລື່ອນເວລາໃນການຈັດຕັ້ງປະຕິບັດ ການຢຸດໃຫ້ຄວາມຄຸ້ມ
ຄອງດັ່ງກ່າວນີ້ ເປັນເວລາ 18 ເດືອນ ໄປຈົນຮອດ ວັນທີ 5 ມັງກອນ ປີ 2020 “ເພື່ອອຳ
ນວຍໃຫ້ ມີການປັບປ່ຽນ ຢ່າງເປັນລະບຽບ.”

ລັດຖະບານຮອນດູຣາສ ກ່າວວ່າ ຕົນເສຍໃຈກ່ຽວກັບການຕັດສິນໃຈຂອງສະຫະລັດ
ແລະຕົນກໍຍັງບໍ່ພ້ອມ ທີ່ຈະຮັບເອົາພວກທີ່ຖືກສົ່ງກັບຄືນ ຈຳນວນຫຼວງຫຼາຍແບບນີ້.

ທ່ານນາງແນນຊີ ເພໂລຊີ ຜູ້ນຳພັກເດໂມແຄຣັດໃນສະພາຕ່ຳສະຫະລັດ ໄດ້ອອກຖະ
ແຫຼງ ການສະບັບນຶ່ງ ເພື່ອຕອບໂຕ້ຕໍ່ການຕັດສິນໃຈດັ່ງກ່າວ ໂດຍເວົ້າວ່າ “ການຍົກ
ເລີກ ການໃຫ້ຄວາມຄຸ້ມຄອງ ຕໍ່ສະຖານະພາບ ເປັນການຊົ່ວຄາວ ແລະ ເນລະເທດ ຫຼາຍສິບພັນຄອບຄົວນີ້ ມີແຕ່ຈະເພີ້ມຄວາມທຸກທໍລະມານ ຢູ່ໃນປະເທດຮອນດູຣາສ ເທົ່ານັ້ນບ່ອນທີ່ສະຖຽນລະພາບທາງການເມືອງ ການຂາດແຄນອາຫານແລະການກໍ່ ຄວາມຮຸນແຮງຂອງກຸ່ມອັນຕະພານຍັງດຳເນີນຢູ່ຕໍ່ມາ ທີ່ຈະສ້າງຄວາມເສຍຫາຍໃຫ້ ແກ່ປະຊາຊົນຢູ່ໃນທ້ອງຖິ່ນ.”

ສຳລັບປະເທດຮອນດູຣາສແລ້ວ ການຄຸ້ມຄອງສະຖານະພາບຊົ່ວຄາວ ເລີ້ມຂຶ້ນໃນປີ
1999 ຫຼັງຈາກເຮີຣິເຄນມິຈໄດ້ພັດເຂົ້າຖະຫຼົ່ມໃນປີ 1998 ທີ່ໄດ້ສ້າງຄວາມເສຍຫາຍ
ຮ້າຍແຮງໃຫ້ແກ່ປະເທດທີ່ຕັ້ງຢູ່ໃນເຂດອາເມຣິກາກາງດັ່ງກ່າວ.

ການຢຸດເຊົາການໃຫ້ຄວາມຄຸ້ມຄອງເປັນການຊົ່ວຄາວ ແກ່ສະຖານະພາບຂອງຊາວ
ຮອນດູຣາສ ແມ່ນໝາຍຄວາມວ່າ 400 ກວ່າພັນຄົນ ຈາກຫຼາຍປະເທດ ທີ່ໄດ້ຮັບຜົນ
ກະທົບຈາກຄວາມຮຸນແຮງ ແລະໄພພິບັດທຳມະຊາດ ກຳລັງປະເຊີນກັບການຖືກເນ
ລະເທດ ຊຶ່ງຈະເລີ້ມຂຶ້ນໃນທ້າຍປີນີ້ ນອກຈາກວ່າພວກເຂົາເຈົ້າຈະໄດ້ຮັບຖານະໃຫ້
ອາໄສຢູ່ຢ່າງຖືກຕ້ອງຕາມກົດໝາຍ ດ້ວຍວິທີອື່ນ.

ການຫລຸດຄົນເຂົ້າເມືອງຢ່າງຖືກຕ້ອງຕາມກົດໝາຍຂອງສະຫະລັດ ແລະການປາບ
ປາມ ການເຂົ້າເມືອງແບບຜິດກົດໝາຍ ແມ່ນໄດ້ຮັບຄວາມສຳຄັນສູງເປັນພິເສດໃນ
ນະໂຍບາຍພາຍໃນປະເທດຂອງປະທານາທິບໍດີ ດໍໂນລ ທຣຳ.

ລັດຖະບາ ນສະຫະລັດ ກ່າວວ່າ ສະພາບການ ໃນປະເທດຮອນດູຣາສ ດີຂຶ້ນແລ້ວ ຂະນະທີ່ພວກສະໜັບສະໜຸນໃຫ້ສືບຕໍ່ນະໂຍບາຍນີ້ໂຕ້ຖຽງວ່າ ປະເທດດັ່ງກ່າວຍັງ ບໍ່ທັນຟື້ນໂຕຄືນຢ່າງເຕັມທີ່ເທື່ອຈາກເຮີຣິເຄນມິຈແລະຄວາມຮຸນແຮງ

ສ່ວນທ່ານທຣຳ ແລະພວກສະໜັບສະໜຸ ນເວົ້າວ່າ ການໃຫ້ຄວາມຄຸ້ມຄອງນີ້ ບໍ່ໄດ້
ໝາຍຄວາມວ່າ ຈະເປັນການໃຫ້ຄວາມຄຸ້ມຄອງແບບຖາວອນ

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG