ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະລັດຖະບານ ຂອງທ່ານທຣຳ ພິຈາລະນາ ຈະຍ້າຍ ກອງປະຊຸມຖະແຫລງຂ່າວ ອອກຈາກ ທຳນຽບຂາວ


ກອງທະຫານກຽດຕິຍົດ ຈາກເລົ່າທັບຕ່າງໆ ຂອງກອງທັບ
ສະຫະລັດ ເດີນສວນສະໜາມ ຢູ່ທາງລົດອ້ອມເດີ່ນກ້ຳເໜືອ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 15 ມັງກອນ 2017.
ກອງທະຫານກຽດຕິຍົດ ຈາກເລົ່າທັບຕ່າງໆ ຂອງກອງທັບ ສະຫະລັດ ເດີນສວນສະໜາມ ຢູ່ທາງລົດອ້ອມເດີ່ນກ້ຳເໜືອ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 15 ມັງກອນ 2017.

ບັນດາສະມາຊິກ ຜູ້ອາວຸໂສ ໃນຄະນະລັດຖະບານຂອງ ປະທານາທີ່ຖືກເລືອກໃໝ່
ທ່ານ Donald Trump ກ່າວວ່າ ພວກເພິ່ນກຳລັງພິຈາລະນາ ຈະຍົກຍ້າຍກອງປະຊຸມ ຖະແຫລງຂ່າວ ຂອງທຳນຽບຂາວ ໄປຍັງສະຖານທີ່ແຫ່ງໃໝ່ ທີ່ມີພື້ນທີ່ໃຫຍ່ກວ່າເກົ່າ ແຕ່ບັນດານັກຂ່າວ ພາກັນຄັດຄ້ານ ຕໍ່ຂໍ້ສະເໜີໂດຍກ່າວວ່າ ມັນຈະເຮັດໃຫ້ຄວາມ ສາມາດ ໃນການປະຕິບັດໜ້າທີ່ ຂອງພວກເຂົາເຈົ້າຫຍຸ້ງຍາກ.

ການຖະແຫລງຂ່າວຈັດຂຶ້ນ ຢູ່ໃນຫ້ອງນຶ່ງ ທີ່ກ້ຳຕາເວັນຕົກ ຂອງທຳນຽບຂາວ ຫຼື
West Wing ເຊິ່ງມີປະມານ 50 ບ່ອນນັ່ງ ແລະ ພື້ນທີ່ທຳງານສຳລັບໂທລະພາບ
ວິທະຍຸ ແລະ ບັນດານັກຂ່າວຂອງໜັງສືພິມ ຜູ້ທີ່ຕິດຕາມລາຍງານກ່ຽວກັບປະທານາ
ທິບໍດີ ແຕ່ລະມື້ເປັນປະຈຳ.

ຫົວໜ້າເສນາທິການຂອງທ່ານທຣຳ ທ່ານ Reince Priebus ໄດ້ບອກ ລາຍການຂ່າວ ຂອງໂທລະພາບ ABC ໃນວັນອາທິດວານນີ້ ວ່າ ໄດ້ມີການປຶກສາຫາລືກັນ ກ່ຽວກັບ
ການຍົກຍ້າຍການຖະແຫລງຂ່າວ ໄປຍັງອາຄານຢູ່ຕິດກັບທຳນຽບຂາວ ທີ່ອາດຈະ ສະໜອງ ພື້ນທີ່ໃຫຍ່ກວ່າເຖິງ 4 ເທົ່າ. ທ່ານໄດ້ອ້າງອີງເຖິງຈຳນວນ ຂອງພວກນັກຂ່າວ ຜູ້ທີ່ເຂົ້າຮ່ວມ ໃນກອງປະຊຸມຖະແຫລງຂ່າວ ເທື່ອທຳອິດ ນັບຕັ້ງແຕ່ການເລືອກຕັ້ງ ຂອງທ່ານທຣຳ ນັ້ນ ເຊິ່ງໄດ້ຈັດຂຶ້ນເມື່ອສັບປະດາແລ້ວນີ້ ໃນນະຄອນ New York ໂດຍກ່າວວ່າ ຖ້າມີພວກຄົນກ່ຽວຂ້ອງຫຼາຍຕື່ມອີກ “ອັນນັ້ນ ກໍຈະເປັນສິ່ງທີ່ດີ.”

ຮອງປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Mike Pence ໄດ້ບອກລາຍການຂ່າວ ຂອງໂທລະພາບ CBS ວ່າ ຍັງບໍ່ໄດ້ມີການຕັດສິນໃຈເທື່ອ.

ປະທານາທິບໍດີ ທີ່ໄດ້ຖືກເລືອກໃໝ່ ທ່ານ Donald Trump ສະແດງທ່າທີ ໃນຂະນະທີ່ກ່າວຖະແຫລງ ໃນລະຫວ່າງ ການເດີນທາງເພື່ອ "ຂອບໃຈ ຊາວອາເມຣິກາ ຫຼື USA Thank You" ທີ່ນະຄອນ Cincinnati, ວັນທີ 1 ທັນວາ 2016.
ປະທານາທິບໍດີ ທີ່ໄດ້ຖືກເລືອກໃໝ່ ທ່ານ Donald Trump ສະແດງທ່າທີ ໃນຂະນະທີ່ກ່າວຖະແຫລງ ໃນລະຫວ່າງ ການເດີນທາງເພື່ອ "ຂອບໃຈ ຊາວອາເມຣິກາ ຫຼື USA Thank You" ທີ່ນະຄອນ Cincinnati, ວັນທີ 1 ທັນວາ 2016.

ປະທານສະມາຄົມ ບັນດາຜູ້ສື່ຂ່າວຂອງທຳນຽບຂາວ ທ່ານ Jeff Mason ໄດ້ພົບປະ
ກັບ ທ່ານ Sean Spicer ຜູ້ທີ່ເປັນເລຂາດ້ານຂ່າວສານຂອງທ່ານທຣຳ ຈະເປັນຜູ້ທີ່ ຕອບຄຳຖາມຕ່າງໆຂອງບັນດານັກຂ່າວ ຢູ່ທີ່ກອງປະຊຸມຖະແຫລງຂ່າວແຕ່ລະມື້.

ທ່ານ Mason ກ່າວວ່າ ກຸ່ມດັ່ງກ່າວ ໄດ້ຮຽກຮ້ອງຢູ່ສະເໝີ ໃຫ້ “ເພີ່ມການເຂົ້າເຖິງ
ແລະ ຄວາມໂປ່ງໃສຫຼາຍຂຶ້ນ”
ເພື່ອຜົນປະໂຫຍດຂອງມະຫາຊົນ ແຕ່ ທ່ານ Mason ໄດ້ກ່າວຢ່າງຈະແຈ້ງຕໍ່ທ່ານ Spicer ແລ້ວວ່າ ການຍົກຍ້າຍອອກຈາກ West Wing ຈະເປັນການ “ຮັບເອົາບໍ່ໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG