ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​​​​​​ປ. ທຣຳ ​ກ່າວ​ຫາ ຣັດ​ເຊຍວ່າ ຊ່ອຍ​ເກົາຫຼີ​ເໜືອ ຫຼົບຫຼີກ​ ການ​ລົງ​ໂທດ ຂອງນາໆ​ຊາດ


​​​​​​ປະທານາທິບໍດີສະຫະລັດ ທ່ານດໍ​ໂນ​ລ ທຣຳ ສະແດງທ່າທີ ໃນການໃຫ້ສຳພາດ ​ກັບ​ອົງການ​ຂ່າວຣອຍ​ເຕີ ທີ່ ທຳນຽບຂາວ, 17 ມັງກອນ 2018.
​​​​​​ປະທານາທິບໍດີສະຫະລັດ ທ່ານດໍ​ໂນ​ລ ທຣຳ ສະແດງທ່າທີ ໃນການໃຫ້ສຳພາດ ​ກັບ​ອົງການ​ຂ່າວຣອຍ​ເຕີ ທີ່ ທຳນຽບຂາວ, 17 ມັງກອນ 2018.

ປະທານາທິບໍດີສະຫະລັດ ທ່ານດໍ​ໂນ​ລ໌ ທຣຳ ​ໄດ້​ກ່າວ​ຫາຣັດ​ເຊຍວ່າ ຊ່ອຍ​ເກົາຫຼີ​ເໜືອ
ຫຼົບຫລີກ​ການ​ລົງ​ໂທດຂອງນາໆ​ຊາດ ​ແລະ​ໄດ້​ກ່າວ​ວ່າ ພຽງ​ຢາງ​ແມ່ນກ້າວໜ້າຂຶ້ນນຳ
ແຕ່​ລະ​ມື້​ໃນການ​ພັດທະນາ​ລູກສອນໄຟຂ້າມທະວີບ ທີ່​ຈະ​ສາມາດ​ຍິງ​ມາ​ເຖິງ​ສະຫະລັດ​ໄດ້.

​ໃນ​ການ​ສຳພາດ​ທີ່​ທຳນຽບຂາວ​ກັບ​ອົງການ​ຂ່າວຣອຍ​ເຕີ ທ່ານ​ທຣຳ ​ໄດ້​ກ່າວ​ສັນລະ​ເສີນ​
ຈີນ ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ ທີ່​ຈະ​ຫຼຸດ​ການສົ່ງນ້ຳມັນ​ແລະ​ຖ່ານ​ຫີນ ​ໄປ​ຍັງ​ເກົາຫຼີ​
ເໜືອ​ ແຕ່ກໍກ່າວ​ວ່າ ປັກ​ກິ່ງ ສາມາດ​ທີ່​ຈະ​ເຮັດ​ໄດ້​ຫຼາຍ​ກວ່າ​ນີ້ ທີ່​ຈະ​ຊ່ອຍ​ຄວບ​ຄຸມ​
ພຽງຢາງ.ແຕ່​ ທ່ານ​ໄດ້​ກ່າວວ່າ ຣັດ​ເຊຍ​ເບິ່ງ​ຄື​ວ່າ ​ເປັນ​ຜູ້​ຖົມ​ຊ່ອງ​ຫວ່າງ​ ທີ່​ຈີນ​ປະ​ໄວ້.

ທ່ານ​ທຣຳ ​ໄດ້​ກ່າວຕໍ່ອົງການ​ຂ່າວຣອຍ​ເຕີວ່າ “ຣັດ​ເຊຍ​ແມ່ນ​ບໍ່​ໄດ້​ຊ່ອຍ​ພວກ​ເຮົາ​ເລີ​ຍ
ກ່ຽວ​ກັບ​ເກົາຫຼີ​ເໜືອ, ສິ່ງ​ທີ່​ທາງ​ຈີນ​ໄດ້​ຊ່ອຍ​ເຫຼືອພວກ​ເຮົາ​ນັ້ນ ຣັດ​ເຊຍ​ແມ່ນ​ທຳລາຍ,
ຖ້າ​ຈະ​ເວົ້າ​ໄປ​ແລ້ວ ຣັດ​ເຊຍ​ແມ່ນ​ໄດ້​ທົດແທນ ​ໃນ​ສິ່ງ​ທີ່​ ​ຈີນໄດ້ກະທຳ​ໄປ​ນັ້ນ.”

ປະທານາທິບໍດີຣັດເຊຍ ທ່ານວລາດິເມຍ ປູຕິນ ສະແດງເຖິງທ່ານທີ ໃນກອງປະຊຸມຂໍ້ຕົກລົງ ທີ່ເມືອງນ້ອຍແລະເມືອງປະຫວັດສາດ ທີ່ເມືອງໂກລົມນາ, ປະມານ 100 ກະໂລແມັດ ໃຕ້ຂອງນະຄອນມົສກູ, 17 ມັງກອນ 2018.
ປະທານາທິບໍດີຣັດເຊຍ ທ່ານວລາດິເມຍ ປູຕິນ ສະແດງເຖິງທ່ານທີ ໃນກອງປະຊຸມຂໍ້ຕົກລົງ ທີ່ເມືອງນ້ອຍແລະເມືອງປະຫວັດສາດ ທີ່ເມືອງໂກລົມນາ, ປະມານ 100 ກະໂລແມັດ ໃຕ້ຂອງນະຄອນມົສກູ, 17 ມັງກອນ 2018.

ທ່ານ​ໄດ້​ສະເໜີແນະວ່າ ປະທານາທິບໍດີຣັດ​ເຊຍ ທ່ານວລາ​ດິ​ເມຍ ປູ​ຕິນ ອາດ​ຈະ​
ຕັ້ງໃຈ ທີ່ຈະບ່ອນທຳລາຍການ​ລົງ​ໂທດ​ທີ່​ວ່າ​ນີ້ ກໍ​ເປັນ​ໄດ້.

“ທ່ານ​ສາມາດ​ເຮັດ​ໄດ້​ໃນ​ຫຼາຍໆ​ເລື່ອງ,” ນັ້ນຄືຄຳເວົ້າ​ທ່ານ​ທຣຳ ​ໄດ້​ກ່າວ​ກ່ຽວ​ກັບ​
ທ່ານ​ປູ​ຕິນ ​ແລະ​ທ່ານ​ໄດ້​ກ່າວ​ຕໍ່​ໄປ​ວ່າ “​ແຕ່​ບໍ່​ເປັນ​ຈັ່ງ​ບຸນ ພວກ​ເຮົາ​ບໍ່​ມີ​ສາຍ​ພົວພັນ
​ຫຍັງ​ຫຼາຍ ​ກັບ​ຮັດ​ເຊຍ ​ແລະ​ໃນ​ບາງ​ກໍລະນີ ມັນ​ເກືອບ​ວ່າ ສິ່ງ​ທີ່​ທາງ​ຈີນ​ເອົາ​ກັບ​ຄືນ ​
ແຕ່ຣັດ​ເຊັຍເປັນຜູ້ເອົາ​ໃຫ້ ສະ​ນັ້ນ​ຜົນ​ສະ​ຫຼຸບ​ແລ້ວ ກໍ​ແມ່ນ​ວ່າ ມັນບໍ່​ມີ​ຫຍັງ​ດີ​ເທົ່າ
​ທີ່​ຄວນ.”

​ໃນ​ການ​ສຳພາດ​ເກືອບ​ນຶ່ງ​ຊົ່ວ​ໂມງ ທ່ານ​ທຣຳ ​ແມ່ນ​ມີຄວາມຫວັງໄປໃນທາງ​ບວກ
​ນ້ອຍລົງກວ່າທີ່ທ່ານເຄີຍມີ ເມື່ອບໍ່ດົນມານີ້ ກ່ຽວກັບ ​ຄຸ່ນຄ່າ​ໃນ​ການ​ເຈລະຈາ​ໂດ​ຍ
ກົງ​ກັບ​ຜູ້ນຳ​ເກົາຫຼີ​ເໜືອ ກິມ ຈົງ​ອຶນ.

ເມື່ອພວກ​ນັກ​ຂ່າວຖາມກ່ຽວກັບວ່າ ທ່ານ​ໄດ້​ຕິດ​ຕໍ່​ໂດຍ​ກົງ​ກັບທ່ານ ກິມ ຫຼືບໍ່, ທ່ານ​ທຣຳ ​
ແມ່ນ​ໄດ້​ຫລົບຫລີກ. ​ແຕ່​ທ່ານກໍກ່າວວ່າ ທ່ານ​ອາດເຕັມໃຈທີ່ຈະພົບ​ກັນ​ແບບ​ເຊິ່ງ​ໜ້າ​ກັບ​
ຜູ້ນຳ​ເກົາຫຼີ​ເໜືອ ​ກໍ​ເປັນ​ໄດ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກຜູ້ຄົນຢ່າງຜ່ານປ້າຍໂຄສະນາ ທີ່ສະແດງໃຫ້ເຫັນ ງານມະຫະກຳກິລາໂອລິມປິກລະດູໜາວ 2018 ທີ່ ພຽງຈາກ ໃນໂຊລ, ເກົາຫຼີໃຕ້, 17 ມັງກອນ 2018.
ພວກຜູ້ຄົນຢ່າງຜ່ານປ້າຍໂຄສະນາ ທີ່ສະແດງໃຫ້ເຫັນ ງານມະຫະກຳກິລາໂອລິມປິກລະດູໜາວ 2018 ທີ່ ພຽງຈາກ ໃນໂຊລ, ເກົາຫຼີໃຕ້, 17 ມັງກອນ 2018.

XS
SM
MD
LG