ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ ປ. ທຣຳ ຈຳກັດ ການເດີນທາງ ຂອງຊາວອາເມຣິກັນ ໄປ ຄິວບາ


US Cuba
please wait
Embed

No media source currently available

0:00 0:01:44 0:00

ຄະນະລັດຖະບານ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ປະກາດວ່າ
ຕົນຈະຈັດຕັ້ງປະຕິບັດ ການປ່ຽນແປງໃໝ່ທັງຫຼາຍ ທີ່ຈະ “ດຶງເອົາກິດຈະກຳທາງ
ເສດຖະກິດຕ່າງໆ”
ອອກໄປຈາກ ກອງທັບ ໜ່ວຍງານສືບລັບ ແລະ ຄວາມໝັ້ນຄົງ
ຂອງຄິວບາ ແລະ ວາງຂໍ້ຈຳກັດຕ່າງໆໃນດ້ານການເດີນ ທາງ ແລະ ການເຮັດທຸລະກິດ
ຕໍ່ຊາວອາເມຣິກັນ ຜູ້ທີ່ພົວພັນກັບຊາວຄິວບາ.

ພວກນັກທ່ອງທ່ຽວ ຢືນຢູ່ເທິງເຮືອໄວຂອງພວກເຂົາ, ໂດຍມີທິວທັດຢູ່ດ້ານຫຼັງ ຂອງຜາສາດ "El Morro", ໃນນະຄອນຫຼວງ Havana ຂອງ Cuba, ວັນທີ 17 ສິງຫາ 2017.
ພວກນັກທ່ອງທ່ຽວ ຢືນຢູ່ເທິງເຮືອໄວຂອງພວກເຂົາ, ໂດຍມີທິວທັດຢູ່ດ້ານຫຼັງ ຂອງຜາສາດ "El Morro", ໃນນະຄອນຫຼວງ Havana ຂອງ Cuba, ວັນທີ 17 ສິງຫາ 2017.

ຊາວອາເມຣິກັນ ສ່ວນໃຫຍ່ ວາງແຜນທີ່ຈະເດີນທາງ ໄປຢ້ຽມຢາມປະເທດເກາະດັ່ງກ່າວ
ແມ່ນຈະຕ້ອງໄດ້ເດີນທາງໄປກັບ ກຸ່ມບໍລິສັດທ່ອງທ່ຽວ ທີ່ດຳເນີນງານ ໂດຍບໍລິສັດ ຂອງ
ສະຫະລັດ. ພວກຜູ້ເດີນທາງ ຍັງຈະຕ້ອງໄດ້ຖືກຕິດຕາມໄປດ້ວຍ ຜູ້ຕາງໜ້າ ຂອງກຸ່ມ
ບໍລິສັດທ່ອງທ່ຽວ ນັ້ນ.

ທ່ານທຣຳໄດ້ປະກາດຄັ້ງທຳອິດ ກ່ຽວກັບນະໂຍບາຍຂອງທ່ານ ຕໍ່ຄິວບາ ໃນວັນທີ 16
ມິຖຸນາ ໃນການໄປຢ້ຽມຢາມ ເຂດ “Little Havana” ຢູ່ໃນນະຄອນ Miami ຂອງລັດ
Florida ແຕ່ກະຊວງການເງິນ ໄດ້ຍົກເວັ້ນ ການເດີນທາງທີ່ໄດ້ຖືກຈອງໄວ້ແລ້ວ ກ່ອນ
ໜ້າການປະກາດ.

ໃນພາບຖ່າຍເມື່ອວັນທີ 17 ມິຖູນາ 2017 ນີ້ ສະແດງໃຫ້ເຫັນ ພວກນັກທ່ອງທ່ຽວ ຂີ່ລົດເມນຳທ່ຽວ ຢູ່ຕໍ່ໜ້າ ລັດຖະສະພາ ໃນນະຄອນຫຼວງ Havana ຂອງ Cuba.
ໃນພາບຖ່າຍເມື່ອວັນທີ 17 ມິຖູນາ 2017 ນີ້ ສະແດງໃຫ້ເຫັນ ພວກນັກທ່ອງທ່ຽວ ຂີ່ລົດເມນຳທ່ຽວ ຢູ່ຕໍ່ໜ້າ ລັດຖະສະພາ ໃນນະຄອນຫຼວງ Havana ຂອງ Cuba.

ກະຊວງການຕ່າງປະເທດ ໄດ້ເປີດເຜີຍ ບັນຊີລາຍຊື ຂອງ 83 ໂຮງແຮມ ແລະ ບັນດາ
ທຸລະກິດ ອື່ນໆ ທີ່ຕົນກ່າວວ່າ ມີສ່ວນກ່ຽວຂ້ອງກັບ ກອງທັບ ຂອງຄິວບາ ລວມທັງ
ຫ້າງຮ້ານຕ່າງໆ ທ່າຈອດເຮືອ ແລະແມ່ນກະທັງ ຜູ້ຜະລິດເຫຼົ້າ Rum ທັງຫຼາຍ. ຊາວ
ອາເມຣິກັນ ແມ່ນໄດ້ຖືກຫ້າມບໍ່ໃຫ້ພົວພັນ ໃນການເຮັດທຸລະກິດ ກັບພວກເຂົ້າເຈົ້າ.

ກົດລະບຽບໃໝ່ດັ່ງກ່າວມີຜົນບັງຄັບໃຊ້ ໃນວັນພະຫັດມື້ນີ້ ແລະເປັນການປ່ຽນແປງ
ບາງສ່ວນ ໃນການຟື້ນຟູຄວາມສຳພັນທາງດ້ານການທູດກັບຄິວບາ ເມື່ອປີ 2015
ຂອງປະທານາທິບໍດີ ບາຣັກ ໂອບາມາ ຫຼັງຈາກທີ່ສະຫະລັດ ໄດ້ສັ່ງຫ້າມຄ້າຂາຍ
ກັບປະເທດຄອມມິວນິສ ດັ່ງກ່າວ ມາໄດ້ຫຼາຍກວ່າ 50 ປີແລ້ວ.

ພວກນັກທ່ອງທ່ຽວ ນັ່ງຢູ່ລະບຽງຂອງຮ້ານອາຫານ ໃນເຂດເມືອງເກົ່າ Havana ຂອງຄິວບາ, ວັນທີ 28 ເມສາ 2017.
ພວກນັກທ່ອງທ່ຽວ ນັ່ງຢູ່ລະບຽງຂອງຮ້ານອາຫານ ໃນເຂດເມືອງເກົ່າ Havana ຂອງຄິວບາ, ວັນທີ 28 ເມສາ 2017.

ບັນດາເຈົ້າໜ້າທີ່ອະວຸໂສ ຈາກກະຊວງການເງິນ ກະຊວງການຄ້າ ແລະ ກະຊວງ
ການຕ່າງປະເທດ ໄດ້ກ່າວກ່ຽວກັບການປ່ຽນແປງທັງຫຼາຍ ຢູ່ໃນກອງປະຊຸມ ຜ່ານທາງ
ໂທລະສັບ ກັບບັນດານັກຂ່າວ ໃນວັນພຸດວານນີ້. ເຈົ້າໜ້າທີ່ຂອງກະຊວງການເງິນ
ໄດ້ກ່າວວ່າ ຊາວອາເມຣິກັນ ແມ່ນໄດ້ຊຸກຍູ້ໃຫ້ພັກອາ ໄສຢູ່ໃນສະຖານທີ່ ທີ່ເອກກະຊົນ
ເປັນເຈົ້າຂອງ ຫຼື “ບ້ານພັກສ່ວນຕົວ” ແລະ ໃຫ້ຮັບປະທານອາຫານ ຢູ່ໃນພວກຮ້ານ
ອາຫານ ແລະ ໃຫ້ຊື້ເຄື່ອງຂອງຢູ່ໃນຮ້ານຄ້າ ທີ່ເອກກະຊົນເປັນເຈົ້າຂອງ ຢູ່ໃນຄິວບາ.

Trump Administration Announces Tightening of Cuba Embargo
please wait

No media source currently available

0:00 0:01:36 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG