ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ລົງນາມ ໃນດຳລັດ ຝ່າຍບໍລິຫານ ເພື່ອຍຸຕິ ການແຍກຄອບຄົວ


ທ່ານທຣຳລົງນາມໃນດຳລັດຝ່າຍບໍລິຫານ
ທ່ານທຣຳລົງນາມໃນດຳລັດຝ່າຍບໍລິຫານ

ນຶ່ງມື້ ຫຼັງ​ຈາກປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຕ່າວປີ້ນນະ​ໂຍບາຍ​
ການ ​ແຍກ​ຄອບຄົວ​ຂອງ​ພວກ​ຄົນ​ເຂົ້າ​ເມືອງຜິດກົດໝາຍ​ທີ່​ຊາຍ​ແດນ​ສະຫະລັດຕິດ
ກັບເມັກຊິໂກ ສະພາຕ່ຳກໍ​ມີ​ໜາຍ​ກຳໜົດ ​ທີ່​ຈະ​ລົງ​ຄະ​ແນນ​ ໃນ​ວັນ​ພະຫັດ​ມື້​ນີ້ ກ່ຽວກັບ​
ຮ່າງ​ກົດໝາຍຄົນເຂົ້າເມືອງ​ສອງ​ສະບັບ ທີ່​ຈະແກ້ໄຂ​ການ​ແຍກຄອບຄົວ ພ້ອມ​ກັນ​ກັບ​
ບັນຫາ​ອື່ນໆ ທີ່ໄດ້ສ້າງຄວາມແຕກ​ແຍກໃຫ້ແກ່​ພັກ​ການ​ເມືອງ​ທີ່​ສຳຄັນ​ອື່ນໆຂອງ
ປະ​ເທດ​.

ຜົນ​ຂອງ​ການ​ລົງ​ຄະ​ແນນ​ນັ້ນ​ແມ່ນ​ຍັງບໍ່​ແນ່ນອນ​ເທື່ອ. ​ມາດ​ຕະການນຶ່ງນັ້ນ​ແມ່ນ​ເຂັ້ມ
ງວດຫຼາຍ ​ໃນ​ຂະນະ​ທີ່ອີກມາດຕະການນຶ່ງ ​ແມ່ນເປັນການ​ປານີປານອມລະຫວ່າງ​
ພັກຣີພັບ​ບລີ​ກັນ​ທີ່​ນິຍົມ​ແນວທາງ​ເດີມ ​ແລະ​ພວກ​ທີ່ນິຍົມແນວທາງ​ເປັນກາງຂອງພັກ.

ຮ່າງ​ກົດໝາຍ​ທີ່​ປານີປານອມ ແມ່ນ​ຮວມທັງຂໍ້ກຳນົດ ທີ່ບັງຄັບ​ໃຫ້ມີການຄວບຄຸມຂັງ
ພວກ​ເດັກນ້ອຍ ພໍ່ແມ່ຢູ່ບ່ອນດຽວກັນ ຖ້້າ​ຫາກ​ວ່າ​ພວກ​ເຂົາ ຂ້າມ​ຊາຍ​ແດນ​ເຂົ້າ​ມາ
​ຢ່າງ​ຜິດ​ກົດໝາຍ. ຮ່າງ​ກົດໝາຍ​ດັ່ງກ່າວນີ້ ຍັງ​ຈະ​ສະໜອງເງິນ ຈຳ​ນວນ 25 ພັນ​ລ້ານ
​ໂດ​ລາ ​ໃນ​ການ​ສ້າງ​ກຳ​ແພງ​ທີ່​ທ່ານ​ທຣຳຕ້ອງການ, ປ່ຽນ​ຈາກລະບົບຈົກສະຫຼາກ​ວີ​ຊາ
ທີ່​ມີ​ໃນ​ປັດຈຸບັນ​ນີ້ ມາ​ເປັນລະບົບ​ທີ່ອີງຕາມຄວາມຮູ້ຄວາມສາມາດ ​ແລະ​ໃຫ້​ໂອກາດ
​ໃນການເປັນ​ສັນຊາດ​ ສຳລັບ​ພວກໜຸ່ມນ້ອຍ​ທີ່​ບໍ່​ມີ​ເອກ​ກະສາ​ນ ທີ່ເຂົ້າ​ມາ​ໃນ​ສະຫະລັດ
ຕອນ​ທີ່​ເປັນ​ເດັກນ້ອຍ​ນັ້ນ.

ເຊີນຊົມ: ທ່ານທຣຳລົງນາມໃນດຳລັດຝ່າຍບໍລິຫານ

Trump Signs Executive Order to Keep Families Together
please wait

No media source currently available

0:00 0:01:19 0:00

​ພັກຣີພັບ​ບລີ​ກັນ ​ກຳ​ສຽງ​ສ່ວນ​ຫຼາຍ​ໃນທັງ​ສອງ​ສະພາ. ບັນດາ​ຜູ້ນຳ​ພັກ ຊຶ່ງ​ຮວມທັງ
ປະທານາທິບໍດີ​ທຣຳ ​ແລະປະທານ​ສະພາຕ່ຳ ທ່ານ ພອລ ​ໄຣເອັນ (Paul Ryan) ​
ໄດ້ວິ້ງ​ເຕັ້ນ​ຂໍໃຫ້​ພວກ​ສະມາຊິກ​ທັງຫຼາຍ ​ໃນ​ສັບປະດາ​ນີ້ ​ໃນ​ຄວາມ​ຫວັງ ​ເພື່ອໃຫ້ໄດ້
ຮັບ​ການ​ສະໜັບສະໜູນຂອງພວກເຂົາເຈົ້າຕໍ່ຮ່າງກົດໝາຍ​ດັ່ງກ່າວ​.

“ພວກ​ເຮົາ​ສາມາດ​ບັງຄັບ​ໃຊ້​ກົດໝາຍ​ຄົນ​ເຂົ້າ​ເມືອງ ​ໂດຍ​ປາດ​ສະ​ຈາ​ການ​ແຍກ​
ຄອບຄົວ​ອອກຈາກ​ກັນ,”
ນັ້ນຄືຄຳເວົ້າທ່ານ​ໄຣ​ເອັນ ​ໄດ້​ກ່າວ​ໄວ້​ໃນ​ວັນ​ພຸດ​ວານ​ນີ້
ກ່ອນ​ທີ່​ທ່ານ​ທຣຳໄດ້​ປະກາດ​ອອກ​ໄປ​ວ່າ ທ່ານ​ຈະ​ລົງ​ນາມໃນ​ດຳລັດຝ່າຍບໍລິຫານ ​
ເພື່ອ​ຍຸຕິ​ການ​ແບ່ງ​ແຍກ​ຄອບຄົວ​.

ການຖອນນະ​ໂຍບາຍ​ຂອງ​ປະທານາທິບໍດີ ມີ​ຂຶ້ນຫຼຼັງຈາກ​ການ​ໂຈມ​ຕີ​ໂດຍພວກ
​ສະມາຊິກພັກຣີພັບ​ບລີ​ກັນ ​ແລະ​ພັກ​ເດ​ໂມ​ແຄຣັດ ພວກ​ທີ່​ໄດ້​ກ່າວ​ເຖິງການແຍກ
​ຄອບຄົວ​ວ່າ​ໄຮ້​ມະ ນຸດສະທຳ. ການ​ເອົາ​ບາດກ້າວ​ນີ້ໄດ້​ເຮັດ​ໃຫ້​ພວກ​ພໍ່​ແມ່​ຜູ້​ປົກ​
ຄອງມີ​ຂໍ້​ມູນແຕ່ພຽງ​ເລັກ​ນ້ອຍຫຼື​ບໍ່ກໍ​ບໍ່​ມີ​ຂໍ້​ມູນ​ເລີຍ ກ່ຽວ​ກັບ​ວ່າ ພວກ​ເດັກນ້ອຍ​ຂອງ
ເຂົາ​ເຈົ້າ ຖືກ​ນຳ​ຕົວ​ໄປ ຫຼື​ບໍ່ກໍເມື່ອ​ໃດພວກ​ເຂົາ​ຈະ​ສາມາດ​ກັບ​ຄືນ​ມາ​ຢູ່​ຮ່ວມກັນ​ອີກ.

“ມັນ​ເປັນ​ການ​ທີ່​ຈະ​ເຮັດ​ໃຫ້​ພວກ​ຄອບຄົວ​ໄດ້ຢູ່​ຮວມກັນ ​ໃນ​ຂະນະ​ດຽວ​ກັນ ກໍ​ຈະ​
ເຮັດ​ໃຫ້​ພວກ​ເຮົາ​ມີ​ແຂງແຮງ, ​ມີຄວາມ​ແຂງ​ແກ່ນ,”
ນັ້ນຄືຄຳເວົ້າຂອງ​ທ່ານ​ທຣຳ
ທີ່ໄດ້​ກ່າວ​ໄວ້ໃນ​ຂະນະ​ທີ່​ທ່ານລົງ​ນາມ​ໃນ​ຮ່າງ​ດຳລັກ ກ່ອນ​ທີ່​ທ່ານ​ຈະ​ອອກ​ຈາກ
​ທຳນຽບຂາວ ​ເພື່ອ​ໄປ​ຮ່ວມ​ການ​ໂຮມຊຸມນຸມທາງການເມືອງ​ທີ່​ລັດ​ມີນເ​ນໂຊ​ຕາ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ທ່ານດໍໂນລ ທຣຳ ຕ່າວປີ້ນນະ​ໂຍບາຍ

Trump Reverses Migrant Separation Policy
please wait

No media source currently available

0:00 0:02:41 0:00

XS
SM
MD
LG